ແຂວງຢຸນນານຈີນແມ່ນບ່ອນທ່ີມີປະຫວັດດົນນານ ອັດສະຈັນແລະເຮັດໃຫ້ຄົນປາຖະຫນາຫາທ່ີສຸດ.ໃນຫລາຍພັນປີມານີ້ ປະຊາຊົນບັນດາເຜົ່າທ່ີຕັ້ງພຸມລຳເນົາຢູ່ແຫ່ງນີ້ໄດ້ບຸກເບີກດິນແດນທ່ີສວຍງາມແຜ່ນນີ້ດ້ວຍສອງຝາມືຂອງຕົນເອງຢ່າງດຸຫມັ່ນຫ້າວຫັນ,ທັງໄດ້ສ້າງວັດທະນະທຳດົນຕີຊົນເຜົ່າທ່ີອອນຊອນ.
ຂຸ່ຍນ້ຳເຕົ້າກໍ່ແມ່ນຫນຶ່ງໃນບັນດາເຄື່ອງເສບຕ່າງໆ.ຂຸ່ຍນ້ຳເຕົ້າແມ່ນເຄື່ອງເປົ່າຊະນິດຫນຶ່ງຂອງເຜົ່າລື້ແຂວງຢຸນນານ,ເຊິ່ງຫັນປ່ຽນຈາກແຄນນ້ຳເຕົ້າ.ເຊິ່ງປະກອບດ້ວຍຫມາກນ້ຳເຕົ້າຫນ່ວຍຫນຶ່ງ ທໍ່ໄມ້ໄພ່ສາມທໍ່ແລະແຜ່ນໂລຫະ,ຍາວປະມານ30ຊັງຕີແມັດ.ສຽງດົນຕີຂອງຂຸ່ຍນ້ຳເຕົ້າອອນຊອນ, ເຮັດໃຫ້ຄົນຟັງແລ້ວຮູ້ສຶກເຖິງຄວາມງາມແບບເລິກລັບແລະນິ້ມນວນ.
ຢູ່ບ້ານໄທລື້,ຍາມບຸນ ບໍ່ວ່າຈະແມ່ນຊ່ວງເຮືອເທິງນ້ຳຫລືວ່າຈູດບັ້ງໄຟຢູ່ແຄມຝັ່ງນ້ຳ,ຫລືຈັດຕະຫລາດຢູ່ສະຫນາມ,ຫຼືກິນເຂົ້າສາມັກຄີໃນເຮືອນ,ລ້ວນແຕ່ຈະໄດ້ຍິນສຽງດົນຕີຂອງຂຸ່ຍນ້ຳເຕົ້າທ່ີອ່ອນໂຍນ.ທ່ານເກິນເຕີຊວນທ່ີກຳເນີດເຕີບໃຫຍ່ຢູ່ແຫ່ງນີ້ກໍ່ມັກເປົ່າຂຸ່ຍນຳ້ເຕົ້າທ່ີສຸດ,ທ່ານເວົ້າວ່າ: "ຂ້ອຍອາຍຸ 8-9 ປີກໍເລ່ີມຮຽນເປ່ົາຂຸ່ຍນ້ຳເຕົ້າແລ້ວ, ແລະກໍບໍ່ໄດ້ປະການຮຽນຈັກເທ່ືອ. ບໍ່ວ່າເບີກບານໃຈຫຼືວ່າເສົ້າໝອງ, ທະແນມແຕ່ມີເວລາຫວ່າງ, ຂ້ອຍກໍເປ່ົາຂຸ່ຍນ້ຳເຕົ້າ."
ທ່ານເກິນເຕີຊວນຮຽນເປ່ົາຂຸ່ຍນ້ຳເຕົ້ານຳປູ່ ນຳນ້າບ່າວແລະນັກເປ່ົາຂຸ່ຍນ້ຳເຕົ້າທ່ີເປັນຊາວກະສິກອນ.ຜູ່ອື່ນບໍ່ເຂົ້າໃຈນຳວ່າເພ່ິນເປັນຫຍັງຈະສຸມຈິດສຸມໃຈແນວນີ້,ເພາະໃນສາຍຕາຂອງພວກເຂົາເຈົ້າ,ຂຸ່ຍນ້ຳເຕົ້າທ່ີງ່າຍໆນີ້ພຽງແຕ່ແມ່ນເຄ່ືອງເປ່ົາຫຼິ້ນຫຼັງຮັບປະທານອາຫານແລ້ວ.ແຕ່ທ່ານເກິນເຕີຊວນພັດບໍ່ຖືເປັນຈ່ັງຊັ້ນ,ເພ່ິນຫວັງຜ່ານຈາກຄວາມພະຍາຍາມຂອງຕົນ,ເຮັດໃຫ້ຄົນຮູ້ຈັກແລະມັກຮັກຫຼາຍຍ່ິງຂຶ້ນ,ເຮັດໃຫ້ເຄ່ືອງເສບຊົນເຜ່ົາທ່ີມີເອກະລັກແລະດົນຕີທ່ີເປ່ົາດ້ວຍມັນໄດ້ສືບທອດກັນໄປທຸກເຊ່ັນຄົນ.
ເວລາເອົາຂ່າວນຳທ່ານເກີນເຕີສວນ,ເພ່ິນໄດ້ເປ່ົາເພງ "ກູເກີ່" ເພງບູຮານເຜ່ົາລື້ໃຫ້ພວກຂ້າພະເຈົ້າຟັງ.ນີ້ແມ່ນເພງໜ່ຶງທ່ີເກືອບຈະສູນເສຍໄປ, ເພ່ິນບໍ່ຮູ້ວ່າໄດ້ໄປຢາມສິລະປິນຈັກຄົນຈ່ຶງໄດ້ຮຽບຮຽງເພງໃຫ້ຄົບຖ້ວນ.ການເປ່ົາເພງ "ກູເກ່ີ" ກໍບໍ່ແມ່ນເລ່ືອງງ່າຍ, ນັກເປ່ົາຕ້ອງມີວິຊາເປ່ົາເກ່ັງ. ຢູ່ທ່ົວປະເທດຈີນ ຜູ່ສາມາດເປ່ົາເພງນີ້ໃຫ້ໄດ້ໝົດກໍບໍ່ມີເທ່ົາໃດຄົນ.ເພ່ືອເປ່ົາເພງນີ້ໃຫ້ສຳເລັດຜົນ,ທ່ານເກິນເຕີຊວນໄດ້ອອກເຫ່ືອເທແຮງຈົນສຸດຂີດ.
ທ່ານເວົ້າວ່າ: "ພຽງແຕ່ຮຳ່ຮຽນວິຊາເປົ່າເຄື່ອງເສບພື້ນເມືອງຈີນແມ່ນບໍ່ພໍເທື່ອ,ຍັງຕ້ອງຮຳ່ຮຽນທິດສະດີດົນຕີຢ່າງເປັນລະບົບ,ຈຶ່ງສາມາດເຮັດໃຫ້ຂຸ້ຍນ້ຳເຕົ້າ ເຄື່ອງເປົ່າດັ້ງເດີມຂອງພື້ນເມືອງຈີນນີ້ໄດ້ຮັບການສົ່ງເສີມແລະຂະຫຍາຍຕົວຕື່ມອີກ."
ກໍຍ້ອນວ່າໄດ້ຮຽນເອົາຈຸດດີຂອງຝ່າຍຕ່າງໆຢ່າງກວ້າງຂວາງ,ໃນເວລາເປົ່າເພງພື້ນເມືອງ,ທ່ານເກິນເຕີຊວນຈຶ່ງເຮັດໄດ້ດັ່ງຄຶດ,ການໃຊ້ລົມຫາຍໃຈແບບໝູນວຽນເຮັດໃຫ້ຄົນທັງຫຼາຍຟັງເພງທຸກບົດແລ້ວກໍຮູ້ສຶກຫຼ່ຽນໄຫຼປານນ້ຳໄຫຼ,ເປັນໜ້າສະອອນ.ທ່ານໄດ້ເສີມຂະຫຍາຍຈຸດພິເສດຂອງການເປົ່າຂຸ່ຍນ້ຳເຕົ້າຢ່າງເຕັມສ່ວນ.ທ່ານເກິນເຕີຊວນໄດ້ອັດ ແຜ່ນCDສິບກວ່າແຜ່ນເປັນລຳດັບ,ບັດນັ້ນ,ຂຸ່ຍນ້ຳເຕົ້າກໍ່ລືຊາໄປທົ່ວປະເທດ,ທ່ານເກີນເຕີຊວນກໍ່ມີຊື່ສຽງດົງດັງຂຶ້ນ.
ພາຍຫຼັງມີຊື່ສຽງແລ້ວ,ສິ່ງທີ່ທ່ານເກິນເຕີຊວນຄຶດຫຼາຍກວ່ານັ້ນແມ່ນເຜີຍແຜ່ຂຸ່ຍນ້ຳເຕົ້າແນວໃດ.ຍ້ອນເຫດນີ້,ທ່ານໄດ້ສ້າງໂຮງຮຽນອົບຮົມຈຳເພາະ.
ປະຈຸບັນນີ້,ຜູ່ທີ່ຮຽນເປົ່າຂຸ່ຍນ້ຳເຕົ້ານຳທ່ານເກິນເຕີຊວນບໍ່ພຽງແຕ່ມີໄທລື້ ມີຄົນຈີນທໍ່ນັ້ນ, ຫາກຍັງມີນັກຮຽນຕ່າງປະເທດທີ່ມາຈາກສາທາລະນະລັດເກົາຫຼີ ອີຕາລີ ຍີ່ປຸ່ນ ຝຣັ່ງແລະອາເມລິກາເປັນຕົ້ນທະຍອຍກັນມາຮຽນການເປົ່າຂຸ່ຍນ້ຳເຕົ້ານຳທ່ານ,ເຮັດໃຫ້ຂຸ່ຍນ້ຳເຕົ້າ ເຊິ່ງເປັນສິລະປະຊົນເຜ່ົາດັ່ງກ່າວໄດ້ຮັບການເຜີຍແຜ່ຍິ່ງກວ້າງຂວາງກວ່າເກົ່າ.ຈົດໝາຍ ເຊື້ອເຊີນທ່ານເກິນເຕີຊວນໄປສະແດງກໍ່ສົ່ງມາເປັນງວດໆຢ່າງບໍ່ຂາດສາຍ.
ນັ່ງຢູ່ໃນຫ້ອງການທີ່ກວ້າງບໍ່ພໍ10ແມັດທົນຂອງທ່ານເກິນເຕີຊວນ,ກວາດສາຍຕາອ້ອມ ຮອບ,ມີຂຸ່ຍນ້ຳເຕົ້ານ້ອຍໃຫຍ່20ກວ່າເຄື່ອງ.ຂຸ່ຍນ້ຳເຕົ້າເຫຼົ່ານີ້ລ້ວນແຕ່ແມ່ນທ່ານເກິນເຕີຊວນເຮັດໂດຍຕົນເອງ.ສີໄມ້ລາຍມືທ່ີເຮັດຂຸ່ຍນ້ຳເຕົ້າຂອງທ່ານເກິນເຕີຊວນເກັ່ງທໍ່ສີໄມ້ລາຍມືເປົ່າຂຸ່ຍນ້ຳເຕົ້າຂອງທ່ານ.ປີ1986,ໃນເວລາພະລາຊີນີເອລີຊະເບັດຂອງອັງກິດມາຢ້ຽມຢາມຄຸນມີງ,ໃນຂອງຂວັນທີ່ອົງການປົກຄອງແຂວງຢຸນນານມອບໃຫ້ພະລາຊີນີກໍມີຂຸ່ຍນ້ຳເຕົ້າທີ່ເຮັດໂດຍທ່ານເກິນເຕີຊວນ.
ທ່ານເກິນເຕີຊວນບອກພວກຂ້າພະເຈົ້າວ່າ,ດຽວນີ້,ອົງການປົກຄອງທຸກຂັ້ນລ້ວນແຕ່ເອົາໃຈໃສ່ນຳການສົ່ງເສີມແລະພັດທະນາວັດທະນະທຳຊົນເຜ່ົາ,ທ່ານເຮັດໄດ້ທັນເວລາດີ. ຄວາມມຸ່ງມາດປາຖະໜາທີ່ໃຫຍ່ກວ່າໝູ່ຂອງທ່ານກໍແມ່ນເຮັດໃຫ້ສຽງດົນຕີເປົ່າຂຸ່ຍນ້ຳເຕົ້າດັງກ້ອງໄປທົ່ວທຸກແຫ່ງຫົນໃນໂລກ.
|