ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-09 17:43:52    
ເຄິ່ງສະຕະວັດມານີ້ການພົວພັນລະຫວ່າງຈີນກັບໂປໂລຍພັດ
ທະນາຢ່າງໜັກແໜ້ນ

cri

ແຕ່ວັນທີ8ຮອດວັນທີ10ມິຖຸນາ,ທ່ານຫູຈິນທາວປະທານປະເທດຈີນຈະຢ້ຽມຢາມ
ໂປໂລຍທາງລັດຖະກິດ.ນີ້ແມ່ນປະທານປະເທດຈີນຢ້ຽມຢາມໂປໂລຍເປັນຄັ້ງທຳ
ອິດແຕ່ຈີນໂປໂລຍສ້າງສາຍສຳພັນທາງການທູດ55ປີມານີ້,ເປັນເລື່ອງໃຫຍ່ທີ່ມີ
ຄວາມໝາຍຫຼັກໝາຍທາງໃນປະຫວັດການພົວພັນຈີນໂປໂລຍ.

ລະຫວ່າງສອງປະເທດຈີນໂປໂລຍມີມິດຕະພາບອັນເປັນມູນເຊື້ອຢ່າງເລິກເຊິ່ງ.ໂປໂລຍແມ່ນປະເທດໜຶ່ງທີ່ຮັບຮອງສາທາລະນະລັດປະຊາຊົນຈີນກ່ອນໝູ່.
ສອງປະເທດໄດ້ສ້າງສາຍສຳພັນການທູດຂັ້ນເອກອັກຄະລັດຖະທູດໃນວັນທີ7
ຕຸລາປີ1949.ໃນຊຸມປີ50ສະຕະວັດແລ້ວນີ້,ຜູ່ນຳຈີນເຊັ່ນທ່ານໂຈ່ວເອິນລາຍ,
ທ່ານຈູເຕີ,ທ່ານເຜິງເຕີຫວຍ,ທ່ານເຮີລົງເປັນຕົ້ນໄດ້ຢ້ຽມຢາມໂປໂລຍເປັນລຳ
ດັບ.ຜູ່ນຳໂປໂລຍໃນຄາວນັ້ນເຊັ່ນທ່ານເບລຸດແລະທ່ານອື່ນໆກໍເຄີຍຢ້ຽມຢາມ
ຈີນ.ຈົນຮອດສູ່ມື້ນີ້,ປະຊາຊົນຈີນຍັງຈື່ໄດ້ວ່າ,ສົງຄາມຕ້ານອາເມລິກາຊ່ວຍເກົາ
ຫຼີທີ່ລຳບາກກາກກຳທີ່ປະເທດຈີນໃໝ່ດຳເນີນນັ້ນກໍໄດ້ຮັບການສະໜັບສະໜູນ
ຈາກປະຊາຊົນໂປໂລຍ.ປະຊາຊົນໂປໂລຍກໍບໍ່ເຄີຍລືມວ່າ,ໃນເວລາອະດີດສະ
ຫະພາບໂຊວຽດຈະສົ່ງທະຫານໄປແຊກແຊງວຽກງານພາຍໃນຂອງໂປໂລຍ
ເມື່ອປີ1956,ຈີນໄດ້ສະແດງຄວາມຄັດຄ້າຢ່າງແຈ່ມແຈ້ງ,ມີເຈດຈຳນົງຢ່າງເດັດ
ດ່ຽວໃຫ້ໂປໂລຍເດີນຕາມເສັ້ນທາງຕັ້ງຕົວເປັນເອກະລາດເປັນເຈົ້າຕົນເອງ.

ແຕ່ທ້າຍຊຸມປີ50ສະຕະວັດແລ້ວນີ້ເປັນຕົ້ນມາ,ຄຽງຄູ່ກັບການພົວພັນລະຫວ່າງ
ຈີນໂຊວຽດຫັນປ່ຽນໄປທາງກົງກັນຂ້າມນັ້ນ.ການພົວພັນຈີນໂປໂລຍກໍນັບມື້ນັບ
ເຫີນຫ່າງຈາກກັນ,ແຕ່ໂປໂລຍຍັງຄົງຍຶດໝັ້ນຄັດຄ້ານສອງປະເທດຈີນ,ສະໜັບ
ສະໜູນການຟື້ນຟູທີ່ນັ່ງຊອບກົດໝາຍຂອງຈີນຢູ່ໃນສະຫະປະຊາຊາດ.ສ່ວນຈີນ
ໄດ້ສະໜັບສະໜູນໂປໂລຍປົກປັກຮັກສາອະທິປະໄຕດິນແດນ,ຄັດຄ້ານດັດແປງ
ເສັ້ນຊາຍແດນຫຼັງສົງຄາມໂລກຄັ້ງທີສອງ.ໃນເຄິ່ງຕົ້ນຊຸມປີ80ສະຕະວັດແລ້ວນີ້,
ເສດຖະກິດຂອງໂປໂລຍໄດ້ຊຸດຮ້າຍລົງ,ຈີນເຄີຍສະໜອງສິນຄ້າໃຫ້ໂປໂລຍ
ສາມເທື່ອດ້ວຍຮູບການເງິນກູ້ບໍ່ມີດອກເບ້ັຍໄລຍະຍາວນານແລະເງິນກູ້ດອກເບັ້ຍ
ຕຳ່,ໄດ້ໃຫ້ການຊ່ວຍເຫຼືອແກ່ໂປໂລຍຢ່າງທັນການແລະແຂງແຮງ.

ພາຍຫຼັງປີ1989,ໂຄງປະກອບການເມືອງຂອງໂປໂລຍໄດ້ປ່ຽນແປງຢ່າງໃຫຍ່
ຫຼວງ,ຈີນຍຶດໝັ້ນບໍ່ຖືສາຄວາມແຕກຕ່າງກັນທາງດ້ານລະບອບສັງຄົມ,ຮູບຖານ
ຈິດສຳນຶກແລະທັດສະນະຄຸນຄ່າ,ເຮັດໃຫ້ການພົວພັນລະຫວ່າງສອງປະເທດໄດ້
ຂະຫຍາຍຕົວຢ່າງໜັກແໜ້ນ.ປີ1993,ສອງປະເທດໄດ້ເຊັນສັນຍາການພົວພັນ
ເສດຖະກິດການຄ້າສະບັບໃໝ່.ປີ1996,ທ່ານລີຢຸຍຫວນ ປະທານສະພາປຶກສາ
ການເມືອງແຫ່ງຊາດຈີນໄດ້ໄປຢ້ຽມຢາມໂປໂລຍ,ປີ1997,ທ່ານຄະວາສເນັບສະ
ກີປະທານາທິບໍດີໂປໂລຍໄດ້ຢ້ຽມຢາມຈີນທາງລັດຖະກິດ,ນີ້ແມ່ນປະມຸກລັດໂປ
ໂລຍຢ້ຽມຢາມຈີນຢ່າງເປັນທາງການເປັນຄັ້ງທຳອິດແຕ່ຈີນໂປໂລຍສ້າງສາຍສຳ
ພັນການທູດມານີ້.ທັງນີ້ລ້ວນແຕ່ໄດ້ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການຂະ
ຫຍາຍການພົວພັນສອງປະເທດໃນໄລຍະຕໍ່ມາ.

ການພົວພັນສອງຕໍ່ສອງລະຫວ່າງຈີນກັບໂປໂລຍໃນສະຕະວັດໃໝ່ໄດ້ປະກົດມີ
ທ່ວງທ່າຕັ້ງໜ້າທີ່ກ້າວຂຶ້ນສູ່ລະດັບໃໝ່,ໄດ້ສະແດງໃຫ້ເຫັນຈຸດພິເສດໃໝ່.ກ່ອນ
ອື່ນ,ສອງປະເທດໄດ້ມີຄວາມຮັບຮູ້ຄືກັນຢ່າງກວ້າງຂວາງໃນຫຼາຍຂົງເຂດ,ຕ່າງຖື
ຝ່າຍກົງກັນຂ້າມເປັນໝູ່ຄູ່ຮ່ວມມື.ຈີນສຸດທິເອົາໃຈໃສ່ນຳຜົນສະທ້ອນອັນສຳຄັນ
ຂອງໂປໂລຍຢູ່ພາກພື້ນເອີລົບກາງແລະເອີລົບຕາເວັນອອກ.ຖືໂປໂລຍເປັນໝູ່ຄູ່
ຮ່ວມມືທີ່ສຳຄັນໃນພາກພື້ນດ່ັງກ່າວ.ຜູ່ນຳໂປໂລຍກໍໄດ້ກ່າວເນັ້ນຫຼາຍເທື່ອວ່າ,
ຈີນແມ່ນໝູ່ຄູ່ສຳຄັນກວ່າໝູ່ຂອງໂປໂລຍຢູ່ອາຊີ,ສະໜັບສະໜູນຫຼັກໝັ້ນຂອງລັດ
ຖະບານຈີນໃນບັນຫາໄຕ້ຫວັນແລະຕິເບດ.

ສອງ,ສອງປະເທດໄດ້ສ້າງກົນໄກສົນທະນາກັນຢ່າງບັງເກີດຜົນ.ຝ່າຍທາງການ
ຂອງສອງຝ່າຍໄດ້ຢ້ຽມຢາມກັນເລື້ອຍໆ,ການສົນທະນາແລະຮ່ວມມືກັນກໍຫ້າວ
ຫັນຫຼາຍ.ບໍ່ວ່າຢູ່ເທິງເວທີສາກົນກໍຄືໃນການພົວພັນສອງຕໍ່ສອງ,ສອງປະເທດຈີນ
ໂປໂລຍລ້ວນແຕ່ມີຄວາມປະສົງຮ່ວມກັນໃນດ້ານສືບຕໍ່ເພີ່ມທະວີການໄປມາຫາ
ສູ່ກັນ,ແລະລົງເລິກການຮ່ວມມື.ໃນນັ້ນ,ເລື່ອງທີ່ເປັນໜ້າເອີ່ຍເຖິງນັ້ນແມ່ນ,ປີ
2003,ທ່ານຫູຈິນທາວປະທານປະເທດຈີນແລະທ່ານຄະວາສເນັບສະກີປະທານາ ທິບໍດີໂປໂລຍໄດ້ຈັດການພົບປະກັນຢູ່ແຊງເປີເຕີບວກອັນໄດ້ເພີ່ມພະລັງຊີວິດໃໝ່
ໃຫ້ແກ່ການຂະຫຍາຍການພົວພັນສອງຕໍ່ສອງ.

ນອກນີ້,ການຮ່ວມມືລະຫວ່າງສອງປະເທດຈີນໂປໂລຍໃນຂົງເຂດຕ່າງໆເຊັ່ນ
ເສດຖະກິດການຄ້າ,ວິທະຍາສາດເຕັກນິກ,ວັດທະນະທຳ,ການທະຫານ,ການ
ສຶກສາແລະກິລາເປັນຕົ້ນກໍໄດ້ຮັບໝາກຜົນດຸດົມສົມບູນ.ໃນຫຼາຍປີມານີ້,ໂປໂລຍ ແມ່ນປະເທດໜື່ງທີ່ເປັນໝູ່ຄູ່ການຄ້າທີ່ໃຫຍ່ກວ່າໝູ່ຂອງຈີນໃນພາກພື້ນເອີລົບ
ກາງແລະເອີລົບຕາເວັນອອກຕະຫຼອດມາ.ປີ2003,ມູນຄ່າການຄ້າລະຫວ່າງສອງ
ປະເທດເກືອບບັນລຸ2ຕື້ໂດລາສະຫະລັດ,ການຮ່ວມມືດ້ານເສດຖະກິດການຄ້າລະ
ຫວ່າງຈີນໂປໂລຍມີອະນາຄົດອັນກວງໄກ.ປີ2003,ຄະນະຜູ່ແທນສິນລະປະຄົນ
ພິການຂອງຈີນໄດ້ໄປຢ້ຽມຢາມສະແດງຢູ່ໂປໂລຍຕາມຄຳເຊີນຂອງພັນລະຍາ
ຂອງທ່ານຄະວາສເນັບສະກີປະທານາທິບໍດີໂປໂລຍແລະທ່ານໂຢລານທາປະ
ທານມູນນິທິແລກປ່ຽນຢ່າງບໍ່ມີອຸປະສັກຂອງອົງການຄົນພິການໂປໂລຍ,ການ
ສະແດງຢ້ຽມຢາມໄດ້ຮັບຜົນສຳເລັດຢ່າງໃຫຍ່ຫຼວງ,ໄດ້ມີສຽງສະທ້ອນຢ່າງຟົດ
ຟື້ນຢູ່ໂປໂລຍ.

ກ່ອນຈະຮອດວັນຈີນໂປໂລຍສ້າງສາຍສຳພັນການທູດຄົບຮອບ55ປີີ,ທ່ານຫູຈິນ
ທາວປະທານປະເທດຈີນຢ້ຽມຢາມໂປໂລຍ,ແມ່ນເຫດການອັນມະໂຫລານໃນ
ປະຫວັດການພົວພັນຈີນໂປໂລຍ.ຄົນທັງຫຼາຍມີເຫດຜົນເຊື່ອວ່າ,ການຢ້ຽມຢາມ
ເທື່ອນີ້ຍ່ອນຈະຊຸກຍູ້ໃຫ້ການພົວພັນລະຫວ່າງສອງປະເທດຂະຫຍາຍຕົວຕື່ມອີກ.