CRI ລາຍງານວ່າ: ວັນທີ 13 ມິຖຸນານີ້ຢູ່ທ່ີບຸຍກາແລັດ, ທ່ານຫູຈິນທາວ ປະທານປະ ເທດຈີນກັບທ່ານອີລີເອັສຄູ ປະທານາທິບໍດີລູມານີໄດ້ຈັດການເຈລະຈາກັນ.ປະມຸກລັດ ສອງປະເທດເປັນເອກະສັນກັນກ່າວວ່າ, ການສ້າງການພົວພັນໝູ່ຄູ່ໄມຕີຈິດແລະຮ່ວມ ມືຮອບດ້ານລະຫວ່າງຈີນລູມານີແມ່ນຄວາມປາຖະໜາຮ່ວມຂອງສອງຝ່າຍ.
ທ່ານຫູຈິນທາວກ່າວວ່າ, ຕໍ່ໄປພາຍໜ້າ ຈີນລູມານີຈະຖືການເພ່ີມທະວີການຮ່ວມມືໃນ 4 ດ້ານເປັນຈຸດໜັກ,ຄືສ້າງກົນໄກສົນທະນາລະຫວ່າງຜູ່ນຳສອງປະເທດເພ່ືອເພ່ີມຄວາມ ເຊ່ືອໃຈກັນ ສ່ົງເສີມແລະສະໜັບສະໜູນການລົງທຶນຢູ່ຝ່າຍກົງກັນຂ້າມ ໃນໂອກາດຖື ລູມານີເປັນຈຸດໝາຍປາຍທາງການທ່ອງທ່ຽວຂອງພົນລະເມືອງຈີນແລ້ວເປີດກວ້າງການ ຮ່ວມມືດ້ານການທ່ອງທ່ຽວຕ່ືມອີກ ເພ່ີມທະວີການປະສານສົມທົບລະຫວ່າງສອງຝ່າຍ ໃນວຽກງານລະຫວ່າງຊາດຕ່ືມອີກເປັນຕົ້ນ.
ທ່ານອີລີເອັສຄູກ່າວລື້ມວ່າ ຝ່າຍລູມານີເດັດດ່ຽວປະຕິບັດນະໂຍບາຍປະເທດຈີນດຽວ.
|