ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-22 15:01:56    
ຮ່ອງຮອຍມະນຸດທະນີ​ປັກ​ກ່ິງ​ໂຈ​ວ​ໂຄ​ວຕ້ຽນ-ມໍລະດົກ​ວັດທະນະທຳໂລກ​ຂອງ​ຈີນ(ສຽງ)

cri

                           

ນິທານ​ທ່ີ​ຊອກ​ຄົ້ນ​ໄວ​ເດັກ​ຂອງ​ມະນຸດ​ແມ່ນ​ນ່ືງ​ໃນ​ເລື້ອງທ່ີ​ຕິດ​ອົກ​ຕິດ​ໃຈຄົນ​ສະ​ໄໝ​ນີ້​ໂດຍ​ຕະຫຼອດ.ການຄົ້ນພົບ​ຂອງນັກວິທະຍາສາດ​ຫວ່າງ70ກວ່າ​ປີກ່ອນ,ໄດ້ສະ​ເທືອ​ນ​ໂລກ,ນີ້​ກໍ​ແມ່ນ​ຮ່ອງຮອຍມະນຸດ​ທະນີ​ປັກ​ກ່ິງ-ມໍລະດົກ​ໂລ​ກທ່ີຈະນຳ​ມາ​ສະ​ເໜີ​ສູ່​ທ່ານ​ຟັງ.

ຮ່ອງຮອຍ​ມະນຸດ​ທະນີ​ປັກ​ກ່ິງ​ໂຈ​ວ​ໂຄ​ວຕ້ຽນ ຕັ້ງຢູ່​ພູ​ລົງ​ກູ​ທ່ີ​ໄກ​ຈາກ​ນະຄອນ​ປັກ​ກ່ີ​ງ​ໄປ​ທາງ​ທິດຕາ​ເວັນ​ຕົກ​ສຽງ​ໃຕ້48ກີ​ໂລ​ແມ​ັດ,​ແຫ່ງ​ນີ້​ແມ່ນ​ບ່ອນ​​ຄົບກັນ​ລະຫວ່າງ​ເຂດ​ພູດ​ອຍ ກັບ​ເຂດ​ທົ່ງພຽງ.​ເທິງ​ພູມີ​ຫຼາຍຖ້ຳທຳ​ມະ​ຊາດ​ນ້ອຍ​ໃຫຍ່​ຕ່າງ​ກັນ,​ໃນນັ້ນ,ມີ​ຖ້ຳທຳ​ມະ​ຊາດ​ຍາວ​ແຕ່​ທິດຕາ​ເວັນ​ອອກ​ຫາ​ທິດຕາ​ເວັນ​ຕົກ​ປະມານ140​ແມັດ,ຄົນ​ທັງຫຼາຍ​ເອີ້ນ​ເປັນ​ຖ້ຳ ມະນຸດ​ທະນີ.ປີ1921,ທ່ານ​ອານ​ເດີ​ເຊີນ ນັກປາດ​ຊູ​ແອດ​ໄດ້​ຄົ້ນພົບ​ຮ່ອງຮອຍ​ມະນຸດ​ທະນີ​ໃນ​ຖ້ຳນີ້​ກ່ອນ​ໝູ່,ສະ​ນັ້ນ,ນັກຄົ້ນຄວ້າ​ວັດຖຸບູຮານ​ຈິ່ງຂະ​ໜານ​ນາມ​ເປັນສະຖານ​ທ່ີ​ໂຈ​ວ​  ໂຄ​ວຕ້ຽນ​ແຫ່ງ​ທຳ​ອິດ.ປີ1929,ທ່ານ​ໄພ​ເວີນຈົງ ນັກບູຮານ​ນະ​ຄະດີຂອງ​ຈີນ​ໄດ້​ຂຸດ​ພໍ້​ກະ ດູກ​ກະ​ໂຫຼກຫົວ​ທຳ​ອິດ​ຂອງ​ມະນຸດ​ທະນີ​ປັກ​ກ່ິງ​ຢູ່​ແຫ່ງ​ນີ້,​ຈົນສະ​ເທືອ​ນ​ໂລກ.​ໜ້າເສຍ​ດາຍ​ແມ່ນ,ຍ້ອນ​ຍ່ີ​ປຸ່ນກໍ່​ສົງຄາມ​ຮຸກ​ຮານ​ຈີນ,ກະດູກ​ກະ​ໂຫຼກຫົວ​ມະນຸດ​ທະນີ​ປັກ​ກ່ິງຈ່ິງ​​ເລີຍເສຍ​ຫາຍ​ໄປ​,ຈົນ​ຮອດ​ດຽວ​ນີ້ກໍ​ຍັງ​ບ່ໍ​ຮູ້​ວ່າ​ມັນ​ໄປ​ຕົກ​ຢູ່​ຫົນ​ຕຳ​ຍົນ​ໃດ.

ຮ່ອງ​ຮອຍການ​ໃຊ້​ໄຟ​ທ່ີ​ຄົ້ນພົບ​ຢສະຖານ​ທ່ີໂຈ​ວ​ໂຄ​ວຕ້ຽນ​ແຫ່ງ​ທຳ​ອິດ​ນັ້ນກໍ​ໄດ້​ຍູ້​​ປະຫວັດ ສາດ​ການ​ໃຊ້​ໄຟ​ຂອງ​ມະນຸດ​ກັບ​ຄືນ​ເມືອຫຼັງອີກຫຼາຍ​ແສນ​ປີ.ຢູ່​ຮ່ອງຮອຍ​ດ່ັງກ່າວມີ​ບ່ອນ​ເຄີຍ​ໃຊ້​ໄຟ5​ຫຼຶບ,ມີ​ກອງ​ຂີ້​ເທ່ົາ​ຍັງ​ເຫຼືອຢູ່​ສາມ​ບ່ອນ,ພ້ອມທັງກະດູກ​ທ່ີ​ຖືກ​ໄຟ​​ເຜົາຢ່າງ​ຫຼວງ ຫຼາຍ,ບ່ອນ​ໜາ​ກວ່າ​ໝູ່​ຂອ​ງກອງ​ຂີ້​ເທ່ົາ​ແມ່ນ6​ແມັດ,ຮ່ອງ​ຮອຍ​ເຫົ່ຼານີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ມະນຸດ​ທະນີ​ປັກ​ກ່ິງ​ບ່ໍ​ພຽງ​ແຕ່​ຮູ້​ໃຊ້​ໄຟ,ຫາກຍັງ​ຮູ້​ຮັກສາ​​ເຊື້ອໄຟ​​ໄວ້ອີກ.

​ຢູ່​ຕາມຮ່ອງ​ຮອຍ​ດັ່ງກ່າວ​ຍັງ​ຂຸດ​ໄດ້​ເຄ່ືອງ​​ຫີນ​ນັບ​ເປັນ​ໝ່ືນ​ເຄ່ືອງ, ວັດຖຸ​ດິບ​ລ້ວນແຕ່​​ເອົາ​ມາ​ຈາກ​ບ່ອນ​ມ່ໍ​ຮ່ອງຮອຍດັ່ງກ່າວ,​ເຄ່ືອງ​​ຫີນ​ສ່ວນ​ຫຼາຍ​ແມ່ນ​ມີ​ແຕ່​ແນວນ້ອຍໆ,ມີ​ຫຼາຍ​ຊະນິດທ່ີ​ຕ່າງກັນ,​ເຄ່ືອງ​ຫີນ​ໃນ​ໄຍລະ​ຕົ້ນ​ແມ່ນທັງ​ໃຫຍ່​ທັງ​ຫຶກ,ສ່ວນ​ຫຼາຍ​ແມ່ນ​ເຄ່ືອງ​ທຸບ,​ເຄ່ືອງ​ຫີນ​ໃນ​ໄລຍະ​ກາງ​​ແມ່ນຄ່ອຍໆ​ນ້ອຍ​ລົງ,​ເຄ່ືອງ​ຫີນ​ແບບ​ມີດ​ແຫຼມ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ.​ເຄ່ືອງ​ຫີນ​ໃນ​ໄລຍະ​ທ້າຍ​ແມ່ນຍ່ິງ​ນ້ອຍ​ລົງ,​ເຄ່ືອງ​ຫີນ​ແຫຼມ​ແມ່ນ​ເຄ່ືອງ​ຫີນ​ທ່ີ​ມີ​ສີສັນ​ພິ​ເສດ​ໃນ​ໄລຍະ​ນີ້.ທັງ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,ມະນຸດທະນີ​ປັກ​ກ່ິງ​ໄດ້​ຮູ້​ເລືອກ​ກ້ອນ​ຫີນມາ​ເຮັດ​ເຄ່ືອງ​ຫີນ,​ເອົາ​ມັນ​ເປັນ​ອາວຸດ​ຫືຼ​ເຄ່ືອງມື​ການ​ຜະລິດດຶກ​ດຳ​ບັນ,ຮູ້​ດັດ​ແປງ​ຕົນ​ເອງຢູ່​ໃນ​ການ​ຕ່ໍ​ສູ້​ກັບ​ທຳ​ມະ​ຊາດ,​​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ,ມະ​ນຸດ​ທະນີ​ປັກ​ກ່ິງ​ຮູ້​ໃຊ້​ເຄ່ືອງມດຶກ​ດຳ​ບັນ​ມາ​ອອກ​ແຮງ​ງານ,ນີ້​ແມ່ນ​ການຈຳ​ແນ​ກດ້ານ​ກົກ​ຮາກ​ທ່ີ​ຕ່າງ​ກັນ​ຂອງ​ມະນຸດ​ກັບ​ທະນີ.

ອີງຕາມ​ວັດຖຸ​ທ່ີ​ຂຸດ​ອອກ​ມາກໍ​ພິສູດ​ໄວ້​ວ່າ, ​ຫ່າງ​ຈາກ​ດຽວ​ນີ້ຫຼົບຄືນຫຼັງ​ປະມານ 7​ແສນ​ປມາ​ຮອດ 2 ​ແສນ​ປີ,ມະນຸ​ດທະນີ​ປັກ​ກ່ິງ​ກໍ​ໄດ້ດຳລົງ​ຊີວິດ​ຢູ່​ໂຈ​ວ​ໂຄ​ວຕ້ຽນ,ຫາ​ເກັບ​ກິນ​ໝາກ​ໄມ້, ​​ເປັນ​ຫັກ​ແລະ​ລ່າສັດປ່າ​ມາ​ກິນສຳຮອງ.ມະນຸດ​ທະນີ​ປັກ​ກ່ິງ​ແມ່ນ​ມະນຸດ​ປະຖົມ​ບູຮານ​ຂອດ​ກາງ​ທ່ີ​ວິວດີຈາກ​ທະນີ​ບູຮານມາ​ເປັນ​ມະນຸດ​ທ່ີ​ມີ​ປັນຍາ,ການຄົ້ນພົບ​ດ່ັງກ່າວ​ມຄຸນ​ຄ່າ​ສຳ ຄັນ​ທ່ີ​ສຸດ​ໃນ​ການຄົ້ນຄວ້າ​ຊີວະ​ສາດ ປະຫວັດສາດ​ແລະ​ປະຫວັດ​ວິວັດ​ທະ​ນາ​ການ​ຂອງ​ມະ ນຸດ.

ການຄົ້ນພົບ​ມະນຸດ​ທະນີ​ປັກ​ກ່ິງ​ໄດ້​ອຳນວຍ​ຫຼັກຖານຢ່າງ​ຫຼາກຫຼາຍ​ແລະ​ມີ​ຄວາມ​ສາມາດ​ຊວນເຊ່ືອ​​ໃຫ້​ແກ່​ກົກ​ເຄົ້າ​ເຫງົ້າ​ມູນຂອງ​ມະນຸດ.ການຄົ້ນພົບ​ແລະ​ການຄົ້ນຄວ້າ​ມະນຸດ​ທະນີ​ປັກ​ກ່ິງ​ແລະ​ວັດທະນະທຳ​ຂອງ​ເຂົາ​ເຈົ້າ​ໄດ້​ແກ້​ໄຂ​ການໂຕ້​ຖຽງກັນ​ໃນ​ວົງ​ການ​ວິທະຍາສາດ ພາຍ​ໃນ​ເຄ່ິງສະຕະວັດ​ມາ​ນີ້​ທ່ີ​ວ່າ​"ຄົນ​ຢືນ​"​ໄດ້​ນັ້ນແມ່ນ​ທະນີ​ຫືຼ​ແມ່ນ​ຄົນ​ແທ້.​ເລື້ອງ​ຈິງ​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ສະ​ໄໝ​ປະຫວັດສາດ​ມະນຸດຫາ​ກໍ​ແຈ້ງ​ຂຶ້ນ​ນັ້ນ,ຈາກ​ຮູບ​ຖານ​ຮ່າງ​ກາຍ ລັກສະນະ​ວັດທະນະທຳ​ຮອດ​ການຈັດຕັ້ງສັງຄົມ​ເປັນຕົ້ນ,​ແມ່ນມີ​ໄລຍ"ຄົນ​ຢືນ"​ແທ້,ພວກ​ເຂົາ​ເຈົ້າ​ແມ່ນ​ບັນພະ​ບູລຸດຂອງ​ຄົນ​ທ່ີ​ມີ​ປັນຍາ​​ທ່ີ​ປະກົດ​ຕົວ​ຕາມຫັຼງມາ.ຄົນ​ຢືນ​ແມ່ນ​ຢູ່​ຂອດສຳຄັນລະຫວ່າງ​ກາງ​ຈາກ​ທະນີ​ວິວັດມາເປັນ​ຄົນ.ນັບ​ມາ​ຮອດ​ປະຈຸ​ບັນ,ຮູບ​ຮ່າງ​ແບບ​ຢ່າງ​ຂອງ​"ຄົນ​ຢືນ"​ໄດ້​ນັ້ນ​ກໍ​ຍັງ​​ເອົາ​ມະນຸດ​ທະນີ​ປັກ​ກ່ິງ​ໂຈ​ວ​ໂຄ​ວຕ້ຽນ​ເປັນ​ຫັຼກ​ມາດ​ຖານ,ຮ່ອງ​ຮອຍ​ໂຈ​ວ​ໂຄ​ວຕ້ຽນຍັງ​ຄົງ​ແມ່ນຮ່ອງຮອຍ​ທ່ີ​ມີ​ວັດຖຸ​ອຸດົມສົມບູນ​ກວ່າ​ໝູ່ ​ເປັນ​ລະບົບ​ຄົບ​ຖ້ວນ​ກວ່າ​ໝູ່​ແລະ​ມີ​ຄຸນຄ່າກວ່າ​ໝູ່​ໃນ​ຈຳນວນຮ່ອງຮອຍ​ມະນຸດ​ທະ​ນີ​ຂອງ​ໂລກ​​ໃນ​ສະ​ໄໝ​ດຽວ​ກັນ​.

ຮ່ອງຮອຍ​ມະນຸດ​ທະນີ​ປັກ​ກ່ິງ​ໂຈ​ວ​ໂຄ​ວຕ້ຽນ​ໄດ້ຖືກ​ຈັດ​ເຂົ້າ​ໃນລາຍ​ຊ່ື​ມໍລະດົກ​ໂລກ​ເມ່ືອ​ເດືອນ​ທັນວາ​ປີ1987.ຄະນະ​ກຳມະການ​ມໍລະດົກ​ໂລກ​ຕີ​ລາຄາ​ວ່າ,ຮ່ອງຮອຍ​ໂຈ​ວ​ໂຄ​ວ ຕ້ຽນບ່ໍ​ພຽງ​ແຕ່​ແມ່ນ​ຫຼັກຖານປະຫວັດສາດ​ແຫ່ງ​ໜຶ່ງ​ທ່ີ​ເຫັນ​ໜ້ອຍ​ກ່ຽວ​ກັບ​ສັງຄົມ​ມະນຸດ​​ໃນແຜ່ນດິນ​ໃຫຍ່​ອາຊີ​ສະ​ໄໝ​ປະຖົມບູຮານທໍ່​ນັ້ນ,​ແຕ່​ມັນ​ຍັງ​ໄດ້​ຊີ້​ແຈງວິວັດທະ​ນາ​ການ​ຂອງ​ມະນຸດ​,ແລະ​ເປັນຄັງ​ສາງ​ປະ​ເສີດ​ແຫ່ງ​ວັດທະນະທຳປະຖົມ​ບູຮານ​ຂອງ​ມວນມະນຸດ​ທ່ີ​ສົມ​ຊ່ື.