ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-08 20:13:54    
ສະພາບສັງເຂບຂອງໂປໂລຍ

cri


 

        (ທຸງຊາດໂປໂລຍ)

ຊ່ືປະເທດ:ສາທາລະນະລັດໂປໂລຍ

ພູມປະເທດທຳມະຊາດ: ໂປໂລຍມີເນື້ອທ່ີ 3 ແສນ 1 ຫມ່ືນ 2685 ກິໂລແມັດມົນທົນ,
ຕັ້ງຢູ່ພາກຕາເວັນອອກສຽງເຫນືອຂອງເອີລົບກາງ,ພາກເຫນືອຕິດຕໍ່ກັບທະເລບານຕິກ
ພາກຕາເວັນຕົກຕິດຕໍ່ກັບເຢຍລະມັນ ພາກໃຕ້ແປະກັບເຊັກແລະສະໂລວະກີ,ພາກຕາ
ເວັນອອກສຽງເຫນືອ ແລະພາກຕາເວັນອອກສຽງໃຕ້ແປະກັບເບໂລລຸດຊີແລະອຸຍແກຼນ.
ມີຊາຍຝ່ັງທະເລຍາວ 528 ກິໂລແມັດອາກາດພາຍໃນປະເທດໂປໂລຍແມ່ນອາກາດ
ປ່າໄມ້ໃບໃຫຍ່ແຖບອຸ່ນທ່ີຈາກອາກາດທະເລຂ້າມຜ່ານໄປສູ່ອາກາດແຜ່ນດິນໃຫຍ່.

ປະຊາກອນ: 38 ລ້ານ 6 ແສນ 3 ຫມ່ືນ 2 ພັນຄົນ(ນັບມາຮອດທ້າຍປີ 2001),ຊົນ
ເຜົ່າຕົ້ນຕໍແມ່ນເຜົ່າໂປໂລຍກວມປະກອນ98%.ປະຊາຊົນ90%ຂຶ້ນໄປໃນທ່ົວປະເທດ
ເຊ່ືອຖືສາສະຫນາໂລມັງກະໂຕລິກໂລມ.ພາສາຝ່າຍທາງການແມ່ນພາສາໂປໂລຍ

ນະຄອນຫຼວງ: ວັກໂຊວີ,ປະຊາກອນ 1 ລ້ານ 6 ແສນ 1 ຫມ່ືນ 5 ພັນຄົນ.
                     (ນັບມາຮອດປີ2001)

    

     (ໂປດແລະສະຫນາມຫຼວງທ່ີມີຊ່ືສຽງຂອງເມືອງຄຼາຄົຟໂປໂລຍ)


ການເມືອງ:ເດືອນພຶດສະພາປີ 1997,ການເອົາປະຊາມະຕິທ່ົວປວງຊົນໄດ້ຜ່ານລັດຖະ
ທຳມະນູນສະບັບໃຫມ່,ວັນທີ 17 ຕຸລາ,ລັດຖະທຳມະນູນສະບັບໃຫມ່ໄດ້ມີຜົນບັງຄັບໃຊ້,
ໄດ້ເຂົ້າແທນລັດຖະທຳມະນູນສະບັບປີ 1952.ລັດຖະທຳມະນູນສະບັບໃຫມ່ໄດ້ກຳນົດ
ລະບອບການເມືອງທ່ີມີສາມ ອຳນາດແລະລະບອບໂຄງປະກອບເສດຖະກິດຕະຫຼາດ
ເປັນຫຼັກ,ກຳນົດວ່າ:ສະພາຕ່ຳແລະສະພາສູງມີສິດນິຕິບັນຍັດ,ປະທານາທິບໍດີແລະລັດ
ຖະບານມີສິດປະຕິບັດກົດຫມາຍ,ສານ ປະຕິບັດສິດຕຸລາການພື້ນຖານໂຄງປະກອບ
ເສດຖະກິດໂປໂລຍແມ່ນຫຼັກການຫັນເສດຖະກິດເປັນເສລີແລະລະບອບກຳມາສິດ
ເອກະຊົນເປັນຕົ້ນ,ກຳລັງປະກອບອາວຸດຂອງໂປໂລຍຮັກສາຖານະເປັນກາງໃນວຽກ
ງານການເມືອງຂອງລັດ,ລັດຖະທຳມະນູນສະບັບໃຫມ່ຮັບປະກັນສິດພົນລະເມືອງແລະ
ສິດເສດຖະກິດເສລີ,ເພ່ີມທະວີຄວາມເປັນອິດສະລະຂອງທະນາຄານກາງ,ບ່ັນທອນ
ອຳນາດຂອງປະທານາທິບໍດີ,ຖ້າລັດຖະສະພາໄດ້ຮັບບັດ3 ສ່ວນ5ໃນສະພາຕ່ຳກໍສາ
ມາດໄດ້ລົບລ້າງການຢັບຢັ້ງຂອງປະທານາທິບໍດີ,ໃຫ້ສານລັດຖະທຳມະນູນມີອຳນາດ
ອັນແຂງແຮງ,ລັດຖະສະພາບໍ່ມີສິດຢັບຢັ້ງການຕັດສິນຂອງສານລັດຖະທຳມະນູນ,ກົດ
ຫມາຍວ່າດ້ວຍການເລືອກຕັ້ງປະທານາທິບໍດີລະບຸໄວ້ວ່າ,ຖ້າອັດຕາໄດ້ບັດຂອງຜູ່ສະ
ຫມັກຮັບເລືອກຕັ້ງຜູ່ໃດຜູ່ຫນ່ຶງໃນການເລືອກຕັ້ງຮອບທຳອິດໄດ້ລ່ືນກາຍ 50% ຂອງ
ບັດທ່ີມີຜົນສັກສິດ,ກໍຮັບເລືອກຕັ້ງເປັນປະທານາທິບໍດີໄດ້,ຖ້າບໍ່ມີໃຜໄດ້ມີບັດ50%,ກໍໃຫ້
ສອງ ຄົນທ່ີໄດ້ບັດຫຼາຍກວ່າຫມູ່ເຂົ້າສູ່ການເລືອກຕັ້ງຮອບທີສອງແລະແຂ່ງຂັນເລືອກ
ຕັ້ງຕໍ່ໄປ,ຜູ່ໄດ້ບັດຫຼາຍກວ່າຫມູ່ໄດ້ຮັບການເລືອກຕັ້ງ.ປະທານາທິບໍດີມີອາຍຸຕຳແຫນ່ງ
5 ປີ,ສາມາດດຳລົງຕຳແຫນ່ງອີກວາລະຫນ່ຶງຕໍ່.

        

      (ລົດມ້າທ່ອງທ່ຽວຂອງເມືອງຄຼາຄົຢ ເມືອງບຸຮານຂອງໂປໂລຍ)

ເສດຖະກິດ: ບໍ່ແຮ່ຕົ້ນຕໍ່ມີຖ່ານຫິນ ມາດ ທອງ ສັງກະສີ ອາລຸຍມີໂຍມ ຊືນແລະເງິນ
ເປັນຕົ້ນ,ຍອດປະລິມານຖ່ານຫິນແຂງໃຕ້ດິນໃນປີ 2000ມີ 45 ຕື້ 362 ລ້ານໂຕນ,
ຖ່ານຫິນລິກໄນດ໌ມີ13 ຕື້ 984 ລ້ານໂຕນ,ມາດ 504 ລ້ານໂຕນ,ທອງ2 ຕື້485ລ້ານ
ໂຕນ.ມີຍອດປະລິມານອຳພັນໃຕ້ດິນອຸດົມສົມບູນທ່ີມີມູນຄ່າເກືອບ ຮ້ອຍຕື້ໂດລາສະ
ຫະລັດ,ແມ່ນປະເທດທ່ີຜະລິດອຳພັນຫຼາຍກວ່າຫມູ່ໃນໂລກ,ມີປະຫວັດຂຸດຄົ້ນອຳພັນ
ເປັນເວລາຫຼາຍຮ້ອຍປີ.ດ້ານອຸດສາຫະກຳຖືການຂຸດ ຖ່ານຫິນ ການຜະລິດກົນຈັກ
ການຕໍ່ເຮືອລົດຍົນແລະຂາງແລະເຫຼັກກ້າເປັນຫຼັກ,ຈຳນວນຜູ້ປະກອບອາຊີບໃນດ້ານ
ກະສິກຳກວມ28.3% ຂອງຍອດຈຳນວນຜູ່ປະກອບອາຊີບ,ບູຊະນີຍະສະຖານທ່ອງ
ທ່ຽວຕົ້ນຕໍ່ມີນະຄອນຫຼວງວັກໂຊວີ ແລະເມືອງກະແຕນສະເຄິຕົວເມືອງແຄມທະເລ
ເປັນຕົ້ນ.

ການຕ່າງປະເທດ:ເປົ້າຫມາຍຕົ້ນຕໍຂອງນະໂຍບາຍຕໍ່ຕ່າງປະເທດແມ່ນບັນລຸເອີລົບ
ການຫັນເປັນເອກະພົບດຽວ,ເຂົ້າຮ່ວມສະຫະພາບເອີລົບແລະກຸ່ມນາໂຕ.ວັນທີ 12
ມີນາປີ 1999,ໂປໂລຍໄດ້ເຂົ້າເປັນກຸ່ມນາໂຕຢ່າງເປັນທາງການ, ວັນທີ 1 ພຶດສະ
ພາປີ 2004,ໂປໂລຍໄດ້ກາຍເປັນປະເທດສະມາຊິກຂອງສະຫະພາບເອີລົບຢ່າງ
ເປັນທາງການ.

 

          
 (ການສະແດງຂອງຄະນະສີລະປະພື້ນເມືອງຂອງເມືອງຄຼາຄົຟເມືອງບຸຮານຂອງໂປໂລຍ)

ການພົວພັນກັບຈີນ:ວັນທີ 7 ຕຸລາປີ 1949,ໂປໂລຍກັບຈີນໄດ້ສ້າງສາຍສຳພັນການ
ທູດຂັ້ນເອກອັກຄະລັດຖະທູດ,ເມ່ືອເດືອນພະຈິກປີ 1997,ທ່ານຄະວັສເນັບສະກີປະ
ທານາທິບໍດີໂປໂລຍໄດ້ຢ້ຽມຢາມຈີນທາງລັດຖະກິດ,ນີ້ແມ່ນປະມຸກລັດໂປໂລຍຢ້ຽມ
ຢາມຈີນເປັນຄັ້ງທຳອິດໃນປະມານ 40 ກວ່າປີມານີ້.