ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-22 09:32:52    
ເມືອງ​ຢັ້ງ​ປີ້​ໃນ​ຊູ່​ມື້​ນີ້

cri

ຢູ່ພາກ​ຕາ​ເວັນ​ຕົກ​ຂອງ​ກິ່ງ​ແຂວງ​​ຕາ​ລີ​ເຜົ່າ​ປາຍ​ປົກຄອງ​ຕົນເອງ​ຂອງ​ແຂວງ​ຢູນນານ​ຊາຍ​ແດນພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,ມີ​ເມືອງ​ບູຮານ​​ເມືອງ​ໜື່ງຊື່ວ່າ​ເມືອງ​ຢັ້ງ​ປີ້.​ໃນ​ສະ​ໄໝ​ບູຮານ,​ເມືອງ​ດັ່ງກ່າວ​ເປັນ​ບ່ອນ​ທີ່​ເສັ້ນ​ທາງ​ຜ້າ​ໄໝ​ຜ່ານ​ແຕ່​ຈີນ​​ໄປ​ຫາ​ອາຊີ​ອາ​ຄະ​ເນ​ແລະ​ອາຊີ​ໃຕ້​.ປະຈຸ​ບັນ,​ທາງ​ຫຼວງ​ຢູນນານ​ມຽນມາ​ທີ່​ສ້າງ​ໃນ​ໄລຍະ​ສົງຄາມຕໍ່​ຕ້ານ​ຍີ່​ປຸ່ນ​ໄດ້​​ເນັ່ງ​ຜ່ານ​ເມືອງ​ດັ່ງກ່າວ.​ທາງ​ດ່ວນ​ແຕ່​ເມືອງ​ຕາ​ລີ​ຮອດ​ເມືອງ​ປາວ​ຊານ​ແລະ​ທາງ​ຫຼວງ​ແຫ່ງ​ຊາດ​ເລກ​320​ກໍ​ໄດ້​​ຜ່ານ​​ເມືອງ​ນີ້​ໄປ.

ເມືອງ​ຢັ້ງ​ປີ້​ໃນຊູ່​ມື້​ນີ້​​ເປັນ​ເມືອງ​ປົກຄອງ​ຕົນ​ເອງ​ທີ່​ມີ​ີ17​ຊົນ​ເຜົ່າ​ເຊັ່ນ,​ເຜົ່າ​ອີ,​ເຜົ່າ​ຮ້ານ,​ເຜົ່າ​ປາຍ,​ເຜົ່າ​ຮຸຍ​ເປັນ​ຕົ້ນຕັ້ງ​ພູມ​ລຳ​ເນົາ​ຢູ່​ແຫ່ງ​ນີ້.​ໃນ​ນັ້ນ,​ເຜົ່າ​ອີ​ທີ່​ຊ່າງ​ຟ້ອນ​ລຳ​ທຳ​ເພງ​​ແລະ​ມີ​ສີ​​ໄມ້​ລາຍ​ມື​ຫຼາຍ​ດ້ານ​ກວມ​ຍອດ​ຈຳນວນ​ປະຊາກອນ​ເມືອງ​ຢັ້ງ​ປີ້45%ຂຶ້ນ​ໄປ.ທ່ານ​ສາ​ຈົ່ງ​ວ້າງ​ເລຂາ​ຄະນະ​ພັກ​​ເມືອງ​ຢັ້ງ​ປີ້​ທີ່​ເປັນ​ຊາວ​​​​ເຜົ່າ​ອີ​ໄດ້​ພັນ​ລະ​ນາ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ​ຄື​ດັ່ງ​ນີ້:​"ເມືອງ​ຢັ້ງ​ປີ້​ມີ​ປະຫວັດ​ດົນນານ,ມີ​ວັດທະ​ນະທຳ​ກ້ານ​ກຸ່ງ​​ຮຸ່ງເຮືອງ,​ດິນ​ກວ້າງ​ຄົນ​ໜ້ອຍ,ມີ​ຊັບ​ໃນ​ດິນ​ສິນ​ໃນ​ນຳ້ອຸດົມ​ສົມບູນ,​ມີພູຜາ​ແມ່​ນຳ້ທີ່​ສວຍ​ສົດ​ງົດ​ງາມ​ແລະ​ມີ​ຊີວະ​ພາບ​ອັນ​ດີງາມ."

ທີ່​ດິນ,ປ່າ​ໄມ້​ແລະ​ນ້ຳ​ແມ່ນ​ຊັບພະຍາກອນ​ທຳ​ມະ​ຊາດ​ສຳຄັນ​ສາມ​ຢ່າງ​ຂອງ​ເມືອງ​ຢັ້ງ​ປີ້,ອັນ​ໄດ້​ກາຍ​ເປັນ​ພາບ​ວິວທິວ​ທັດ​ອັນ​ສວຍ​ສົດ​ງົດ​ງາມ​​ຂອງ​ບ້ານ​ເຜົ່າ​ອີ​ຄື​ມີ​ດິນ​ແດນ​ກວ້າງ​​ໃຫຍ່​ໄພສານ​ແລະມີ​ຊັບພະຍາກອນ​ອັນ​ອຸດົມ​ສົມບູນ,​ນ້ຳ​ໃສ​ປານ​ແວ່ນ,ພູດ​ອຍຂຽວ​ອຸ່ມ​ທຸ່ມ.

ເມືອງ​ຢັ້ງ​ປີ້​​ມີ​ດິນ​ແດນ​ກວ້າງໃຫຍ່​ໄພສານ,​ໃນ​​ແຕ່ລະ​ຕາລາງ​ກິ​ໂລ​ແມັດມີ​ພຽງ15​ຄົນ,ທີ່​ດິນ​ທີ່​ສະ​ເລ່ຍຕາ​ມຫົວ​ຄົນ​ແມ່ນ​28,79​ໄຮ່​ຈີນ,​ໃນ​ນັ້ນ,ມີ​ເຂດ​ປ່າ​ໄມຫຼາຍ​ສົມຄວນ.

ທຳ​ມະ​ຊາດ​ໄດ້​ສະ​ໜອງ​ຊັບພະຍາກອນ​ຊີວະ​ພາບ​ສັດ​​ແລະ​ພຶກສາ​ຊາດ​ອັນ​ອຸດົມ​ສົມບູນ​ໃຫ້​ແກ່​ເມືອງ​ຢັ້ງ​ປີ້,​ເຮັດ​ໃຫ້​​ເມືອງຢັ້ງ​ປີ້​ກາຍ​ເປັນ​ພາກສ່ວນ​ໜື່ງຂອງ​ເຂດ​ອະນຸລັກ​ທຳ​ມະ​ຊາດ​ລະບົບ​ຊີວະ​ພາບ​ລະດັບ​ຊາດ​ທີ່​​ເປັນຮ່ອງ​ຮອຍລານ​ນ້ຳກ້າມ​ພູຊາງ​ຊານ​ໜອງ​ແສ,​ປ່າ​ໄມ້​ແລະ​ໜອງ​ເທິງ​ພູ​ພຽງ.​ພາຍ​ໃນ​​ແດນ​ເມືອງ​ຢັ້ງ​ປີ້​ມີ​ພູຜາ​ກໍ​ມີປ່າ​ໄມ້​ຂຽວ​ອຸ່ມ​ທຸ່ມ​,ອັດຕາ​ປ່າ​ໄມ້​ປົກ​ຫຸ້ມ​ບັນລຸ​ເຖິງ67,2%,ມີ​ພຶກສາ​ຊາດ2849​ຊະນິດ182​ປະ​ເພດ​ຢັ່ງ​ຢາຍ​ກັນ​ຢູ່​​ແຫ່ງ​ຕ່າງໆ.

ເມືອງ​ຢັ້ງ​ປີ້​ມີ​ຊັບພະຍາກອນ​ນ້ຳ​​ອຸດົມ​ສົມບູນ,ມີ​ແມ່​ນຳ້​ລຳ​​ເຊນ້ອຍ​ໃຫຍ່​ລວມ117ສາຍ.​ແມ່​ນ້ຳ​ເຫຼົ່າ​ນີ້​ມີ​ຈຸດ​ພິ​ເສດ​ທີ່ລະດັບ​ນ້ຳ​ໂຕນ​ກັນ​ຫຼາຍ​ແລະ​ມີ​ປະລິມານ​ນ້ຳ​ໄຫຼ​ສະ​ໝ່ຳສະ​ເໝີ​ໂດຍ​ທຽບ​ຖານ,​ພະລັງງານ​ນ້ຳ​ບົ່ມ​ຊ້ອນ​ມີ​ເຖິງ​4​ແສນ5​ໝື່ນ​2100​ກິ​ໂລ​ວັດ,​ມີ​ເງື່ອນ​​ໄຂອັນ​ດີງາມ​ໃນ​ການ​ພັດທະນາ​ໂຮງ​ໄຟຟ້າ​ນ້ຳຕົກ​ແບບ​ຂັ້ນໄດ​ແລະ​ສ້າງ​ຊົນລະ​ປະທານ​ກະສິກຳ.

ພ້ອມ​ກັນ​ນັ້ນ,​ເມືອງ​ຢັ້ງ​ປີ້​ຍັງ​ມີ​ສັດປ່າ​ຫາ​ຍາກ​​ນັບ​ເປັນ​ຮ້ອຍ​ຊະນິດ​ແລະ​ແຮ່ທາດ30​ກວ່າ​ຊະນິດ​ເຊັ່ນ,ຫີນ​ອ່ອນ,ອັງ​ຕີ​ມວນ​,​ສັງກະສີ,​​ທອງ,ຫີນ​ກະລາ​ຟິດແລະບາ​ເປັນ​ຕົ້ນ.

ປີ2000,ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງປະຊາຊົນ​ເມືອງ​ຢັ້ງ​ປີ້​ໄດ້​ບັນລຸ​ເຖິງ​ຂັ້ນ​ກິນ​ອ່ີມ​ນຸ່ງ​ອຸ່ນ.ການ​ກ້າວ​ໄປ​ສູ່​ຊີວິດ​ອັນເຫຼືອ​ຢູ່​ເຫຼືອ​ກິນ​ໄດ້​ກາຍ​ເປ​ັນຫົວ​ຂໍ້​​ໂຈ​ຕະນາ​ກັນຂອງ​ປະຊາຊົນ​ທົ່ວ​ເມືອງ.​ທັດສະນະ​ຕັດສິນ​​ແລວ​ຄວາມ​ຄິດ,​ແລວ​ຄວາມ​ຄິດ​ຕັດສິນ​ທາງ​ອອກ.​ຫຼາຍ​ປີ​ມາ​ນີ້,​ເພື່ອ​ອອກ​​ແຮງຊຸກ​ຍູ້​ເສດຖະກິດ​ສັງຄົມ​ຂອງ​ທົ່ວ​ເມືອງ​ໃຫ້​ບັນລຸ​ການ​ພັດທະນາ​ແບບ​ກ້າວ​ກະ​ໂດດ,​ສ້າງ​ພື້ນຖານ​ອັນ​ໝັ້ນ​ແກ່ນ​​ເພື່ອ​ບັນລຸ​ການ​ເຫຼືອ​ຢູ່​ເຫຼືອ​ກິນ,​ອົງການ​ປົກຄອງ​ເມືອງ​ຢັ້ງ​ປີ້​ໄດ້​ສົມ​ທົບ​ກັບ​ສະພາບ​ຕົວ​ຈິງ,ອີງ​ໃສ່​ທ່າ​ແຮງ​ຊັບພະ​ຍາກອນ​ທຳ​ມະ​ຊາດ​ຂອງ​ເມືອງ​ຢັ້ງ​ປີ້,​ໄດ້​ວາງ​ແລວ​ຄວາມ​ຄິດ​ພັດທະນາ​ທີ່​ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ​ຂອງ​ເມືອງ.

ການ​ຫັນ​ການ​ພັດທະນາ​ໝາກ​ມັນ​ຫໍ້​ໃຫ້​ເປັນ​ແບບ​ອຸດສາ​ຫະກຳ​ໄດ້​ກາຍ​ເປັນຂອດ​ສຳຄັນ​ໃນ​ການ​ພັດທະນາ​ເມືອງ​ຢັ້ງ​ປີ້.ທ່ານ​ສາ​ຈົ່ງ​ວ້າງ ​ເລຂາ​ຄະນະ​ພັກ​ເມືອງ​ຢັ້ງ​ປີ້​ສະ​ເໜີ​ໃຫ້​ຮູ້​ວ່າ:"ເມືອງ​ຢັ້ງ​ປ້ີ​ມີ​ປະຫວັດ​ປູກ​ໝາກ​ມັນ​ຫໍ້​ມາຍາວ​ນານ.​ເມື່ອ​3500​ກວ່າ​ປີ​ກ່ອນ​​ກໍ​ໄດ້​ມີ​ຕົ້ນ​ໝາກ​ມັນ​ຫໍ້​ເກີດ​ຢູ່​ຫັ້ນ​ແລ້ວ.ໝາກ​ມັນ​ຫໍ້​ຢັ້ງ​ປີ້​ມີ​ຊື່​ສຽງ​ຍ້ອນ​ເປັນ​ໝາກ​ໜ່ວຍໃຫຍ່,​ເປືອກ​ບາງ,​ເນື້ອຂາວ,​ກິ່ນ​ຫອມ​ແລະມີ​ເນື້ອ​ຫຼາຍ.​ມີ​ຕົ້ນໝາກ​ມັນ​ຫໍ້ແຈກ​ຢາຍ​ຢູ່​ທົ່ວທຸກ​ແຫ່ງໃນ​ເມືອງ,​ຕົ້ນໝາກ​ມັນ​ຫໍ້​ບູຮານ​ທີ່​ມີອາຍຸ​ຫຼາຍຮ້ອຍ​ປີ,​ຈົນຮອດ​ສູ່ມື້ນີ້​ກໍຍັງ​ເປັນ​ໝາກ​ດົກໜາ​ນັ້ນ​ມີຢູ່​ຫຼວງຫຼາຍ.​ໃນ​ງານ​ຮ່ວມມື​ເຕັກນິກ​ປູກຕົ້ນ​ໝາກ​ມັນ​ຫໍ້​ທົ່ວ​ປະ​ເທດ​ຈີນ​ເມື່ອ​ປີ1979,ໝາກ​ມັນ​ຫໍ້​ຂອງ​ເມືອງຢັ້ງ​ປີ້​​ເຄີຍ​ໄດ້​ຮັບ​ລາງວັນ​"ຄຸນ​ນະພາບ​ທີ​ໜຶ່ງໃນ​ທົ່ວ​ປະ​ເທດ​ຈີນ"​.ປີ1995,​ຄະນະ​ລັດຖະບານ​ຈີນ​​ໄດ້​ຕົກລົງ​ມອບ​ນາມມະຍົດ​ເປັນ​"ບ້ານໝາ​ກມັນ​ຫໍ້​ຂອງ​ຈີນ"​ໃຫ້​ເມືອງ​ຢັ້ງ​ປີ້.ໝາກ​ມັນ​ຫໍ້​ແມ່ນ​ຜະລິດ​ຕະພັນ​ກະສິກຳ​ສຳຮອງ​ຢ່າງດຽວ​ທີ່ລາຄາ​ບໍ່​ເຄີຍ​ຕົກ​ມີແຕ່​ເພີ່ມຂຶ້ນ​​ໃນ20​ກວ່າ​ປີ​ແຕ່ດຳ​ເນີນ​ການ​ປະຕິຮູບ​ມາ​ນີ້."

ໃນ​ຫຼາຍ​ປີ​ມາ​ນີ້,​ເມືອງ​ຢັ້ງ​ປີ້​ໄດ້​ຖື​ການ​ພັດທະນາ​ໝາກ​ມັນ​ຫໍ້​ເປັນ​ອຸດສາ​ຫະກຳ​ເສົາ​ຄ້ຳ.​ປະ​ຈຸ​ບັນ,ທົ່ວ​ເມືອງ​ມີ​ເນື້ອ​ທີ່ປູກ​ຕົ້ນ​ໝາກ​ມັນ​ຫໍ້​2​ແສນ​8​ໝື່ນ4​ພັນ​ໄຮ່ຈີນ.ມີ​ຕົ້ນ​ໝາກ​ມັນຫໍ້2​ລ້ານ8​ແສນ4​ໝື່ນ​ຕົ້ນ.ໃນ​11ຕາ​​ແສງ​​ຂອງເມືອງ​ຢັ້ງ​ປີ້,​ຄອບຄົວ​ຊາວນາ​84,4%​ປູກ​ຕົ້ນ​ໝາກ​ມັນ​ຫໍ້.ການ​ປູກຕົ້ນ​ໝາກ​ມັນ​ຫໍ້​ໄດ້​ຊັກ​ນຳ​ການ​ພັດທະນາ​ອຸດສາ​ຫະກຳ​ປຸງ​ແຕ່ງ​ໝາກ​ມັນ​ຫໍ້​ຢັ້ງ​ປີ້,​ໄດ້​ຈໍ່​ຕົວ​ເປັນ​ສະຖານະ​ພາບ​ການ​ພັດທະນາ​​ແບບທຳການ​ຜະລິດ,​ການ​ປຸງ​ແຕ່ງ​ແລະ​ການ​ຈຳໜ່າຍ​ເປັນ​ເອກະ​ພົບ​ດຽວ.​ແຕ່ລະ​ປີ​ໄດ້​ປຸງ​ແຕ່ງ​ໝາກ​ມັນ​ຫໍ້​7000ກວ່າ​ໂຕນ.​ການ​ຈຳໜ່າຍ​ໝາກ​ມັນ​ຫໍ້​ຕໍ່​ປີ​ໄດ້​ກວມ1/4​ຂອງ​ທົ່ວ​ປະ​ເທດ.


ທ່ານ​ສາ​ຈົ່ງ​ວ້າງ​ ​ເລຂາ​ຄະນະ​ພັກ​ເມືອງ​ຢັ້ງ​ປີ້​ເວົ້າ​ຢ່າງ​ພາກ​ພູມ​ໃຈ​ວ່າ:​"ປະຈຸ​ບັນ,ຕະຫຼາດ​ນັດ​ໝາກ​ມັນ​ຫໍ້​ໃຫຍ່​ກວ່າ​ໝູ່​ໃນ​ທົ່ວ​ປະ​ເທດ​ຂອງ​ພວກ​ເຮົາ​ກຳລັງ​ກໍ່ສ້າງ​ຢູ່,ຕໍ່​ໄປ​ພາຍ​ໜ້າ,​ເມືອງ​ຢັ້ງ​ປີ້​ຈະ​ກາຍ​ເປັນ​ບ່ອນ​ຊື້​ຂາຍ​ໝາກ​ມັນ​ຫໍ້​ໃຫຍ່​ກວ່າ​ໝູ່​ຂອງ​ທົ່ວ​ປະ​ເທດ."

ຄຽງ​ຄູ່​ກັບ​ການ​ພັດທະນາ​ອຸດສາ​ຫະກຳ​ໝາກ​ມັນ​ຫໍ້​ມີ​ການ​ບຸກທະລຸ,​ເນື້ອ​ທີ່​ປູກ​ພືດ​ເສດຖະ​ກິດທີ່​ມີ​ສີສັນ​ພິ​ເສດ​ແລະມີ​ຄຸນ​ນະພາ​ບດີ​ເຊັ່ນ​ມັນ​​ແຊງ,​ມັນຝະຣັ່ງ​​​​ແລະ​ພືດອື່ນໆໄດ້​​ເປີດ​ກວ້າງ​ອອກ,ອັນ​ໄດ້​ລາກແກ່ຕ່ອງ​ໂສ້​ອຸດສາ​ຫະກຳ,​ເພີ່ມ​ມູນ​ຄ່າ​ເພີ່ມ​ໃຫ້​ຫຼາຍ​ຂຶ້ນ,​ໄດ້​​ສ້າງ​ແຫຼ່ງ​ໂຄງການ​ຫັນ​ກະສິກຳ​ເປັນ​ອຸສາ​ຫະກຳ​ແລະສ້າງ​ວິ​ສາ​ຫະກິດ​ຫົວ​ມັງກອນ​ທີ່​ໃຫຍ່​ແລະ​ເຂັ້ມ​ແຂງ​ຈຳນວນ​ຫຼວງຫຼາຍ.

ທ້າຍ​ປີ2003,ຍອດ​ປະລິມານ​ທັນ​ຍາ​ຫານ​ຂອງ​ເມືອງ​ຢັ້ງ​ປີ້​ບັນລຸ​ເຖິງ43​ລ້ານ​ກວ່າ​ກິ​ໂລ,ລາຍ​ໄດ້​ສຸດທິ​ສະ​ເລ່ຍຕໍ່​ຫົວ​ຄົນ​ຂອງ​ຊາວນາ​ບັນລຸ​ເຖິງ1366​ຢວນ,ບັນລຸ​GDP​300​ລ້ານ​ກວ່າ​ຢວນ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ເວລາ​ດຽວ​ກັນ​ໃນ​ປີ2002 12,3%.

ນອກ​ນີ້,​ເມືອງ​ຢັ້ງ​ປີ້​ຍັງ​ໄດ້​ໝູນ​ອ້ອມ​ຈຸດໝາຍ​ທີ່​ສ້າງ​ສັງ​ຄົມ​ເຫຼືອ​ຢູ່​ເຫຼືອ​ກິນ​ຢ່າງ​ຮອບດ້ານ,​ໄດ້​ສະ​ເໜີ​ໃຫ້​ສ້າງ​ຕັ້ງ5​ອຸດສາ​ຫະກຳ​ເສົາ​ຄຳ້​ຄື,ອຸສາ​ຫະກຳ​ທີ່​ມີ​ສີສັນພິ​ເສດ,​ການ​ຜະລິດ​ຢາ​ຊີວະ​ຊາດ,ການ​ລ້ຽງສັດ,ຢາ​ສູບ​ແລະ​ການ​ທ່ອງທ່ຽວ.

ທ່ານ​ສາ​ຈົ່ງ​ວ້າງ ​ເລຂາ​ຄະນະ​ພັກ​ເມືອງ​ຢັ້ງ​ປີ້​ກ່າວ​ວ່າ:"​​ເປົ້າ​ໝາຍ​ສູ້​ຊົນ​​ໃນ​ປີ2010​ຂອງ​ພວກ​ເຮົາ​ແມ່ນ​ແຈ່ມ​ແຈ້ງ​ທີ່​ສຸດຄື,​ເຮັດ​ໃຫ້​GDP​ໃນ​ທົ່ວ​ເມືອງ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ​2000​ໜື່ງ​ເທົ່າ,​ເຮັດ​ໃຫ້ການ​ລົງທຶນ​ອະສັງ​ຫາລິມະ​ຊັບ​ໃນ​ທົ່ວ​ສັງຄົມ​ເພີ່ມ​ຂຶ້ນ​12%ຂຶ້ນ​ໄປ​ຕໍ່​ປີ.​ເຮັດ​ໃຫ້ຍອດ​ຈຳນວນ​ລາຍ​ຮັບ​ການ​ເງິນ​ເພີ່ມ​ຂຶ້ນ​15%​ຂຶ້ນ​ໄປ​ຕໍ່​ປີ.​ເຮັດ​ໃຫ້ລາຍ​ໄດ້​ສຸດທິ​ສະ​ເລ່ຍຕາມ​ຫົວ​ຄົນ​ຕໍ່​ປີ​ຂອງ​ຊາວນາ​ເພີ່ມຂຶ້ນ​50​ຢວນຂຶ້ນ​ໄປ.ອະນາ​ຄົດ​ຂອງ​ເມືອງ​ຢັ້ງ​ປີ້​ແມ່ນ​ເຕັມ​ໄປ​ດ້ວຍ​ພະລັງ​ຊີວິດ​ແລະ​ຄວາມ​ຫວັງ​ອັນ​ສະຫວ່າງ​ສະ​ໄຫວ.