ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-08 19:20:38    
ຄົນຕາບອດຄຳຊ້າງແລະວິມານກາງຫາວ

cri

                      ຄົນຕາບອດ​ຄຳ​ຊ້າງ
​ແຕ່​ກີ້​ແຕ່​ກ່ອນ,ມີ​ເຈົ້າຊີວິດ​ອົງ​ໜ່ຶງ​ສັ່ງ​ໃຫ້​ເສ​ນາ​ອາ​ມາດ​ຈູງ​ຊ້າງ​ໂຕ​ໜຶ່ງ​ມາ,​ແລ້ວ​ສັ່ງ​ໃຫ້​ພວກ​ຕາ​ບອດ​ຫຼາຍ​ຄົນ​ມາ​ຄຳ​ຊ້າງ.ຜ່ານ​ໄປ​ຄາວ​ໜ່ຶງ,​ເຈົ້າ​ຊີ​ວິດ​ກໍ​ຖາມ​ວ່າ: "ຊ້າງ​ທີ່​ພວກ​ສູ​ຄຳ​ນັ້ນ,​ມັນ​ຄື​ກັນ​ກັບ​ຫຍັງ?"

ທ້າວ​ຕາ​ບອດ​ຜູ່​ໜ່ຶງ​ທີ່​ຄຳ​ຖືກ​ງາ​ຊ້າງ​ກໍ​ເວົ້າວ່າ: "ຊ້າງ​ນີ້​ບໍ່​ຕ່າງ​ຫຍັງ​ກັບ​ຜັກກາດ​ຫົວ."

ທ້າວ​ຕາບອດ​ຜູ່​ໜຶ່ງ​ອີກ​ທີ່​ຄຳ​ຖືກ​ຂາ​ຊ້າງ​ກໍ​ເວົ້າວ່າ: "ຊ້າງ​ນີ້​ບໍ່​ຕ່າງ​ຫຍັງ​ກັບ​ເສົາ​ເຮືອນ."

ທ້າວ​ຕາບອດ​ທີ່​ລູບ​ຖືກ​ທ້ອງ​ຊ້າງ​ກໍ​ຖຽງ​ຂຶ້ນວ່າ: "ຊ້າງ​ນີ້​ບໍ່​ຕ່າງ​ຫຍັງ​ກັບ​ໄຫ​ໄພ."

ທ້າວ​ຕາບອດ​ທີ່​ງົມ​ຖືກ​ຫາງ​ຊ້າງ​ກໍ​ເວົ້າ​ວ່າ: "ພວກ​ເຈົ້າວ່າ​ມາ​ນັ້ນ​ບໍ່​ຖືກ​ຈັກ​ຄົນ,​ຊ້າງ​ນີ້​ບໍ່​ຕ່າງ ຫຍັງ​ກັບ​ງູ."

ພວກ​ເຂົາ​ເຈົ້າຖຽງ​ກັນ​ໄປ​ຖຽງ​ກັນ​ມາ,ຕ່າງ​ຄົນ​ຕ່າງ​ເວົ້າ,​​ໃຜ​ກໍ​ບໍ່​ລົງ​ລອຍ​ໃຜ,​ແຕ່​ຜູ່​ໃດ​ເວົ້າ​ບໍ່​ແຈ້ງ​ວ່າ,​ຊ້າງ​ນັ້ນ​ມັນ​ຄື​ຫຍັງ​​ແທ້?

ນິທານ​ເລື່ອງ​ນີ້​ໄດ້​ບອກ​ໃຫ້​ຄົນ​ທັງຫຼາຍວ່າ ບໍ່​ຄວນ​ອີງ​ໃສ່​ຄວາມ​ຮັບ​ຮູ້​ວັດຖຸ​ເຫດການ​ແຕ່​ດ້ານ​ດຽວ​ຫຼືອີງ​ຕາມ​ບົດຮຽນ​ສະ​ເພາະ​ສ່ວນ,​ແລ້ວ​ມາ​ວິນິດ​ໄສ​ສ່ວນ​ທັງ​ໝົດ.

                    ວິມານ​ກາງຫາວ
​ໃນ​ສະ​ໄໝ​ບູຮານ,ມີ​ເສດຖີ​ຈ້າ​ຜູ່​ໜ່ຶງ,​ໄປ​ຢາມ​ເຮືອນ​ໝູ່​ແລ້ວ,​ເຫັນ​ໝູ່​ຜູ່​ນີ້​ປຸກ​ເຮືອນ​ສາມ​ຊັ້ນ ຫຼັງ​ໜຶ່ງ,​ເຮືອນ​ຫຼັງນີ້​ແມ່ນ​ເຮືອນ​ງາມ​ທັງ​ສູງ​ໃຫຍ່​ແລະ​ໂອ່​​ໂຖງ​ດີ,​ແລ້ວ​ເພິ່ນ​ກໍ​ອອນ​ຊອນ​ນຳ ທີ່​ສຸດ.

​ເມື່ອ​ກັບ​​ເມືອ​ຮອດ​ເຮືອນ​ຂອງ​ຕົນ,​ເພິ່ນ​ຄິດ​ຫຼົບ​ໄປ​ຫຼົບມາ​ວ່າ:"ກູ​ກໍ​ມີ​ເງິນ​ຫຼາຍຄື​ກັນ,​ກູ​ຈະ​ຕ້ອງ​ປຸກ​ເຮືອນ​ງາມໆ​ມາ​ຢູ່." ບັດ​ນັ້ນ,​ເພິ່ນ​ກໍ່​ຟ້າວ​ເອີ້ນ​ພວກ​ນາຍ​ຊ່າງ​ມາ​ຫາ,​ແລ້ວ​ຖາມ​ວ່າ: "ພວກ​ສູ​ກໍ​ຮູ້​ບໍ,​ເຮືອນ​ສາມ​ຊັ້ນ​ຜູ່​ບ້ານ​ເໜືອ​ຫັ້ນ​​ໃຜ​ເປັນ​ຜູ່​ປຸກ?"

ນາຍ​ຊ່າງ​ທັງຫຼາຍກໍ​ຕອບ​ວ່າ: "​ແມ່ນ​ພວກ​ຂ້ານ້ອຍ​ນີ້​ແຫຼະ​ເປັນ​ຜູ່​ປຸກ."

​ເສດຖີຈ້າ​ຜູ່​ນີ້​ເວົ້າວ່າ: "ດຽວ​ນີ້​ໃຫ້​ພວກ​ສູ​ປຸກ​ເຮືອນ​ຫຼັງ​ໜຶ່ງ​ໃຫ້​ກູ,ຕ້ອງ​ປຸກ​ໃຫ້​ມັນ​ຄື​ກັນ​ກັບ​ເຮືອນ​ຫຼັງນັ້ນ."

ບັດ​ນັ້ນ,​ພວກ​ນາຍ​ຊ່າງ​ອີງ​ຕາມ​ຄຳ​ສັ່ງ​ຂອງ​ເສດຖີ​ຈ້າຜູ່​ນີ້,​ແລ້ວ​ກໍ່​ພື້ນ​ເຮືອນ​ກ່ອນ,​ຈາກ​ນັ້ນ ຈຶ່ງ​ເອົາ​ດິນ​ຈີ່​ມາ​ກໍ່​ຂຶ້ນ​ໄປ​ແຕ່​ລະ​ກ້ອນ.

ມີ​ມື້ໜຶ່ງ,​ເສດ​ຖີ​ມາກ​ວດກາ​ເບິ່ງ​ບ່ອນ​ປຸກ​ເຮືອນ.​ເມື່ອ​ຫຼຽວ​ເບິ່ງ​ໄປ​ເບ່ິງ​ມາ,​ກໍ​ຮູ້ສຶກ​ບໍ່​ຄັກ​ຢູ່​ໃນ​ໃຈ.​ເລີຍ​ໄປ​ຖາມ​ນາຍ​ຊ່າງ​ວ່າ: "ພວກ​ສູ​ພາກັນ​ປຸກ​ເຮືອນ​ແນວ​ໃດ​ໃຫ້​ກູ,​ຮຶ" ນາຍ​ຂ່າງ​ຕອບ ວ່າ: "ກໍ່​ແມ່ນ​ເຮືອນ​ສາມ​ຊັ້ນ​ຫັ້ນ​ຕວາ.

ພໍ​ໄດ້​ຍິນ​ຈັ່ງຊັ້ນ​ເສດຖີຈ້າ​ຜູ່​ນີ້​ກໍ​ຟ້າວ​ຫ້າມ​ພວກ​ນາຍ​ຊ່າງ​ວ່າ: "ກູ​ແມ່ນ​ຢາກ​ໄດ້​ຊັ້ນ​ທີ​ສາມ​ພຸ້ນ,ບໍ່​ຢາກ​ໄດ້​ຊັ້ນ​ໜ່ຶງ​ແລະ​ຊັ້ນ​ສອງ.​ຮີບ​ມ້າງ​ສອງ​ຊັ້ນ​ລຸ່ມ​ອອກ,​ແລ້ວ​ປຸກ​ຊັ້ນ​ສູງ​ສຸດ​ໃຫ້​ກູ​ກ່ອນ."

ນິທານ​ເລື່ອງ​ນີ້​ໄດ້​ບອກ​ໃຫ້​ພວກ​ເຮົາ​ຮູ້​ວ່າ,​ຄວາມ​ຄິດ​ທີ່​ຫ່າງ​ເຫີ​ນຈາກ​ຕົວ​ຈິງ​ນັ້ນ​ຈະ​ເຮັດ​ຫຍັງ​ກໍ​ບໍ່​ບັນ​ລຸ​ຜົນ.