ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-29 19:25:40    
ຜົນສຳ​ເລັດ​ທາງ​​ຄະ​ນິສາດ​ໃນ​ສະ​​ໄໝຈີນ​ບູຮານ​

cri

ການຄິດ​ໄລ່​ຜົນ​ຂອງອັດຕາ​ຮອບ​ວົງກົົ​ມ​ແມ່ນ​ບັນຫາ​ຄົ້ນຄວ້າ​ທ່ີ​ສຳຄັນ​ທີ່ສຸດ​ແລະ​ຫຍຸ້ງຍາກ​ທ່ີ​ສຸດ​​ໃນ​ຄະ​ນິສາດ.​ໃນ​ສະ​​ໄໝ​ຈີນ​ບູຮານ,​ມີ​ນັກ​​ຄະ​ນິ​ສາດ​ຫຼາຍ​ທ່ານ​ໄດ້​ທຸ່ມ​ເຫ່ືອ​ເທ​​ແຮງ​​ເຂົ້າໃນ​ການ​ຄິດ​ໄລ່​ອັດຕາ​ຮອບ​ວົງກົມ,ສ່ວນ​ຜົນ​ສຳ​ເລັດ​ທ່ີ​ທ່ານຈູ​ຊົ່ງ​ຈ່ື​ໄດ້​ຮັບ​ໃນ​ສະຕະວັດ​ທີ5ອາດ​ເວົ້າ​ໄດ້​ວ່າ​ແມ່ນ​ການ​​ໂດດ​ຂັ້ນໃນ​ການ​ຄິດ​ໄລ່​ອັດຕາ​ຮອບ​ວົງກົມ.

ທ່ານຈູ​ຊົ່ງ​ຈ່ືແມ່ນ​ນັກ​ຄະ​ນິສາດ​ແລະ​ນັກ​ດາລາ​ສາດ​ຜູ່​ຍິງ​ໃຫ່ຍ​ໃນ​ສະ​​ໄໝ​ຈີນ​ບູຮານ.​ທ່ານ​ຈູ​ຊົ່ງ​ຈ່ືເກີດ​ຢູ່​ນະ​ຄອນ​ນານ​ກິ​່ງ​ແຂວງ​ຈຽງ​ຊູ່​ປະຈຸ​ບັນ​ເມ່ືອດ​ປີ​429.ຄອບຄົວທ່ານ​ທຸກ​ເຊ່ັນຄົນ​ລ້ວນ​ແຕ່​ຄົ້ນ​ຄວ້າ​ວິທີ​ຄຳ​ນວນ​ວັນ​ເດ​ືອນປີ​ໃນ​ດາ​ລາ​ສາດ.​ໃນ​ຍາມ​ຍັງ​ນ້ອຍ,ທ່ານ​ກໍ​ໄດ້ສຳ​ຜັດ​ກັບ​ຄວາມ​ຮູ້​ທາງ​ຄະ​ນິ​ສາດ​ແລະ​ດາ​ລາ​ສາດ.​ເມ່ືອ​ຮອດ​ອາຍ​ຸ​35ປີ,​ທ່ານຈູ​ຊົ່ງ​ຈ່ືເລ່ີ​ມຄິດ​ໄລ່​ອັດຕາ​ຮອບ​ວົງ​ກົມ.

​ໃນ​ສະ​​ໄໝ​ຈີນບູຮານ,ຄົນ​ທັງຫຼາຍ​ໄດ້​ມີ​ຄວາມ​ຮັບຮູ້​ຈາກ​ພຶດຕິ​ກຳ​ວ່າ,ຮອບ​ວົງກົມ​ແມ່ນ​ທໍ່​ກັນ​ກັບ3​ເທົ່າ​ກວ່າ​ຂອງ​ເສັ້ນຜ່າ​ສູນ​ກາງ​ວົງ​ກົມ,​ແຕ່​ວ່າ,​ຫຼາຍ​ກວ່າ​ເທ່ົາ​​ໃດກໍ​ຍັງ​ມີຄວາມ​ເຫັນ​ຕ່າງ​ກັນ.ກ່ອນ​ສະ​ໄໝ​ທ່ານ​ຈູ​ຊົ່ງຈື່,ທ່ານ​ລິວ​ຮຸ່ຍ ນັກ​ຄະ​ນິສາດ​ຈີນ​ກໍ​ເຄີຍ​ສະ​ເໜີ​ວິທີ​ການ​ຕັດ​ແບ່ງ​ວົງກົມ​ອອກ​ມາ​ກ່ອນ​ແລ້ວ ​ເຊ່ິງ​ເປັນ​ວິທີ​ວິ​ທະຍາ​ສາດ​ທ່ີ​ຄິດ​ໄລ່​ອັດຕາ​ຮອບ​ວົງ​ກົມ,​ຄື,ໃຊ້ຮອບ​ຂ້າງ​ຮູບ​ຫຼາຍຫຼ່ຽມ​ໃນ​ວົງ​ກົມ​ມາຄິດ​ໄລ່​ຮອບ​ວົງກົມ,​ໂດຍ​ໃຊ້​ວິທີ​ດັ່ງ​ກ່າວ,​ທ່ານ​ລິວ​ຮຸ່ຍ​ສາ​ມາດ​ຄິດ​ອັດ​ຕາ​ຮອບ​ວົງກົມ​ຮອດ​4​ຕົວ​ເລກ​ເສດຫຼັງ​ຈຸດ.

​ໂດຍ​ຢູ່ບົນ​ພື້ນ​ຖານ​ຂອງ​ຄົນຮຸ່ນ​ກ່ອນ,​ຜ່ານ​ການຄົ້ນຄວ້າ​ດ້ວຍ​ຄວາມ​ມານະ​ອົດທົນ​ແລະ​ຄິດ​ໄລ່​ຫຼົບ​ໄປ​ຫຼົບ​ມາ,​ທ່ານ​ຈູ​ຊົ່ງຈື່​ເລີຍຄິດ​ໄລ່​ອັດຕາ​ຮອບ​ວົງ​ກົມ​ຮອດ​7​ຕົວ ເລກ​ເສດ​ຫຼັງ​ຈຸດ,​ແລະ​ໄດ້​ຮູ້​ຕົວ​ເລກ​ທີ່​ມໍ່​ຜົນ​ເປັນ​​ເລກ​ເສດ​ສ່ວນ​ຂອງ​ອັດຕາ​ຮອບ​ວົງ​ກົມ.ທ່ານ​ຈູ​ຊົ່ງ​ຈື່​ແມ່ນ​ໄດ້​ຮັບ​ຜົນ​ດັ່ງ​ກ່າວ​ຍ້ອນ​ໃຊ້ວິທີ​​ແນວ​ໃດ,ມາ​ຮອດ​ດຽວ​ນີ້​ຍັງ​ຄົ້ນບໍ່​ເຫັນ​ເທື່ອ.​ຖ້າ​ທ່ານ​ຄິດ​ໄລ່​​ດ້ວຍ​ວິທີ​ຕັດ​ແບ່ງ​ວົງ​ກົມ​ຂອງ​ທ່ານ​ລິວ​ຮຸ່ຍ,ກໍ​ຕ້ອງ ຄິດ​ໄລ່​ຮອດ​1​ໝ່ືນ​6​ພັນ​ຮູບ​ຫຼາຍ​ຫຼ່ຽມ​ໃນ​ກົມ,​ເຊິ່ງ​ຈະ​ໃຊ້​ເວລາ​ແລະ​ແຮງ​ງານຫຼາຍ​ພິລຶກໂພດ.

ນັກ​ເລກ​ຄະ​ນິສາດ​ຕ່າງປະ​ເທດ​ໄດ້​ຮັບ​ຜົນ​ກ່ຽວ​ກັບ​ອັດຕາ​ຮອບ​ວົງ​ກົມ​ຄື​ກັນ​ກັບ​ທ່ານ​ຈູ​ຊົ່ງ​ຈື່ຄິດ​ໄລ່​ອອກ​ມານັ້ນ​ແມ່ນ​ໄດ້​ຜ່ານ​ພັນ​ກ​ວ່າປີ​ແລ້ວ.​ເພ່ືອ​ລະນຶກ​ການ​ປະກອບສ່ວນ​ອັນ​ດີ​ເດັ່ນ​ຂອງ​ທ່ານ​ຈູ​ຊົ່ງຈື່,ມີ​ນັກ​ຄະ​ນິສາດ​ຕ່າງປະ​ເທດ​ບາງ​ຄົນ​ໄດ້​ສະ​ເໜີ​​ໃຫ້ເອິ້ນ​ອັດຕາ​ຮອບ​ວົງ​ກົມ​​ເປັນ​ອັດຕາຈູ.

ນອກຈາກ​​ໄດ້​ຮັບ​ຜົນສຳ​ເລັດ​ທາງ​ດ້ານ​​ຄິດ​ໄລ່ອັດຕາ​ຮອບ​ວົງ​ກົມ,ທ່ານ​ຈູ​ຊົ່ງ​ຈື່​ຍັງ​ໄດ້​ພ້ອມ​ກັບ​ລູກ​​ເພິ່ນ​​ຄິດ​ໄລ່​ມວນ​ສານ​ວົງ​ກົມ​ດ້ວຍ​ວິທີ​ອັນ​ສະຫຼາດ​ຫຼັກ​ແຫຼມ.​ຢູ່ຝ່າຍ​ຕາ​ເວັນ​ຕົກ,​ຫຼັກ​ມູນທ່ີ​ພວກ​ທ່ານ​ນຳ​ໃຊ້​ນັ້ນຖືກ​ເອິ້ນ​ເປັນ​ຫຼັກມູນ,​ທ່ານກາ​ວາ​ເລຍ​ຣີ ນັກ​ຄະ​ນິສາດ​ອີ​ຕາ​ລີ​ປະ​ກົດ​ເປັນ​ຜູ່​ຄົ້ນພົບ,​ເຊ່ິງ​ລຸນທ່ານ​ຈູ​ຊົ່ງຈື່​ຕັ້ງ​ພັນ​ກວ່າ​ປີ.​ເພ່ືອ​ລະ​ນຶກການ​ປະ​ກອບ​ສ່ວນ​ສຳ​ຄັນ​ທ່ີ​ພໍ່ກັບ​ລູກ​ທ່ານ​ຈູ​ຊົ່ງ​ຈື່​ຄົ້ນ​ພົບ​ຫຼັກ​ມູນ​ດັ່ງ​ກ່າວ, ໃນ​​ຄະ​ນິ​ສາດ​ກໍ​ເອີ້ນ​ຫຼັກ​ທິດ​ມູນ​ດັ່ງ​ກ່າວ​ນີ້​ເປັນ​ຫຼັກ​ມູນ​ຈູ.

ຜົນສຳ​ເລັດ​ຂອງ​ທ່ານ​ຈູ​ຊົ່ງຈື່ໃນ​ຂົງ​ເຂດ​​ຄະ​ນິສາດ​ພຽງ​ແຕ່​ແມ່ນ​ດ້ານ​ໜ່ຶງ​ໃນ​ຜົນສຳ​ເລັດ​ຄະ​ນິສາດ​ໃນ​ສະ​​ໄໝ​ຈີນບູຮານ.ທ່ີ​ຈິງ​ແລ້ວ,​ກ່ອນ​ສັດ​ຕະ​ວັດ​ທີ14,ຈີນ​ແມ່ນ​ປະ​ເທດໜ່ຶງ​ທ່ີ​ຄະ​ນິ​ສາດ​ພັດ​ທະ​ນາ​ຫຼາຍ​ກວ່າ​ໝູ່​ໃນ​ໂລກ​ຕະຫຼອດ​ມາ.​ເຊັ່ນ,ສູດປີ​ຕາກໍ ໃນ​ເລຂາ​ຄະນິດ,​ໃນ​ປຶ້ມ​ໂຈ່​ປີ້​ຊ້ວນ​ຈີ່ງ ​ເຊ່ິງ​​​​ແມ່ນປຶ້ມ​ຄະ​ນິສາດ​ຂອງ​ຈີນ​ທ່ີ​ຂຽນ​ສຳ ເລັດ​ກ່ອນ​ຄ.ສ.2ສະຕະວັດ.​ນັ້ນ​ໄດ້​ມີ​ຊີ້​ແຈງ​ວິ​ເຄາະ​ມາ​ແລ້ວ;ປຶ້ມຈິວຈ່າງ​ຊ້ວນ​ຊູ້ ​ເຊ່ິງ​​ແມ່ນປຶ້ມ​ໄລ່​ສຳຄັນ​ຫົວ​ໜຶ່ງ​ອີກທ່ີ​ຂຽນ​ສຳ​ເລັດ​ເມ່ືອ​ສະ​ຕະ​ວັດ​ທີ1​ໄດ້ວາງ​ມະ​ໂນ​ພາບ​ເລກ​ລົບ​ແລະ​ກົດ​ເກນ​ວິທີ​ບວກ​​ລົບ​ເລກ​ບວກ​ເລກ​ລົບ​ອອກ​ມາກ່ອນ​ໃນ​ປະ​ຫວັດ ຄະ​ນິສາດ​ຂອງ​ໂລກ;​ໃນ​ສະ​ຕະ​ວັດ​ທີ​13,ຈີນ​ໄດ້​ມີ​ວິທີ​ຕອບ​ແກ້​ສົມ​ຜົນ​10​ເທື່ອ,​ມາ​ຮອດ​ສະ​ຕະ​ວັດ​ທີ​16,​ເອີ​ລົບ​ຈ່ຶງ​ສະ​ເໜີ​ວິທີຕອບ​ແກ້​ສົມ​ຜົນ3​ເທ່ືອ.