ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-10 17:23:30    
ພະຍາດຊືມເຊີ້ຜູ່ເຖົ້າ(ສຽງ)

cri

                           

ຫຼາຍມື້ກ່ອນ,ທ່ານລີແກນ ອະດີດປະທານາທິບໍດີອາເມລິກາທີ່ເປັນໂລກຊືມເຊີ້ຂອງຜູ່
ເຖົ້າ,ແລະປົວມາຈົນ 10 ປີແລ້ວນັ້ນ,ໄດ້ລາໂລກໄປ. ລວມອາຍຸໄດ້ 93 ປີ,ຕາມການ
ຄົ້ນຄວ້າທີ່ກ່ຽວຂ້ອງບອກໃຫ້ຮູ້ວ່າ,ແມ່ຍິງຖ້າເປັນໂລກຊືມເຊີ້ໃນໄວຊະລາ,ສະເລ່ຍ
ແລ້ວຢຸ່ໄດ້ອີກແຕ່5,7 ປີ,ແຕ່ຜູ່ຊາຍຖ້າເປັນໂລກນີ້ຢູ່ໄດ້ອີກແຕ່ 2,4 ປີ,ທ່ານລີແກນຢູ່
ໄດ້ຍືນປານນີ້ແມ່ນຕ້ອງໄດ້ຮັບການປ່ິນປົວຢ່າງທັນການແລະຄອບຄົວເບ່ິງແຍງຢ່າງ
ຮອບຄອບ,ຕໍ່ໄປພວກເຮົາມາລລົມເລື່ອງປ້ອງກັນໂລກຊືມເຊີ້ຂອງຜູ່ເຖົ້າແນວໃດ.

ໂລກຊືມເຊີ້ຂອງຜູ່ເຖົ້າບໍ່ຄືພະຍາດແນວອື່ນ,ມີອາການພພິເສດສະແດງອອກມາໃຫ້
ເຫັນແຕ່ຫາກແມ່ນນັບມື້ຄ່ອຍໆເປັນແຮງຂຶ້ນໃນໄລຍະຫຼາຍປີ,ສະນັ້ນ,ຜູ່ເປັນລູກເຕົ້າ
ຈ່ິງຕ້ອງເອົາໃຈໃສ່ສັງເກດຊີວິດປະຈຳວັນຂອງຜູ່ເຖົ້າເລື້ອຍໆເພື່ອປະກົດເຫັນການ
ປ່ຽນແປງຜິດປົກກະຕິຂອງອາການ.

ທີ່ຈິງແລ້ວ,ອາການໂລກຊື້ເຊີ້ຂອງຜູ່ເຖົ້າກໍມີຢູ່ບໍ່ຫນ້ອຍ,ເຊ່ັນ:ຄວາມຊົງຈຳເລື່ອມລົງ,
ຄວາມສາມາດຄຶດເລກອ່ອນລົງ,ຫົວຄຶດຊ້າລົງ:ນີໃສໃຈຄໍແລະອາລົມກໍປ່ຽນ, ມັກຫຼົງ
ທິດ ເບ່ິງແຍງຕົນເອງບໍ່ໄດ້.

ໂລກຊືມເຊີ້ຂອງຜູ່ເຖົ້າ,ບາງທີກໍກ່ຽວພັນກັບກຳມະພັນ,ຊາວຫນຸມກໍເຜີບໍ່ໄດ້,ຕ້ອງລະ
ວັງສູ່ກິກີໃນຊີວິດປະຈຳວັນ,ຫມ່ັນໃຊ້ສະຫມອງ,ປ້ອງກັນບໍ່ໃຫ້ຫຫົວຖືກບາດເຈັບແລະ
ສະຫມອງຂາກອົກຊີແຊນ,ເພ່ືອປ້ອງກັນບໍ່ໃຫ້ເປັນພະຍາດພາຍຫນ້າ.

ພະຍາດຫຫຍັງກໍປ້ອງກັນໄດ້ທັງນັ້ນ,ໃນຊີວິດປະຈຳວັນ,ເພື່ອນຜູ່ອາຍຸແກ່ແດ່,ຖ້າຈ່ືຈຳ
ຄຳເຕືອນ 10 ຂ້ໍດ່ັງລຸ່ມນີ້,ອາດຈະມີປະໂຫຍດຕໍ່ທ່ານເພື່ອປ້ອງກັນໂລກຊືມເຊີ້.ຄື:

1 ກິນອາຫານໃຫ້ສະຫມຳ່ສະເຫມີ,ຢ່າກິນເຄັມຫຼາຍແລະຢ່າກິນຊີ້ນມັນຫຼາຍເກີນໄປ,
ໃນອາຫານແຕ່ລະມື້ມີເກືອ 10 ກຼາມຫຼືຫນ້ອຍກວ່ານີ້ກໍພໍແລ້ວ,ຕ້ອງກິນຢ່າງສະຫມ່ຳ
ສະເຫມີ.

2 ຫັດກາຍບໍດ້າມພໍດີ,ຮັກສາໃຫ້ແອວແລະຕີນແຂງແຮງ,ການເຫນັງຕີງຂອງມືກໍສຳຄັນ
ທີ່ສຸດ,ຊອກເຮັດເຄື່ອງທທີ່ຕ້ອງໃຊ້ມືອ່າວສັບສົນແລະລະອຽດ,ຈະຊ່ອຍໃຫ້ສະຫມອງ
ໄວເຂົ້າ,ແຕ່ງຢູ່ແຕ່ງກິນ,ຂຽນຫນັງສື ເສບເຄື່ອງດົນຕີແລະແຕ້ມຮູບລ້ວນແຕ່ມີຜົນດີຕໍ່
ການປ້ອງກັນບໍ່ໃຫ້ເປັນໂລກຊືມເຊີ້

3 ຢ່າດື່ມເຫຼົ້າແລະສູບຢາຫຼາຍ,ຊີວິດການເປັນຢູ່ຕ້ອງມີລະບຽບ,ກິນເຫຼົ້າຫຼາຍ,ຈະພາ
ໃຫ້ຕັບເປັນພະຍາດ,ເຮັດໃຫສະຫມອງຜິດປົກກະຕິ ຜູ່ທີ່ກິນເຫຼົ້າມື້ລະ 0,3 ລິດຂຶ້ນໄ
ປຈະເປັນໂລກຊືມເຊີ້,ງ່າຍກວ່າຄົນທຳມະດາ,ສູບຢາບໍ່ພຽງແຕ່ຈະພາໃຫ້ເປັນພະຍາດ
ຊຶມເຊີ້ຍ້ອນສາຍເລືອດສະຫມອງແລະກໍແມ່ນສາຍເຫດສຳຄັນທີ່ພາໃຫ້ເປັນພະຍາດ
ອັນຕະລາຍຫຼາຍຢ່າງເຊ່ັນ:ຫົວໃຈວາຍເປັນຕົ້ນ.

4 ປ້ອງກັນພະຍາດທທີ່ເປັນຍ້ອນຄວາມຊິນເຄີຍດ້ານຊີວິດການເປັນຢູ່ເຊ່ັນ:ສາຍເລືອດ
ແດງດ້ານ,ຄວາມດັນເລືອດສູງ ແລະອ້ວນພິເປັນຕົ້ນ,ຖ້າເປັນພະຍາດເຫຼ່ົານີ້,ຕ້ອງຂ້ຽວ
ປົວໂດຍໄວ.

5 ລະວັງຢ່າໃຫ້ລົ້ມ,ຖ້າລົ້າຫົວຟຸບລົງຈະພາໃຫ້ເປັນໂລກຊືມເຊີ້,ຖ້າຈຳເປັນ,ອາຍຸແກ່
ຕ້ອງຖືໄມ້ຄ້ອນເທົ້າ..

6 ຕ້ອງມີຄວາມສົນໃຈແລະຄວາແປກໃຈນຳເລື່ອງທີ່ເກີດຂຶ້ນຢູ່ອ້ອມຂ້າງເພາະມັນຈະ
ຊ່ອຍໃຫ້ເພ່ີມຄວາມເອົາໃຈໃສ່,ປ້ອງກັນບໍ່ໃຫ້ຄວາມຊົງຈຳເສື່ອມ,ຜູ່ອາຍຸແກ່ຄວນເຮັດ
ເລື່ອງທີ່ຕົນມັກໃຫ້ຫຼາຍ,ເຂົ້າຮ່ວມການເຄື່ອນໄຫວສັງຄົມຈະເສີມເສັ້ນປະສາດໃນສະ
ຫມອງໃຫ້ແຂງແຮງ.

7 ຕ້ອງໃຊ້ສະຫມອງເລື້ອຍໆ,ປ້ອງກັນບໍ່ໃຫ້ສະຫມອງເສື່ອມ,ໃນເວລາເບ່ິງໂທລະ
ພາບ,ຖ້າເບ່ິງໄປນຳເວົ້າຄວາມຮູ້ສຶກຂອງຕົນໄປນຳກໍແມ່ນວິທີໃຊ້ສະຫມອງໃຫ້ສະ
ຫມອງໄວ.ເມື່ອອ່ານປື້ມແລ້ວກໍຂຽນຄວາມຮູ້ສຶກໄວ້,ຫຼິ້ນຫມາກລລຸກ,ຂຽນບັນທຶກປະ
ຈຳວັນຂຽນຈົດຫມາຍເປັນຕົ້ນລ້ວນແຕ່ແມ່ນວິທີເຝິກສະຫມອງແບບງ່າຍໆທັງໄດ້ຜົນ
ດີ.

8 ເອົາໃຈໃສ່ນຳຜູ່ອື່ນທຸກເວລາ,ຮັກສາມະນຸດສຳພັນອັນດີງາມ

9 ຮັກສາຈິດໃຈໃຫ້ຫຫນຸ່ມນ້ອຍ

10 ຫຼີກເວັ້ນຄວາມທຸກອຸກອ່ັງ,ຢ່າມີອາລົມຫຍໍ້ທທໍ້ແລະຈ່ົມອຸກໃຈເລື້ອຍໆ,ຄວນຮັກສາ
ຈິດໃຈໃຫ້ເບີກບານມ່ວນຊື່ນຢູ່ຕະຫຼອດ.