ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-04 09:09:25    
ຫວ່ານກ້າມິດຕະພາບຈີນລາວ

cri

ເມືອງຫລ້າຕັ້ງຢູ່ພາກຕາເວັນອອກສຽງໃຕ້ຂອງກິ່ງແຂວງສິບສອງພັ່ນນາແຂວງຢຸນ
ນານຈີນ, ມີຊາຍແດນຕິດກັບລາວ.ໃນລາຍປີມານີ້, ຄຽງຄູ່ກັບການຄ້າລະຫວ່າງຈີນ
ລາວນັບມື້ນັບຂະຫຍາຍຕົວອອກ,ເມືອງຫລ້າທ່ີເປັນແນວຫນ້າແຫ່ງການໄປມາສູ່
ກັນລະຫ່າຈີນລາວ, ຍິ່ງມີບົດບາດນັບມື້ນັບສຳຄັນໃນການຮ່ວມມືພັດທະນາຊັບພະ
ຍາກອນມະນຸດກັບຝ່າຍລາວ.ອີງຕາມຄວາມຮຽກຮ້ອງຂອງຝ່າຍລາວ, ໂດຍໄດ້ຮັບ ອະນຸມັດຈາກກິ່ງແຂວງສິບສອງພັ່ນນາເຜົ່າລື້ປົກຄອງຕົນເອງ,ປີ 2001 ແນວພັນມິດ
ຕະພບຈີນລາວໄດ້ຖືກທວ່ານກ້າໃນເດືອນກັນຍາ ເຊິ່ງເປັນລະດຸໃບໄມ້ຫລົ່ນຂອງ
ຈີນ,ເມືອງຫລ້າໄດ້ຕົກລົງຈັດຫ້ອງສອນພາສາຈີນຢູ່ໂຮງຮຽນອຸດົມອາຊີບຊັ້ນສູງ.

ທ່ານນາງຈຽງອາຍຊຽງ ຫົວຫນ້າຫ້ອງການສຶກສາຂອງໂຮງຮຽນອຸດົມອາຊີບເມືອງ
ຫລ້າບອກນັກຂ່າວວ່າ:ທາງໂຮງຮຽນໄດ້ຮັບເອົານັກສຶກສາລາວຄັງທຳອິດ 57 ຄົນ,
ພວກເຂົາເຈົ້າຕ່າງມາຈາກແຂວງຜົ້ງສາລີ ແຂວງຫລວງນ້ຳທ່າ ແຂວງອຸດົມໄຊແລະ
ແຂວງຫລວງພະບາງ.ໃນເວລາເຂົ້າຮຽນ,ນັກສຶກສາລາວສ່ວນຫລາຍບໍ່ຮູ້ພາສາຈີນຈັກ ໂຕຈົນຄຳສັບທີ່ໃຊ້ປະຈຳວັນແລະພື້ນຖານທ່ີສຸດກໍ່ບໍ່ຮູ້.ທາງໂຮງຮຽນໄດ້ວາງຫລັກ
ສູດສາມປີ, ກະວ່າເມື່ອຮຽນຈົບ, ນັກສຶກສາລາວງວດນີ້ຕ້ອງໄດ້ເວົ້າພາສາຈີນໄດ້ຢ່າງ
ລ່ຽນໄຫລ,ຕ້ອງຂຽນໂຕຫນັງສືຈີນໄດ້ຢ່າງງາມ,ຢ່າງຕ່ຳຕ້ອງໃຫ້ໄດ້ລະດັບພາສາຈີນ
ຊັ້ນມັດຕະຍົມຕົ້ນ.

ເພື່ອບັນລຸຈຸດຫມາຍດັ່ງກ່າວ, ໃນດ້ານຈັດວາງຫລັກສູດໃຫ້ນັກສຶກສາລາວ, ທາງ ໂຮຍຮຽນອຸດົມອາຊີບເມືອງຫລ້າໄດ້ໃຊ້ວິທີສອນທີ່ຕ່າງກັບການສອນໃຫ້ນັກສຶກສາ
ຈີນແລະຍັງຈັດວາງໃຫ້ອາຈານຊ່ອຍຊີ້ນຳໂດຍສະພາະໃນວັນທ້າຍສັບປະດາ.

ແຕ່ວ່າພາສາຈີນແມ່ນພາສາທ່ີເພື່ອນຕ່າງປະເທດຖືເປັນພາສາແລະໂຕຫນັງສືທີ່ຮຽນ
ຍາກທີ່ສຸດໃນໂລກ,ຄັນຊັ້ນ ນັກສຶກສາລາວທີ່ບໍ່ມີພື້ນຖານພາສາຈີນຈັກເມັດນັ້ນ,ກໍ່ບໍ່
ແມ່ນເປັນບັນຫາຍາກຄືກັນຫວາ?ຄຳເວົ້າຂອງທ່ານນາງຈຽງອາຍຊຽງໄດ້ເຮັດໃຫ້
ພວກເຮົາຫາຍຫ່ວງ,ເພິນບອກພວກເຮົາດ້ວຍຄວາມດີໃຈວ່າ:"ເມື່ອໄດ້ຮ່ຳຮຽນມາ
ປີປາຍແລ້ວ, ດຽວນີ້ ນັກສຶກສາສ່ວນຫລາຍກ້າວຫນ້າໄວຫລາຍ, ຄຳເວົ້າທີ່ໃຊ້ປະ
ຈຳວັນແລະຄວາມຮູ້ພາສາຈີນອື່ນໆພວກເຂົາເຈົ້າກໍ່ຮຽນໄດ້ຫລາຍເຕີບ,ຫວ່າງກ່ອນ
ນີ້ບໍ່ດົນ, ຝ່າຍປົກຄອງເມືອງໄດ້ຈັດການຄົ້ນຄວ້າຫົວຂໍ້ຈຳເພາະເທື່ອຫນຶ່ງ,     ຜູ່ນຳ
ແຂວງຢຸນນານໄດ້ມາໂອລົມກັບນັກສຶກສາລາວ, ເພື່ອຊອກຮູ້ສະພາບຂອງລາວ, ໃນ
ເວລາພວກເຂົາເຈົ້າໂອ້ລົມກັບຜູ່ນຳນັ້ນ, ກໍ່ບໍ່ຕ້ອງການຜູ່ແປແລ້ວ,ຜູ່ນຳຖາມຫຍັງ
ພວກເຂົາເຈົ້າກໍ່ຕອບດ້ວຍພາສາຈີນໂດຍກົງໄດ້ໂລດ, ຈັ່ງແມ່ນດີຫລາຍ."

ໃນເວລາພວກເຮົາເຫັນນັກສຶກສາລາວເຫລົ່ານີ້ທ່ີອາຈານຈີນພູມໃຈນຳນັ້ນ,ພວກເຂົາ
ເຈົ້າພວມອອກກຳລັງກາຍນຳກັນກັບສັກສຶກສາຈີນຢູ່.ພວກເຂົາເຈົ້ານຸ່ງເສື້ອຍືດນຸ່ງ
ໂສ້ງຂາຍາວ, ຄັນບໍ່ແມ່ນອາຈານແນະນຳ,ພວກເຮົາແມ່ຈຳແນກບໍ່ໄດ້ວ່າຜູ່ໃດແມ່ນ
ນັກສຶກສາລາວ.

ນັກສຶກສາລາວບອກພວກເຮົາວ່າ:ເຖິງວ່າຈາກເມືອງຫລ້າໄປເມືອງລາວບໍ່ໄກກັນ
ປານໃດ,ສິ່ງແວດລ້ອມແລະອາກາດກໍ່ຄ້າຍຄືກັນ,ແຕ່ເວລາຫາກໍ່ມາເມືອງຈີນແມ່ນ
ບໍ່ລຶ້ງກິນອາຫານຈີນທ່ີເມືອກມັນ,ຕໍ່ມາ ທາງໂຮງຮຽນໄດ້ຂໍຄວາມເຫັນນຳພວກເຂົາ
ເຈົ້າ,ແລ້ວໄດ້ແຕ່ງອາຫານທີ່ຖືກປາກຖືກຄໍໃຫ້ເຂົາເຈົ້າຕ່າງຫາກ,ອັນໄດ້ເຮັດໃຫ້ນັກ
ສຶກ ສາລາວທັງຫລາຍທີ່ຈາກບ້ານຈາກເຮືອນມານັ້ນຮູ້ສຶກກະຕຸ້ນໃຈທີ່ສຸດ.

ບໍ່ພຽງແຕ່ທໍ່ນີ້, ແຕ່ລະມື້ ທາງໂຮງຮຽນຍັງໄດ້ຈັດວາງອາຈານສອງຄົນຮັບຜິດຊອບ
ການຮຽນແລະຊີວິດການເປັນຢູ່ຂອງນັກສຶກສາລາວ.ເມື່ອມີຜູ່ໃດເຈັບໄຂ້ໄດ້ພະຍາດ,
ອາຈານກໍ່ພາເຂົາເຈົ້າໄປໂຮງຫມໍ,ນັກສຶກສາລາວຢາກຫລິ້ນບານ, ອາຈານກໍ່ພາໄປ
ຫລິ້ນບານ, ຢາກໄປເລາະຮ້ານຄ້າ, ອາຈານກໍ່ພາໄປ.

ທາງໂຮງຮຽນຍັງລະດົມໃຈໃຫ້ນັກສຶກສາລາວແລະນັກສຶກສາຈີ່ນຜູກເປັນຫມູ່ເພື່ອນ
ກັນ,ຮ່ຳຮຽນນຳກັນແລະແລກປ່ຽນເຊິ່ງກັນແລະກັນ.

ຄຽງຄູ່ກັບສຽງເພງທີ່ຂັບຮ້ອງໂດຍພວກນັກສຶກສາລາວ, ພວກເຮົາຂໍຜ່ານບົດຄວາມ ຂອງພວກເຮົາຖາມຂ່າວມາຍັງພໍ່ແມ່ແລະພີ່ນ້ອງຂອງນັກສຶກສາລາວທີ່ພວມຮຽນຢູ່
ໂຮງຮຽນອຸດົມອາຊີບເມືອງຫລ້ານັ້ນວ່າ:ລູກຫລານຂອງທ່ານຢູ່ຈີນສະບາຍດີ,ທ່ານບໍ່
ຕ້ອງເປັນຫ່ວງເດີ້.ພ້ອມນີ້ ພວກເຣົາກໍ່ຂໍອວຍພອນຢ່າງຈິງໃຈໃຫ້ນັກສຶກສາລາວທີ່
ມາຮຽນຢູ່ຈີນຈົ່າງປະສົບຜົນສຳເລັດໃນການຮ່ຳຮຽນ,ຫວ່ານແນວພັນມິດຕະພາບຍິ່ງ
ຫລາຍກວ່າເກົາລະຫວ່າງສອງປະເທດຈີນລາວ, ຂໍໃຫ້ມັນກິ່ງໃບດົກຫນາແຕກດອກ
ອອກຜົນ.