(ທ່ານວາງໂກເຈິ່ນ)
ແຕ່ໃດມາ,ກາບກອນໄດ້ຖືກຮັບຮູ້ເປັນຮູບການວັນນະຄະດີສຳຜັດ,ແລະເຂົ້າໃນເນື້ອໃນຍາກ.ແຕ່ວ່າ, ເມື່ອທ້າຍຊຸມປີ 80 ຮອດຕົ້ນຊຸມປີ 90 ຂອງສັດຕະວັດທີແລ້ວ, ທ່ານວາງໂກເຈິ່ນ ແລະຄຳກອນຂອງເພິ່ນພັດມີຜົນກະທົບຢ່າງເລິກເຊິ່ງບົນເວທີກາບກອນຂອງຈີນຕະຫລອດຮອດພາກພື້ນອາຊີອາຄະເນ.ປີ 2003 ຄຳກອນບົດໃຫມ່ຂອງທ່ານວາງໂກເຈິ່ນທ່ີພາດຫົວເລື່ອງວ່າ: ໂຢ້ຈ້ຽນວາງໂກເຈິ່ນ ແປວ່າ:ໄດ້ເຫັນທ່ານວາງໂກເຈິ່ນອີກໄດ້ພິມອອກຈຳຫນ່າຍແລ້ວ,ອັນເຮັດໃຫ້ຜູ່ອ່ານຕ່າງສົນໃຈນຳຢ່າງກວ້າງຂວາງ.ເພາະວ່າ, ໃນປຶ້ມຫົວນີ້, ບໍ່ພຽງແຕ່ມີຄຳກອນຂອງເພິ່ນ, ຫາກຍັງມີໂຕຫນັງສືຂຽນງາມແລະບົດເພງຂອງເພິ່ນອີກດ້ວຍ.
ປີນີ້ ທ່ານວາງໂກເຈິ່ນອາຍຸ 48 ປີ, ເກີດຢູ່ນະຄອນປັກກິ່ງ. ໃນເວລາຮຽນຢູ່ມະຫາວິທະຍາໄລຈີ້ນານເມືອງຊຸ່ມປີ 80 ຂອງສັດຕະວັດທີແລ້ວ, ທ່ານວາງໂກເຈິ່ນກໍ່ເລີ່ມແຕ່ງຄຳກອນແລະພິມລົງໃນຫນ້າຫນັງສືພິມມາແລ້ວ, ແຕ່ວ່າໃນຍາມນັ້ນ, ຜູ່ອ່ານກໍ່ຍັງບໍ່ທັນຮູ້ເພິ່ນເທື່ອ.ທຳອິດ,ຄຳກອນຂອງເພິ່ນແມ່ນໄດ້ຮັບຄວາມເຫັນດີເຫັນພ້ອມກນຳກັນຢູ່ໃນຫມູ່ນັກຮຽນມດທະຍົມປັກກິ່ງ, ແລະໄດ້ກ່າຍເອົາມາແຜ່ຜາຍອ່ານກັນຢູ່ໃນຫມູ່ພວກເຂົາເຈົ້າ.ເມື່ອປີ 1990 ປຶ້ມຄຳກອນຫົວທຳອິດຂອງທ່ານວາງໂກເຈິ່ນທ່ີໃຫ້ຊື່ວ່າ: ຫນຽນຊິນເຕີຊາວ ແປວ່າຄື່ນທະເລຫາຍໃຈທ່ີຫນຸ່ມນ້ອຍ ໄດ້ພິມອອກຈຳຫນ່າຍ,ກໍ່ມີສຽງກະທົບຄືນແຮງທ່ີສຸດໃນຫມູ່ນັກຮຽນນັກສຶກສາຫນຸ່ມ, ໃນປີດຽວກັນນັ້ນ, ເພິ່ນກໍ່ໄດ້ພິມຈຳຫນ່າຍປຶ້ມຄຳກອນຫນຽນຊິນເຕີເຟິງ ແປວ່າສາຍລົມທ່ີຫນຸ່ມນ້ອຍ,ແລະຫນຽນຊິນເຕີຊື່ຊູ້ ແປວ່າແນວຄວາມຄຶດທ່ີຫນຸ່ມນ້ອຍ,ແລະກໍ່ໄດ້ຮັບຜົນສຳເລັດເຊັ່ນດຽວກັນ,ຈົນຮອດວົງການພິມຈຳຫນ່າຍຈີນເອີ້ນປີ 1990 ເປັນປີວາງໂກເຈິ່ນ.
ຈາກນັກສຶກສາທຳມະດາສາມັນຜູ່ນີ້, ໃຊ້ເວລາພຽງສີ່ຫ້າປີອັນສັ້ນໆທໍ່ນັ້ນ,ກໍ່ໄດ້ກາຍເປັນນັກກະວີທ່ີມີຊື່ສຽງຮຽງນາມ, ຄຳກອນຂອງເພິ່ນໄດ້ກ່າຍໄປພິມຢູ່ຕາມກາກອວຍພອນຕ່າງໆ, ຈົນກາຍເປັນທ່ີນິຍົມກັນມາຊົ່ວໂລຍະຫນຶ່ງ. ຄຳກອນຂອງເພິ່ນໄດ້ມີຜົນກະທົບໃນໄວຄົນຮຸ່ນຫນຶ່ງ, ບໍ່ຫນຳຍັງລາມມາອີກສິບກວ່າປີຈົນຮອດມື້ນີ້. ປີ 2000 ຄຳກອນຂອງເພິ່ນກໍ່ໄດ້ຮັບເກັບເຂົ້າໃນປຶ້ມຮຽນຊັ້ນມັດທະຍົມອີກດ້ວຍ.ເມື່ອຫວນຄຶດຄືນຫລັງ, ທ່ານວາງໂກເຈິ່ນເຫັນວ່າ, ໃນຍາມຮຽນມະຫາວິທະຍາໄລນັ້ນແມ່ນຄວນຖະນຸຖະຫນອມທ່ີສຸດ.ເພິ່ນເວົ້າວ່າ: ການເຮັດໃຫ້ຄົນເຊິ່ງແຕ່ເດີມບໍ່ມີໃຜເອົາໃຈໃສ່ຊານຳ,ໄດ້ກາຍເປັນຄົນທ່ີໄດ້ຮັບຄວາມສົນໃຈຈາກຄົນສ່ວນຫລາຍແລະສື່ມວນຊົນ, ການເຮັດໃຫ້ຄົນເຊິ່ງແຕ່ເດີມບໍ່ມີໃຜຮຳ່ໄຮນຳ,ກາຍມາເປັນຜູ່ທ່ີຄົນທັງຫລາຍຢ່າງຫນ້ອຍກໍ່ຢາກຊອກຮູ້.ໃນຊີວິດຂອງຂ້າພະເຈົ້າ,ສິ່ງທ່ີເປັນຫນ້າອາໄລອາວອນ, ຫລືເວົ້າວ່າສິ່ງທ່ີຂ້າພະເຈົ້າຖະນຸຖະຫນອມກວ່າຫມູ່ນັ້ນ, ຄວາມຈິງແລ້ວກໍ່ຍັງແມ່ນສີ່ປີທ່ີຮຽນຢູ່ມະຫາວິທະຍາໄລນັ້ນເອງ.
(ທ່ານວາງໂກເຈິ່ນ)
ຄຳກອນຂອງທ່ານວາງໂກເຈິ່ນມີລັກສະນະພິເສດຂໍ້ຫນຶ່ງຄື ມັກຕັ້ງຄຳຖາມຂຶ້ນເລື້ອຍໆ,ສ່ວນຄຳຖາມດັ່ງກ່າວແມ່ນແຕ່ລະຄົນມັກພົບພໍ້ເລື້ອຍໆຢູ່ໃນຊີວິດ,ເພິ່ນໄດ້ຫັນບັນຫາເຫລົ່ານີ້ເລິກລົງຫນ້ອຍຫນຶ່ງ, ແລ້ວຍົກເອົາເຫດຜົນປັດຊະຍາຈຳນວນຫນຶ່ງທ່ີໃຜກໍ່ຮູ້ອອກມາເວົ້າ.ສ່ວນເຫດຜົນປັດຊະຍາດ່ັງກ່າວແມ່ນເຫມາະກັບລັກສະນະພິເສດຈິນຕະນາການຂອງນັກຮຽນນັກສຶກສາຫນຸ່ມທ່ີສຸດ. ຕົວຢ່າງຄືຄຳກອນ:ຈື້ຶ້ໂຢເຢີນ ແປວ່າ:ສ່ົງເຖິງເພື່ອນມິດຂຽນວ່າ:ບໍ່ລຸກຂຶ້ນ,ກໍ່ບໍ່ຫ່ອນລົ້ມ,ແຕ່ວ່າ ພວກເຮົາຢາກອອກໄປເຜິກຜົນຢູ່ທົ່ວຂອບຟ້າ,ລົ້ມເທື່ອຫນຶ່ງແມ່ນການລະລຶກເທື່ອຫນຶ່ງ,ການລະລຶກແມ່ນດອກໄມ້ທ່ີຫ້ອຫວນດອກຫນຶ່ງ.
ຄຳກອນດ່ັງກ່າວສັ້ນກະທັດຮັດແຕ່ມີຄວາມຫມາຍຈະແຈ້ງ, ເຫມາະໃຫ້ກ່າຍຫລືເອົາໄປຕ້ອນຫມູ່ທ່ີສຸດ,ຖ້າຈະເອົາມາອ່ານຊື່ໆ,ກໍ່ເຫມາະໃຫ້ຄົນທັງຫລາຍໄດ້ຮັບຄວາມປອບໃຈໃນຍາມພັກຜ່ອນ.ຄຳກອນຂອງທ່ານວາງໂຈເຈິ່ນກໍ່ເຄີຍໄດ້ເຮັດໃຫ້ວົງການວິຈານຖົກຖຽງກັນ. ຜູ່ຄັດຄ້ານເຫັນວ່າ, ຄຳກອນຂອງທ່ານວາງໂກເຈິ່ນທ່ີຈິງແລ້ວແມ່ນຄະຕິເຕືອນໃຈປະເພດຕ່າງໆທ່ີມີມາແລ້ວໃນຫລາຍພັນປີ,ເພິ່ນໄດ້ແບ່ງອອກເປັນແຖວສຳຜັດກັນຢ່າງງ່າຍດາຍແລະສະແດງອອກແບບຕື້ນໆກວ່າເກົ່າທໍ່ນັ້ນດອກ,ມັນແມ່ນອາຫານກິນໄດ້ໂລດທາງດ້ານແນວຄຶດຊະນິດຫນຶ່ງ, ແມ່ນການເລົ່າຄະຕິເຕືອນໃຈໃຫ້ຮູ້ປຶບປັດໂລດ.
ເຖິງຈະເປັນແນວນີ້ກໍ່ຕາມ, ແຕ່ທ່ານວາງໂກເຈິ່ນກໍ່ຍັງຍຶດຫມັ້ນແຕ່ງກອນຢູ່ຄືເກົ່າ.ເພິ່ນໄດ້ພິມຈຳຫນ່າຍປຶ້ມຄຳກອນໃຫມ່ແລະປຶ້ມອື່ນໆອອກຢ່າງບໍ່ເນຶ່ອງກັນ.ເພິ່ນເຫັນວ່າ,ເມື່ອຕົນເອງໄດ້ເລືອກເສັ້ນທາງແຕ່ງກາບກອນແລ້ວ, ກໍ່ຈະເດີນຕະຫລອດໄປ.ເພິ່ນເວົ້າວ່າ: ການແຕ່ງກາບກອນຂອງຂ້າພະເຈົ້າ, ອາດເວົ້າໄດ້ວ່າແມ່ນການສືບເນື່ອງຂອງການປະພັນໃນມະຫາວິທະຍາໄລ.ໂຊກດີຂອງຂ້າພະເຈົ້າແມ່ນຢູ່ບ່ອນໃດແທ້?ຂ້າພະເຈົ້າໄດ້ເລືກຕັ້ງກອນໂດຍບໍ່ເຈດຕະນາ, ໃນເວລາຂຶ້ນຊື່ລືນາມ, ເວົ້າສຳລັບຂ້າພະເຈົ້າແລ້ວແມ່ນບໍ່ໄດ້ນັກໄດ້ຝັນ,ຄືວ່າເກັບໄດ້ຂອງຢ່າງບໍ່ນັກບໍ່ຝັນ.ນັກສຶກສາສ່ວນຫລາຍແມ່ນມັກຄຳກອນທ່ີຊື່ວ່າ: ເຢີ້ອ້າຍເຊິງມິ້ງ ແປວ່າ: ຮັກຫອມຊີວິດ, ເຊິ່ງມີເນື້ອໃນດັ່ງນີ້: ຂ້ອຍບໍ່ຢາກໄປຄິດວ່າຈະສຳເລັດຜົນຫລືບໍ່?ເມື່ອໄດ້ເລືອກເດີນທາງໄກແລ້ວ, ກໍ່ມີແຕ່ຈະຕ້ອງເດີນທາງໂດຍບໍ່ຢ້ານຟ້າຝົນລົມແດງ.
(ຮູບແຕ້ມຂອງທ່ານວາງໂກເຈິ່ນ)
ປີ 1993 ໃນຂະນະແຕ່ງກອນຢູ່ນັນ ທ່ານວາງໂກເຈິນ ໄດ້ໃຊ້ເວລາຫລາຍແລະສຸມຈິດສຸມໃຈເຂົ້າໃນການຄົ້ນຄວ້າວິທີຂຽນຫນັງສືງາມດັ້ງເດີມຂອງຈີນ, ທ່ານໄດ້ລອກແບບຂຽນໂຕຫນັງສືຂອງທ່ານໂອຢາງຊຸນ ທ່ານວາງຊີຈື່ ທ່ານຮວຍຊູ້ແລະທ່ານຈ່າງຊູ້ ນັກຂຽນງາມທ່ີມີຊື່ສຽງໃນສະໄຫມຈີນບູຮານ,ໃນທ່ີສຸດກໍ່ໄດ້ສ້າງເອກະລັກພິເສດຂອງຕົນເອງ.ຊື່ຫນັງສືພິມໄປຈິ່ງຢື້ປາຍ ໄປກິ່ງວານປ້າວແລະຫນັງສືພິມຢາງເສິງອວານປ້າວຂອງເມືອງກວາງໂຈ່ວ ເຊິ່ງມີຈຳນວນພິມຈຳຫນ່າຍຫລາຍຢູ່ຈີນລ້ວນແຕ່ແມ່ນທ່ານເປັນຢູ່ຂຽນຊື່ຫນັງສືພິມໃຫ້ທັງນັ້ນ,ນອກນີ້ ການຂຽນງາມຂອງທ່ານຍັງປະກົດຕົວຢູ່ຕາມຕະຫລາດເກັບຕົວຫນັງສືໄວ້ຂາຍອີກດ້ວຍ. ໃນຫລາຍປີມານີ້ ທ່ານວາງໂຈເຈິ່ນນອກຈາກສົນໃຈຄົ້ນຄວ້າວິທີຂຽນຫນັງສືແລະປະດິດຄິດແຕ່ງແລ້ວ,ເພິ່ນຍັງໄດ້ເຮັດວຽກຫນຶ່ງອີກທ່ີຜູ່ອື່ນບໍ່ໄດ້ນຶກໄດ້ຝັນເລີຍຄື ແຕ່ງທຳນອງເພງສະຫລັບກະວີນິພົນຂອງລາຊະວົງຖາງແລະລາຊະວົງຊົ້ງ.ປຶ້ມຊື່ວ່າໂຢ້ຈ້ຽນວາງໂກເຈິ່ນ ແປວ່າໄດ້ເຫັນທ່ານວາງໂກເຈິ່ນອີກທ່ີພິມຈຳຫນ່າຍໃຫມ່ກໍ່ໄດ້ເກັບເອົາບົດປະພັນທາງດ້ານດັ່ງກ່າວ.ເພງເຫລົ່ານີ້ບໍ່ພຽງແຕ່ໄດ້ຮັບຄວາມຕີລາຄາສູງຈາກຜູ່ຊົງຄຸນວຸທິດວິຊາການທໍ່ນັ້ນ,ຫາກຍັງໄດ້ເລີ່ມສະແດງໃນງານລາຕີສິນລະປະວັນນະກຳໂທລະພາບຂອງແຫ່ງຕ່າງໆຢ່າງເນື່ອງນິດອີກດ້ວຍ, ຫມາຍຄວາມວ່າທ່ານວາງໂກເຈິ່ນໄດ້ສຳເລັດການເຕັ້ນໂຢບສາມຂັ້ນຈາກນັກກະວີໄປເປັນນັກຂຽນງາມແລະນັກແຕ່ງທຳນອງເພງແລ້ວ. (ປຶ້ມໄດ້ເຫັນວາງໂກເຈິ່ນອີກທ່ີຂຽນໂດຍທ່ານວາງໂຈເຈິ່ນ)
ຈະແມ່ນການແຕ່ງກອນ ການຂຽນຫນັງສືງາມ ຫລືການແຕ່ງທຳນອງເພງ, ທ່ານວາງໂກເຈິ່ນລ້ວນແຕ່ໄດ້ຮັບຫມາກຜົນຫລາຍສົມຄວນ, ແຕ່ກໍ່ເຮັດໃຫ້ຄົນທັງຫລາຍຖົກຖຽງກັນຢ່າງດຸເດຶອດ.ກ່ຽວກັບເລື່ອງນີ້, ທ່ານວາງໂກເຈິ່ນເວົ້າວ່າ: ຢ່າເອົາຫົວຊານຳຜູ່ອື່ນຈະວ່າເຈົ້າແນວນັ້ນແນວນີ້,ຈະໂສເຫລ້ວ່າເຈົ້າແນວນັ້ນແນວນີ້, ຈະຕິ້ເຈົ້າແນວນັ້ນແນວນີ້, ຖ້າເຈົ້າຫາກເຫັນວ່າທາງທ່ີເຈົ້າເດີນ ມັນເຫມາະກັບເຈົ້າແລະເຈົ້າກໍ່ມັກແລ້ວ, ກໍ່ມີແຕ່ຕ້ອງເຮັດຕາມໃຈ,ຄົນຜູ່ດຽວ,ເຂົາຈະຖືກຜູ່ອື່ນຫລົງລືມຫລືບໍ,ບົດປະພັນຂອງເຂົາແມ່ມມີບົດບາດສຳຄັນທ່ີສຸດ,ຖ້າບົດປະພັນຂອງເຈົ້າຫາກບໍ່ໄດ້ເລື່ອງ, ມັນກໍ່ຖືກຫລົງລືມໄປໃນຕົວ.
|