ທ່ານຫູຈິນທາວ ປະທານປະເທດຈີນໄດ້ເດີນທາງໄປຮອດບູດາແປັສໃນວັນທີ 10 ມິຖຸນາ,ເລ່ີມຢ້ຽມຢາມຮຸງກາລີທາງລັດຖະກິດເຊິ່ງແມ່ນປະເທດທີສອງໃນການຢ້ຽມ ຢາມເອີລົບອາຊີຂອງທ່ານເທ່ືອນີ້.
ບູດາແປັສຕັ້ງຢູ່ແຄມແມ່ນ້ຳດານຸບ,ແຕ່ໃດມາກໍ່ມີສົມຍານາມວ່າ"ເມືອງປາລີ່ຢູ່ເອີລົບ ຕາເວັນອອກ"ແລະ"ດອກກຸຫລາບແມ່ນ້ຳດານຸບ".ການເຈລະຈາລະຫວ່າງປະມຸກລັດ ສອງປະເທດແມ່ນຈັດຂຶ້ນຢູ່ເທີງທຳນຽບປະທານາທິບໍດີເທີງພູຜາສາດ. ກ່ອນເຈລະ ຈາ, ທ່ານປະທານາທິບໍດີມາແດວໄດ້ຈັດພິທີຢ່າງຄຶກຄຶ້ນ,ຊົມເຊີຍທ່ານປະທານຫູຈິນ ທາວໄປຢ້ຽມຢາມ.
ພາຍຫລັງສຽງແກດັງຂຶ້ນສາມບາດ,ໂດຍມີທ່ານປະທານາທິບໍດີມາແດວເປັນເພ່ືອນ,ທ່ານຫູຈິນທາວໄດ້ກວດແຖວກອງທະຫານມ້າຊົງເຄ່ືອງແລະກອງກຽດຕິຍົດ,ກອງດຸ ລິຍາງໄດ້ບັນເລງເພງຊາດຂອງສອງປະເທດ.
ຈາກນັ້ນ,ປະມຸກລັດສອງປະເທດໄດ້ຈັດການເຈລະຈາເປັນເວລາໜ່ຶງຊົ່ວໂມງ.ພາຍ ຫລັງການເຈລະຈາ,ປະມຸກລັດສອງປະເທດໄດ້ເຊັນຖະແຫລງການຮ່ວມຈີນຮຸງກາລີ,ປະກາດສ້າງການພົວພັນໝູ່ຄູ່ມິດຕະພາບຮ່ວມມືກັນ,ສອງຝ່າຍຍັງໄດ້ເຂົ້າຮ່ວມພິທີ ີລົງນາມໃນເອກະສານຮ່ວມມືສອງຝ່າຍຢ່າງເປັນລະບົບ.ພາຍຫລັງການເຈລະຈາ,ປະ ມຸກລັດສອງປະເທດໄດ້ຮ່ວມກັນພົບປະນັກຂ່າວ,ທ່ານຫູຈິນທາວເວົ້າວ່າ,"ລະຫວ່າງ ຈີນຮຸງກາລີມີການພົວພັນຮ່ວມມືອັນດີງາມ,ຈຸດປະສົງທ່ີຂ້າພະເຈົ້າມາຢ້ຽມຢາມເທ່ືອ ນີ້ແມ່ນເພ່ືອເພ່ີມຄວາມໄວ້ເນື້ອເຊ່ືອໃຈກັນ,ຮັດແໜັ້ນມິດຕະພາບ ລົງເລິກການຮ່ວມ ມືກັນ,ຮ່ວມກັນບຸກເບີກອະນາຄົດ.ເມ່ືອກີ້ນີີ້,ຂ້າພະເຈົ້າກັບທ່ານປະທານາທິບໍດີໄດ້ເຈ ລະຈາກັນຢ່າງໄດ້ຮັບໝາກຜົນຫລາຍທ່ີສຸດ.ໃນການເຈລະຈາ,ພວກເຮົາໄດ້ພ້ອມກັນ ຫວນຄືນວິວັດທະນາການຂອງການພົວພັນຈີນຮຸງກາລີໃນ 50ກວ່າປີມານີ້,ຕ່າງມີ ີຄວາມເພ່ິງພໍໃຈຕໍ່ໝາກຜົນທ່ີສອງຝ່າຍໄດ້ຮັບໃນການຮ່ວມມືກັນ.ທ່ານປະທານາທິ ບໍດີກ່າວລື້ມວ່າ,ຮຸງກາລີຍຶດໝັ້ນນະໂຍບາຍປະເທດຈີນດຽວ, ສະໜັບສະໜູນພາລະ ກິດອັນຍ່ິງໃຫຍ່ຂອງຈີນທ່ີໂຮມປະເທດເຂົ້າເປັນເອກະພາບກັນ,ຂ້າພະເຈົ້າຂໍສະແດງ ຄວາມຂອບອົກຂອບໃຈຕໍ່ເລ່ືອງນີ້.ພວກເຮົາເປັນເອກະສັນກັນເຫັນດີສ້າງການພົວພັນ ໝູ່ຄູ່ມິດຕະພາບຮ່ວມມືກັນລະຫວ່າງຈີນຮຸງກາລີ,ແລະໄດ້ເຊັນຖະແຫລງການຮ່ວມ ຈີນຮຸງກາລີແລະສັນຍາ ອ່ືນໆ 6 ສະບັບກ່ຽວກັບການຮ່ວມມືກັນລະຫວ່າງສອງຝ່າຍ."
ພວກເຮົາໄດ້ເອົາໃຈໃສ່ວ່າ,ໃນພິທີລົງນາມໃນວັນທີ 10 ມິຖຸນາ,ນອກຈາກຖະແຫລງ ການຮ່ວມເຊ່ິງເປັນເອກະສານາການເມືອງທ່ີສຳຄັນສະບັບນີ້ແລ້ວ,ສັນຍາອື່ນໆໄດ້ພົວ ພັນເຖິງການຮ່ວມມືເສດຖະກິດ ການອະນຸລັກສ່ິງແວດລ້ອມ ການກໍ່ສ້າງໂຮງຮຽນ ສອງພາສາຈີນຮຸງກາລີແລະການຮ່ວມມືລະຫວ່າງບໍລິສັດການບິນຈີນຮຸງກາລີແລະ ຂົງເຂດອ່ືນໆ.
ທ່ານຫູຈິນທາວສະເໜີວ່າ,ສອງຝ່າຍຕົກລົງຖືການຮ່ວມມືເສດຖະກິດການຄ້າເປັນ ທິດພະຍາຍາມຕົ້ນຕໍໃນການຮ່ວມມືສອງຝ່າຍໃນພາຍໜ້າ,ຕ້ອງເພ່ີມຂະໜາດການ ລົງທຶນເຊ່ິງກັນແລະກັນ,ຕ້ອງເປີດກ້ວາງການຮ່ວມມືລະຫວ່າງສອງປະເທດໃນຂົງ ເຂດອຸດສາ ຫະກຳ ຂ້ໍມູນຂ່າວສານ ການຄົມມະນາຄົມ ການຈໍລະຈອນວັດສະດຸ ການທະນາຄານແລະການທ່ອງທ່ຽວເປັນຕົ້ນ.ພວກຂ້າພະເຈົ້າຍັງເຫັນວ່າ,ການເພ່ີມ ທະວີການແລກປ່ຽນລະຫວ່າງສອງປະເທດໃນຂົງເຂດວັດທະນະທຳ ການສຶກສາ ແລະວິທະຍາສາດເຕັກນິກນັ້ນມີຜົນດີຕໍ່ການເພ່ີມຄວາມເຂົ້າໃຈກັນລະຫວ່າງປະຊາ ຊົນສອງຊາດ,ສອງຝ່າຍເຫັນດີເຮັດວຽກໃຫ້ຫລາຍກວ່າເກົ່າໃນດ້ານນີ້.
ທ່ານມາແດວ ປະທານາທິບໍດຮຸງກາລີເວົ້າວ່າ,"ສັນຍາຮ່ວມມືເສດຖະກິດທ່ີລັດຖະ ບານສອງປະເທດເຊັນກັນເທ່ືອນີ້ໄດ້ອຳນວຍໂອກາດໃໝ່ແກ່ການຮ່ວມມືກັນທາງ ດ້ານເສດຖະກິດລະຫວ່າງສອງຝ່າຍໃນທຸກຂົງເຂດ.ສ່ິງສຳຄັນກວ່າໝູ່ໃນສະເພາະ ໜ້ານີ້ກໍ່ແມ່ນນອກຈາກການຮ່ວມມືລະຫວ່າງລັດຖະບານແລະອົງການຂອງລັດຖະ ບານແລ້ວ,ຍັງຕ້ອງອຳນວຍເງ່ືອນໄຂແກ່ການຮ່ວມມືລະຫວ່າງອົງກອນເສດຖະກິດ ວິສາຫະກິດແລະເອກະຊົນຂອງສອງປະເທດ.ເວົ້າສຳລັບນັກທຸລະກິດຮຸງກາລີແລ້ວ, ງານກິລາໂອລິມປິກປັກກ່ິງທ່ີຈະຈັດຂຶ້ນໃນປີ 2008 ແລະງານເອັກສ໌ໂປຊຽງໄຮ້ປີ 2010 ຈະນຳເອົາໂອກາດການຄ້າຕົວຈິງມາໃຫ້ແກ່ວິສາຫະກິດຮຸງກາລີ.ພ້ອມກັນນັ້ນ,ພວກຂ້າພະເຈົ້າກໍ່ຍິນດີຕ້ອນຮັບນັກທຸລະກິດລົງທຶນຂອງປະເທດພວກທ່ານມາລົງ ທຶນຢູ່ຮຸງກາລີ.
|