ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-18 09:29:10    
ກອງ​ປະຊຸມ​ສຸດ​ຍອດ​ອົງການ​ຮ່ວມ​ມື​ຊຽງ​ໄຮ້​ຈັດ​ຂຶ້ນ​ຢູ່​ຕັສເກນ

cri

(ວັນທີ 17 ມິຖຸນາ ກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ໄດ້ໄຂຂຶ້ນຢູ່ຕັສເກນ,
ນະຄອນຫລວງອຸສເບກີສະຖານ, ນີ້ແມ່ນປະມຸກລັດຂອງ 6 ປະເທດສະມາຊິກອົງການ
ຮ່ວມມືຊຽງໄຮ້ຖ່າຍຮູບນຳກັນກັບທ່ານກາຈາອີ ປະທານາທິບໍດີລັດຖະບານຂ້າມຜ່ານ
ອາຟການີສະຖານ)

CRI ລາຍ​ງານ​ວ່າ: ຕອນ​ທ່ຽງ​ວັນ​ທີ 17 ມິຖຸນາ ກອງ​ປະຊຸມ​ສຸດ​ຍອດ​ອົງການ​ຮ່ວມ​ມື​ຊຽງ​ໄຮ້​ທ່ີ​ຈັດ​ເປັນ​ເວລາ​ມື້ຫນຶ່ງ​ໄດ້​ໄຂ​ຂຶ້ນ​ຢູ່​ຕັສເກນ ນະຄອນຫລວງ​ອຸສ​ເບ​ກີ​ສະຖານ.

ປະມຸກ​ລັດ​ຂອງ 6 ປະ​ເທດ​ສະມາຊິກ​ຄື ຈີນ ກາ​ຊັກ​ສະຖານ ກຽດ​ກິ​ຊິ​ສະຖານ ລັດ​ເຊຍ ຕາ​ກີ​ຊິ​ສະຖານ​ແລະ​ອຸສ​ເບ​ກີ​ສະຖານ​ໄດ້​ລົງ​ເລິກ​​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ສ້າງ​ສາກົນ​ໄກ​ຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ້​ແລະ​ສະຖານະ​ການ​ພື້ນຖານ,​ໄດ້​ເຊັນ​ແລະ​ອະນຸມັດ​ເອກະສານ​ສຳຄັນ​ຫລາຍ​ສະບັບ​ຄື ຄຳ​ຖະ​ແຫລ​ງການ​ຕັສເກນ,ຕົກລົງ​ນຳ​ໃຊ້​ບາດ​ກ້າວອັນ​ລະອຽດ,ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພ​ແລະ​ເສດຖະກິດ.ປະມຸກ​ລັດ​ບັນດາ​ປະ​ເທດ​ຍັງ​​ເປັນ​ເອກະສັນ​ກັນ​ເຫັນ​ດີ​ຮັບ​ເອົາ​ປະ​ເທດ​ໂມງ​​ໂກນ​ເປັນນັກ​ສັງ​ເກດ​ການ​ຂອງ​ອົງການ​ນີ້.


(ທ່ານ​ຫູ​ຈີນ​ທາວ​ໄດ້​ກ່າວ​ຄຳ​ປາ​ໃສ​ສຳຄັນ​ທ່ີ​ພາດ​ຫົວ​ເລື່ອງ​ວ່າ: ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທ່ີຕິດ​ແທດ​ຕົວ​ຈິງ, ສະ​ແຫວ​ງຫາ​ການ​ພັດທະນາ​ພ້ອມ​ກັນໃນກອງປະຊຸມສຸດຍອດຕັສການ)

​​ໃນ​ເວລາ​ເຈລະຈາ​ລະຫວ່າງ​ປະມຸກ​ລັດ, ທ່ານ​ຫູ​ຈີນ​ທາວ​ໄດ້​ກ່າວ​ຄຳ​ປາ​ໃສ​ສຳຄັນ​ທ່ີ​ພາດ​ຫົວ​ເລື່ອງ​ວ່າ: ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທ່ີຕິດ​ແທດ​ຕົວ​ຈິງ, ສະ​ແຫວ​ງຫາ​ການ​ພັດທະນາ​ພ້ອມ​ກັນ.ທ່ານ​ເວົ້າວ່າ, ອົງການ​ຮ່ວມ​ມື​ຊຽງ​ໄຮ້​ໄດ້​ສ້າງ​​ໂສມ​ຫນ້າອັນ​ດີງາມ​ແຫ່ງສັນຕິພາບ ຮ່ວມ​ມື​ກັນ​ແລະ​​ໄຂ​ປະຕູ​ສູ່​ພາຍ​ນອກ​ໃນ​ສາກົນ, ກາຍ​ເປັນ​ກຳລັງ​ທ່ີ​ມີ​ລັກສະນະ​ກໍ່ສ້າງໃນ​ວຽກ​ງານ​ສາກົນ​ແລະ​ພາກ​ພື້ນ.​ແຕ່​ປະຈຸ​ບັນເປັນຕົ້ນ​ໄປ, ຄວນ​ຫັນ​ຈຸດ​ຫນັກ​ວຽກ​ງານ​ຂອງ​ອົງການ​ນີ້​​ໄປ​ສູ່​ການ​​ເປີດ​ກວ້າງ​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ.

ຕອນ​ເຊົ້າມື້​ດຽວ​ກັນ, ປະ​ມຸກ​ລັດ 6 ປະ​ເທດ​ຍັງ​ພ້ອມ​ກັນ​ເຂົ້າຮ່ວມ​ພິທີ​ສ້າງຕັ້ງຄະນະ​ບໍລິຫານ​ງານອົງການ​ຕ້ານ​ການ​ກໍ່​ການ​ຮ້າຍ​ພາກ​ພື້ນຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ້ຢ່າງ​ເປັນ​ທາງ​ການ, ນີ້​ເປັນ​ຂີດ​ຫມາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ອົງການ​ນີ້​ໄດ້​ຢ່ວງ​ບາດກ້າວອັນ​ສຳຄັນ​ໃນການ​ຕ້ານ​ການ​ກໍ່​ການ​ຮ້າຍ.

ກອງປະຊຸມສຸດຍອດເທື່ອຫນ້າຈະຈັດຂຶ້ນຢູ່ກາຊັກສະຖານ.

ທ່ານກາຈາອີ ປະທານາທິບໍດີລັດຖະບານຂ້າມຜ່ານອາຟການີສະຖານໄດ້ເຂົ້າຮ່ວມກອງ
ປະຊຸມເທື່ອນີ້ໃນນາມເປັນແຂກຂອງປະເທດເຈົ້າພາບ.