ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-09 16:22:48    
ສະພາບຫຍໍ້ຂອງປະເທດຮຸງກາລີ

cri

ຊ່ືປະເທດ:ສາທາລະນະລັດຮຸງກາລີ

ວັນເປັນເອກະລາດ: ວັນທີ 16 ພະຈິກ(ປີ 1918)

ວັນຊາດ: ວັນທີ 20 ສິງຫາ(ປີ 1949)

ທຸງຊາດ:ເປັນສ່ີຫລ່ຽມຍາວ,ມາດຕາສ່ວນລວງຍາວກັບລວງກວ້າງແມ່ນ 3 ຕໍ່ 2.ແຕ່
ເທີງລົງລຸ່ມປະກອບດ້ວຍຮູບສ່ີຫລ່ຽມຍາວທາງຂວາງສາມແຜ່ນຄືສີແດງ ສີຂາວແລະ
ສີຂຽວ.ສີແດງເປັນສັນຍາລັກໃຫ້ແກ່ເລືອດຂອງຜູ່ຮັກຊາດ,ທັງເປັນສັນຍາລັກໃຫ້ແກ່
ເອກະລາດແລະອະທິປະໄຕແຫ່ງຊາດ;ສີຂາວເປັນສັນຍາລັກໃຫ້ແກ່ສັນຕິພາບ,ເປັນ
ຕົວແທນແຫ່ງຄວາມປາຖະໜາອັນດີງາມຂອງປະຊາຊົນທ່ີສະແຫວງຫາອິດສະລະ
ພາບແລະຄວາມສະຫວ່າງສະໄຫວ;ສີຂຽວເປັນສັນຍາລັກແຫ່ງຄວາມຈະເລີນຮຸ່ງ
ເຮືອງຂອງຮຸງກາລີ,ເປັນສັນຍາລັກແຫ່ງຄວາມໝັ້ນໃຈແລະຄວາມຫວັງຕໍ່ອະນາຄົດ
ຂອງປະຊາຊົນ.

ກາໝາຍຊາດ:ເປັນຮູບເຂນ.ໜ້າເຂນມີເສັ້ນຜ່າກາງແບ່ງອອກເປັນສອງສ່ວນ: ທາງ
ຊ້າຍເປັນເສັ້ນຂະໜານກວ້າງສີແດງກັບສີຂາວສັບກັນ;ທາງລຸ່ມດ້ານຂວາແມ່ນຈອມ
ພູສີຂຽວ,ຍອດຈອມພູແມ່ນມົງກຸດໜ່ວຍໜ່ຶງ,ຢູ່ເທີງມົງກຸດແມ່ນຮູບກາກະບາດຄູ່ສີ
ຂາວ,ນີ້ແມ່ນເຄ່ືອງໝາຍຂອງບີຊັອບ.ຢູ່ເທີງກາໝາຍຮູບເຂນແມ່ນມົງກຸດໃຫຍ່
ແຊນສະຕີແຟນ,ເທີງມົງກຸດມີໄມ້ກາງເຂນງ່ຽງ, ຕາມເລ່ົາລືກັນວ່າ,ໄມ້ກາງເຂນແມ່ນ
ຖືກຄົນຂີ້ລັກໜີບຈົນງ່ຽງໃນເວລາມົງກຸດຖືກລັກ.

ບຸກຄົນສຳຄັນທາງການເມືອງຂອງລັດ: ທ່ານປະທານາທິບໍດີ Madl Ference ໄດ້ຮັບ
ເລືອກຕັ້ງເມ່ືອເດືອນມິຖຸນາປີ 2000,ເດືອນສິງຫາປີດຽວກັນປະຕິຍານຕົວຂຶ້ນຮັບຕຳ
ແໜ່ງ.ທ່ານນາຍົກລັດຖະມົນຕີMegyessy Peter,ຂຶ້ນຮັບຕຳແໜ່ງເມ່ືອເດືອນເມສາປີ
2002.

ພູມສາດທຳມະຊາດ: ມີເນື້ອທ່ີ 9 ໝ່ືນ 3030 ຕາລາງກິໂລແມັດ.ເປັນປະເທດບໍ່ມີ
ທາງອອກສູ່ທະເລຢູ່ພາກກາງເອີລົບ,ທິດຕາເວັນອອກແປະກັບລູມານີ ອຸຍກະແລນ,
ທິດໃຕ້ຕິດກັບສະໂລເວນີ ໂກຼອາຊີພ້ອມດ້ວຍແຊກບີແລະມົງເຕເນໂກຼແຫ່ງຢູໂກສະ
ລາວີ,ທິດຕາເວັນຕົກແປະກັບໂອດຼິດ,ທິດເໜືອຕໍ່ແດນກັບສະໂລວັກ,ມີດິນຟ້າອາກາດ
ປ່າໄມ້ໃບໃຫຍ່ແຖບອຸ່ນກາງທະວີບ,ອຸນຫະພຸມສະເລ່ຍຕໍ່ປີຢູ່ລະຫວ່າງ 11 ອົງສາ
ເຊນຊຽດ.

ປະຊາກອນ: 10 ລ້ານ 1 ແສນ 7 ໝ່ືນ 5 ພັນຄົນ(ວັນທີ 1 ມັງກອນປີ 2002).
ຊົນເຜົ່າຕົ້ນຕໍແມ່ນເຜົ່າມໍຢໍ(ເຜ່ົາຮຸງກາລີ),ກວມປະມານ 98%.ຊົນເຜົ່າສ່ວນໜ້ອຍ
ມີເຜົ່າສະໂລວັກ ເຜົ່າລູມານີ ໂກອາຊີ ເຜົ່າແຊກບີ ເຜົ່າສະໂລເວນີ ເຜົ່າເຢຍລະ
ມັນແລະເຜົ່າຢິບຊີເປັນຕົ້ນ.ພາສາທາງການແມ່ນພາສາຮຸງກາລີ.ພົນລະເມືອງຕົ້ນຕໍ
ເຊ່ືອຖືສາສະໜາໂລມັງກະໂຕລິກ ກວມ 66,2%ແລະສາສະໜາຄຼິສຕຽນກວມ
17,9%.

ນະຄອນຫລວງ: ບຸຍດາເປັສ,ມີປະຊາກອນ 1 ລ້ານ 7 ແສນ 4 ໝ່ືນ 5 ພັນຄົນ
(ວັນທີ 1 ມັງກອນປີ 2002).

ການແບ່ງເຂດບໍລິຫານ: ທ່ົວປະເທດແບ່ງອອກເປັນນະຄອນຫລວງແລະ 19 ລັດ,
ມີ 23 ນະຄອນຂັ້ນລັດ,ແຕ່ຂັ້ນລັດລົງລຸ່ມແມ່ນເມືອງແລະຕາແສງ.

ການເມືອງ: ເດືອນຕຸລາປີ 1989,ລັດຖະສະພາຮຸງກາລີໄດ້ຜ່ານລັດຖະທຳມະນູນ
ສະບັບດັດແກ້,ໄດ້ດັດແກ້ໃນດ້ານຫລັກການອັນສຳຄັນຕໍ່ລັດຖະທຳມະນູນ.ຕົກລົງ
ຍົກເລີກຄະນະປະທານສາທາລະນະລັດທ່ີເປັນປະມຸກລັດໝູ່ຄະນະ,ປະຕິບັດລະ
ບອບປະ ທານາທິບໍດີ,ຕັ້ງລະບອບປະຊາທິປະໄຕລັດຖະສະພາຫລາຍພັກແລະ
ເສດຖະກິດຕະຫລາດ,ໃນອົງການລັດປະຕິບັດຫລັກການແບ່ງອຳນາດ,ຍົກເລີກ
ຂ້ໍກຳນົດກ່ຽວກັບບົດບາດນຳພາຂອງພັກການເມືອງລັດທິມາກເລນີນໃນອົງການ
ລັດ.ລັດຖະສະພາແມ່ນອົງການນິຕິບັນຍັດແລະອົງການອຳນາດສູງສຸດຂອງລັດ,
ລວມມີ 386 ທ່ີນ່ັງ,ສ່ີປີໃດຈັດການເລືອກຕັ້ງເທ່ືອໜ່ຶງ.

ເສດຖະກິດ: ຊັບພະຍາກອນທຳມະຊາດອ່າວຂາດເຂີນ,ຊັບພະຍາກອນແຮ່ຕົ້ນຕ
ໍມີບົກຊິດ,ປະລິມານສະສົມເປັນທີສາມຢູ່ເອີລົບ.ນອກນີ້ຍັງມີຖ່ານຫີນອ່ອນ ນຳ້ມັນ
ເຊື້ອໄຟ ອາຍແກັສທຳມະຊາດ ອຸຍລານຽມ ເຫັຼກແລະມັງກາແນເປັນຕົ້ນໃນປະ
ລິມານໜ້ອຍ.ອັດຕາປ່າໄມ້ປົກຫຸ້ມແມ່ນ 18,1%.

ການຕ່າງປະເທດ: ປະຕິບັດນະໂຍບາຍການຕ່າງປະເທດທ່ີເປັນອິດສະລະແລະ
ຖືຜົນປະໂຫຍດຊົນຊາດເປັນພື້ນຖານ.ໃນຂະນະຮັກສາການພົວພັນການທູດຮັກ
ສາຄວາມກ້ຳເກ່ີງກັນລະຫວ່າງຝ່າຍຕາເວັນອອກກັບຝ່າຍຕາເວັນ,ຍາດແຍ່ງກັບ
ຄືນສູ່ເອີລົບ,ເຂົ້າເປັນສະມາຊິກສະຫະພາບເອີລົບໂດຍໄວ.ວັນທີ 12 ມີນາປີ
1999,ຮຸງກາລີໄດ້ເຂົ້າເປັນສະມາຊິກກຸ່ມນາໂຕຢ່າງເປັນທາງການ.ວັນທີ 1 ພຶດ
ສະພາປີ 2004,ຮຸງກາລີກາຍເປັນປະເທດສະມາຊິກສະຫະພາບເອີລົບຢ່າງເປັນ
ທາງການ.

ການພົວພັນກັບຈີນ: ວັນທີ 6 ຕຸລາປີ 1949,ຮຸງກາລີໄດ້ສ້າງສາຍສຳພັນການທູດ
ຂັ້ນເອກອັກຄະລັດຖະທູດກັບຈີນ.ເດືອນສິງຫາປີ 2003,ທ່ານMegyessy Peter

ນາຍົກລັດຖະມົນຕີຮຸງກາລີໄດ້ຢ້ຽມຢາມຈີນຢ່າງເປັນທາງການ,ສອງຝ່າຍໄດ້ເຊັນ
ຖະແຫລງການຮ່ວມລະຫວ່າງລັດຖະບານສາທາລະນະລັດປະຊາຊົນຈີນກັບລັດຖະ
ບານສາທາລະນະລັດຮຸງກາລີ.