ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-10 18:21:28    
ສະພາບສັງເຂບຂອງລູມານີ

cri

                 

                      (ທຸງຊາດລູມານີ)

ລູມານີມີເນື້ອທີ່2ແສນ3ໝື່ນ7500ກິໂລແມັດ,ຕ້ັງຢູ່ພາກຕາເວັນອອກສຽງເໜືອຂອງ
ແຫຼມບານກັງເອີລົບກາງສຽງໃຕ້;ທິດເໜືອແລະທິດຕາເວັນອອກສຽງເໜືອຕໍ່ແດນ
ກັບອຸຍແກຼນແລະມົນໂດວາ;ທິດຕາເວັນຕົກສຽງເໜືອແປະກັບຮຸງກາຣີ,ທິດຕາເວັນ
ຕົກສຽງໃຕ້ຕິດກັບແຊກບີແລະມົງເຕເນໂກຼ, ທິດໃຕ້ແປະກັບບຸນກາລີ,ທິດຕາເວັນ
ອອກສຽງໃຕ້ຫັນໜ້າສູ່ທະເລດຳ.ມີຊາຍຝັ່ງທະເລຍາວ245ກິໂລແມັດ.ມີທົ່ງພຽງ,ພູ
ດອຍແລະດິນໂນນຕ່າງກວມ1/3.ສາຍພູຄາພາຈຽນເປັນຮູບກົ່ງຕັ້ງຢູ່ພາກກາງ,ທິດ
ຕາເວັນຕົກຂອງສາຍພູດ່ັງກ່າວແມ່ນທົ່ງພຽງຕຼານສວາເນຍ,ທິດຕາເວັນອອກແມ່ນ
ດິນໂນນມົນໂດວາ,ທິດໃຕ້ແມ່ນທ່ົງພຽງວະລາເຈຍ,ທິດຕາເວັນອອກສຽງໃຕ້ແມ່ນ
ດິນໂນນໂດບູໂລເຈຍ,ເຂດວະລັ່ງເຈຍທີ່ຢູ່ພາກຕາເວັນອອກຂອງພູຄາພາຈຽນເປັນ
ເຂດທີ່ເກີດແຜ່ນດິນໄຫວຢ່າງເນື່ອງນິດກວ່າໝູ່ຂອງລູມານີ.ຈອມພູສູງສຸດໃນທ່ົວ
ປະເທດແມ່ນຈອມພູມົນດາເວຍນູ,ສູງກວ່າໜ້ານຳ້ທະເລ2543ແມັດ.ແມ່ນຳ້ຕົ້ນຕ
ໍແມ່ນແມ່ນຳ້ດານົບໄຫຼຜ່ານແດນລູມານີຍາວ1075ກິໂລແມັດ,ເປັນອາກາດທະວີບ
ແຖບອຸ່ນ.

               

              ກາໝາຍຊາດຂອງລູມານີ

ປະຊາກອນ: 22ລ້ານ4ແສນ5ໝື່ນ6ພັນຄົນ(ເດືອນມັງກອນປີ2000).ເຜົ່າລູມານີ
ກວມ89,4%,ເຜົ່າຮຸງກາຣີກວມ7,1%,ເຜົ່າຈີການກວມ1,8%,ເຜົ່າເຢຍລະມັນ
ກວມ0,5%,ເຜົ່າອື່ນໆມີເຜົ່າອຸຍແກຼນ,ເຜົ່າລັດເຊຍ,ເຜົ່າແຊກບີ,ເຜົ່່າສະໂລວັກ,
ເຜົ່າຕວກກີແລະເຜົ່າຕະຕາເປັນຕົ້ນ.ພາສາຝ່າຍທາງການແມ່ນພາສາລູມານີ,
ພາສາຊົນເຜ່ົາຕົ້ນຕໍແມ່ນພາສາຮຸງກາຣີ.ສາສະໜາຕົ້ນຕໍມີສາສະໜາອັອກໂດ
ດົກ(ຜູ່ເຊື່ອຖືກວມຍອດຈຳນວນປະຊາກອນ87%),ສາສະໜາໂລມັງກາໂຕລິກ
(5%),ສາສະໜາໂປຼເຕັສຕັງ(3,5%)ແລະສາສະໜາກາໂຕລິກເກັຼກ(1%).

           

ນະຄອນຫຼວງ: ບູກາແລັສ

ທ້າຍເດືອນທັນວາປີ1989,ອຳນາດການປົກຄອງເຊໂອເຊັສຄູຖືກໂຄ່ນລົ້ມ,ພັກ
ກອມມູນນິດລູມານີເຊົາດຳເນີນການເຄື່ອນໄຫວ.ວັນທີ22ທັນວາໄດ້ສ້າງຕັ້ງຄະ
ນະກຳມະການແນວໂຮມກູ້ຊາດແລະລັດຖະບານຊົ່ວຄາວ.ທ່ານຢາງເອລີເອັສຄູ
ປະທານຜູ່ທຳອິດຂອງແນວໂຮມກູ້ຊາດໄດ້ຕາງໜ້າແນວໂຮມກູ້ຊາດປະກາດ
ໂຄງການການເມືອງ10ຂໍ້,ໂຄງການການເມືອງດັ່ງກ່າວມີເຈດຈຳນົງໃຫ້ສ້າງລະ
ບອບຫຼາຍພັກ,ເລືອກຕັ້ງຢ່າງເສລີ,ວາງລັດຖະທຳມະນູນສະບັບໃໝ່,ແຍກອຳ
ນາດນິຕິບັນຍັດ,ອຳນາດການບໍລິຫານແລະອຳນາດຕຸລາການອອກຈາກກັນ.ຍົກ
ເລີກລະບອບເສດຖະກິດສູນກາງໂຮມສູນອຳນາດ.ວັນທີ1ກຸມພາປີ1990,ແນວ
ໂຮມກູ້ຊາດ ກັບ30ພັກການເມືອງໃນທົ່ວປະເທດຕົກລົງສ້າງຕັ້ງຄະນະກຳມະ
ການຊົ່ວຄາວສະຫະພັນແຫ່ງຊາດ,ທ່ານຢາງເອລີເອັສຄູເປັນປະທານ,ວັນທີ6
ກຸມພາປີ1990,ແນວໂຮມກູ້ຊາດໄດ້ຮັບອະນຸມັດເປັນພັກການເມືອງ.ເດືອນພຶດ
ສະພາປີດຽວກັນ,ລູມານີໄດ້ຈັດການເລືອກຕັ້ງທົ່ວໄປ,ທ່ານຢາງເອລີເອັສຄູຜູ່ສະ
ໝັກຮັບເລືອກຕັ້ງຂອງແນວໂຮມກູ້ຊາດໄດ້ຮັບເລືອກຕັ້ງເປັນປະທານາທິບໍດີ.
ພາຍຫຼັງວັນທີ22ທັນວາປີ1989,ລູມານີໄດ້ປະຕິບັດລະບອບຫຼາຍພັກ.

            

ພິທີແຕ່ງດອງຂອງຊາວຈີການຂອງລູມານີ.ຕາມຮີດຄອງປະເພນີແຕ່ງດອງຂອງ
ຊາວຈີການ,ທຳມະດາແລ້ວ,ນາງສາວຈີການແຕ່ງດອງອ່າວໄວແດ່.

ລັດຖະທຳມະນູນທີ່ໄດ້ຮັບອະນຸມັດໃນວັນ21ພະຈິກປີ1991ນັ້ນກຳນົດໄວ້ວ່າ,
ລູມານີແມ່ນປະເທດຊົນເຜົ່າທີ່ມີອະທິປະໄຕ,ເອກະລາດ,ເອກະພາບກັນແລະຕັດ
ແຍກອອກບໍ່ໄດ້.ໂຄງປະກອບການເມືອງແມ່ນລະບອບສາທາລະນະລັດ.ສະພາ ແມ່ນອົງການຕາງໜ້າສູງສຸດຂອງປະຊາຊົນລູມານີແລະເປັນອົງການນິຕິບັນຍັດ
ພຽງແຫ່ງດຽວ,ເຊິ່ງປະກອບດ້ວຍສະພາສູງແລະສະພາຕຳ່.ສະມາຊິກສະພາກຳ
ເນີດຈາກການເລືອກຕັ້ງທົ່ວໄປ,ມີອາຍຸການ4ປີ.

          

       ຮ້ານຄ້າຂອງຈີນຊື່ວ່າຫົງລົງ(ມັງກອນແດງ)ຢູ່ລູມານີ

ການຕ່າງປະເທດ: ປະຕິບັດນະໂຍບາຍການຕ່າງປະເທດທີ່ມີໄມຕີຈິດແລະ
ສັນຕິພາບ.ມີເຈດຈຳນົງໄຂປະຕູສູ່ໂລກພາຍນອກໂດຍທົ່ວໄປບົນພື້ນຖານທີ່
ປົກປັກຮັກສາແລະພັດທະນາຜົນປະໂຫຍດແຫ່ງຊາດຂອງປະເທດຕົນ.

ການພົວພັນກັບຈີນ:ວັນທີ5ຕຸລາປີ1949,ລູມານີກັບຈີນໄດ້ສ້າງສາຍສຳພັນການ
ທູດຂັ້ນເອກອັກຄະລັດຖະທູດ.ເດືອນສິງຫາປີ2003,ທ່ານຢ່າງເອລີເອັສຄູປະທາ
ນາທິບໍດີລູມານີໄດ້ມາຢ້ຽມຢາມຈີນທາງລັດຖະກິດ,ສອງຝ່າຍໄດ້ເຊັນຖະແຫຼງ
ການຮ່ວມ.