ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-01 09:08:44    
ການ​ກິນ​ການ​ຢູ່ 6 ຢ່າງ​ທີ່​ບໍ່​ເໝາະ​ສົມ​ຕໍ່​ສຸຂະພາບ(ສຽງ)

cri

                          

1 ບໍ່​ກິນ​ເຂົ້າ​ເຊົ້າ. ມີຫຼາຍຄົນຕື່ນ​ເຊົ້າມາ ບໍ່​ມັກ​ກິນ​ອາຫານ,​ເຮັດ​ແນວ​ນີ້​ແມ່ນ​ບໍ່​ເໝາະ​ສົມ​ທີ່​ສຸດ,​ເພາະວ່າ ຖ້າ​ບໍ່​ກິນ​ເຂົ້າ​ເຊົ້າ​,​ໃນ​ເວລາ​ເຮັດ​ວຽກ ຈະ​ເໝື່ອຍງ່າຍ,ກະ​ເພາະ​ກໍ​ບໍ່​ສະບາຍ​ແລະ​ມັກ​ເຈັບຫົວ,ພ້ອມ​ກັນນັ້ນ ຖ້າ​ບໍ່​ກິນ​ເຂົ້າ​ເຊົ້າ​ເລື້ອຍໆ ຍັງ​ຈະ​ພາ​ໃຫ້​ເປັນ​ໜິ້ວ​ຖົງ​ບີ.

2.ເຝິກຊ້ອມ​ແລ່ນ​ໃນ​ເວລາ​ທ້ອງ​ເປົ່າ. ຕື່ນ​ເຊົ້າມາ​ບໍ່​ກິນ​ຫຍັງ​ຮອງທ້ອງ​ກ່ອນ ກໍ​ໄປ​ແລ່ນ​ໂລດ,ຈະ​ເພີ່ມ​ການ​ຫາບ​ແບກ​ໃຫ້​ແກ່​ໝາກ​ຫົວ​ໃຈ​ແລະ​ຕັບ,ອາດ​ຈະ​ເຮັດ​ໃຫ້​ຫົວ​ໃຈ​ເຕັ້ນບໍ່​ສະ​ໝ່ຳບໍ່​ສະໝີ,ຈົນ​ເຖິງ​ຂັ້ນຕາຍ​ກະທັນຫັນ​ກໍ​ເປັນ​ໄດ້. ສິ່ງ​ທີ່​ຄວນ​ເອົາ​ໃຈ​ໃສ່​ນັ້ນ​ແມ່ນ,ຜູ່​ອາຍຸ​ແຕ່ 50 ປີ​ຂຶ້ນ​ໄປ ຍ້ອນ​ຄວາມ​ສາມາດ​ໃຊ້​ອາ​ຊິດ​ໄຂມັນ​ທີ່​ເຄື່ອນ​ເໜັງ​ໃນ​ຮ່າງກາຍ​ຕ່ຳ​ກວ່າ​ຊາວ​ໜຸ່ມ,ສະນັ້ນ,ຈຶ່ງເປັນ​ອັນຕະລາຍ​ກວ່າ.

3.ບາງ​ຄົນ​ບໍ່​ມັກ​ຖູ​ແຂ້ວກ່ອນ​ຈະ​ນອນ. ກ່ອນ​ນອນ​ຖ້າ​ບໍ່​ຖູ​ແຂ້ວ ດົນ​ແລ້ວ ​ແຂ້ວ​ຈະ​ເປັນ​ແມງ ຟັນ​ແຂ້ວ​ມັກ​ອອກ​ເລືອດ​ແລະ​ອັກ​ເສບ,​ໃນ​ທີ່​ສຸດຈະ​ພາ​ໃຫ້​ແຂ້ວຫຼົ່ນ.

4. ບາງ​ຄົນ​ມັກ​ນອນ​ໝູບ. ທີ່​ຈິງ​ແລ້ວ ທ່ານ​ອນສຳຄັນຫຼາຍ,ມັກ​ນອນ​ໝູບ​ແມ່ນ​ຄວາມ​ຊີ​ນ​ເຄີຍ​ທີ່​ບໍ່​ດີ,ດົນ​ໄປ ຈະ​ເພີ່ມ​ກຳລັງ​ໜີບ​ຕໍ່ໜ້າ​ເອິກ,ໝາກ​ຫົວ​ໃຈ,ປອດ​ແລະ​ໜ້າ,​ເຮັດ​ໃຫ້​ກະດູກ​ສັນຫຼັງຄົດ,ກ້າມ​ເນື້ອ​ແລະ​ເສັ້ນ​ເອັນ​ເປືອງ​ແຮງຫຼາຍ,ພາ​ໃຫ້​ຄົນ​ບໍ່​ໄດ້​ຮັບ​ການ​ພັກຜ່ອນ​ເປັນ​ຢ່າງ​ດີ​ໃນ​ເວລາ​ນອນ,​ເມື່ອ​ນອນ​ຕື່ນ​ແລ້ວ ໜ້າ​ຈະ​ໃຄ່​ບວມ,ຕາ​​ໂປ,ຕາ​ແດງ.

5. ການ​ກິນ​ອາຫານ​ປີ້ງຫຼາຍບໍ່​ດີ. ອາຫານ​ປີ້ງ​ມັກ​ມີ​ທາດ​ເບັນ​ໂຊ​ປີ​ແລນ​ເຊື່ອມ​ພິດ,ວັດຖຸ​ຊະນິດ​ນີ້​ອາດ​ຈະ​ພາ​ໃຫ້​ເປັນ​ມະ​ເຮັງ​ກະ​ເພາະ​ແລະ​ມະ​ເຮັງ​ເລືອດ.

6.ບາງ​ຄົນ​ມັກ​ໃຊ້​ໄມ້​ຖູ່​ທີ່​ທາສີ​ນ້ຳມັນ​ຄີບ​ຂອງ​ກິນ. ສີນ້ຳມັນ​ມີ​ວັດຖຸ​ເຄມີ​ທີ່​ເປັນ​ໂທດ​ຕໍ່​ຮ່າງກາຍ,​ໂດຍ​ສະ​ເພາະ​ແມ່ນ​ຖ້າ​ທາດ​ນີ​ຕຼາດ ຖືກ​ຮັບ​ເອົາ​ເຂົ້າ​ໄປ​ໃນ​ຮ່າງກາຍ​ແລ້ວ,ອາດ​ຈະ​ປະສົມ​ກັບ​ວັດຖຸ​ອາ​ຊົດ ​ແລ້ວ​ກາຍ​ເປັນ​ທາດ​ນີ​ໂຕຼຊາ​ມິນ ​ຊຶ່ງ​ເປັນ​ວັດຖຸ​ຮ້າຍ​ແຮງ​ທີ່​ພາ​ໃຫ້​ເປັນ​ພະຍາດ​ມະ​ເຮັງ.