ໂດຍຕອບສະໜອງຄຳເຊີນຂອງທ່ານມາເດີນ ເຟີເລິນສ໌ ປະທານາທິບໍດີຮຸງກາລີ, ທ່ານຫູຈິນທາວ ປະທານປະເທດຈີນໄດ້ໄປຢ້ຽມຢາມຮຸງກາລີທາງລັດຖະກິດ.ນີ້ ແມ່ນເຫດການໃຫຍ່ອີກເຫດການໜ່ຶງໃນປະຫວັດການພົວພັນລະຫວ່າງສອງປະ ເທດຈີນຮຸງກາລີຖັດຈາກທ່ານເກິນສ໌ອະດີດປະທານາທິບໍດີຮຸງກາລີແລະທ່ານປະ ທານຈຽງເຈີໝິນໄດ້ຢ້ຽມຢາມກັນເມ່ືອປີ 1994 ແລະປີ 1995.ທ່ານຈູຈູ່ໂຊ້ວ ເອກ ອັກຄະລັດຖະທູດຈີນປະຈຳຮຸງກາລີກ່າວວ່າ,ປີນີ້ພໍດີແມ່ນຈີນຮຸງກາລີສ້າງສາຍສຳ ພັນການທູດຄົບຮອບ 55 ປີ,ແລະກໍ່ແມ່ນຮຸງກາລີເຂົ້າເປັນສະມາຊິກສະຫະພາບ ເອີລົບເປັນປີທຳອິດ,ທ່ານປະທານຫູຈິນທາວໄປຢ້ຽມຢາມເທ່ືອນີ້ຍ່ອມຈະຊຸກຍູ້ ການພົວພັນລະຫວ່າງຈີນຮຸງກາລີແລະການພົວພັນລະຫວ່າງຈີນເອີລົບຂະຫຍາຍ ຕົວຕ່ືມອີກ,ແລະຊຸກຍູ້ການຮ່ວມມືກັນລະຫວ່າງສອງຝ່າຍໃນຂົງເຂດຕ່າງໆຢ່າງ ແຂງແຮງ.
ໃນຫລາຍປີມານີ້,ການໄປມາຫາສູ່ກັນລະຫວ່າງຜູ່ນຳຊັ້ນສູງຂອງສອງປະເທດຈີນ ຮຸງກາລີນັບມື້ນັບຄຶກຄັກ,ຄະນະຜູ່ແທນຂັ້ນສູງໄປມາຫາສູ່ກັນຢ່າງບໍ່ຢຸດຢັ້ງ.ເດືອນ ສິງຫາປີ 2003,ພາຍຫລັງໄດ້ຫ່າງກັນ 44 ປີແລ້ວ,ນາຍົກລັດຖະມົນຕີຮຸງກາລີໄດ້ ມາຢ້ຽມ ຢາມຈີນເປັນຄັ້ງທຳອິດ,ຜູ່ນຳສອງປະເທດໄດ້ກ້າວເຖິງຂັ້ນມີຄວາມຮັບຮູ້ ູ້ຄືກັນຢ່າງກວ້າງຂວາງ.ທ່ານນາຍົກລັດຖະມົນຕີເມັດເຈຊີແລະທ່ານນາຍົກລັດຖະ ມົນ ຕີເວ່ີນເຈຍປ່າວໄດ້ລົງນາມໃນຖະແຫລງການຮ່ວມລະຫວ່າງສອງປະເທດ,ຕົກລົງຈີນຮຸງກາລະຈະສ້າງການພົວພັນໝູ່ຄູ່ລັກສະນະສ້າງສັນທ່ີອວ່າຍໜ້າໄປ ສູ່ສະຕະ ວັດທີ 21.ພາຍຫລັງສິ້ນສຸດການຢ້ຽມຢາມແລະກັບຄືນປະເທດແລ້ວ,ທ່ານເມັດເຈຊີໄດ້ແຕ່ງຕັ້ງຂ້າຫລວງໃຫຍ່ຂອງລັດຖະບານທ່ີຮັບຜິດຊອບວຽກງານ ຮ່ວມມືເສດຖະກິດການຄ້າຮຸງກາລີຈີນໂດຍຈຳເພາະ,ຕັ້ງໜ້າຊຸກຍູ້ການພົວພັນສອງ ຝ່າຍໃຫ້ຂະ ຫຍາຍຕົວ.
ຄວາມໄວ້ເນື້ອເຊ່ືອໃຈກັນລະຫວ່າງຈີນຮຸງກາລີໃນຂົງເຂດການເມືອງກໍ່ເພ່ີມທະວີ ຂຶ້ນຢ່າງບໍ່ຢຸດຢັ້ງ.ສອງຝ່າຍໄດ້ແລກປ່ຽນຄວາມເຫັນກັນກ່ຽວກັບການພົວພັນລະ ຫວ່າງສອງປະເທດແລະບັນຫາສາກົນພ້ອມດ້ວຍພາກພື້ນທ່ີສົນໃຈນຳກັນ,ທັງໄດ້ ້ສ້າງກົນໄກສົນທະນາສິດທິມະນຸດແລະກົນໄກປຶກສາຫາລືການຄວບຄຸມກຳລັງລົບ ລະຫວ່າງສອງປະເທດ.ລັດຖະບານຮຸງກາລີປະຕິບັດນະໂຍບາຍປະເທດຈີນດຽວ,ເຂົ້າໃຈແລະສະໜັບສະໜູນຫລັກໝັ້ນຂອງຝ່າຍຈີນໃນບັນຫາໄຕ້ຫວັນແລະຕິເບດ ເປັນຕົ້ນ,ສະໜັບສະໜູນພາລະກິດອັນຍ່ິງໃຫຍ່ໂຮມເຂົ້າເປັນເອກະພາບກັນຂອງຈີນ. ຈີນເຄົາລົບຮຸງກາລີເລືອກເອົາເສັ້ນທາງພັດທະນາຕາມສະພາບແຫ່ງຊາດຂອງປະ ເທດຕົນພ້ອມດ້ວຍຄວາມພະຍາຍາມເຊ່ືອມໂຍງເຂົ້າເອີລົບ,ເຫັນວ່າ ພາຍຫລັງຮຸງ ກາລີເຂົ້າເປັນສະມາຊິກຂອງສະຫະພາບເອີລົບແລ້ວ,ຈີນໄດ້ມີເພ່ືອນອີກປະເທດໜ່ຶງ ໃນສະຫະພາບເອີລົບ.
ໃນ 4 ປີທ່ີຜ່ານມາ,ການພົວພັນດ້ານເສດຖະກິດການຄ້າລະຫວ່າງຈີນຮຸງກາລີໄດ້ ພັດທະນາຢ່າງວ່ອງໄວ,ມູນຄ່າການຄ້າລະຫວ່າງສອງປະເທດທ່ີເພ່ີມຂຶ້ນໄດ້ຮັກສາ ຢູ່ລະ ຫວ່າງ 40%ຕໍ່ປີ.ປີ 2003,ມູນຄ່າການຄ້າລະຫວ່າງຈີນຮຸງກາລີໄດ້ບັນລຸ 2 ຕື້ 588 ລ້ານໂດລາສະຫະລັດ,ຈີນແລະຮຸງກາລີໄດ້ກາຍເປັນໝູ່ຄູ່ການຄ້າທ່ີໃຫຍ່ ກວ່າໝູ່ຂອງຝ່າຍກົງກັນຂ້າມຢູ່ໃນພາກພື້ນຂອງໃຜລາວແລ້ວ.ຈີນລົງທຶນຢູ່ຮຸງກາລີ ກໍ່ເພ່ີມຂຶ້ນຢ່າງເດັ່ນຊັດ.ເດືອນກຸມພາປີ 2003,ທະນາຄານຈີນສາຂາຮຸງກາລີໄດ້ເປີດ ທຸລະກິດເປັນທາງການ,ນີ້ແມ່ນສາຂາທຳອິດຂອງທະນາຄານຈີນຢູ່ພາກພື້ນເອີລົບ ກາງແລະເອີລົບຕາເວັນອອກ.ເດືອນພະຈິກປີ 2003,ສອງຄະນະຜູ່ແທນນັກທຸລະ ກິດຂະໜາດໃຫຍ່ຂອງຈີນໄດ້ໄປຢ້ຽມຢາມຮຸງກາລີເປັນລຳດັບ,ໄດ້ຮັບການພົບປະ ຈາກນາຍົກລັດຖະມົນຕີເມັດເຈຊີ.ຕາມສະຖິຕິທ່ີບໍ່ຄົບຖ້ວນ,ບໍລິສັດຈີນທ່ີຈົດທະບຽນ ຢູ່ຮຸງກາລີໃນປະຈຸບັນມີ 20 ກວ່າຫລັງ,ບໍລິສັດເອກະຊົນປະເພດຕ່າງໆທ່ີຊາວຈີນ ອາໄສຢູ່ຮຸງກາລີສ້າງຂຶ້ນນັ້ນມີຫລາຍພັນຫລັງ,ກວມທັງຂົງເຂດການຄ້າ ຮ້ານກິນ ດ່ືມ ການບໍລິການ ອະສັງຫາລິມະຊັບແລະກະສິກຳເປັນຕົ້ນ.ຄຽງຄູ່ກັບຈີນເຂົ້າເປັນ ສະມາຊິກອົງການການຄ້າໂລກແລະຮຸງກາລີເຂົ້າເປັນສະມາຊິກສະຫະພາບເອີລົບ,ການພັດທະນາເສດຖະກິດການຄ້າລະຫວ່າງສອງປະເທດຈະມີອະນາຄົດກວ້າງ ຂວາງກວ່າເກົ່າ.
ການແລກປ່ຽນແລະການຮ່ວມມືລະຫວ່າງຈີນຮຸງກາລີໃນຂົງເຂດວັດທະນະທຳການ ສຶກສາ ວິທະຍາສາດເຕັກນິກເປັນຕົ້ນກໍ່ແໜັ້ນແຟ້ນກວ່າເກົ່າ.ເດືອນເມສາປີ 2004, ທ່ານຊຸນເຈຍເຈີ້ງ ລັດຖະມົນຕີກະຊວງວັດທະນະທຳຈີນໄດ້ນຳພາຄະນະຜູ່ແທນໄປ ຢ້ຽມຢາມຮຸງກາລີ.ໂຮງຮຽນສອງພາສາຈີນຮຸງກາລີຫລັງທຳອິດທ່ີລິເລ່ີມໂດຍທ່ານ ນາຍົກລັດຖະມົນຕີເມັດເຈຊີແລະກະຊວງສຶກສາທິການຂອງສອງປະເທດຮ່ວມມືກັນ ສ້າງນັ້ນໄດ້ສ້າງຕັ້ງຂຶ້ນຢູ່ບຸຍດາເປັສແລ້ວ,ຈະເປີດສອນເປັນທາງການໃນເດືອນກັນ ຍາ,ເດັກນ້ອຍທັງຫລາຍຈະໄດ້ຮັບການສຶກສາພາສາຈີນເປັນແບບແຜນຢູ່ແຫ່ງນີ້. ຄຽງຄູ່ກັບຈີນພັດທະນາຢ່າງວ່ອງໄວ,ຊາວຮຸງກາລີນັບມື້ນັບມີຄວາມສົນໃຈປະເທດ ຈີນຢ່າງເຂັ້ມຂຸ້ນ,ຜູ່ຮຽນພາສາຈີນແລະກັງຟູຂອງຈີນກໍ່ນັບມື້ນັບຫລາຍ.ປີ 2003,ຮຸງກາລີໄດ້ກາຍເປັນປະເທດຈຸດໝາຍປາຍທາງການທ່ອງທ່ຽວແຫ່ງທຳອິດຂອງ ຈີນຢູ່ພາກພື້ນເອີລົບກາງແລະເອີລົບຕາເວັນອອກ.ຄຽງຄູ່ກັບສາຍການບິນໂດຍກົງ ລະຫວ່າງນະຄອນຫລວງຂອງສອງປະເທດຟື້ນຟຸການບິນໃນລະດູຮ້ານປີ 2004,ການທ່ອງທ່ຽວລະຫວ່າງສອງປະເທດກໍ່ປະເຊີນກັບໂອກາດພັດທະນາຍ່ິງດີກວ່າເກົ່າ.
|