ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-04 17:25:46    
ຝ່າຍທີ່ກ່ຽວຂ້ອງສືບຕໍ່ປະກອບຄຳຄິດ
ຄຳເຫັນຕໍ່ຍັດຕິດັດແກ້ມະຕິໃໝ່ກ່ຽວກັບ
ບັນຫາອີລັກ

cri
ຕາມຂ່າວCRI,ວັນທີ3ມິຖຸນາ,ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດກອງປະ
ຊຸມເປີດເຜີຍກ່ຽວກັບຍັດຕິດັດແກ້ມະຕິໃໝ່ກ່ຽວກັບບັນຫາອີລັກທີ່ອາເມລິກາອັງກິດ
ສະເໜີຫວ່າງມໍ່ໆນີ້.ບັນດາຝ່າຍທີ່ກ່ຽວຂ້ອງໄດ້ທະຍອຍກັນປະກອບຄຳຄິດຄຳເຫັນ
ຕໍ່ເລື່ອງນີ້.

ທ່ານຊາແບຼເຣີຜູ່ແທນຝະຣັ່ງກ່າວເນັ້ນວ່າ,ລັດຖະບານອີລັກຄວນມີສິດຄວບຄຸມເດັດ
ຂາດຕໍ່ກຳລັງຮັກສາຄວາມປອດໄພຂອງຕົນ.ມະຕິໃໝ່ຄວນກຳນົດຢ່າງແຈ່ມແຈ້ງ
ກວ່າເກົ່າກ່ຽວກັບການພົວພັນລະຫວ່າງລັດຖະບານອີລັກກັບກອງທະຫານນາໆຊາດ
ປະຈຳອີລັກ.

ທ່ານບຼູເກີຜູ່ແທນເຢຍລະມັນກ່າວວ່າ,ມະຕິໃໝ່ຕ້ອງສົ່ງສັນຍານອັນແຈ່ມແຈ້ງບອກ
ໃຫ້ປະຊາຊົນອີລັກຮູ້ວ່າການຍຶດຄອງຂອງຕ່າງປະເທດຈະສິ້ນສຸດລົງໄປພ້ອມກັບ
ການມອບອຳນາດອະທິປະໄຕ.ຕ້ອງກຳນົດຢ່າງຈະແຈ້ງກ່ຽວກັບພາລະໜ້າທີ່ແລະ
ໜ້າທີ່ຕຳແໜ່ງຂອງຝ່າຍຕ່າງໆໃນການພົວພັນລະຫວ່າງລັດຖະບານອີລັກ,ກອງທະ
ຫານນາໆຊາດກັບສະຫະປະຊາຊາດ.

ຜູ່ແທນປະເທດອື່ນໆເຊັ່ນລັດເຊຍ,ປາກີສະຖານແລະຟິລິບປິນເປັນຕົ້ນກໍຕ່າງໄດ້
ຮຽກຮ້ອງໃຫ້ຟັງຄວາມເຫັນຂອງລັດຖະບານແລະປະຊາຊົນອີລັກ.