ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-04 13:34:29    
ຈີນ​ເອົາ​ໃຈ​ໃສ່​ນຳ​ບັນ​ຫາ​ການ​ສຶກ​ສາ​ຂອງ​ລູກ​ເຕົ້າ​ຂອງ​ປະ​ຊາ​ກອນ​ເຄື່ອນ​ທີ່

cri

ບັນຫາການສຶກສາຂອງລູກເຕົ້າປະຊາກອນເຄື່ອນທີ່ແມ່ນເກີດຂຶ້ນຕາມການພັດທະນາ
ເສດຖະກິດສັງຄົມຈີນແລະຂະບວນການຫັນເປັນຕົວເມືອງ. ແຕ່ຊຸມປີ 90 ສະຕະວັດ
ທີ່ແລ້ວເປັນຕົ້ນມາ,ແຮງງານເຫຼືອຢູ່ຊົນນະບົດຈີນເລີ່ມໄຫຼເຂົ້າຕົວເມືອງ. ໃນນັ້ນ ການ
ເຄື່ອນທີ່ຂອງທົ່ວຄອບຄົວນັບມື້ນັບຫຼາຍ,ເຮັດໃຫ້ລູກເຕົ້າຂອງປະຊາກອນເຄື່ອນທີ່ໃນ
ຕົວເມືອງນັບມື້ນັບຫຼາຍ. ປັດຈຸບັນ,ພຽງແຕ່ນະຄອນປັກກີ່ງກໍມີ 2 ແສນກວ່າຄົນ.

ທ່ານນາງກູ້ຊິ້ວລຽນ ຮອງປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນ,ປະ
ທານສະຫະພັນແມ່ຍິງທົ່ວປະເທດຈີນຮຽກຮ້ອງທົ່ວສັງຄົມເອົາໃຈໃສ່ນຳບັນຫາການ
ສຶກສາຂອງລູກເຕົ້າປະຊາກອນເຄື່ອນທີ່,ເພີ່ນເວົ້າວ່າ:

"ລູກເຕົ້າຂອງປະຊາກອນເຄື່ອນທື່ຄວນມີສິດຢູ່ລອດ,ປົກປ້ອງ,ພັດທະນາແລະເຂົ້າ
ຮ່ວມຢ່າງສະເໝີພາບກັນເຊັ່ນດຽວກັນກັບເດັກນ້ອຍອື່ນໆ. ການເຮັດວຽກການສຶກສາ
ຂອງລູກເຕົ້າປະຊາກອນເຄື່ອນທີ່ໃຫ້ດີ,ປົກປັກຮັກສາສິດປະໂຫຍດອັນຊອບກົດໝາຍ
ຂອງພວກເຂົາແມ່ນມີຄວາມໝາຍສຳຄັນທີ່ສຸດຕໍ່ການຊຸກຍູ້ການພັດທະນາເສດຖະກິດ,
ສະຖຽນລະພາບທາງສັງຄົມແລະຄວາມກ້າວໜ້າຂອງສັງຄົມ. ສະນັ້ນ ທົ່ວສັງຄົມລວນ
ແຕ່ຕ້ອງເອົາໃຈໃສ່ນຳລູກຫຼານຂອງປະຊາກອນເຄື່ອນທີ່,ຮັກແພງພວກເຂົາໃຫ້ຫຼາຍ,
ເຮັດແທ້ທຳຈິງເພ່ືອການສຶກສາຂອງພວກເຂົາ.

ໃນໄລຍະຍາວນານມານີ້,ເດັກນ້ອຍຈີນເຂົ້າໂຮງຮຽນຕ້ອງຢູ່ສະຖານທີ່ສະມາໂນຄົວ,
ດັ່ງນັ້ນລູກເຕົ້າຂອງປະຊາກອນເຄື່ອນທີ່ເຂົ້າໂຮງຮຽນຮ່ຳຮຽນໜັງສືຍາກຫຼາຍ. ໃນບໍ່
ທໍ່ໃດປີມານີ້,ບັນຫາເຂົ້າໂຮງຮຽນຂອງລູກເຕົ້າປະຊາກອນເຄື່ອນທີ່ນັບມື້ນັບພາໃຫ້ວົງ
ການຕ່າງໆຂອງສັງຄົມຈີນເອົາໃຈໃສ່ນຳ. ປັດຈຸບັນ,ລັດຖະບານຈີນໄດ້ປະກາດເອກະ
ສານຈຳເພາະ,ຮຽກຮ້ອງແຫ່ງຕ່າງໆໃຊ້ມາດຕະການອັນບັງເກີດຜົນ,ຮັບປະກັນລູກ
ເຕົ້າຂອງປະຊາກອນເຄື່ອນທີ່ທີ່ໄດ້ເຖິງໄວຮຽນສາມາດຮັບການສຶກສາພາກບັງຄັບເຊັ່ນ
ດຽວກັນກັບເດັກນ້ອຍໃນຕົວເມືອງ.

ປັດຈຸບັນ,ມາດຕະການທີ່ແຫ່ງຕ່າງໆຂອງຈີນໃຊ້ເພື່ອແກ້ໄຂບັນຫາລູກເຕົ້າປະຊາ
ກອນເຄື່ອນທີ່ເຂົ້າໂຮງຮຽນຕົ້ນຕໍມີດັ່ງນີ້,ຢູ່ບ່ອນທີ່ປະຊາກອນເຄື່ອນທີ່ຢູ່ໂຮມສູນໂດຍ
ທຽບຖານ,ກຳນົດໂຮງຮຽນຫຼວງສ່ວນໜ່ຶງຮັບເອົາລູກເຕົ້າຂອງປະຊາກອນເຄື່ອນທີ່ເຂົ້າ
ໂຮງຮຽນ,ສ່ວນໂຮງຮຽນຫຼວງແຫ່ງອ່ືນໆຮັບເອົາລູກເຕົ້າຂອງປະຊາກອນເຄື່ອນທີ່ນັ້ນ
ມີແຕ່ເກັບເອົາຄ່າຝາກເລັກໜ້ອຍ.

ໂຮງຮຽນປະຖົມຢູຊວນລູທີ່ຕັ້ງຢູ່ພາກຕາເວັນຕົກນະຄອນປັກກ່ິງແມ່ນໂຮງຮຽນທີ່ຮັບ
ເອົາລູກເຕົ້າຂອງປະຊາກອນເຄື່ອນທີ່ທີ່ລັດຖະບານຕົກລົງ. ນັກຂ່າວມາເອົາຂ່າວຢູ່
ໂຮງຮຽນນີ້ໄດ້ເຫັນຫ້ອງຮຽນກວ້າງໃຫຍ່ງາມສະອາດ,ນອກນີ້ຍັງມີຫ້ອງຄອມພິວເຕີ.
ນາງຕີງຢາເວິນ ນັກຮຽນປ.2ທີ່ມາຈາກແຂວງເຮີເປບອກນັກຂ່າວວ່າ:

ຄູສອນໃນແຫ່ງນີ້ຖືພວກຂ້ອຍເປັນລູກຕົນ. ເມື່ອພວກຂ້ອຍເຈັບປ່ວຍແລ້ວ ຄູກໍເຕືອນ
ພວກຂ້ອຍກິນຢາຕາມເວລາ;ຖ້າລົ້ມບາດເຈັບແລ້ວ,ຄູຈະພາໄປໂຮງໝໍ; ການຮຽນບໍ່
ທັນໝູ່,ຄູຈະໃຊ້ເວລາພັກຜ່ອນສອນຕື່ມ; ຫຼັງຈາກເລີກຮຽນແລ້ວ,ທາງໂຮງຮຽນຍັງ
ເອົາລົດຂອງໂຮງຮຽນສົ່ງພວກຂ້ອຍກັບເມືອເຮືອນ. ສະນັ້ນ ຢູ່ແຫ່ງນີ້ພວກຂ້ອຍບໍ່ພຽງ
ແຕ່ໄດ້ຮ່ຳຮຽນຄວາມຮູ້ດ້ານວິທະຍາສາດວັດທະນະທຳແລ້ວ,ພວກຂ້ອຍຍິ່ງຮູ້ວ່າອີ
ຫຍັງແມ່ນຄວາມຮັກແພງ.

ລູກເຕົ້າຂອງປະຊາກອນເຄື່ອນທີ່ຄືນາງຕິງຢາເວິນທີ່ຮຽນຢູ່ໂຮງຮຽນຢູຊວນລູລວມມີ
500 ກວ່າຄົນ,ຕ່າງມາຈາກແຂວງເຈີ້ຈ່ຽງ,ແຂວງອ່ານຮຸ່ຍ,ແຂວງເຮີນານແລະແຂວງ
ເຊສວນເປັນຕົ້ນ.ທ່ານນາງວັງເມ ຜູ້ອຳນວຍການໂຮງຮຽນດັ່ງກ່າວກ່າວວ່າ,ໃຫ້ລູກ
ເຕົ້າຂອງປະຊາກອນເຄື່ອນທີ່ເຕີບໃຫຍ່ຢ່າງປອດໃສໝົດທຸກຄົນຄືເດັກນ້ອຍປັກກິ່ງ
ນັ້ນແມ່ນຄວາມປາຖະໜາຮ່ວມຂອງຄູສອນທົ່ວໂຮງຮຽນ.