ໃນວົງການຮູບເງົາແລະໂທລະພາບຂອງຈີນ,ທ່ານກູ້ຊາງເວ້ບໍ່ມີຊື່ສຽງດົງດັງທໍ່ທ່ານຈ່າງອີ້ໂມ ທ່ານເຊິນໄຂເກີ່ແລະທ່ານຈ່ຽງເວີນ,ຮູບເງົາເລື່ອງ "ເຂົ້າຝ້າງແດງ"ແລະເລື່ອງ "ວັນເວລາທີ່ມີແສງແດດແຈ່ມໃສ"ເປັນຕົ້ນເຊິ່ງແມ່ນພວກເພິ່ນເປັນຜູ່ກຳກັບການສະແດງແລະເປັນນັກສະແດງໄດ້ມີຊື່ສຽງດົງດັງໃນວົງການຮູບເງົາແລະໂທລະພາບພາຍໃນປະເທດແລະຕ່າງປະເທດ.ແຕ່ວ່າ,ຜູ່ຢູ່ທາງຫຼັງຂອງທ່ານຈ່າງອີ້ໂມ ທ່ານເຊິນໄຂເກີ່ແລະທ່ານຈ່ຽງເວີນນັ້ນ,ພັດແມ່ນທ່ານກູ້ຊາງເວ້ທີ່ບໍ່ມີຄົນທາງນອກຮູ້ຈັກ.
ທ່ານກູ້ຊາງເວ້ປີນີ້ອາຍຸ47ປີ,ແມ່ນຄົນແຂວງຈ່ຽງຊູ່ ພາກຕາເວັນອອກຂອງຈີນ,ປີ1978, ເພິ່ນໄດ້ເສັງເຂົ້າຮຽນໃນພະແນກຖ່າຍຮູບເງົາຂອງມະຫາວິທະຍາໄລຮູບເງົາປັກກິ່ງ,ເມື່ອປີ1982,ຫຼັງຈາກຮຽນຈົບແລ້ວ,ເພິ່ນເປັນຜູ່ຊ່ອຍມືກ້ອງຢູ່ໂຮງງານສ້າງຟິມຮູບເງົາຫຼັງໜຶ່ງ, ປີ1984,ໃນເວລາເພິ່ນຖ່າຍຮູບເງົາເລື່ອງ "ຫາດຊາຍແຄມທະເລ",ໄດ້ໃຊ້ແສງທຳມະຊາດ ຫຼາຍທີ່ສຸດ,ເພື່ອຊອກຫາວິທີການສະແດງໃຫ້ຕິດແທດຕົວຈິງກວ່າ,ອັນເປັນການກະທົບທັ່ງບໍ່ໜ້ອຍຕໍ່ວົງການຮູບເງົາຈີນ.
ຕັ້ງແຕ່ນັ້ນມາ,ຮູບເງົາອັນດີເດັ່ນຂອງເພິ່ນກໍປະກົດຕົວຂຶ້ນຢ່າງບໍ່ຢຸດຢັ້ງ,ແຕ່ວ່າຮູບເງົາທີ່ສະແດງໃຫ້ເຫັນພອນສະຫວັນການຖ່າຍຮູບເງົາຂອງເພິ່ນແມ່ນຮູບເງົາເລື່ອງ"ຫົວໂປ່ເດັກ ນ້ອຍ" ຂອງທ່ານເຊິນໄຂເກີ່ແລະເລື່ອງ "ເຂົ້າຝ້າງແດງ"ຂອງທ່ານຈ່າງອີ້ໂມ.ເນື້ອໃນການຖ່າຍພາບນີ້ງໃນຮູບເງົາເລື່ອງ"ຫົວໂປ່ເດັກນ້ອຍ"ແມ່ນອຸດົມສົມບູນແລະມີຮູບຊົງງາມສົດໄສ.ຮູບເງົາເລ່ືອງ"ເຂົ້າຝ້າງແດງ" ພັດສະແດງໃຫ້ຄວາມມີຊີວິດຊີວາຂອງທຳມະຊາດຢ່າງບໍ່ປິດບໍ່ອຳ.ໃນຮູບເງົາຫຼາຍເລື່ອງທີ່ມີຮູບຊົງຕ່າງກັນນັ້ນ,ເພິ່ນໄດ້ໝູນໃຊ້ວິທີຖ່າຍຫຼາຍຢ່າງຫຼາຍແນວຢ່າງມີຫົວຄິດປະດິດສ້າງ,ອັນໄດ້ສະແດງໃຫ້ເຫັນພາບພົດທີ່ມີກຳລັງຊຸກຍູ້ໃຈຄົນແລະມີຄວາມຮູ້ສຶກກວ້າງເລິກໃນສາຍຕາ.ຈາກນັ້ນຈຶ່ງໄດ້ຮັບລາງວັນຖ່າຍຮູບອັນດີເດັ່ນທີ່ສຸດຂອງລາງວັນຮູບເງົ່າໄກ່ຄຳຄັ້ງທີ8ຂອງຈີນ.
ທ່ານກູ້ຊາງເວ້ຮ່ວມມືກັບທ່ານຈ່າງອີ້ໂມແລະທ່ານເຊິນໄຂເກີ່ເປັນເວລາຍາວນານ,ອັນໄດ້ຊຸກຍູ້ຮູບເງົາຈີນຂຶ້ນສູ່ເວທີໂລກແລະທ່ານເອງກໍໄດ້ຮັບລາງວັນຕ່າງໆຢ່າງເນື່ອງນິດ,ຕົວ ຢ່າງຄື,ຮູບເງົາເລື່ອງ"ເຂົ້າຝ້າງແດງ"ໄດ້ຮັບລາງວັນໝີຄຳຂອງບຸນຮູບເງົາສາກົນແບກແລງຄັ້ງທີ38,ຮູບເງົາເລື່ອງຈິວໂຕ້ໄດ້ຮັບລາງວັນມືກ້ອງໂກດັກ;ໃນບຸນຮູບເງົາຮາວາຍ,ຮູບ ເງົາເລື່ອງ"ເຈົ້າຊີວິດປ້າວອງປະນາງສະໜົມ"ໄດ້ຮັບລາງວັນໝາກຕານຄຳໃນບຸນຮູບເງົາ ສາກົນການາ,ແລະລາງວັນຮູບເງົາພາສາຕ່າງປະເທດດີເດ່ັນທີ່ສຸດໃນລາງວັນໜ່ວຍໂລກຄຳຂອງຮູບເງົາອາເມລິກາຄັ້ງທີ7,ໄດ້ຮັບການສະເໜີຊື່ເປັນຮູບເງົາພາສາຕ່າງປະເທດດີເດັ່ນທີ່ສຸດແລະລາງວັນມືກ້ອງດີເດັ່ນທີ່ສຸດຂອງໂອສຄາອາເມລິກາຄັ້ງທີ66,ແລະໄດ້ນາມມະຍົດເປັນມືກ້ອງຜູ່ທີໜ່ຶງຂອງຈີນ. ອາດຈະແມ່ນຍ້ອນອາຊີບຂອງທ່ານກ່ໍວ່າໄດ້,ທ່ານກູ້ຊາງເວ້ມັກເຮັດວຽກຢູ່ຫຼັງກ້ອງຖ່າຍ ຮູບເງົາ,ມືນຕາເບື້ອງໜຶ່ງພັບຕາເບື້ອງໜຶ່ງ,ແລ້ວຖ່າຍເອົາການສະແດງທັງໝົດຂອງຜູ່ອື່ນໄວ້ໃນກ້ອງຖ່າຍຮູບເງົາຂອງຕົນ.ແຕ່ບົນເວທີໃຫຍ່ແຫ່ງຊີວິດ,ພັດບໍ່ຮູ້ວ່າເພິ່ນມີການສະແດງແນວໃດ?ເພິ່ນເວົ້າວ່າ,ເພິ່ນບໍ່ມັກສະແດງໂຕໂພດ,ທັງນີ້ແມ່ນຍ້ອນອຸປະນິໄສຂອງເພິ່ນ,ຖ້າຢູ່ໃນສະພາບແວດລ້ອມໃດໜ່ຶງສະແດງໂຕຫຼາຍໂພດ,ເພິ່ນກໍຈະຮູ້ສຶກບໍ່ສະບາຍ ໃຈ.
ເພິ່ນເວົ້າວ່າ,ໃນຍາມເພິ່ນເຕີບໃຫຍ່ຂຶ້ນໃນຫຼາຍສິບປີມານີ້,ເພ່ິນບໍ່ແມ່ນໄດ້ຜ່ານມາຢ່າງມີ ຄວາມຂັດຂ້ອງໜອງໃຈຫຍັງເລີຍ,ມີແຕ່ຮູ້ສຶກວ່າຖືກຜູກຖືກມັດຫຼາຍສິ່ງຫຼາຍແນວ.ໃນ ຄອບຄົວຍ້ອນເພິ່ນເປັນອ້າຍກົກຈຶ່ງຕ້ອງມີໜ້າທີ່ຮັບຜິດຊອບອັນແນ່ນອນຕໍ່ນ້ອງຊາຍນ້ອງສາວ.ມາຮອດໄລຍະເປັນບ່າວ,ເພ່ິນພັດມີແນວຄິດທໍລະຍົດແນວໜ່ຶງ,ຄຶດຢາກໄດ້ແຕ່ແນວສະບາຍຕາມໃຈມັກ,ຕົວຢ່າງຄືຖ່າຍຮູບເງົາ,ຖ່າຍຟິມເລ່ືອງໂທລະພາບ.ແຕ່ດຽວນີ້,ເພິ່ນເຫັນວ່າຊີວິດຕາມໃຈມັກນັ້ນກໍໄດ້ແລ້ວ,ແຕ່ວ່າກິນຄາບເຊົ້າແລ້ວກໍຍັງຫງຳຄາບແລງຢູ່. ເພິ່ນອະທິບາຍວ່າ,ເມື່ອຖ່າຍຮູບເງົາເລ່ືອງໜ່ຶງແລ້ວ,ຍາມໃດຈຶ່ງມີເລື່ອງໃໝ່ຖ່າຍໄດ້ອີກກໍ ບໍ່ຮູ້,ບາງທີອາດຈະຜ່ານເວລາປີປາຍຈຶ່ງຊອກໄດ້ເລື່ອງທີ່ເປັນຕາຖ່າຍ.
ທ່ານກູ້ຊາງເວ້ແມ່ນຄົນພິຖີພິຖັນ,ທ່ານຫວັງໃຫ້ຄວາມສວຍງາມຍິ່ງບໍລິສຸດກວ່າ,ຍິ່ງມີກຳລັງສະເໜກວ່າ.ທ່ານມັກສີທີ່ຊື່ສັດ,ສີທີ່ສົດໄສແລະຖາວອນ.
ເລີ່ມແຕ່ປີ1984,ເວລາຂອງທ່ານກູ້ຊາງເວ້ມີເຄິ່ງໜ່ຶງແມ່ນຢູ່ປະເທດຈີນ,ມີອີກເຄ່ິງໜ່ຶງແມ່ນເຮັດວຽກຢູ່ໂຮລີວຸດ,ເມື່ອກ່າວເຖິງໂຮລີວຸດ,ເພິ່ນເວົ້າວ່າ,ການຖ່າຍຮູບເງົາຢູ່ຫັ້ນມີສີ ສັນການຄ້າຫຼາຍໂພດ,ສ່ວນຢູ່ຈີນ,ພວກເຮົາພັດເອົາໃຈໃສ່ລັກສະນະສິລະປະຫຼາຍໂພດ. ອຸດສາຫະກຳຮູບເງົາຂອງໂຮລີວຸດພັດທະນາທີ່ສຸດ,ທຸກສິ່ງທຸກຢ່າງລ້ວນແຕ່ເຮັດຕາມເບົ້າ ແບບການຄ້າອັນຄົງທີ່,ຢູ່ຫັ້ນແຕ່ລະປີກໍຖ່າຍຮູບເງົາອ່າວດີຕັ້ງສາມສີ່ຮ້ອຍເລ່ືອງ,ແຕ່ເລື່ອງທີ່ດີແທ້ດີວ່າພັດບໍ່ພໍ10ເລື່ອງ,ໃນນັ້ນກໍມີຮູບເງົາທີ່ທ່ານກູ້ຊາງເວ້ເປັນມືກ້ອງເລ່ືອງໜຶ່ງ.
ທ່ານຈ່າງອີ້ໂມ ຄູ່ຮ່ວມມືເກົ່າຂອງທ່ານກູ້ຊາງເວ້ເຜີຍໃຫ້ຮູ້ວ່າ,ເພິ່ນບໍ່ຫ່ອນຈະພໍໃຈນຳແຕ່ການເປັນມືກ້ອງຊື່ໆດອກ,ເພິ່ນຈະເປັນຜູ່ກຳກັບການສະແດງນຳອີກ.
ຂໍອວຍພອນທ່ານກູ້ຊາງເວ້ກາຍເປັນຜູ່ກຳກັບການສະແດງຜູ່ດີເດັ່ນເໝືອນກັບໃນເວລາເພິ່ນເປັນມືກ້ອງ.
|