ໃນສະໄໝບູຮານ,ມີເສດຖີຈ້າຜູ່ໜ່ຶງ,ໄປຢາມເຮືອນໝູ່ແລ້ວ,ເຫັນໝູ່ຜູ່ນີ້ປຸກເຮືອນສາມຊັ້ນ ຫຼັງໜຶ່ງ,ເຮືອນຫຼັງນີ້ແມ່ນເຮືອນງາມທັງສູງໃຫຍ່ແລະໂອ່ໂຖງດີ,ແລ້ວເພິ່ນກໍອອນຊອນນຳ ທີ່ສຸດ.
ເມື່ອກັບເມືອຮອດເຮືອນຂອງຕົນ,ເພິ່ນຄິດຫຼົບໄປຫຼົບມາວ່າ:"ກູກໍມີເງິນຫຼາຍຄືກັນ,ກູຈະຕ້ອງປຸກເຮືອນງາມໆມາຢູ່." ບັດນັ້ນ,ເພິ່ນກໍ່ຟ້າວເອີ້ນພວກນາຍຊ່າງມາຫາ,ແລ້ວຖາມວ່າ: "ພວກສູກໍຮູ້ບໍ,ເຮືອນສາມຊັ້ນຜູ່ບ້ານເໜືອຫັ້ນໃຜເປັນຜູ່ປຸກ?"
ນາຍຊ່າງທັງຫຼາຍກໍຕອບວ່າ: "ແມ່ນພວກຂ້ານ້ອຍນີ້ແຫຼະເປັນຜູ່ປຸກ."
ເສດຖີຈ້າຜູ່ນີ້ເວົ້າວ່າ: "ດຽວນີ້ໃຫ້ພວກສູປຸກເຮືອນຫຼັງໜຶ່ງໃຫ້ກູ,ຕ້ອງປຸກໃຫ້ມັນຄືກັນກັບເຮືອນຫຼັງນັ້ນ."
ບັດນັ້ນ,ພວກນາຍຊ່າງອີງຕາມຄຳສັ່ງຂອງເສດຖີຈ້າຜູ່ນີ້,ແລ້ວກໍ່ພື້ນເຮືອນກ່ອນ,ຈາກນັ້ນ ຈຶ່ງເອົາດິນຈີ່ມາກໍ່ຂຶ້ນໄປແຕ່ລະກ້ອນ.
ມີມື້ໜຶ່ງ,ເສດຖີມາກວດກາເບິ່ງບ່ອນປຸກເຮືອນ.ເມື່ອຫຼຽວເບິ່ງໄປເບ່ິງມາ,ກໍຮູ້ສຶກບໍ່ຄັກຢູ່ໃນໃຈ.ເລີຍໄປຖາມນາຍຊ່າງວ່າ: "ພວກສູພາກັນປຸກເຮືອນແນວໃດໃຫ້ກູ,ຮຶ" ນາຍຂ່າງຕອບ ວ່າ: "ກໍ່ແມ່ນເຮືອນສາມຊັ້ນຫັ້ນຕວາ.
ພໍໄດ້ຍິນຈັ່ງຊັ້ນເສດຖີຈ້າຜູ່ນີ້ກໍຟ້າວຫ້າມພວກນາຍຊ່າງວ່າ: "ກູແມ່ນຢາກໄດ້ຊັ້ນທີສາມພຸ້ນ,ບໍ່ຢາກໄດ້ຊັ້ນໜ່ຶງແລະຊັ້ນສອງ.ຮີບມ້າງສອງຊັ້ນລຸ່ມອອກ,ແລ້ວປຸກຊັ້ນສູງສຸດໃຫ້ກູກ່ອນ."
ນິທານເລື່ອງນີ້ໄດ້ບອກໃຫ້ພວກເຮົາຮູ້ວ່າ,ຄວາມຄິດທີ່ຫ່າງເຫີນຈາກຕົວຈິງນັ້ນຈະເຮັດຫຍັງກໍບໍ່ບັນລຸຜົນ.
|