ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-16 17:31:42    
ຜູ່​ເຖົ້າຜູ່​ແກ່​ຢ່າ​ຖື​ເບົາ​ຜົນ​ຮ້າຍ​ຂອງ​ເລືອດ​ດັນ​ຕ່ຳ(ສຽງ)

cri

                              

ໃຜ​ໆ​ກໍ່​ຮູ້​ດີ​ເລ່ືອງ​ຈິງ​ແນວ​ນີ້​ແລ້ວ​ວ່າ,ຄຽງ​ຄູ່​ກັບ​ອາຍຸ​ສັງ​ຂານເພ່ີມ​ຂຶ້ນ,​ຄວາມດັນເລືອດ​ຂອງ​ຜູ່​ເຖົ້າຜູ່​ແກ່​ຈະ​ຄ່ອຍໆ​ສູງ​ຂຶ້ນ,​ແລ້ວ​​ເປັນ​ໂລກ​ເລ​ືອດດັນ​ສູງ, ​ມີ​ຜົນ​ຮ້າຍ​ຕໍ​່ສຸຂະພາບ​ຂອງ​ຜູ່​ເຖົ້າຜູ່​ແກ່​ຢ່າງ​ໜັກໜ່ວງ,​ແຕ່​ຖ້າ​ເປັນເລືອດ​ດັນ​ຕ່ຳກໍ​ບໍ່​ດີ​ເຊ່ັນ​ດຽວ​ກັນ.​

ມີ​​ແມ່ເຖົ້າຜູ່​ໜ່ຶງ​ຮູ້​ສຶກ​ໂຊກ​ດີ​ໂດຍ​ຕະຫລອດ​ທ່ີ​ຕົນ​ເອງ​ບໍ່​​ເປັນ​ໂລກເລືອດ​ດັນ​ສູງ.​ແຕ່​ຢູ່​ມາ​ມື້​ໜ່ຶງ,​ແມ່​ເຖົ້າຜູ່​ນີ້​ລຸກ​ຢືນ​ຂຶ້ນຈາກ​ເກົ້າ​ອີ້,ບັງ​ເອີນ​ຮູ້ສຶກ​ວິນ​ຫົວ​ມົວ​ຕາ,​ຍ່າງ​ເຊ​ໄປເຊມາ, ເລີຍ​ລົ້ມລົງ​ພື້ນ​ດິນ, ​ເຖິງ​ວ່າ​ບຶດ​ນ່ຶຶງ​ໄດ້​ຮູ້​ເມ່ືອ​ຄີງ​​ຂຶ້ນມາ​ອີກ​​ກໍ່ຕາມ,​ແຕ່​ກະດູກຂາ​ພັດ​ຫັກ.ຄົນ​ໃນ​ຄອບຄົວສ່ົງ​ແມ່​ເຖົ້າໄປ​ໂຮງໝໍ, ນາຍ​ໝໍ​ເວົ້າວ່າ, ນີ້​ແມ່ນຍ້ອນ​ປັດ​ໄຈ​ອັນຕະລາຍ​ຈາກຄວາມດັນ​ເລືອດ​​ຕຳ່​ຍ້ອນ​ນ່ັງ​ດົນ. ນາຍ​ໝໍ​ອະທິ​ບາຍ​ວ່າ,​ເລືອດ​ດັນ​ຕ່ຳ​ຂອງ​ຜູ່​ເຖົ້າຜູ່​ແກ່​ກໍ່​ພາ​ໃຫ້​ການ​ສະໜອງ​ເລືອດ​ຂອງ​ສະ ໝອງ​ແລະ​ຫົວ​ໃຈ​ບໍ່​ພຽງພໍ​ຢ່າງ​ໜັກໜ່ວງ​ໄດ້ຄື​ກັນ,ລະດັບ​ອັນຕະລາຍ​ຂອງ​ມັນບໍ່​ດ້ອຍ​ກວ່າ​ເລືອດ​ດັນ​ສູງ.

ເລືອດ​ດັນ​ຕ່ຳ​ຂອງ​ຜູ່​ເຖົ້າຜູ່​ແກ່​ແມ່ນ​ໝາຍ​ເຖິງ​ຄວາມດັນ​ສູງ​ຕ່ຳ​ກວ່າ 90 ມີ​ລີ​ແມັດບາຫລອດ,ຄວາມ​ດັນ​ຕ່ຳ​ຕ່ຳ​ກວ່າ 60 ມີ​ລີ​ແມັດບາ​ຫລອດ.​ ເລືອກ​ດັນ​ຕ່ຳ​ອາດ​ຈະ​ແມ່ນຊ່ົວຄາວ,​ແລະ​ກໍ່​ອາດ​​​ແມ່ນ​ໄລຍະ​ຍາວ,ຜົນ​ຮ້າຍ​ຂອງ​ມັນ​ແມ່ນ​ພາ​ໃຫ້ການ​ສະໜອງ​ເລືອດ​ແກ່​ອະ​ໄວ​ຍະ​ວະ​ຕ່າງໆ​ຂອງ​ຮ່າງກາຍ​ຄົນ​ບໍ່​ພຽງພໍ.ຍ້ອນ​ສະໝອງ​ຮູ້ສຶກສະ​ດຸ້ງ​ໄວທ່ີ​ສຸດ​ຕໍ່​ການ​ຂາດ​ເລືອດ​ຂາດ​ອັອກຊີ​ແຊນ,​ຜົນ​ຮ້າຍ​ຍ້ອນເລືອດ​ດັນ​ຕ່ຳ​ພາ​ໃຫ້​ເນື້ອ​ເຍ່ືອສະໝອງ​ຂາດ​ເລືອດ​ນັ້ນ​ແມ່ນພົ້ນ​ເດ່ັນ​ທ່ີ​ສຸດ,ຄົນ​ເຈັບ​ມັກ​ຮູ້ສຶກ​ວິນ​ຫົວ ​ເຈັບຫົວ ຕາມົວ ມັກ​ລືມ,ສະໝອງ​​ເຊີ້​ຊ້າ,ມັກ​ສະຫຼົບ​ໄປ​ຍ້ອນ​ສະໝອງ​ຂາດ​ເລ​ືອດ ​ເຈັບຫົວ​ໃຈ​ແລະຫົວ​ໃຈ​ຕີບ.

ສາ​ເຫດ​ທ່ີ​ພາ​ໃຫ້​​ເປັນ​ເລືອດ​ດັນ​ຕ່ຳ​​ມີ​ຫລາຍ​ຢ່າງ, ​ເຊ່ັນຢາ​ຫລາຍ​ໆ​ຢ່າງ​ສາມາດ​ພາ​ໃຫ້​ເລືອດ​ດັນ​ຕ່ຳ,ຕົວຢ່າງ​ຄື​ຜູ່​ເປັນ​ເລືອດ​ດັນ​ສູງ​ກິນ​ຢາ​ຫລຸດ​ຄວາມດັນ​ຫລາຍ​ເກີນ​ໄປ​ກໍ່​ອາດ​ຈະ​ພາ​ໃຫ​້​ເລືອດ​ດັນ​ຕ່ຳ;ຫລາຍໆ​ຄົນ​ໃນ​ເວລາ​ຖ່າຍ​ເບົາ​ນັ້ນ,ຄວາມດັນ​ໃນ​ທ້ອງ​ຫລຸດ​ລົງ​ຢ່າງ​ກະທັນຫັນ,​ເລືອດ​ໄຫລ​ຄືນ​ຫົວ​ໃຈ​ຫລຸດ​ລົງ​ຈ່ິງ​ເກີດ​ອາການ​ສະຫລົບ​ຍ້ອນ​ເລືອດ​ດັນ​ຕ່ຳ​ລັກສະນະ​ຊ່ົວຄາວ,ອາການເຫ່ົຼານີ້​ມັກ​ເກີດຂຶ້ນ​ໃນ​ເວລາພໍ່​ເຖົ້າລຸກຂຶ້ນມາ​ຖ່າຍ​ເບົາ​ຫລື​ຖ່າຍ​ເບົາ​ແລ້ວ​ໃນ​ຍາມ​ກາງຄືນ.​ເວົ້າສຳລັບ​ຜູ່​ເຖົ້າຜູ່​ແກ່​ແລ້ວ, ຄັນນອນ​ປ່ວຍ​ເປັນ​ເວລາ​ດົນ​ນານ,ກໍ​ອາດ​ຈະ​ພາ​ໃຫ້​ບົດບາດ​ປັບປຸງ​ຂອງ​ເສັ້ນປະສາດ​ພຶກສາຊາດ​ອ່ອນ​ລົງ, ບວກ​ກັບ​ຂາດ​ທາດ​ບຳລຸງ​ກໍ່​ມັກ​​ເປັນ​ເລືອດ​ດັນ​ຕ່ຳ; ​ແມ່​ເຖົ້າ​ທ່ີ​ຮ່າງກາຍ​ອ່ອນ​ໂຊ​ມັກ​ເປັນ​ເລືອດ​ດັນ​ຕ່ຳ​ຍ້ອນ​ຄຸນ​ທາດ​ຮ່າງ​ກາຍ,​ແລະກໍ​ມີ​ປັດ​ໃຈ​ຍ້ອນທ່າ​ງ່ຽງ​ກຳມະພັນ​,ຜູ່​ປ່ວຍ​ມັກ​ວິນ​ຫົວ ຫົວ​ໃຈ​ເຕັ້ນ​ໄວ​ແລະ​ອ່ອນ​​ເພຍ,​ໄປ​ຫາ​ໝໍ​ຢູ່​ໂຮງ​ໝໍ​ກໍ່​ກວດ​ບໍ່​ຮູ້​ວ່າ​ເປ​ັນ​ພະຍາດ​ຫຍັງ,ນີ້​ແມ່ນ​ຍ້ອນ​​ມີ​ພະລັງ​ພອງ​ຂຶ້ນ​ຂອງ​ກ້າມ​ເນື້ອ​ຫົວ​ໃຈຂອງ​ຜູ່​ເຖົ້າຜູ່​ແກ່​ອ່ອນ​ລົງ,ຝາ​ເສັ້ນ​ເລືອດ​ຂາດ​ຄວາມ​ດີດ. ນອກນີ້,​ໃນ​ເວລາ​ເປັນ​ເລືອດ​ຈາງ ​ເລືອດອອກ​ດ່ວນ ​ໂລກ​ຫົວ​ໃຈ ​ໂລກ​ເບົາຫວານ ກະ​ເພາະ​ອາຫານ​ອອກ​ເລືອດ​ ​ເປັນ​ລົມ​ເປັນຕົ້ນກໍ່​ມັກ​ເປັນ​ເລືອດ​ດັນ​ຕ່ຳ.

ການ​ປ້ອງ​ກັນ​ເລືອດ​ດັນ​ຕ່ຳ​ຂອງ​ຜູ່​ເຖົ້າ​ແກ່​ຊະລາ​ຕ້ອງ​ຊອກ​ຫາ​ສາ​ເຫ​ດກ່ອນ,​ເຊັ່ນ​ຄັນ​ຫລຸດ​ຄວາມດັນ​ແຮງ​ເກີນ​ໄປ​ກໍ່​ຄວນ​ເຊົາ​ກິນ​ຢາ​ຫລຸດ​ຄວາມດັນ​ສູງ​ຊ່ົວຄາວ,ຖ້າ​ເປັນ​ເລືອດ​ຈາງ ກະ​ເພາະ​ອາຫານ​ອອກ​ເລືອດ​ເປັນຕົ້ນກໍ່​ຕ້ອງ​ໄປ​ຫາ​ໝໍ​ຢ່າງ​ທັນ​ການ; ຖ້າ​ເປັນ​ເລືອດ​ດັນ​ຕ່ຳ​ຍ້ອນ​ນ່ັງ​ດົນຫຼືນອນ​ດົນ,​ໃນ​ເວລາ​ລຸກ​​ຂຶ້ນຢືນຫລື​ຕ່ືນ​ນອນ​ຕ້ອງ​ຄ່ອຍໆ​ຂຶ້ນ,ຢ່າຟ້າ​ວຟ່ັງ,ປ່ຽນ​ທ່າ​ຮ່າງກາຍ​ເທ່ືອ​ໃດ​ຕ້ອງ​ພັກຜ່ອນ 2-3 ນາທີ;ຜູ່​ຮ່າງກາຍ​ອ່ອນ​​ແອ​ຄວນ​ເພ່ິມ​ທາດ​ບຳລຸງ.

ຜູ່​ເປັນ​ເລືອດ​ດັນ​ຕ່ຳ​ຕ້ອງ​ຍຶດໝັ້ນ​ອອກກຳລັງ​ກາຍ,​ເສີມ​ສ້າ​ງຄຸນ​ທາດ​ຮ່າງກາຍ,​ເພີ່ມ​ບົດບາດ​ປັບປຸງ​ຂອງ​ເສັ້ນ​ເລືອດ​ຫົວ​ໃຈ​ແລະ​ເສັ້ນປະສາດ.ຜູ່​ຊ່ຽວຊານ​ເວົ້າວ່າ,"ອອກກຳລັງ​ກາຍ​ສາມາດ​ເຂົ້າ​ແທນ​ຢາ​ຫລາຍໆ​ຢ່າງ​ໄດ້,​ແຕ່​ຢາ​ຂະໜານ​ໃດ​ກໍ່​ເຂົ້າ​ແທນ​ການ​ອອກກຳລັງ​ກາຍ​ບໍ່​ໄດ້."ຜູ່​ເຖົ້າ​ແກ່​ຊະລາ​ທ່ີ່​ເປັນ​ເລືອດ​ດັນ​ຕ່ຳ​ສາມາດ​ອີງ​ຕາມ​ສະພາບ​ຮ່າງກາຍ​ຂອງຕົນ,​ເລືອກ​ເອົາ​ລາຍການ​ອອກກຳລັງ​ກາຍ​ທ່ີ​ເໝາະ​ກັບ​ຕົນ​ເອງ.​

ໃນ​ດ້ານ​ກິນ​ດ່ືມ,ຜູ່​ເປັນ​ເລືອດ​ດັນ​ຕ່ຳ​ຄວນ​ເອົາ​ໃຈ​ໃສ່​​ເພ່ີມ​ທາດ​ບຳລຸງ,ຈະ​ກິນ​ເກືອ​ໃຫ້​ຫລາຍ​ແດ່​ກໍ່​ໄດ້,ຄື​ປະມານ 2-3 ​ເທ່ົາ​ຂອງ​ປະລິມານ​ເກືອ​​ໃນ​ຍາມ​ປົກກະຕິ,ຄື 20 –25 ກະລາ​ມຕໍ່​ມື້.​ເມ່ືອ​ກິນ​ເກືອ​ໃຫ້​ຫລາຍ​ແລ້ວ​ຍັງ​ຕ້ອງ​ກິນນ້ຳ​ໃຫ້​ຫລາຍ,ນ້ຳ​ເຂົ້າ​ໃນ​ເລືອດ​ອ່າວ​ຫລາຍ​ສາມາດ​ເພ່ີມ​ປະລິມານ​ເລືອດ,​ແລ້ວ​ເຮັດ​ໃຫ້​ເລືອດ​ດັນ​ສູງ​ຂຶ້ນ.