ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-29 14:59:58    
ສົບ​ບໍ່​ມີ​​ແລ້ວ,ແຂ້ວກໍ​ຈະ​ໜາວ(ສຽງ)

cri Author: zs

                          

​ໃນ​ສະ​ໄໝຊຸນ​ຊິວ,​ເຈົ້າຄອງ​ລັດ​ຈິ້ນ​ຢາກຂະຫຍາຍ​ກຳລັງ​ແລະ​ດິນ​ແດນ​ຂອງ​ຕົນ​ໃຫ້​ກວ້າງ ອອກ,ກໍ​​ເລີຍຫາ​ຂໍ​ອ້າງ​ທີ່​ວ່າ​ລັດ​​ກົວະ ​ເຊິ່ງ​ເປັນ​ລັດ​ມໍ່​ຄຽງ​ມັກ​ລ່ວງ​ລ້ຳ​ເຂດ​ຊາຍ​ແດນ​ຂອງ​ລັດ​ຈິ້ນ​ເລື່ອ​ຍໆ,ຈຶ່ງຢາກສົ່ງ​ທະຫານໄປ​ດັບ​ສູນ​ລັດ​ກົວະ.​ແຕ່​ວ່າ​ຢູ່​ລະຫວ່າງ​ກາງ​ລັດ​ຈິ້ນ ກັບ​ລັດ​ກົວະພັດຍັງ​ມີ​ລັດຢູລັດ​ໜຶ​່ງ,ຢາ​ກສົ່ງ​ທະຫານໄປ​ລັດ​ກົວະ​ຈຳຕ້ອງ​ຜ່ານ​ດິນ​ແດນ​ຂອງ​ລັດ​ຢູ.

​ເມ່ືອ​ເປັນ​ແນວ​ນັ້ນ,"​ເຮັດ​ແນວ​ໃດ​ຈຶ່ງຈະຜ່ານ​ລັດ​ໄດ້​ໂດຍ​ສະດວກ?"​ເຈົ້າຄອງ​ລັດ​ຈິ້ນຈຶ່ງ ຖາມ​ເສນາ​ອາມາດ​​ເພິ່ນ.ທ່ານຊຸນ​ຊີ່ ມະຫາ​ເສນາ​ບໍດີຂອງ​ລັດ​ຈິ້ນ​ເວົ້າວ່າ: "​ເຈົ້າຄອງ​ລັດ​ຢູ​ແມ່ນ​ຄົນ​ສາຍຕາ​ສັ້ນ,​​ໂລບ​ກິນແຕ່​ຜົນ​ປະ​ໂຫຍດ​ແນວນ້ອຍໆ.ຖ້າ​ພວກ​ເຮົາ​ຫາກສົ່ງ​ເພັດ​ນິນ​ຈິນ​ດາ​ແລະ​ມ້າ​ໂຕລ້ຳຄ່າ​ໃຫ້​ເພິ່ນ,​ເພິ່ນ​ກໍບໍ່​ຫ່ອນ​ຈະ​ບໍ່​​ເຫັນ​ດີ​ໃຫ້​ພວກ​ເຮົາ​ຜ່ານ​ດິນ​ແດນ​ຂອງ​ລັດ​ຢູ." ​ເຈົ້າຄອງ​ລັດ​ຈິ້ນຟັງ​ແລ້ວ,​ເຫັນ​ວ່າ​ການສົ່ງ​ຂອງ​ຂວັນອັນ​ລ້ຳຄ່າ​ຫຼາຍ ປານ​ນີ້​ເສຍດາຍ​ແທ້ໆ​ໄດ,ຈາກ​ນັ້ນ,ທ່ານ​ຊຸນ​ຊີ່ກໍ​ອ່ານ​ອອກ​ແນວ​ຄິດ​ຂອງ​ເຈົ້າຄອງ​ລັດ​ຈິ້ນ,ຈຶ່ງ​ເລີຍ​ເວົ້າ​ຂຶ້ນວ່າ: "ລັດ​ຢູກັບ​ລັດ​ກົວະ​ແມ່ນ​ລັດ​ໃກ້​​ຄຽງ​ທີ່​ຕ່າງຝ່າຍ​ຕ່າ​ງອີງ​ໃສ່ກັນ, ​ເມື່ອລັດ​ກົວະ​ຖືກ​ດັບ​ສູນ​ແລ້ວ,ລັດ​ຢູກໍ​ຈະ​ຢູ່ບໍ່​ລອດ​ຄື​ກັນ.​ເພັດ​ນິນ​ຈິນດາ​ແລະ​ມ້າ​ໂຕລ້ຳ ຄ່ານັ້ນກໍພຽງ​ແຕ່​ເອົາ​ໄປ​ຝາກ​​ໄວ້​ນຳເຈົ້າຄອງລັດ​ຢູ​​ຊົ່ວຄາວທໍ່​ນັ້ນ." ​ເມື່ອ​ເຈົ້າຄອງ​ລັດ​ຈິ້ນຟັງ​ແລ້ວ​​ເລີຍຮັບ​ເອົາຍຸດ​ໂທ​ບາຍ​ຂອງ​ທ່ານ​ຊຸນ​ຊີ່.

​ເມ່ືອ​ເຈົ້າຄອງ​ລັດ​ຢູ​ຮັບຂອງຂວັນ​ອັນ​ລຳ້​ຄ່າກໍ​ດີ​ອົກ​ດີ​ໃຈ​ບັກ​ໃຫຍ່,​ເມື່ອ​ຟັງ​ທ່ານ​ຊຸນ​ຊີ່​ກ່າວ​ເຖິງ​​ເລື່ອງ​ທີ່​ລັດ​ຈິ້ນຢາກ​ຜ່ານ​ດິນ​ແດນ​ຂອງ​ລັດ​ຢູ​ໄປ​ບຸກ​ໂຈມ​ຕີ​ລັດ​ກົວະ​,ກໍ່​​ເຫັນ​ດີປຶບປັບ​ໂລດ.ພໍທ່ານ​ກົ່ງ​ຈື່ຊີ ມະຫາ​ເສນາ​ບໍດີຂອງລັດຢູຊາບແລ້ວ,ກໍ​ຟ້າວຂັດຂວາງ​ໂລດ​ວ່າ: "ບໍ່​ໄດ້,ບໍ່​ໄດ້,ລັດ​ຢູກັບ​ລັດ​ກົວະ​ແມ່ນ​ລັດ​ໃກ້​ຄຽງ​​ເຊິ່ງຕ່າງ​ຄົນ​ຕ່າງ​ອີງ​ໃສ່​ກັນ​ປານສົບກັບ​ແຂ້ວ, ຕາມ​ຄຳບູຮານ​ເພິ່ນ​ເວົ້າວ່າ,ບໍ່​ມີ​ສົບ​ແລ້ວ,​ແຂ້ວ​ກໍ່​ຈະ​ໜາວ.ໝາຍ​ຄວາມ​ວ່າ​ເມື່ອ​ບໍ່​ມີ​ສົບ​ແລ້ວ,​ແຂ້ວ​ກໍ​ຈະ​ຮັກສາ​ໄວ້​ບໍ່​ໄດ້.ສອງ​ລັດ​ນ້ອຍໆ​​ພວກ​ເຮົາ​ແມ່ນຕ່າງ​ອີງ​ໃສ່​ກັນ,ມີ​ຄວາມ​ຫຍຸ້ງຍາກ​ຫຍັງກໍຊ່ອຍ​ເຫຼືອ​ກັນ,ຖ້າວ່າ​ລັດ​ກົວະ​ຖືກ​ດັບ​ສູນ,ລັດ​ຢ​ູ​ເຮົາກໍ​ຮັກສາ​ໄວ້​ບໍ່​ໄດ້,ສະ​ນັ້ນ​ເຮັດ​ແນວ​ໃດ​ກໍ່​ບໍ່​ໃຫ້ລັດ​ຈິ້ນຜ່ານ​ດິນ​ແດນ​ຂອງ​ພວກ​ເຮົາ​ໄປບຸກ​ໂຈມ​ຕີ​ລັດ​ກົວະ​ເປັນ​ອັນ​ຂາດ."​ເຈົ້າຄອງ​ລັດ​ຢູ​ເວົ້າວ່າ:"ລັດ​ຈິ້ນ​ແມ່ນ​ລັດ​ໃຫຍ່,​ເທ່ືອ​ນີ້​ສົ່ງ​ເພັດ​ນິນ​ຈິນດາ​ແລະ​ມ້າ​ໂຕ​ລ້ຳ​ຄ່າ​ມາ​ໃຫ້​ເປັນ​ພິ​ເສດ,​ເພື່ອ​ຢາກ​​ແຮກສ່ຽວ​ກັບ​ລັດ​ເຮົາ,​ຄັນ​ຊັ້ນ​ພວກ​ເຮົາ​ໃຫ້​ລັດຈິ້ນຜ່ານ​ດິນ​ແດນ​ຂອງ​ລັດ​ເຮົາ​ບໍ່​ໄດ້ຊັ້ນຫວະ?" ​ທ່ານ​ກົ່ງ​ຈືຊີ​ຈຶ່ງ​ຈົ່ມ​ໂອະ​ຈົ່ມ​ອ້ວຍ​ວ່າ, ວັນ​ເວລາທ່ີ​ລັດ​ຢູຈະຖືກ​ດັບ​ສູນ​ນັ້ນ​ແມ່ນ​ບໍ່​ດົນ​ແລ້ວ,​ບັດ​ນັ້ນຈຶ່ງ​ພາ​ຄອບພາຄົວ​ໜີ​ຈາກ​ລັດ​ຢູ.

ມັນ​ກໍ​ຄື​ກັບ​ຄຳ​ເວົ້າຂອງ​ທ່ານ​ກົ່ງ​ຈືຊີ​ແທ້ໆ,ພາຍ​ຫຼັງ​ກອງທະ​ຫານ​ຂອງ​ລັດ​ຈິ້ນຜ່ານ​ດິນ​ແດນ​ຂອງ​ລັດ​ຢູ​ໄປດັບ​ສູນ​ລັດ​ກົວະ​ແລ້ວ,ກໍ​ຈັບ​ຕົວ​ເຈົ້າຄອງ​ລັດ​ຢູທີ່​ພວມ​ອອກ​ໄປຕ້ອນຮັບ​ກອງ​ທະຫານລັດ​ຈິ້ນ​ໂດຍພະ​ອົງ​ເອງ​,​ແລະ​ດັບ​ສູນ​ລັດ​ຢູ.

ນີ້​ກໍ່​ແມ່ນ​ເລື່ອງ​ສຸພາສິດ​"ຊຸນ​ອວງ​ສື​ຮານ" -- ສົບ​ບໍ່​ມີ​ແລ້ວ,​ແຂ້ວ​ກໍ​ຈະ​ໜາວ.​ພວກ​ເຮົາ​ມັກ​ໃຊ້​ສຸພາສິດ​ຄຳ​ນີ້​ມາສົມມຸດ​ສອງ​ຝ່າຍ​ມີ​ການ​ພົວພັນ​ຢ່າງ​​ສະໜິດ​ແໜ້ນ,ຕ່າງອີງ​ໃສ່​ກັນ.