ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-06-30 18:09:57    
ງານ​ແຂ່ງຂັນ​ບານ​ເຕະ​ຊິງ​ຊະ​ນະ​ເລີດ​ເອີ​ລົບ,​ຄົນ​ຈີນ​ມາ​ແລ້ວ(ສຽງ)

cri

                          

ນັບ​ມາ​ຮອດ​ປະ​ຈຸ​ບັນ, ງານ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ຊະນະ​ເລີດ​ເອີ​ລົບ​​ໄດ້​ຈັດ​ຂຶ້ນ 11 ​ເທ່ືອ​ແລ້ວ. ງານ​ແຂ່ງ​ຂັນ​​ເທ່ືອ​ນີ້​ເລ່ີ​ມ​ແຕ່​ວັນ​ທີ 13 ມິຖຸນາ, ​​ແລະ​ຈະ​ສິ້ນສຸດ​ລົງ​ໃນ​ວັນ​ທີ 5 ກໍ​ລະ​ກົດ. 16 ທີມ​​ເກັ່ງ​ເອີ​ລົບ​ຈະ​ແຂ່ງຂັນ​ກັນໃນ​ 10 ສະໜາມ​ຢູ່​ປອກ​ຕຸຍ​ການ. ອີງ​ຕາມ​ຕົວ​ເລກ​ທ່ີ​ຄະນະ​ຈັດ​ຕັ້ງ​ງານ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ຊະ​ນະ​ເລີດ​ເອີ​ລົບ​ປະ​ກາດ​ໃຫ້​ຮູ້​ວ່າ, ຈະ​ມີ​ແຟນ​ບານ​ປະ​ເທດ​ຕ່າງໆ 5 ​ແສນ​ກວ່າ​ຄົນ​ຈະ​​ເດີນ​ທາງ​ໄປ​ປອກ​ຕຸຍ​ການ​ເພື່ອ​ຊົມ​ງານ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ຊະນະ​ເລີດ​ເອີ​ລົບ,​ສ່ວນ​ແຟນ​ບານ​ທ່ີ​​ເບ່ິງ​ການ​ແຂ່ງ​ຂັນ​ທາງ​ໂທ​ລະ​ພາບ​ຕໍ່​​ທ່ົວ​ໂລກ​ນັ້ນ​ກໍ​ມີ​ເຖິງ​ເປັນ​ຮ້ອຍໆ​ລ້ານ​ຄົນ.

ປອກຕຸຍ​ການ​ທ່ີ​ຕັ້ງຢູ່​ແຈທິດຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ເອີ​ລົບ​ນັ້ນ, ​ເວ​ລາ​ຂອງ​ປະ​ເທດ​ດັ່ງກ່າວ​ພັດຊ້າ​ກວ່າ​ເວລາປັກ​ກ່ິງ 7​ຊົ່ວ​ໂມງ. ​ເຖິງ​ວ່າການ​ແຂ່ງ​ຂັນ​ຂອງ​ງານ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ຊະນະ​ເລີດ​ເອີ​ລົບ​ລ້ວນ​ແຕ່​ແມ່ນ​ຈັດ​ຂຶ້ນ​ໃນ​ຍາມ​ຂ້ອນ​ແຈ້ງເວ​ລາ​ປັກ​ກ່ິງ​ກໍ່​ຕາມ, ​ແຕ່​ກໍ​ຍັງ​ມີ​ແຟນ​ບານ​ຈີນ​ເປັນ​ພັນ​ເປັນ​ໝ່ືນ​ເບ່ິງ​ການ​ແຂ່ງ​ຂັນ​ຖ່າຍ​ທອດ​ສົດ​ທາງ​ໂທ​ລະ​ພາບ​ຢູ່, ບໍ່​ວ່າ​ຈຳ​ນວນ​ຄົນ​ຊົມ​ຫຼື​ຄວາມ​ຕິດ​ອົກ​ຕິດ​ໃຈ​ຂອງ​ແຟນ​ບານ, ປະ​ເທດຈີນ​ກໍ​ສົມ​ຊ່ື​ເປັນ​ແທ່ນ​ນ່ັງ​ເບ່ິງ​ງານ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ຊະນະ​ເລີດ​ເອີ​ລົບ​ທີ່​ໃຫຍ່​ກວ່າ​ໝູ່​ໃນ​ໂລກ. ນອກ​ນີ້, ຕາມ​​ສະຖິຕິ​ຂອງ​ພະ​ແນກ​ວັດ​ທະ​ນະ​ທຳ​ຈີນ​ປະ​ຈຳ​ປອກ​ຕຸຍ​ການ​ໃຫ້​ຮູ້ວ່າ,​ຄະ​ນະ​ທ່ອງ​ທ່ຽວ​ທ່ີ​ຂໍ​ໄປ​ຊົມ​ງານ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ຊະ​ນະ​ເລີດ​ເອີ​ລົບ​ຕໍ່​ບໍລິສັດ​ທ່ອງ​ທ່ຽວ​ສາ​ກົນ​ຈີນ​​ຫວ່າງ​ມໍ່ໆ​ນີ້​ມີ​ຫຼາຍ​ສິບ​ກວ່າ​ຄະ​ນະ. ທ່ານ​ນາງ​ຫ້າຍ​ຈິ່ງ​ຢ່ິງ ​ເລຂາ​ເອກ​ພະ​ແນກ​ວັດ​ທະ​ນະ​ທຳ​ເວົ້າວ່າ, "​ຖ້າ​ເວົ້າ​ວ່າ, ​ເມ​່ືອ​ງານ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ຊະ​ນະ​ເລີດ​ເອີ​ລົບ​ທ່ີ​ຈ​ັດຂຶ້ນ​ຢູ່​​ເບ​ແນງ​ແລະ​ໂຮນ​ລັງ​ປີ 2000, ຄົນ​ຈີນ​ຍັງ​ເອົາ​ແນ່​ບໍ່​ໄດ້,​ຫຼັງ​ຈາກ​ເຂົ້າ​ຮ່ວມ​ຄະ​ນະ​ພັນ​ຄົນ​ໃຫ້​ກຳ​ລັງ​ໃຈ​ໃນ​ການ​ແຂ່ງ​ຂັນ​ໂລກ​ປີ 2002​ທ່ີ​ຈັດ​ຂຶ້ນ​ຢູ່​ສາ​ທາ​ລະນະ​ລັດ​ເກົາ​ຫຼີ​ແລະ​ຍ່ີ​ປຸ່ນ,ແລະ​ມີ​ປະ​ເທດ​ເອີ​ລົບ​ນັບ​ມື້​ນັບ​ຫຼາຍ​ໄດ​້​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຂອງ​ປະ​ຊາ​ກອນ​ຈີນ​ແລ້ວ,​ຄົນ​ຈີນ​ທ​ີ່ເຂົ້າ​ຮ່ວມ​ການ​ຊົມ​ງານ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ຊະ​ນະ​ເລີດ​ເອີ​ລົບ​ກໍ​ອາດ​ຈະ​ກາຍ​ເປັນ​ເລື່ອງ​ຈິງ​ໄດ້."

ນອກ​ຈາກ​ແຟນ​ບານ​ຈີນ​ໄດ້​ຈົດ​ຈໍ່​ໃສ່ງານ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ຊະນະ​ເລີດ​ເອີ​ລົບ​ແລ້ວ,ສ່ື​ມວນ​ຊົນ​ຈີນ​ກ​ໍ​ເອົາ​ໃຈ​ໃສ່​ນຳ​ການ​ແຈ້ງ​ຂ່າວ​ກ່ຽວ​ກັບ​ງານ​ແຂ່ງຂັນ​ບານ​ເຕະ​ຊີງ​ຊະ​ນະ​ເລີດ​ເອີ​ລົບຄື​ກັນ.​ຕາມ​ໄດ້​ຊາບ,​ຄັ້ງນີ້​ມີ​ນັກ​ຂ່າວ​ຫຼາຍ​ຮ້ອຍ​ຄົນ​ໄດ້​​ເດີນ​ທາງ​ໄປ​ບ່ອນ​ຈັດ​ງານ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ຊະນະ​ເລີດ​ເອີ​ລົບ, ມີສ່ື​ມວນ​ຊົນຈີນ​ຈຳ​ນວນ​ບໍ່​ໜ້ອຍ​ຍັງ​ແຕ່ງ​ນັກ​ຂ່າວ​ທ່ີ​ປາກ​ພາ​ສາ​ປອກ​ຕຸຍ​ການ ຝຣັ່ງ​ແລະ​ເຢຍລະ​ມັນ​ເປັນ​ໄປ​ອີກ.

ໜັງ​ສື​ພິມ​ໂບ​ລາ ​ເຊ​່ິງ​ເປັນ​ໜັງ​ສື​ພິມ​ບານ​ເຕະ​ໂດຍ​ຈຳ​ເພາະ​ທ່ີ​ຈຳ​ໜ່າຍ​ຫຼາຍ ກວ່າ​ໝູ່​ຢູ່​ປອກ​ຕຸຍ​ການ​ກໍ​ໄດ້​ພິມ​ບົດ​ຄວາມ​ທ່ີ​ພາດ​ຫົວ​ເລ່ືອງ​ວ່າ "ນັກ​ຂ່າວ​ຈີນ​ພີ​ຊິດ ງານ​ແຂ່ງຂັນ​ບານ​ເຕະ​ຊີງ​ຊະ​ນະ​ເລີດ​ເອີ​ລົບ" ​ໃນ​ໄລ​ຍະ​ທ່ີ​ຈັດ​ງານ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ຊະ​ນະ​ເລີດ​ເອີ​ລົບ". ບົດ​ຄວາມ​ຂຽນ​ວ່າ, ​ໃນ​ງານ​ສຳພາດ​ຂ່າວ​ທ່ີ​ຈັດ​ຂຶ້ນ​ກ່ອນທີ​ມປອກຕຸຍ​ການລົງ​ສະ​ໜາມ​ນັ້ນ, ສູນ​ຮັບ​ຕ້ອນ​ຂອງ​ມູນ​ນິ​ທິເຊ​ລາ​ເວສ໌​ໄດ້​ໂຮມ​ນັກ​ຂ່າວ​ຫຼາຍ​ກວ່າ 400 ຄົນ​ທ່ີ​ມາ​ຈາກ​ແຫ່ງ​ຕ່າງໆ​ຂອງ​ໂລກ, ​ໃນ​ນັ້ນ, ມີ​ນັກ​ຂ່າວ​ຈີນ​ຜູ່​ໜ່ຶງ, ທ່ານ​ບໍ່​ພຽງ​ແຕ່​ເປັນ​ຜູ່​ຕັ້ງ​ບັນ​ຫາ​ຖາມ​ຫຼາຍ​ກວ່າ​ໝູ່​ທໍ່ນັ້ນ,ຫາກ​ຍັງ​ປາກພາ​ສາ​ປອກ​ຕຸຍ​ການ​ຫຼ່ຽນ​ໄຫຼຈົນ​ເຮັດ​ໃຫ້​ຄົນ​ງານ​ໃຫ້​ສຳພາດ​ຕື່ນ​ຕົກ​ໃຈ​ອີກ​ດ້ວຍ.​ເມ່ືອ​ທ່ານ​ຖາມ​ບັນ​ຫາ​ຕໍ່​ທ່ານ​ລູອິສ໌ ຟີ​ໂກ ດາລາ​ບານ​ທ່ີ​ມີ​ຊ່ື​ສຽງ​ດົງ​ດັງ​ຂອງ​ປອກຕຸຍ​ການ​ນັ້ນ, ທ່ານ​ໄດ້​ເວົ້າພາສາ​ປອກຕຸຍ​ການ​ຢ່າງ​ລ່ຽນ​ໄຫຼ,​ແຕ່​ເມ່ືອ​ທ່ານ​ຕັ້ງ​ບັນຫາ​ຖາມທ່ານ​ສ​ໂກລາຣິ ຄູ​ເຝິກ​ສັນຊາດ​ເບຼຊີ​ນຂອງ​ທີ​ມປອກຕຸຍ​ການ, ທ່ານ​ໄດ້​ປາກ​ພາສາ​ປອກຕຸຍ​ການ​ທ່ີ​ມີ​ສຳ​ນຽງ​ເບຼຊີ​ນ.ນັກ​ຂ່າວ​ຈີນ​ຈັ່ງ​ແມ່ນ​​ເກັ່ງວິຊາ​ສະ​ເພາະ​ແທ້ໆ!

ນັກ​ຂ່າວ​ຜູ່​ນີ້​ກໍ​ແມ່ນ​ນັກ​ຂ່າວ​ພະ​ແນກ​ປອກ​ຕຸຍ​ການ​ຂອງ​ວິ​ທະ​ຍຸ​ສາກ​ົນ​ແຫ່ງ​ປະ​ເທດ​ຈີນ.
​ເມື່ອ​ເວົ້າ​ເຖິງ​ພາບ​ປະ​ທັບ​ໃຈ​ຕໍ່​ນັກ​ຂ່າວ​ຈີນ​ຢູ່ງານ​ແຂ່ງຂັນ​ບານ​ເຕະ​ຊີງ​ຊະນະ​ເລີດ​ເອີ​ລົບ, ທ່ານ​ເລີ​ນາ​ໂຕ ​ການ​ວານ​ໂຮ ນັກ​ຂ່າວ​ຂອງ​ໜັງ​ສື​ພິມ​ປັບ​ລີໂກ​ເຊ່ິງຈຳ​ໜ່າຍ​ຫຼາຍ​ກວ່າ​ໝູ່​ຢູ່​ປອກ​ຕຸຍ​ການ​ເວົ້າວ່າ,"​ນັກ​ຂ່າວ​ຈີນ​ເປັນ​ຄົນ​ເຮັດ​ວຽກ​ສຸມ​ຈິດ​ສຸມ​ໃຈ. ພວ​ກ​ເຂົາ​ເຈົ້າ​ປາກ​ພາສາ​ອັງກິດ​ແລະ​ພາ​ສາ​ປອກ​ຕຸຍ​ການ​ເກັ່ງ​ຫຼາຍ,ທັງ​ນີ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າຕ່ືນ​ຕົກ​ໃຈ​​ທີ່​ສຸດ, ຂ້າພະ​ເຈົ້າຮູ້ສຶກ​ວ່າ​ພວກ​ເຂົາ​ເຈົ້າ​ເປັນ​ຄົນ​ຕັ້ງອົກ​ຕັ້ງ​ໃຈ​ນຳວິຊາ​ແທ້ໆ, ​ແຕ່​ລະ​ມື້​ກໍ​​ເປັນ​ພວກ​ອອກ​ຈາກ​ສູນ​ຂ່າວ​ຊ້າ​ກວ່າ​ໝູ່."

​ໃນສະໜາມ​​ແຂ່ງ​ຂັນ​ຂອງງານ​ແຂ່ງຂັນ​ບານ​ເຕະ​ຊີງ​ຊະ​ນະ​ເລີດ​ເອີ​ລົບ, ທ່ານ​ຢັນ​ໂກ​ວິດ ກອງ​ໜ້າ​ທີມ​ບຸນ​ກາລີ​ແມ່ນ​ນັກ​ກິລາ​ຜູ່​ດຽວ​ໃນ​ຈຳ​ນວນ​ນັກ​ເຕະ​ບານ300​ກວ່າ​ຄົນ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຮ່ວມ​ຈີນ​ປະສານ​ກັບ​ຈີນໃນ​ປະຈຸ​ບັນ​ໃນ​ນັກ​ເຕະ​ບານ 300 ກວ່າ​ທ່ານ. ​ໃນ​ເວ​ລາ​ທ່ານ​​ໃຫ້​ສຳ​ພາດ​​ແກ່​ນັກ​ຂ່າວ​ວິທະຍຸ​ພວ​ກ​ເຮົາ, ທ່ານ​ເວົ້າວ່າ, "​ຂ້າ​ພະ​ເຈົ້າ​ແມ່ນ​ນັກ​ເຕະ​ບານ​ໃນ​ການ​​ແຂ​່ງຂັນຮ່ວມ​ຈີນປະສານ​ກັບ​ຈີນ​ພຽງ​ຜູ່​ດຽວ​ໃນ​ງານ​ແຂ່ງຂັນ​ບານ​ເຕະ​ຊີງ​ຊະນະ​ເລີດ​ເອີ​ລົບ. ຢູ່​ທ່ີ​ນີ້, ມີ​ຫຼາຍ​ຄົນ​ຖາມ​ຂ້ອຍ​ວ່າ, ປະ​ເທດ​ຈີນ​ເປັນ​ແນວ​ໃດ, ​ເປັນ​ຫຍັງ​ເຈົ້າຈຶ່ງໄປ​ເຕະບານ​ຢູ່​ຈີນ, ພວກ​ເຂົາ​ເຈົ້າ​​ແມ່ນ​ສຳ​ນຶກ​ບໍ່​ອອກ​ເລີຍ​ວ່າ, ປະ​ເທດ​ຈີນ​ຈ່ັງ​ແມ່ນ​ຈົບ​ງາມ​ດີ, ຢູ່​ຈີນ, ຂ້າພະ​ເຈົ້າຮູ້​ສ​ຶກມ່ວນ​ຫຼາຍ. ແຟນ​ບານ​ຈີນ, ຂ້າ​ພະ​ເຈົ້າ​ກໍຄິດ​ຮອດ​ພວກ​ເຈົ້າຢູ່!"

ຄົນ​ຈີນ​ຕັ້ງ​ໃຈ​ເຂົ້າ​ຮ່ວມ​ງານ​ແຂ່ງຂັນ​ບານ​ເຕະ​ຊີງ​ຊະນະ​ເລີດ​ເອີ​ລົບ ​ເຊ່ິງ​ເປັນ​ການ​ແຂ່ງ​ຂັນ​ໃຫ່ຍ​ໃນ​ເວທີ​ກິລາ​ສາກົນ​ທ່ີ​ມີ​ຜົນ​ສະ​ທ້ອນ​ແຮງ​ທີ່​ສຸດ​ໂດຍສະ​ແດງ​ໃຫ້​ເຫັນ​ວ່າ, ປະ​ເທດ​ຈີນ​ພວມ​ເຊ່ືອມ​ໂຍງ​ເຂົ້າ​ກັບ​ໂລກ​ຢ່າງ​ບໍ່​ຢຸດ​ຢັ້ງ, ສ່ວນ​​ໂລກ​ກໍ​ຍິນ​ດີ​ຕ້ອນ​ຮັບ​ຈີນຄື​ກັນ. ​ໃນ​ເວລາ​ຕ້ອນ​ຮັບ​ການ​ເຂົ້າ​ສຳ​ພາດ​ຂອງ​ນັກ​ຂ່າວ​ວິ​ທະ​ຍຸ​ພວກ​ເຮົາ​ນັ້ນ, ທ່ານ​ເມັກ​ກາ​ຊີ ອະ​ດີດ​ຄູ​​ເຝິກ​ຂອງ​ທີມ​ຊາດ​ອຽກ​ລັງ​ແຫ່ງ​ຊາດ​ເວົ້າວ່າ, "ຊາວ​ຈີນ​ເອີຍ,​ຊົມ​ເຊີຍ​ພວກ​ທ່ານ​ມາ​ຮ່ວມ​ງານ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ຊະນະ​ເລີດ​ເອີ​ລົບ, ຈົ່ງຕັ້ງສະຕິ​ໄວ້​ຄັກ​ແນ່, ​ເພື່ອ​ຊົມ​ງານ​ເຕະບານ!"