ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-22 15:14:09    
ເປົ່າບໍ່ເປັນທຳທ່າເປົ່າເກ່ັງ(ສຽງ)

cri Author: zs

                               

ໃນ​ສະ​ໄໝ​ຈີນບູຮານ​,ມີ​ເຄື່ອງ​ເສບ​ຊະນິດ​ໜຶ່ງ​ເອີ້ນ​ວ່າ​ຢູ,​ຢູຄ້າຍຄື​ກັນ​ກັບ​ແຄນ​ຂອງ​ລາວ, ເວລາ​ເປ່ົາ,ມີ​ສຽງ​ມວນມ່ວນ​.
​ໃນ​ສະ​ໄໝ​ຍຸດທະ​ຈັກ,​ເຈົ້າຊີວິດ​ຊີ​ຊ່ວນ​ຂອງ​ລັດ​ຊີ​ມັກ​ຟັງ​ເຄື່ອງ​ເສບດົນຕີ​ທ່ີ​ສຸດ ໂດຍ​ສະ​ເພາະ​ແມ່ນ​ມັກ​ຟັງເປົ່າ​ຢູ​ຫຼາຍກວ່າ​ເພິ່ນ.​ແຕ່​ເຈົ້າຊີວິດ​ອົງ​ນີ້​ພັດ​ຕ່າງ​ກັບ​ຄົນ​ທົ່ວ​ໄປ,​ເພາະ​ເພິ່ນ​ມັກ​ແຕ່​ສະພາບມີ​ຄົນ​ເປົ່າ​ຢູ​ເປັນ​ວົງ​ໃຫຍ່.ສະນັ້ນ​ເພິ່ນ​ຈຶ່ງ​ຕັດ​ສັ່ງ​ຮຽ​ກ​ໂຮມຜູ່​ທີ່​ເປົ່າ​ຢູ​ເປັນ​​ໃນແຫ່ງ​ຕ່າງໆມາປະກອບ​ເປັນ​ວົງ​ດົນຕີ​ອັນ​ໃຫຍ່​ໂຕທີ່​ມີຕັ້ງສາມ​ຮ້ອຍຄົນ.​ໃນ​​ເວລາ​ເພິ່ນ​ຢາກ​ຟັງ​ເຄື່ອງ​ເສບເປົ່າຢູຫຼືວ່າ​ຈັດ​ງານ​ລ້ຽງ​ອັນ​ຄຶກຄື້ນ​ເທື່ອ​ໃດ,ຈຶ່ງ​ໃຫ້​ສາມ​ຮ້ອຍ​ຄົນ​​ເຫລົ່ານັ້ນມາ​ເປົ່າ​ຢູ​ໃຫ້​​ເພິ່ນ​ຟັງ,​ເມື່ອ​ເຈົ້າຊີວິດ​ຊີ​ຊ່ວນ​ເຫັນສະພາບ​ອັນ​ໃຫຍ່​ໂຕ​ມະ​ໂຫລານດັ່ງກ່າວ​ກໍ່ໍຊົງ​ອະພິລົມ​ຊົມ​ຊື່ນ​ເປັນ​ຢ່າງ​ຍິ່ງ.
ມີ​ຄົນ​ຜູ່​ໜ່ຶງ​ຊ່ືວ່າ​ນານ​ກົວະ,​ເ​ປັນ​ຄົນຂີ້ຄ້ານ​ມັກງ່າຍ,​ເກີດ​ເປັນ​ມື້ມີ​ແຕ່​ທ່ຽວ​ເຕະ​ຝຸ່ນ​ຢູ່​ກາງ​ບ້ານ,ຮຽນ​ວິຊາຫຍັງ​ກໍ​ບໍ່​ເປັນ,​ເລື່ອງເປົ່າ​ຢູ​ນັ້ນກໍ່​ແຮງ​ບໍ່​ຮູ້​ຫຍັງ​ເລີຍ.​ແຕ່​ວ່າ​ຫລັງ​ຈາກ​ທ້າວ​ນານ​ກົວະຮູ້​ຂ່າວ​ວ່າເຈົ້າຊີວິດ​ຊີ​ຊວນ​ມັກ​ຟັງສຽງ​ເສບ​ຢູພ້ອມ​ກັນສາມ​ຮ້ອຍ​ຄົນ,​ເລີຍຮູ້ສຶກ​ວ່າອັນ​ເລື່ອງ​​ແນວ​ນີ້​ເປັນ​ໂອກາດ​ທີ່​ດີ​ທີ່​ສຸດບັດ​ນັ້ນທ້າວນານ​ກົວະ​ຈິ່ງ​ຟ້າວ​ໄປ​ຄຸຍ​ໂມ້​ໂອ້​ອວດ​ຢູ່​ພະລາດ​ຊະ​ວັງ​​ວ່າ,ຕົນເປົ່າ​ເກັ່ງ​​​ແນວ​ນັ້ນ​ແນວ​ນີ້.​ຈົນ​ຜູ່ຮັບຜິດຊອບຄອບ​ຄອງ​ວົງ​ດົນຕີ​​ເລີຍ​ຖືກ​ຄຳນ້ຳອ້ອຍ​ນ້ຳຕານ​ຫລອກ​ຕົ້ມຈົນ​ຫົວ​ປິ່ນ​ແລ້ວ​ເລີຍ​ຈັດ​ຜູ່​ກ່ຽວ​ເຂົາ​ເຂົ້າ​ໄວ້​ໃນ​ວົງ​ດົນຕີ​ເປົ່າ​ຢູ,​ໃຫ້​ເຂົາ​ເປົ່າ​ນຳກັນ​ກັບຫມູ່​ໃນ​ວົງ​ດົນຕີ​ນັ້ນສາ.
​ເມື່ອ​ທ້າວ​ນານ​ກົວະ​ປົນ​ຢູ່​ນຳ​ກັນ​ກັບ​ຫມູ່​ໃນ​ຄະນະ​ເສບ, ​ເພ່ນກໍ່​ເຮັດ​ຕາງ​ຕິ​ຄາບ​ຢູ່​ໃນ​ສົບ,​ເບິ່ງ​ແກ້ມ​ທັງ​ສອງ​ເບື້ອງ,​ເຮັດ​ຫົວ​ເວ​ໄປ​ເວ​ມາ​ພໍ​ໃຫ້​ມັນ​ຄື,ຈົນຄົນ​ທັງຫຼາຍຫລົງ​ເຊື່ອ​ຖືວ່າ​ລາວ​ເປັນ​ຄົນເປົ່າ​ເກັ່ງໆ,ຈິ່ງ​ພາກັນຍ້ອງ​ລາວ​ເປັນ​ພໍ່​ຄູ​ນານ​ກົວະ.​ແລະກໍ​ແມ່ນ​ຍ້ອນ​ອີງ​ໃສ່ຮູບຊົງ​​ແບບປອມ​ແປງດັ່ງກ່າວນີ້​ເອງ,ທ້າວ​ນານ​ກົວະຈິ່ງຫາ​ວຽກ​ໄດ້​ພໍຢູ່​ມົ້ມມື້​ມົ້ມ​ເວັນ​ໃນ​ວົງ​ດົນຕີ,​ພ້ອມ​ທັງກໍ່​ໄດ້​ຮັບຄຳ​ຍ້ອງຍໍ​ແລະ​ລາງວັນ​ຈາກ​​ເຈົ້າຊີວິດ​ຊີ​ຊ່ວນ,ອັນ​ເຮັດ​ໃຫ້​ເພິ່ນ​ຮູ້ສຶກ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ.
ພາຍ​ລຸ​ນມາ,​ເຈົ້າຊີວິດ​ຊີ​ຊ່ວນສະຫວັນລະຄົດ​,​ເຈົ້າຊີວິດ​ຊີ​ໝີ​ນກໍ່​ຊົງ​ສືບ​ພະລາດ​ຊະ​ບັນລັງ​ແທນ.​ເຈົ້າຊີ ວິດ​ຊີໝີ​ນກໍ​ມັກ​ຟັງສຽງ​ເປົ່າ​ຢູຄື​ກັນ​ກັບ​ເຈົ້າຊີວິດ​ຊີ​ຊ່ວນ,​ຕ່າງ​ແຕ່​ວ່າ​ເພິ່ນ​ບໍ່​ມັກ​ໃຫ້​ເສບ​ຫລາຍໆ​ຄົນ​ແບບ​ຫລູຫລາ​ຄື​ເຈົ້າຊີວິດອົງ​ກ່ອນ,​ເພິ່ນ​ມີ່​ມັກ​ຟັງສຽງ​ເປົ່າ​ຢູ​ໂດຍ​ຜູ່​ດຽວ.​ພໍ​ຮູ້​ຂ່າວນີ້​ແລ້ວ,ທ້າວນານ​ກົວະກໍ່ຢ້ານ​ຈົນ​ເຫື່ອ​ແຕກ​ເຫື່ອ​ແຕນ,​ນຶກ​ວ່າ​ກົນ​ລວງ​ຂອງ​ຕົນຈະ​ອຳ​ໄວ້​ບໍ່​ໄດ້​ອີກແລ້ວ,ຖ້າ​ເລື່ອງ​ຈິ່ງ​ດັ່ງກ່າວ​ເຜີຍ​ອອກ,​ແນ່​ອນນຈະຖືກ ຕັດສິນລົງ​ໂທດ​​ໃນ​ຖານຫຼອກລວງ​ເຈົ້າຊີວິດ,ສະນັ້ນຈິ່ງ​ຟ້າວ​ລັກ​ໂຕນ​ຫນີ​ໄປ​ໄວໆ...
​ເພື່ອນ​ຜູ່​ຟັງ,ທີ່​ທ່ານ​ຫາ​ກໍຟັງ​ມານັ້ນ​ແມ່ນ​ນິທານ​ສຸພາສິດ​ທີ່​ວ່າລ້ານຢູຊ່ົງຊູ້ ​ແປ​ວ່າ​ເປົ່າ​ບໍ່​ເປັນ​ພັດ​ເຮັດ​ຕາງ​ຕິ​ເປັນ​ຄົນເປ່ົາ​ເກັ່ງ.​ໃນ​ຊີວິດ​ປະຈຳ​ວັນ,ພວກ​ເຮົາ​ມັກ​ສວຍ​ໃຊ້​ສຸພາສິດ​ຄຳ​ນີ້​ມາສຽດ​ສີ​ຄົນ​ທີ່​ບໍ່​ມີ​ສີ​ມື​ເກັ່ງພັດ​ເຮັດ​ຕາງ​ຕິ​​ເປັນຜູ່​ມີສີ​ໄມ້​ລາຍ​ມື​ຍອດ​ຢ້ຽມ,​ໄປ​ຫຼອກລວງ​ຜູ່​ອື່ນ​ທົ່ວທີບ.ບາງທີ​ກໍ​ໃຊ້​ສຸພາສິດ​ຄຳ​ນີ້​ມາສະ​ແດງ​ຄວາມ​ຖະໜອມ​ຖ່ອມຕົວ,ຫຼື​ອຸ​ປະມາ​ການ​ໃຊ້​ເຄື່ອງ​ຂອງ​ທີ່​ຄຸນ​ນະພາ​ບບໍ່​ດີ​​ເປັນ​ຂອງ​ຄຸນ​ນະພາບ​ດີກໍ່ມີ.