ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-17 08:52:43    
ການຄົ້ນພົບວິທະຍາສາດທີ່ຍິ່ງໃຫຍ່ກວ່າໝູ່10ຢ່າງ(ພາກຕົ້ນ) (ສຽງ)

cri

                          

ໜື່ງ: ຫຼັກເກນປີຕາກໍ

ໃນຮູບສາມແຈສາກ,ກຳລັງສອງຂອງເສັ້ນເນີ້ງເທົ່າກັບຜົນບວກຂອງກຳລັງສອງຂອງ
ເສັ້ນສາກສອງເສັ້ນ.ຜູ່ທີ່ພິສູດຫຼັກເກນດັ່ງກາວເປັນຄັ້ງທຳອິດແມ່ນທ່ານ ປີຕາກໍ ນັກ
ປັດຊະຍາຂອງເກຼັກກ່ອນຄ.ສ.6ສະຕະວັດ.ທ່ານປີຕາກໍເຫັນວ່າ,ແກນກາງຂອງໂລກ
ຟິຊິກສາດແມ່ນຄະນິດສາດ.ການເອົາຟີຊິກສາດປະສານກັນກັບຄະນິດສາດໄດ້ຖືກພິ
ສູດແລ້ວວ່າເປັນການປະສານກັນທີ່ມີໝາກຜົນຫຼາຍກວ່າໝູ່. ຈົນຮອດປະຈຸບັນ,ຖ້າ
ວ່າທິດສະດີວິທະຍາສາດລາຍໜື່ງສາມາດພິສູດຈາກດ້ານຄະນິດສາດໄດ້,ຄົນທັງ
ຫຼາຍຈິ່ງເຫັນວ່າທິດສະດີນີ້ເປັນໜ້າເຊື່ອໄດ້ຢ່າງແທ້ຈິງ.

ຫຼັກເກນປີຕາກໍແມ່ນຫຼັກເກນພື້ນຖານອັນໜຶ່ງໃນເລຂາຄະນິດຂັ້ນຕົ້ນ,ຫຼັກເກນນີ້ມີ
ປະຫວັດອັນຍາວນານທີ່ສຸດ.ເກືອບໝົດທຸກອາລາຍະປະເທດບູຮານໃນໂລກເຊັ່ນ
ເກຼັກ,ຈີນ,ເອຢິບ,ບາບີລອນແລະອິນເດຍເປັນຕົ້ນລ້ວນແຕ່ໄດ້ຄົ້ນຄວ້າຕໍ່ຫຼັກເກນນີ້.ທ່ານປີຕາກໍນັກຄະນິດສາດທີ່ມີຊື່ສຽງຂອງເກຼັກເຄີຍຄົ້ນຄວ້າຫຼັກເກນດ່ັງກ່າວ,ສະ
ນັ້ນ,ປະເທດຝ່າຍຕາເວັນຕົກລ້ວນແຕ່ເອີ້ນຫຼັກເກນດັ່ງກ່າວເປັນຫຼັກເກນປີຕາກໍ.

ສອງ: ການຊົງຕົວຢູ່ຂອງຈຸລິນຊີ

ທ້າຍສະຕະວັດທີ17, ທ່ານເລເວີນຮຸກນັກທຸລະກິດຜະລິດແວ່ນສ່ອງຂອງໂຮນລັງ
ໄດ້ຂູດເອົາສິ່ງເສດເຫຼືອຈຳນວນໜື່ງຈາກແຂ້ວຂອງຕົນ,ແລ້ວສ່ອງເບິ່ງດ້ວຍກ້ອງ
ຈຸລະທັດ.ທ່ານເຫັນວ່າ,ຢູ່ໃນສິ່ງເສດເຫຼືອນັ້ນມີຈຸລິນຊີນ້ອຍໆພວມເໜັງຕີງຢູ່.ທີ່
ຈິງແລ້ວ,ຕາຄົນເຮົາແມ່ນເບິ່ງບໍ່ເຫັນຈຸລິນຊີຊະນິດນີ້.ຈາກນັ້ນປະມານສອງສະຕະ
ວັດ,ຜ່ານຈາກການຮັບຮູ້ຕໍ່ຈຸລິນຊີທີ່ເບິ່ງບໍ່ເຫັນດ້ວຍຕາເປົ່າຊະນິດນີ້,ທ່ານປາສເຕີ
ໄດ້ສະເໜີທິດສະດີຈຸລິນຊີກ່ຽວກັບພະຍາດ.ທິດສະດີດ່ັງກ່າວໄດ້ເຮັດໃຫ້ນາຍໝໍ
ຜ່ານຜ່າຄວາມຫຍຸ້ງຍາກໃນການປົວພະຍາດຫຼາຍຊະນິດ,ເຊັ່ນ,ໄຂ້ທໍລະພິດ,ໂລກ
ໂປລີໂອແລະພະຍາດຄໍຕີບເປັນຕົ້ນ.ຈາກນັ້ັນມາ,ຄວາມຮັບຮູ້ຂອງມວນມະນຸດທີ່ມີ
ຕໍ່ມູນເຫດຕົ້ນຕໍທີ່ພາໃຫ້ຄົນຕາຍເຊັ່ນພະຍາດຕິດແປດ,ໂລກຫົວໃຈແລະໂລກມະ
ເຮັງເປັນຕົ້ນໄດ້ເກີດມີການປ່ຽນແປງ.

ຈຸລິນຊີແມ່ນຊື່ລວມຂອງຊີວະຊາດຕົວນ້ອຍໆທັງໝົດທີ່ເບິ່ງບໍ່ເຫັນດ້ວຍຕາເປົ່າຫຼື
ເຫັນບໍ່ແຈ້ງ.ພວກມັນແມ່ນຊີວະຊາດຊັ້ນຕຳ່ທີ່ຕົວນ້ອຍ,ມີອົງປະກອບງ່າຍ.ເຖິງວ່າ
ຕາຂອງຄົນເຮົາເບິ່ງບໍ່ເຫັນຈຸລະທັດຈຸລິນຊີໂຕດຽວກໍຕາມ,ແຕ່ວ່າ,ເມື່ອຈຸລິນຊີອອກ
ແມ່ແຜ່ລູກເປັນຈຳນວນຫຼວງຫຼາຍຢູ່ເທິງວັດຖຸໃດໜຶ່ງກາຍເປັນກຸ່ມບັກໃຫຍ່,ຫຼືລ້ຽງ
ຈຸລິນຊີຢູ່ໃນວັດຖຸໃດໜຶ່ງແລ້ວ,ຄົນເຮົາກໍຈະເຫັນພວກມັນໄດ້.ຕົວຢ່າງຄື,ໂໝກທີ່
ເກີດຢູ່ເທິງຂະໜົມແລະເຂົ້າຈີ່ທີ່ຕົກໂໝກ,ເມັດດ່າງຢູ່ເທິງໝາກໄມ້ເນົ່າແລະເມັດ
ເປັນໂໝກຢູ່ເທິງເກີບໜັງ,ຂີ້ຫິດເທິງຜິວເປັນຕົ້ນ.

ສາມ:ທ່ານນີວເຕິນໄດ້ສະເໜີກົດເກນ3ປະການແຫ່ງການເຄື່ອນທີ່,ໄດ້ອະທິບາຍ
ການເຄື່ອນທີ່ຂອງວັດຖຸທັງໝົດໃນອະວະກາດ.ທ່ານນີວເຕິນຍັງໄດ້ຄົ້ນພົບສັງຈຸລະ
ຄະນິດແລະອະທິບາຍກຳລັງດູດ.

ສີ່:ອົງປະກອບຂອງວັດຖຸ.

ປີ1789,ທ່ານລາວາຊີນັກເຄມີສາດຂອງຝະຣັ່ງໄດ້ລົບລ້າງທິດສະດີກ່ຽວກັບທາດ
ໄໝ້,ແລ້ວສະເໜີທິດສະດີກ່ຽວກັບສານ.ທ່ານກ່າວວ່າ,ສານບໍ່ສາມາດແຍກຕົວໄດ້
ໃນຂະບວນການການປ່ຽນແປງດ້ານເຄມີສາດໃດໆ.ຕາລາງສານທີ່ທ່ານສະເໜີອ
ອກມານັ້ນແມ່ນບໍ່ຄົບຖ້ວນ,ຍັງມີຄວາມຜິດພາດຈຳນວນໜຶ່ງ,ແຕ່ວ່າທ່ານໄດ້ເສີມ
ຂະຫຍາຍບົດບາດສຳຄັນເຂົ້າໃນການເຮັດຕາລາງສານຄົບຖ້ວນ.ບົນພື້ນຖານວຽກ
ງານຂອງທ່ານ,ນັກວິທະຍາສາດທັງຫຼາຍໄດ້ສະເໜີຄວາມເຫັນໃນຍຸກປະຈຸບັນ,ຄື
ວັດຖຸທັງໝົດສາມາດແຍກຕົວເປັນສານ109ຊະນິດ.ສານທັງໝົດລ້ວນແຕ່ປະກອບ
ດ້ວຍປະລາມານູ,ປະລາມານູທັງໝົດລ້ວນແຕ່ປະກອບດ້ວຍໂປຼຕົງ,ເນີຕຼົງແລະເອ
ເລັກຕົຼງ.

ທີ່ກ່າວມາຂ້າງເຖິງນັ້ນແມ່ນ4ຢ່າງໃນການຄົ້ນພົບວິທະຍາສາດ10ຢ່າງທີ່ເກີດມີຜົນ
ສະທ້ອນອັນສຳຄັນຕໍ່ສັງຄົມມະນຸດ.ໃນການຄົ້ນພົບດັ່ງກ່າວ,ມີບາງຢ່າງຄົນເຮົາລື້ງ
ແກວ່ນທີ່ສຸດ.ບາງຢ່າງພັດແມ່ນຄົນເຮົາບໍ່ຮູ້ຈັກ,ໃນຂັ້ນພື້ນຖານແລ້ວ,ຄົນທັງຫຼາຍ
ຍາກທີ່ຈະຈຳແນກວ່າ,ທິດສະດີວ່າດ້ວຍການວິວັດທະນາການຂອງທ່ານດາວິນ
ແລະກົດເກນ3ປະການແຫ່ງການເຄື່ອນທີ່ຂອງທ່ານນີວເຕິນ,ອັນໃດຍິ່ງໃຫຍ່ກວ່າ
ກັນ.ສະນັ້ນ,ສິ່ງທີ່ຄົນເຮົາຕ້ອງເຮັດນັ້ນພຽງແຕ່ແມ່ນຢືນຢູ່ເທິງບ່າຂອງພວກນັກວິ
ທະຍາສາດຜູ່ຍິງໃຫຍ່ເຊັ່ນທ່ານນີວເຕິນເປັນຕົ້ນ,ເພື່ອເຫັນກວ້າງມອງໄກກວ່າເກົ່າ.