ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-03 17:06:26    
ລັດຖະບານຊົ່ວຄາວຊຸດໃໝ່ຂອງອີຣັກ
ຈັດກອງປະຊຸມຄະນະລັດຖະບານຄັ້ງປະ
ຖົມມະເລີກ

cri
ຕາມຂ່າວສານຊິນຮວາ:ວັນທີ2ມິຖຸນາ,ຢູ່ແບກແດດ,ລັດຖະບານຊົ່ວຄາວອີຣັກທີ່ສ້າງ
ຕັ້ງຂຶ້ນໃໝ່ໄດ້ຈັດກອງປະຊຸມຄະນະລັດຖະບານຄັ້ງປະຖົມມະເລີກ.ບັນຫາຄວາມປອດ
ໄພ ເຊັ່ນການລະງັບການເຄື່ອນໄຫວດ້ວຍກຳລັງຮຸນແຮງເປັນຕົ້ນໄດ້ກາຍເປັນຫົວຂໍ້
ຕົ້ນຕໍຂອງກອງປະຊຸມຄັ້ງນີ້.

ທ່ານອາລາວີ ນາຍົກລັດຖະມົນຕີລັດຖະບານຊົ່ວຄາວອີຣັກທີ່ເປັນປະທານກອງປະຊຸມ
ຄັ້ງນີ້ເວົ້າວ່າ,ລັດຖະບານຊຸດໃໝ່ເລີ່ມເຮັດວຽກງານອັນບັງເກີດຜົນຢ່າງເປັນທາງການ
ແຕ່ມື້ນີ້ເປັນຕົ້ນໄປ.ລັດຖະບານຊຸດໃໝ່ຈະວາງແຜນການເຮັດວຽກ,ເພື່ອທຳການກະ
ກຽມໃຫ້ການຮັບເອົາອຳນາດໃນວັນທີ30ມິຖຸນາ.

ທ່ານກ່າວເນັ້ນວ່າ,ລັດຖະບານຊຸດໃໝ່ເອົາບັນຫາຄວາມປອດໄພໄວ້ຢູ່ບ່ອນທີ່ຕ້ອງພິຈາ
ລະນາກ່ອນ.

ພາຍຫຼັງເລີກກອງປະຊຸມແລ້ວ,ທ່ານອາລາວີໃຫ້ສຳພາດຕໍ່ສື່ມວນຊົນວ່າ,ພາຍຫຼັງໂອນ
ມອບອຳນາດໃນວັນທີ30ມິຖຸນາແລ້ວ,ກອງທະຫານນານາຊາດຈະຖືກສະຫະປະຊາ
ຊາດຄວບຄຸມ,ແຕ່ຜູ່ບັນຊາການແມ່ນມາຈາກອາເມລິກາ,ເພາະວ່າ,ອາເມລິກາແມ່ນປະ
ເທດທີ່ມີຄົນເຂົ້າຮ່ວມກອງທະຫານນານາຊາດຫຼາຍກວ່າໝູ່.

ແຕ່ບັນຫາທີ່ສະດຸ້ງໄວດັ່ງກ່າວໄດ້ພາໃຫ້ເກີດການໂຕ້ຖຽງກັນໃນກອງປະຊຸມ.