ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-24 15:29:42    
ຜູ່​ເຖົ້າ​ເຮັດ​ແນວ​ໃດ​ຈິ່ງ​ນອນ​ຫຼັບ​ດີ

cri

ຜູ່​ເຖົ້າ​ມັກ​ນອນ​ບໍ່​ຫຼັບ,ນອນ​ບໍ່​ແຈບ​ຫຼື​ມັກ​ຕື່ນ,​ເມື່ອ​ຕື່ນ​ແລ້ວນ​ອນຫຼັບ​ຍາກ​ຫຼື​ຕື່ນ​ເຊົ້າ​ໂພດ,ກາງ​ເວັນ​ມັກ​ເຫງົານອນ,ປະກົດ​ການ​ເຫຼົ່າ​ນີ້​ອາດ​ຈະ​​ແມ່ນ​ເລື່ອງ​ທີ່​ພາ​ໃຫ້​ຜູ່​ເຖົ້າ​ທັງຫຼາຍ​ອຸກ​ໃຈ.

​ການ​ນອນ​ບໍ່​ຫຼັບ​ແມ່ນ​ບັນຫາ​ທີ່​ຜູ່​ເຖົ້າ​ບໍ່​ໜ້ອຍ​ມັກ​ເປ​ັນ.ມີ​ຜູ່​ເຖົ້າ​ບໍ່​ໜ້ອຍ​ຕ້ອງ​ກິນ​ຢານອນຫຼັບ​ເລື້​ອຍໆ.ກິນ​ຫຼາຍ​ຂຶ້ນ​ເລື້ອຍໆ,​ແຕ່​ຜົນ​ທີ່​ໄດ້​ຮັບ​ນັບ​ມື້​ນັບ​ບໍ່​ດີ.ຕາມ​ສະຖິຕິ,ພຽງ​ແຕ່​ຢານອນ​ຫຼັບ​ຢ່າງ​​ດຽວ​ຢູ່​ອາ​ເມ​ລິ​ກາ,​ແຕ່ລະ​ປີ​ໄດ້​ຂາຍ3​ຕື້​ໂດ​ລາ​ສະຫະລັດ,ສ່ວນ​ຫຼາຍ​ແມ່ນ​ຜູ່​ເຖົ້າ​ຊື້​ໄປ​ໃຊ້,​ແຕ່​ປານ​ນັ້ນ,ບັນຫານ​ອນບໍ່​ຫຼັບ​ກໍ​ຍັງ​ແກ້​ໄຂ​ບໍ່​ຕົກ,ຫວ່າງ​ມໍ​່ໆ​ນີ້,ນັກວິທະຍາ​ສາດ​ອາ​ເມ​ລິ​ກາ​ໄດ້​ສະ​ເໜີ​ທັດສະນະ​ໃໝ່​ອ່ຽມຕໍ່​ບັນຫາ​ການ​ນອນ​ຂອງ​ຜູ່​ເຖົ້າ​ວ່າ,ຜູ່​ເຖົ້າ​ຢ່າ​ຖື​ການ​ນອນ​ໜ້ອຍ,ນອນ​ບໍ່​ຫຼັບ​ເປັນ​ການ​ຫາບ​ແບບ,ຄວນ​ຖື​ເອົາ​ນອນ​ໜ້ອຍ​ແລະ​ຫຼັບບໍ່​ແຈບ​ເປັນ​ປະກົດ​ການ​ທາງ​ຮ່າງ​ກາ​ຍ,​ໃຫ້​ນອນ​ເດິກ​ຕື່ນ​ເຊົ້າ,ຢານອນ​ຢູ່​ເທິງ​ຕຽງ​ຫຼາຍ,ຢ່າ​ມີ​ຄວາ​ມຄຶດ​ແບບ​ເກົ່າ​ທີ່​ວ່າ​ນອນ​ຫຼັບ​ດົນ​ນານ​ຈິ່ງ​ປົກກະຕິ.

ຕາມ​ເວົ້າ​ວ່າ,​ໃນ​ການ​ຄົ້ນຄວ້ມລາຍ​ນີ້​ໄດ້​ເຊີນ​ຜູ່ເຖົ້າຍິງ​ຊາຍ​ອາຍຸ​ສະ​ເລ່ຍ69ປີ​ຈຳນວນ​ຫຼວງ​ຫຼາຍ​ທີ່​ມີ​ບັນຫາ​ເລື່ອງ​ນອນ,ນັກວິທະຍາສາດ​ໄດ້​ແບ່າງ​ຜູ່​ເຖົ້າ​ອອກ​ເປັນ​ສອງ​ຈຸ​ຄື​ຈຸ ກ.​ແລະ​ຈຸ​ ຂ.​ໃຫ້​ຜູ່​ເຖົ້າ​ຈຸ ກ.ປ່ຽນ​ຄວາມ​ຊິນ​ເຄີຍ​ໃນ​ການ​ນອນ​ຄື​ໃຫ້​ຄອນ​ເດິກ​ຕື່ນ​ເຊົ້າ,ບໍ່​​ໃຫ້​ນອນ​ຢູ່​ເທິງ​ຕຽງ​ດົນ​ຫຼາຍ.ຕໍ່​ຈຸ ຂ.ບໍ່​ຈຳກັດ​ເວລາ​ພວກ​ເພິ່ນ​ນອນ​ຢູ່​ເທິງ​ຕຽງ,​ໃຫ້​ພວກ​ເພິ່ນ​ຮັກສາ​ຄວາມ​ຊິນ​ເຄີ​ຍ​ເດີມ,ນອກ​ນີ້,ການ​ເຄື​່ອນ​ໄຫວ​ອື່ນໆ​່ຂອງ​ຄົນ​ສອງ​ຈຸ​ແມ່ນ​ຄື​ກັນ​ໝົດ,​ແລ້ວ​ໃຫ້​ພວ​ກເພີ່ນ​ມາ​ໂຮມ​ກັນ,ຮຽນ​ວິທີ​ຜ່ອນຄາຍ​ຄວາມ​ເຄັ່ງ​ຕຶງ,ຫັດ​ກ້າມ​ເນື້ອ​ໃຫ້​ເໜັງ​ຕີງ​ບຶດໜຶ່ງ​ເຄັ່ງ​ບຶດ​ໜ່ຶງ​ຍານ,ພ້ອມ​ດ້ວຍ​ການ​ປິ່ນປົວ​ທາງ​ຈິດ​ໃຈ,ພາຍຫຼັງ6​ສັບປະດາ​ແລ້ວ,ຜູ່​ເຖົ້າ​ທັງ​ສອງ​ຈຸ​ຕ່າງ​ກໍນອນ​ດີ​ຂຶ້ນ,​ແຕ່​ຈຸ ກ.ດີກ​ວ່າ​ຢ່າງ​ເດັ່ນ​ຊັດ.ນັກວິທະຍສາດ​ໄດ້​ຕິດຕາມ​ອີກ3​ເດືອນ,ຜູ່​ເຖົ້າ​ຈຸ ຂ.ຍັງ​ນອນ​ບໍ່​ດີ​ປານ​ໃດ,​ແຕ່​ຈຸ ກ.ຍັງ​ດີ​ຢູ່​ຄື​ເກົ່າ.

ຜົນ​ການ​ຄ້ົນຄວ້າ​ລາຍ​ນີ້​ພິສູດ​ວ່າ,ໜຶ່ງ,ຄົນ​ເຮົາ​ບໍ່ແມ່ນ​ວ່າ​ນອນ​ຫຼາຍ​ທ່ໍ​ໃດ​ແຮ່ງ​ດີ,ທຳ​ມະ​ດານ​ອນມື້​ລະ6ຫາ8​ຊົ່ວ​ໂມງ​ກໍ​ພໍ​ແວ້​ວ,ສຳລັບ​ຜູ່​ເຖົ້າ​ກໍ​ຍິ່ງ​ໜ້ອຍ​ກວ່າ,ກາ​ງຄືນ​ນອນ5​ຊົ່ວ​ໂມງ,ຕອນ​ທ່ຽງ​ນອນ​ອີກ​ປະມານ​ໜຶ່ງ​ຊົ່ວ​ໂມງ​ກໍ​ພໍ.ສອງ,ຜູ່​ເຖົ້າ​ສ່ວນ​ຫຼາຍ​ນອນ​ບໍ່​ຫຼັບ​ກໍ​ເປັນ​ຍ້ອນ​ປັດ​ໄຈ​ທາງ​ຈິດ​ໃຈ​ນຳ,ນອນ​ພິກ​ໄປ​ພິກ​ມາ​ດົນ​ຫຼາຍ,​ແຮ່ງ​ນອນ​ກໍ​ແຮ່ງ​ອຸກ​ໃຈ.ຈົນ​ກາຍ​ເປັນ​ສິ່ງ​ຂັດຂ້ອງ​ທາງ​ຈິດ​ໃຈ,ກາຍ​ເປັນ​ການ​ໝູນວຽນ​​ໄປ​ທາງ​ຮ້າຍ​,​ແລ້ວ​ແຮ່ງ​ນອນ​ບໍ່​ຫຼັບ,​ເວົ້າ​ລວມ​ແລ້ວ,ຍາມ​ເຊົ້າ​ພໍ​ຕື່ນ​ນອນ​ກໍ​ລຸກ​ໂລດ,ບໍ່​ຕ້ອງ​ໄປ​ຄິດ​ວ່າ​ໂຕ​ເອງ​ນອນ​ດົນ​ບໍ່​ດົນ,ລົບ​ລ້າງ​ຄວາມ​ແບກຫາບ​ທາງ​ຈິດ​ໃຈ,ຈິ່ງ​ປ່ຽນ​ແປງ​ການ​ໝູນວຽນ​ໄປ​ທາງ​ຮ້າຍ​ໄດ້,​ແລ້ວ​ເຮັດ​ໃຫ້​ນອນ​ໄດ້​ດີ​ຂຶ້ນ.

ບັນດາ​ນັກວິທະຍາສາດ​ເຫັນ​ວ່າ,ຜູ່​ເຖົ້າ​ສ່ວນ​ຫຼາຍທີ່​ນອນ​ບໍ່​ຫຼັບ​ບໍ່​ຕ້ອງ​ກິນ​ຢາ,​ແຕ່​ໃຫ້​ປ່ຽນ​ແປງ​ຄວາມ​ຊິນ​ເຄີຍ​ແລະ​ດັດສົມ​ທາງ​ດ້ານ​ຈິດ​ໃຈ.ພວກ​ເພິ່ນ​ສະ​ເໜີ​ໃຫ້​ຜູ່​ເຖ້ົາ​ໃຊ້​ວິທີ​ດ່ັງ​ຕໍ່​ໄປ​ນີ້​ມາ​ປ່ຽນ​ແປງ​ສະພາບ​ການ​ນອນ​ໃຫ້​ດີ​ຂຶ້ນ,ຄື:

1 ຫັດ​ກາຍ​ທຸກ​ມື້​ຕາມ​ເວລາ​ອັນ​ແນ່ນອນ,ກ່ອນ​ນອນ​ໃຫ້​ອອກກຳລັງ​ກາຍ​ເບົາໆ2​ຮອດ4​ຊົ່ວ​ໂມງ,ຈະ​ຊ່ອຍ​ໃຫ້​ນອນ​ຫຼັບ.

2 ປັບ​ໂມງ​ນອນ​ຂອງ​ຕົນ​ໃຫ້​ດີ​ແລະ​ຕື່ນ​ຕາມ​ເວລາ.

3 ຕອນ​ບ່າຍ​ແຕ່​ລະ​ມື້,​ໃຫ້​ຕາກ​ແດ​ດ​ໄລຍະ​ໜຶ່ງ,ຊົມ​ເບິ່ງ​ທິວ​ທັດ​ທຳ​ມະ​ຊາດ.

4 ກິນ​ເຂົ້າ​ຄາບ​ຄຳ່​ຢ່າ​ດື່ມ​ເຫຼົ້າ,ກ່ອນ​ນອນ​ຫຼາຍ​ຊົ່ວ​ໂມງ​ຢ່າ​ດື່ມ​ກາ​ເຟ,ນຳ້​ຊາ​ປຸກ,ຢ່າ​ກິນ​ຂອງ​ກິນ​ຫຼິ້ນ​ຫຼາຍ,​ໃຫ້​ດື່ມ​ນຳ້ນົມ​ຮ້ອນໆ​ຈອກ​ໜ່ຶງ​ຈະ​ຊ່ອຍ​ໃຫ້​ນອນ​ຫຼັບ​ດີ.

5 ຜູ່​ເຖົ້າ​ທີ່​ມັກ​ສູບຢາ,ດີ​ທີ່​ສຸດ​ໃຫ້​ອອກ​ຢາ,​ໂດຍ​ສະ​ເພາະ​ກ່ອນ​ນອນ​ຫຼື​ເວລານອນ​ບໍ່​ຫຼັບ​ຢ່າ​ສູບຢາ,ຖ້າ​ສູບຢາ,ທາດ​ນິ​ໂກ​ຕີນ​ຈະ​ກະຕຸກ​ປະສາດ,ລົບ​ກວນ​ການ​ນອນ​ເປັນ​ປົກກະຕິ.

6 ກ່ອນ​ນອນ​ແຕ່​ລະ​ມື້,ດີ​ທີ່​ສຸດ​ເຮັດ​ເລື່ອງ​ທີ່​ເຄີຍ​ເຮັດ​ຊູ່​ມື້,​ເຊັ່ນ,​ເບິ່ງ​ໂທລະພາບ,ຂຽນ​ໜັງສື,​ແຕ້ມ​ຮູບ,ອ່ານໜັງ​ສື,ອາບ​ນຳ້​ແລ້ວ​ນອນ,ຫຼື​ວ່າ​ເບິ່ງ​ໂທລະພາບ​ແລ້ວ​ອອກ​ໄປ​ຍ່າງ​ຫຼິ້ນ,ອ່ານໜັງສື,ອາບ​ນຳ້​ແລ້​ວນອນ.

7 ກ່ອນ​ນອນ​ໃຫ້​ຄຶດ​ເລື່ອງ​ມ່ວນ​ໃຈ​ໃນ​ອະດີດ,ນອນ​ໃນ​ເວລາ​ທີ່​ມີ​ອາ​ລົມ​ດີ.