ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-03 17:48:48    
ປະຊາຄົມໂລກທຳປະຕິກິລິຍາຕໍ່ຍັດຕິ
ດັດແກ້ມະຕິໃໝ່ກ່ຽວກັບອີລັກ

cri
CRI ລາຍງານວ່າ: ພາຍຫຼັງອາເມລິກາແລະອັງກິດສະເໜີຍັດຕິດັດແກ້ມະຕິກ່ຽວກັບ
ການມອບອຳນາດໃຫ້ອີລັກຕໍ່ສະພາຄວາມໝັ້ນຄົງສະຫະປະຊາຊາດໃນວັນທີ 1 ມິ
ຖຸນາແລ້ວ, ວັນທີ 2 ປະຊາຄົມໂລກໄດ້ທະຍອຍກັນທຳປະຕິກິລິຍາຕໍ່ເລ່ືອງນີ້.

ທ່ານເລົາໂຣ ບາຮາ ປະທານຝຽນເດືອນນີ້ຂອງສະພາຄວາມໝັ້ນຄົງສະຫະປະຊາ
ຊາດ ຜູ່ແທນຟິລິບປິນປະຈຳສະຫະປະຊາຊາດກ່າວຢູ່ນິວຢອກວ່າ,  ສະພາຄວາມ
ໝັ້ນຄົງຈະໄຂກອງປະຊຸມຢ່າງເປີດເຜີຍໃນວັນທີ3 ມິຖຸນາ,ຮັບຟັງຄວາມເຫັນຂອງ
ທ່ານໂຮຊີຢາ ເຊບາຣີ ລັດຖະມົນຕີການຕ່າງປະເທດຂອງລັດຖະບານຊ່ົວຄາວຂອງ
ອີລັກທ່ີມີຕໍ່ຍັດຕິດັດແກ້.

ຜູ່ແທນຂອງປະເທດສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດຄືເຢຍລະມັນ
ຝຣ່ັງ ຈີນແລະລັດເຊຍເປັນຕົ້ນລ້ວນແຕ່ກ່າວວ່າ, ເມ່ືອທຽບກັບຮ່າງມະຕິສະບັບເດີມ
ແລ້ວ, ຍັດຕິດັດແກ້ໄດ້ສະໜອງພື້ນຖານຫາລືກັນທ່ີດີກວ່າ,  ແຕ່ກໍຍັງມີຫຼາຍບ່ອນທ່ີ
ຄວນດັດແກ້ໃຫ້ດີໄດ້.

ທ່ານຣີຊາດ ລີ ອາມີເທດ ຮອງລັດຖະມົນຕີການຕ່າງປະເທດອາເມລິກາເວົ້າວ່າ, ອາເມລິກາເຫັນວ່າຍັດຕິດັດແກ້ກ່ຽວກັບການມອບອຳນາດອະທິປະໄຕໃຫ້ອີລັກສາ
ມາດຮັບເອົາຄວາມເຫັນຂອງປະເທດສະມາຊິກສະພາຄວາມໝັ້ນຄົງອື່ນໆ.