ອຸສເບກີສະຕານຕັ້ງຢູ່ພາກກາງຂອງອາຊີກາງ,ພາກຕາເວັນຕົກສຽງເຫນືອແປະກັບທະເລ ອາຣານ,ພາກເຫນືອແລະພາກຕາເວັນຕົກສຽງເຫນືອຕິດກັບກາຊັກສະຕານ,ພາກຕາເວັນ ອອກຕໍ່ແດນກັບກຽກກີຊີສະຕານແລະຕາຊີກີສະຕານ,ພາກຕາເວັນຕົກສຽງໃຕ້ແປະກັບ ຕວກເມນີສະຕານ,ພາກໃຕ້ຕິດກັບອາຟການິສະຖານ,ມີເນື້ອທີທັງຫມົດ4ແສນ4 ຫມື່ນ7 ພັນ400ຕາລາງກິໂລແມັດ.

ທຸງຊາດອຸສເບກີສະຕານ
ປະເທດດ່ັງກ່າວມີລະດູຮ້ອນຍາວ, ອົບເອົ້າ,ລະດູຫນາວສັ້ນ,ແລະຫນາວຈັດ, ເປັນດິນ ຟ້າອາກາດທະວີບທີ່ແຫ້ງແລ້ງຫນັກຫນ່ວງ,ມີທີ່ຕັ້ງພູມສາດດີຫຼາຍ,ຄືຕັ້ງຢູ່ທາງສ່ີແຍກ ຂອງບ່ອນຄົບກັນທາງຄົມມະນາຄົມເອີລົບກາງແລະອາຊີກາງທີ່ເຊື່ອມຕໍ່ທິດຕາເວັນ ອອກກັບທິດຕາເວັນຕົກແລະທິດໃຕ້ກັບທິດເຫນືອ,ໃນສະໄຫມບູຮານເຄີຍເປັນບ່ອນ ຄົບກັນຂອງເສັ້ນທາງການຄ້າທີ່ສຳຄັນ.ແລະບ່ອນຄຶກຄັກທີ່ພົວພັນກັບພາຍນອກແລະ ວັດທະນະທຳຊະນິດຕ່າງໆແລກປ່ຽນກັນ.
ກາໝາຍຊາດຂອງອຸສເບກີສະຕານ
ນະຄອນຫຼວງ: ຕັສແກນ ແມ່ນຕົວເມືອງໃຫຍ່ກວ່າຫມູ່ໃນພາກພື້ນອາຊີກາງ.
ປະຫວັດສາດໂດຍຫຍໍ້:ຄ.ສ ສະຕະວັດທີ11ຫາສະຕະວັດທີ12ໄດ້ຈໍ່ຕົວຂຶ້ນເປັນກົກເຫຼ່ົາ ອຸສເບກີສະຕານ,ແຕ່ສະຕະວັດທີ13 ຫາສະຕະວັດທີ15ຖືກລາຊະອານາຈັກວົງເທມູ້ເອີ ຊາວຕັກຕາຂອງມົງກູລີປົກຄອງ, ສະຕະວັດທີ15 ໄດ້ສ້າງເປັນປະເທດອຸສເບກີ,ຊຸມປີ60 ຫາ70ໃນສະຕິວັດທີ19, ດິນແດນສ່ວນຫນ່ຶງໄດ້ໂຮມເຂົ້າລັດເຊຍ,ເດືອນພະຈິກປີ1917 ໄດ້ສ້າງອຳນາດການປົກຄອງໂຊວຽດ,ວັນທີ27 ຕຸລາປີ1924 ,ໄດ້ສ້າງຕັ້ງສາທາລະນະ ລັດສັງຄົມນິຍົມໂຊວຽດອຸສເບກີສະຕານແລະໂຮມເຂົ້າສະຫະພາບໂຊວຽດ,ວັນທີ31ສິງ ຫາປີ1991 ໄດ້ປະກາດເປັນເອກະລາດ,ປ່ຽນຊື່ເປັນສາທາລະນະລັດອຸສເບກີສະຕານ.
ການເມືອງ: ວັນທີ8 ທັນວາປີ1992,ສະພາໂຊວຽດສູງສຸດຂອງອຸສເບກີສະຕານໄດ້ຜ່ານ ລັດຖະທຳມະນູນສະບັບໃຫມ່,ລັດຖະທຳມະນູນສະບັບໃຫມ່ລະບຸໄວ້ວ່າ:ອຸສເບກີສະຕານ ແມ່ນປະເທດອະທິປະໄຕທີ່ມີປະຊາທິປະໄຕ,ປະຊາຊົນທຸກຖ້ວນຫນ້າມີສິດແລະເສລີພາບ ເທ່ົາທຽມ,ທຸກຄົນມີສິດສະເຫມີພາບຕໍ່ຫນ້າກົດຫມາຍ,ໂຄງປະກອບອຳນາດແຫ່ງຊາດ ແມ່ນສ້າງຕັ້ງຢູ່ບົນພື້ນຖານຫລັກການແຍກອຳນາດ,ນິຕິບັນຍັດ,ອຳນາດບໍລິຫານແລະ ອຳນາດຕຸລາການອອກຈາກກັນ. ປະທານາທິບໍດີທັງເປັນປະມຸກລັດແລະກໍແມ່ນປະທານ ຄະນະລັດຖະບານແລະຜູ່ບັນຊາການສູງສຸດຂອງກອງທະຫານປະກອບອາວຸດ,ຫລັງຈາກ ປະທານາທິບໍດີພົ້ນອາຍຸຕ່ຳແຫນງແລ້ວ,ຈະເປັນສະມາຊິກສານລັດຖະທຳມະນູນຕະຫຼອດ ຊີວິດ,ສະມາຊິກຄະນະລັດຖະບານແມ່ນໃຫ້ປະທານາທິບໍດີເປັນຜູ່ສະເຫນີ,ຜ່ານລັດຖະ ທຳມະນູນອະນຸມັດ,ລັດຖະສະພາເອີ້ນເປັນສະພາສູງສຸດ,ແມ່ນອົງການຕາງຫນ້າອຳນາດ ສູງສຸດແຫ່ງຊາດທີ່ປະຕິບັດອຳນາດນິຕິບັນຍັດ.ວັນທີ27ມັງກອນປີ2002,ອຸສເບກີສະຕານ ໄດ້ຈັດການຢ່ັງປະຊາມະຕິທ່ົວປວງຊົນ,ຕົກລົງປ່ຽນລັດຖະສະພາອຸສເບີກີສະຕານເປັນລະ ບອບສອງສະພາ.
ເສດຖະກິດ: ອຸສເບກີສະຕານມີຊັບພະຍາກອນທຳມະຊາດອຸດົມສົມບູນ,ແມ່ນປະເທດ ທີ່ມີກຳລັງເສດຖະກິດຂ້ອນຂ້າງເຂັ້ມແຂງໃນ5ປະເທດອາຊີກາງຂອງປະຊາຄົມລັດເອ ກະລາດ(CIS),ອຸດສາຫະກຳເສົາຄ້ຳເສດຖະກິດແຫ່ງຊາດແມ່ນຄຳ, ຝ້າຍ,ນ້ຳມັນເຊື້ອ ໄຟອາຍແກັສທຳມະຊາດ.ແຕ່ອົງປະກອບເສດຖະກິດມີແຕ່ຢ່າງດຽວ,ອຸດສາຫະກຳປຸງ ແຕ່ງຂ້ອນຂ້າງຫຼ້າຫລັງ,ກະສິກຳການປະສຸສັດແລະການຂຸດຄົ້ນບໍ່ແຮ່ພັດທະນາ.
ທາງການທູດ: ລັດຖະທຳມະນູນທີ່ຜ່ານເມື່ອວັນທີ8ພະຈິກປີ1992,ລະບຸໄວ້ວ່າ,ຈຸດເລ່ີມ ຕົ້ນຂອງນະໂຍບາຍການຕ່າງປະເທດແມ່ນບັນດາປະເທດມີອະທິປະໄຕສະເຫມີພາບ ກັນ,ບໍ່ໃຊ້ກຳລັງອາວຸດຫຼືຂ່ົມຂູ່ດ້ວຍກຳລັງອາວຸດ,ຊາຍແດນແມ່ນລ່ວງລ້ຳບໍ່ໄດ້,ແກ້ໄຂ ການວິວາດໂດຍສັນຕິ,ບໍ່ແຊກແຊງວຽກງານພາຍໃນຂອງກັນພ້ອມດ້ວຍຫລັກການແລະ ຫລັກມາດຖານກົດຫມາຍສາກົນທີ່ຮັບຮອງກັນໂດຍທ່ົວໄປ,ປະຕິບັດທາງການທູດຄົບ ວົງຈອນ.
ການພົວພັນກັບຈີນ: ວັນທີ27 ທັນວາປີ1991, ຈີນໄດ້ປະກາດຮັບຮອງຄວາມເປັນເອ ກະລາດຂອງສາທາລະນະລັດອຸສເບກີສະຕານ,ວັນທີ2ມັງກອນປີ1992,ອຸສເບກີສະ ຕານໄດ້ສ້າງສາຍສຳພັນການທູດຂັ້ນເອກອັກຄະລັດຖະທູດກັບຈີນ,ແລະເຊັນປະກາດ ແຈ້ງການຮ່ວມຢູ່ຕັສແກນ. ເດືອນກໍລະກົດປີ1996,ທ່ານປະທານຈຽງເຈີມິນໄດ້ໄປຢ້ຽມ ຢາມອຸສເບກີສະຕານທາງລັດຖະກິດ, ສອງຝ່າຍໄດ້ເຊັນຖະແຫຼງການຮ່ວມລະຫວ່າງ ຈີນອຸສເບກີສະຕານ,ເດືອນພະຈິກປີ1999, ທ່ານປະທານາທິບໍດີຄາລີມົຟມາຢ້ຽມຢາມ ຈີນທາງລັດຖະກິດຕາມຄຳເຊີນ.
|