ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-14 14:48:00    
ໂອ​ກາດ​ໃຫມ່​ແຫ່ງ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ລະ​ຫວ່າງ​ຈີນ​-​ລາວ

cri

ຫວ່າງກ່ອນນີ້ບໍ່ດົນ, ກອງປະຊຸມໂຕະມົນອະທິການບໍດີຂອງມະຫາວິທະຍາໄລຈີນ
ອາຊຽນໄດ້ໄຂຂຶ້ນຢູ່ປັກກິ່ງ. ອະທິການບໍດີຫລືຜູ່ຕາງຫນ້າຂອງມະຫາວິທະຍາໄລ ຈີນແລະບັນດາປະເທດອາຊຽນໄດ້ເຂົ້າຮ່ວມກອງປະຊຸມເທື່ອນີ້.ທ່ານບຸນແສງ.ກັນ
ຍາວົງ ຫົວຫນ້າຫ້ອງການແຜນການແລະການຮ່ວມມືມະຫາວິທະຍາໄລແຫ່ງຊາດ
ລາວກໍ່ໄດ້ເຂົ້າຮ່ວມກອງປະຊຸມເທື່ອນີ້.

ເມື່ອເວົ້າເຖິງເນື້ອໃນຂອງກອງປະຊຸມເທື່ອນີ້,ທ່ານບຸນແສງເວົ້າວ່າ, ກອງປະຊຸມເທື່ອ ນີ້ໄດ້ເຈາະຈົງຫາລືການແລກປ່ຽນແລະການຮ່ວມມືລະຫວ່າງມະຫາວິທະຍາໄລຂອງ
ຈີນກັບອາຊຽນໃນຕໍ່ໄປພາຍຫນ້າ,     ມີຄວາມຫມາຍສຳຄັນທີ່ສຸດຕໍ່ການຮ່ວມມືລະ
ຫ່ວາງມະຫາວິທະຍາໄລຈີນກັບລາວ.ທ່ານເວົ້າວ່າ:

"ການມາເທື່ອນີ້ມີປະໂຫຍດຫລວງຫລາຍໃຫ້ແກ່ການຮ່ວມມືລະຫວ່າງບັນດາມະຫາ
ວິທະຍາໄລບັນດາປະເທດອາຊຽນກັບຈີນ,ໂດຍສະເພາະຈະເລັ່ງໃສ່ການແລກປ່ຽນຄູອາ ຈານແລະນັກສຶກສາລະຫວ່າງມະຫາວິທະຍາໄລທັງສອງຝ່າຍແລະເລັ່ງໃສ່ການຄົ້ນ
ຄວ້າວິໄຈທາງດ້ານວິທະຍາສາດຂອງກັນ.ແນ່ນອນບັນດາປະເທດປະເທດອາຊຽນກັບ
ຈີນແມ່ນປະເທດໃກ້ຄຽງກັນ,ສະນັ້ນ ໃນຕໍ່ໄປນີ້ ຈະໄດ້ຮ່ວມມືກັນ.ເນື້ອໃນຕົ້ນຕໍແມ່ນ
ຈະໄດ້ແລກປ່ຽນຄູອາຈານແລະນັກສຶກສາ,ການຄົ້ນຄວ້າວິໄຈທາງດ້ານວິທະຍາສາດ
ຮ່ວມກັນເພື່ອການພັດທະນາ,ເຫັນວ່າການຮ່ວມມືຄັ້ງນີ້ມີຄວາມສຳຄັນຫລາຍ,ເພື່ອວ່າ
ຈະໄດ້ປັບໂຄງການຮ່ວມມືກ່ຽວກັບການພັດທະນາໃນຕໍ່ຫນ້າຈັ່ງໃດແດ່,ພ້ອມກັນນັ້ນ
ກໍ່ຈະໄດ້ສ້າງໂຄງການຕ່າງໆ,ຫົວຂໍ້ໂຄງການຈະໄດ້ເລັ່ງມາຫາການຄົ້ນຄວ້າວິທະຍາ
ສາດ."

ພວກເຮົາຮູ້ສຶກດີໃຈທີ່ສຸດທີ່ໄດ້ເຫັນກອງປະຊຸມເທື່ອນີ້ໄດ້ນຳເອົາໂອກາດໃຫມ່ມາໃຫ້
ການຮ່ວມມືດ້ານການສຶກສາລະຫວ່າງຈີນ-ລາວ, ແຕ່ກ່ອນຫນ້ານີ້,ການຮ່ວມມືດ້ານ
ການສຶກສາລະຫວ່າງຈີນ-ລາວກໍ່ໄດ້ຮັບຫມາກຜົນທ່ີເປັນຫນ້າຊົມຊື່ນແລ້ວ,ທ່ານບຸນ
ແສງສະເຫນີວ່າ:

"ຜ່ານມານີ້ ການແລກປ່ຽນຂອງພວກເຮົາກໍ່ມີ,ແຕ່ຍັງບໍ່ທັນເຕັມສ່ວນ.ຕົວຢ່າງຄືພວກ
ເຮົາກໍ່ໄດ້ເຊັນຮ່ວມມືກັບມະຫາວິທະຍາໄລຊົນເຜົ່າກວາງຊີ ມະຫາວິທະຍາໄລສ້າງ
ຄູຢຸນນານ ມະຫາວິທະຍາໄລຊົນເຜົ່າຢຸນນານມະຫາວິທະຍາໄລການກະເສດຢຸນນານ
ແລະມະຫາວິທະຍາໄລຈີ້ນານ.ໃນນີ້ ໄດ້ແລກປ່ຽນຫລາຍກວ່າຫມູ່ກໍ່ແມ່ນແລກປ່ຽນ
ກັບມະຫາວິທະຍາໄລຊົນເຜົ່າກວາງຊີ, ເຊິ່ງແຕ່ລະປີ ທາງມະຫາວິທະຍາໄລຊົນເຜົ່າ
ກວາງຊີໄດ້ສົ່ງນັກສຶກສາ 15 ຫາ 20 ຄົນໄປຮຽນພາສາລາວປີຫນຶ່ງຢູ່ມະຫາວິທະຍາ
ໄລແຫ່ງຊາດລາວໂດຍມະຫາວິທະຍາໄລແຫ່ງຊາດລາວໃຫ້ຮຽນຟີ,ບໍ່ນັບຄ່າຮຽນ,ໃຫ້ຫໍພັກແລະຄວາມສະດວກຕ່າງໆນາໆໃນການສຶກສາ,ໃຫ້ຄວາມສະດວກໃນການ
ປິ່ນປົວຕ່າງໆ.ສ່ວນທາງຝ່າຍມະຫາວິທະຍາໄລແຫ່ງຊາດລາວກໍ່ໄດ້ສົ່ງນັກສຶກສາ
ລາວມາຮຽນຢູ່ຈີນປີຫນຶ່ງ 15 ຫາ 20 ຄົນຢູ່ໃນເງື່ອນໄຂດຽວກັນ.ສຳລັບມະຫາວິທະ
ຍາໄລກະເສດຢຸນນານນັ້ນ,ພວກເຮົາກໍ່ໄດ້ຮ່ວມມືກັນໂດຍຕະຫລອດ."

ປີ 2004 ງານເອັກສະໂປຈີນ-ອາຊຽນຈະຈັດຂຶ້ນຢູ່ນະຄອນນານນິງເທດສະບານເຂດ
ກວາງຊີເຜົ່າຈ້ວງປົກຄອງຕົນເອງ, ປີ 2004 ກໍ່ພໍດີແມ່ນລາວເປັນເຈົ້າພາບຈັດກອງປະ
ຊຸມສຸດຍອດອາຊຽນ.ໃນຖານະເປັນແຫລ່ງບຳລຸງສ້າງຊັບພະຍາກອນມະນຸດຂອງລາວ
ນັ້ນ,ມະຫາວິທະຍາໄລແຫ່ງຊາດລາວໄດ້ມີການກະກຽມແນວໃດແດ່, ໃຫ້ພວກເຮົາ
ມາຟັງຄຳຕອບຂອງທ່ານບຸນແສງ:

"ສຳລັບການສຶກສາແນ່ນອນຕ້ອງມີຄວາມຫມາຍ,ເພາະວ່າເລື່ອງໃຫ້ຫລັກສູດຫລືວ່າ
ໃນການເຄື່ອນໄຫວການສຶກສາຕ່າງໆກໍ່ແມ່ນຈະອີງໃສ່ອັນທີ່ວ່າເພິ່ນສົນທະນາກັນ.ເພາະວ່າໃນກອງປະຊຸມນັ້ນຈະຕ້ອງມີທິດທາງໃຫຍ່ໆໃນການຮ່ວມມືກັນເພື່ອການພັດ
ທະນາຂອງລາວເຮົາ.ບັນຫາການໃຊ້ພາສາຈີນນັ້ນ ພວກເຮົາກໍ່ໄດ້ພິຈາລະນາແລະ
ຄົ້ນຄວ້າ,ເພາະວ່າຕໍ່ໄປພາຍຫນ້າຈະມີໂອກາດຫລາຍໃຊ້ພາສາຈີນ,ສະນັ້ນ ປີນີ້ ພວກ
ເຮົາໄດ້ສ້າງພາກວິຊາພາສາຈີນແລະພະແນກພາສາຈີນຂຶ້ນ.ພ້ອມດຽວກັນນີ້ ກໍ່ເປັນ
ການສຶກສາກ່ຽວກັບຈີນດ້ວຍ.ສະຖານທູດຈີນປະຈຳລາວກໍ່ມີແນວລວມຈະໃຫ້ການ ຊ່ອຍເຫລືອການສ້າງສູນຮ່ວມມືລາວຈີນແນໃສ່ການພັດທະນາການຮ່ວມມືດ້ານວິທະ
ຍາສາດການສຶກສາຕ່າງໆການແລກປ່ຽນວັດທະນະທຳຕ່າງໆເພື່ອພັດທະນາມະຫາວິ
ທະຍາໄລແຫ່ງຊາດລາວ."