ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-08 17:30:38    
ທ່ານຫູຈິນທາວເດີນທາງໄປຢ້ຽມຢາມເອີລົບແລະອາຊີ

cri

ໂດຍຕອບສະຫນອງຄຳເຊີນຂອງທ່ານຄະວັສເນັບສະກີ ປະທານາທິບໍດີໂປໂລຍ ທ່ານ
ມາແດນເຟີແລນປະທານາທິບໍດີຮົງກາຣີ ທ່ານອີລີ ເອັສກູ ປະທານາທິບໍດີໂລມານີແລະ
ທ່ານຄາລີມົຟ ປະທານາທິບໍດີອຸສເບກີສະຕານ, ວັນທີ 8 ມິຖຸນານີ້,ທ່ານຫູຈິນທາວ ປະ
ທານປະເທດຈີນໄດ້ເດີນທາງຈາກປັກກ່ິງ,ໄປຢ້ຽມຢາມ 4 ປະເທດທາງລັດຖະກິດແລະ
ເຂົ້າຮ່ວມກອງປະຊຸມສຸດຍອດຕັສເກນ ຂອງອົງການຮ່ວມມືຊຽງໄຮ້,ນີ້ແມ່ນປະມຸກລັດຊຸດ
ໃຫມ່ຂອງຈີນໄປຢ້ຽມຢາມພາກພື້ນເອີລົບພາກກາງຕາເວັນອອກເປັນເທື່ອທຳອິດ,ການຢ້ຽມ
ຢາມເທື່ອນີ້ໄດ້ພາໃຫ້ປະຊາຄົມໂລກເອົາໃຈໃສ່ໂດຍທ່ົວໄປ,ເຈົ້າຫນ້າທີ່ກະຊວງການຕ່າງ
ປະເທດຈີນເວົ້າວ່າ,ການຢ້ຽມຢາມເທື່ອນີ້ຈະມີຜົນສະທ້ອນສຳຄັນແລະເລິກເຊ່ິງຍາວໄກຕໍ່
ການປັບປຸງມິດຕະພາບອັນເປັນມູນເຊື້ອລະຫວ່າງ 4 ປະເທດທີ່ທ່ານຈະໄປຢ້ຽມຢາມແລະ
ເຮັດໃຫ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃນຂົງເຂດຕ່າງໆລະຫວ່າງຈີນກັບປະ
ເທດເຫຼ່ົານີ້ລົງສູ່ລວງເລິກ,ແລະຈະກາຍເປັນຫລັກຫມາຍທາງທີ່ສຳຄັນໃນການຂະຫຍາຍ
ການພົວພັນສອງຕໍ່ສອງ.

ການຢ້ຽມຢາມເທື່ອນີ້ເວລາສັ້ນ ການຈັດວາງກໍເຄັ່ງຫຼາຍ ເນື້ອໃນອຸດົມສົມບູນ,ໃນຫວ່າງ
ມໍ່ໆນີ້,ໃນເວລາທ່ານລີຮຸຍ ຜູ່ຊ່ອຍລັດຖະມົນຕີການຕ່າງປະເທດຈີນສະເຫນີເນື້ອໃນລະ
ອຽດຂອງການຢ້ຽມຢາມເທື່ອນີ້ເວົ້າວ່າ

ໃນການຢ້ຽມຢາມ,ທ່ານປະທານອູຈິນທາວຈະເຈລະຈາກັບປະມຸກລັດຂອງປະເທດທີ່ຈະ
ຢ້ຽມຢາມ,ແລະພົບປະນາຍົກລັດຖະມົນຕີແລະປະທານລັດຖະສະພາຂອງບັນດາປະເທດ,
ແລກປ່ຽນຄວາມເຫັນກັນຢ່າງເລິກເຊ່ິງກ່ຽວກັບການພົວພັນສອງຕໍ່ສອງ ບັນຫາສາກນແລະ
ບັນຫາພາກພາກພື້ນທີ່ສົນໃຈນຳກັນ,ທ່ານປະທານຫູຈິນທາວຍັງຈະກ່າວປາຖະກະຖາ ໃນ
ລັດຖະສະພາສອງປະເທດໂລມານີແລະ ອຸສເລກີສະຕານ.ສອງຝ່າຍຈະເຊັນເອກະສານ
ການຮ່ວມມືທີ່ສຳຄັນຈຳນວນນ່ຶງໃນຂົງເຂດວັດທະນະທຳ ການທ່ອງທ່ຽວແລະເສດຖະກິດ
ການຄ້າເປັນຕົ້ນ.ໃນໄລຍະທີ່ເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ,
ທ່ານປະທານຫູຈິນທາວຈະເຈລະຈາຮວມຫມູ່ກັບປະມຸກລັດຂອງປະເທດສະມາຊິກອື່ນໆ,
ແລະເຂົ້າຮ່ວມພິທີເລ່ີມດຳເນີນງານຂອງຄະນະກຳມະການບໍລິຫານງານຂອງອົງການຕ້ານ
ລັດທິກໍ່ການຮ້າຍພາກພື້ນຂອງອົງການຮ່ວມມືຊຽງໄຮ,ນອກນີ້,ຍັງຈະເຈລະຈາສອງຕໍ່ສອງ
ກັບປະທານາທິບໍດີຂອງ 4 ປະເທດສະມາຊິກອົງ ການຮ່ວມມືຊຽງໄຮ້ຄື:ລັດເຊຍ ກາຊັກ
ສະຕານ ກຽກກີຊີສະຕານ ຕາຊີກີສະຕານ. ໂປໂລຍ ຮົງກາຣີແລະລູມານີລ້ວນແຕ່ແມ່ນ
ປະເທດທີ່ມີອິດທິພົນໃນພາກພື້ນ

ເອີລົບກາງແລະຕາເວັນອອກ,ແລະລ້ວນແຕ່ແມ່ນປະເທດທີ່ນຳຫນ້າຮັບຮອງສາທາລະນະ
ລັດປະຊາຊົນຈີນເປັນລຳດັບພາຍຫລັງປະເທດຈີນໃຫມ່ສ້າງຕັ້ງຂຶ້ນ,ແລະສ້າງສາຍສຳພັນ
ການທູດກັບປະເທດຈີນ,ແຕ່ສ້າງສາຍສຳພັນການທູດ 55 ປີມານີ້,ເຖິງວ່າສະຖານະການ
ສາກົນໄດ້ມີການປ່ຽນແປງຢ່າງເລິກເຊ່ິງ,ລະບອບສັງຄົມແລະຮູບການຈິນສຳນຶກຂອງ 3
ປະເທດຕ່າງມີການປ່ຽນແປງຢ່າງໃຫຍ່ຫຼວງກໍຕາມ,ແຕ່ຈີນແລະ 3 ປະເທດດ່ັງກ່າວໄດ້ຮັກ
ສາການພົວພັນມິດຕະພາບແລະການຮ່ວມມືກັນອັນມີມູນເຊື້ອຕະຫຼອດມາດ້ານເສດຖະກິດ
ການຄ້າທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ. ໄດ້ຮັບຫມາກຜົນຢ່າງເດ່ັນຊັດ.

ອຸສເບກີສະຕານແມ່ນປະເທດສຳຄັນໃນອາຊີກາງ,ຕາມເຜີຍໃຫ້ຮູ້ວ່າ,ຈຸດປະສົງຕົ້ນຕໍຂອງ
ທ່ານຫູຈິນທາງໃນການໄປຢ້ຽມຢາມອຸສເບກີສະຕານເທື່ອນີ້ແມ່ນເພື່ອສືບຕໍ່ເພ່ີມທະວີຄວາມ
ໄວ້ເນື້ອເຊື່ອໃຈທາງການເມືອງລະຫວ່າງສອງປະເທດ ເຮັດໃຫ້ານຮ່ວມມືເສດຖະກິດການ
ຄ້າສອງຕໍ່ສອງລົງສູ່ລວງເລິກ ນອກນີ້,ການເພ່ີມທະວີການຮ່ວມມືກັບອຸສເບກີສະຕານໃນ
ດ້ານຄວາມປອດໄພກໍ່ແມ່ນຈຸດປະສົງສຳຄັນອັນນ່ຶງໃນການຢ້ຽມຢາມເທື່ອນີ້,ໃນໄລຍະຢ້ຽມ
ຢາມ,ທ່ານປະທານຫູຈິນ

ທາວຈະຫາລືກັບຜູ້ນຳອຸສເບກີສະຕານກ່ຽວກັບບັນຫາໂຈມຕີອິດທິກຳລັງ 3 ແງ່ເຊ່ັນ:ຕວກ
ກີຕາເວັນອອກເປັນຕົ້ນ,ນອກນີ້,ຂະແຫນງການທີ່ກ່ຽວຂ້ອງຂອງສອງຝ່າຍຍັງຈະເຊັນສັນ
ຍາຮ່ວມມືກັນກັບອຸສເບກີສະຕານໃນຂົງເຂດຫ້າມຢາເສບຕິດ ແລະຂົງເຂດຕຸລາການ.

ພາຍຫລັງສິ້ນສຸດການຢ້ຽມຢາມອຸສເບກີສະຕານທາງລັດຖະກິດແລ້ວ,ທ່ານຫູຈິນທາວ
ຈະເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ທີ່ຈະຈັດຂຶ້ນຢູ່ ຕັສເກນ
ນະຄອນຫຼວງອຸສເບກີສະຕານ,ນີ້ແມ່ນການພົບປະລະຫວ່າງຜູ້ນຳສູງສຸດຂອງປະເທດ
ສະມາຊິກອົງການຮ່ວມມືຊຽງໄຮ້ເທື່ອທຳອິດເຊ່ິງພາຍຫລັງໄດ້ ສິ້ນສຸດໄລຍະສ້າງຂຶ້ນ
ໃນຂັ້ນເບື້ອງຕົ້ນແລະເຂົ້າສູ່ໄລຍະໃຫມ່ແຫ່ງການຮ່ວມຕົວຈິງ,ທ່ານຫລີອຸຍເວົ້າວ່າ,
ເທື່ອນີ້,ຢູ່ຕັສເກນຈະຈັດພິທີສ້າງຄະນະກຳມະການດຳເນີນງານຂອງອົງການຕ້ານລັດ
ທິກໍ່ການຮ້າຍຂອງພາກເລ່ີມດຳເນີນງານ,ທັງນີ້ສະແດງໃຫ້ເຫັນວ່າ,ອົງການຮ່ວມມືຊຽງ
ໄຮ້ໄດ້ສິ້ນສຸດໄລຍະສ້າງຕັ້ງໃນເບື້ອງຕົ້ນ,ແລະເລ່ີມໄລຍະໃຫຍ່ແລ້ວ, ກອງປະຊຸມສຸດ
ຍອດເທື່ອນີ້ມີຄວາມຫມາຍສຳຄັນໃນດ້ານກຳນົດທິດທາງພັດທະນາໃນຂອງອົງການ
ຮ່ວມມືຊຽງໄຮ້ພາຍຫນ້າ,ວາງແຜນການວຽກງານລະອຽດໃນຂົງເຂດຕ່າງໆ,ຊຸກຍູ້ໃຫ້
ອົງການນີ້ຂະຫຍາຍບົດບາດຕ່ືມອີກໃນວຽກງານພາກພື້ນແລະຂອງໂລກ.