ທ້າວວາງຢົງແມ່ນຜູ່ເກັ່ງກ້າສາມາດທ່ີມີຊື່ສຽງຂອງຈີນໃນສະໄຫມຊີຈິ້ນ.ເພິ່ນເປັນຄົນສະຫລາດຕັ້ງແຕ່ຍາມຍັງນ້ອຍ,ຖືກຄົນທັງຫລາຍຈິ່ງເອີ້ນເພິ່ນເປັນເດັກປັນຍາທິບ.ໃນລາຍການນິທານສຸພາສິດມື້ນີ້, ຂ້າພະເຈົ້າຂໍເລົ່າເລື່ອງກ່ຽວກັບທ້າວວາງຢົງສູ່ທ່ານຟັງ.
ມີເທື່ອຫນຶ່ງ, ທ້າວວາງຢົງພວມຫລິ້ນກັບເດັກຫລາຍຄົນຫລິ້ນຢູ່ແຄມທາງ,ບໍ່ດົນ,ພວກເດັກນ້ອຍພາກັນໄດ້ຫລິ້ນຈົນເຫື່ອໄຫລໄຄຍ້ອຍ,ຮູ້ສຶກຄໍແຫ້ງໃຜກໍ່ຢາກນ້ຳ.ໃນຂະນະນັ້ນ ເດັກຜູ່ຫນຶ່ງຫລຽວເຫັນມີຕົ້ນຫມາກປຼິນຫລາຍກົກຢູ່ແຄມທາງ, ເປັນຫມາກຂຽວແກມແດງມົນອຸ້ມລຸ້ມອຸ້ມລ້ອມຫ້ອຍເປັນພວງຢູ່ຕາມງ່າ.ເດັກຜູ່ຫນຶ່ງເລີຍຮ້ອງຂຶ້ນວ່າ:
"ເຮີຍ! ຫມາກປຼິນຫລາຍ່ປານນີ້,ພວກເຮົາຟ້າວຂຶ້ນເມືອເດັດເອົາເທາະ!"
ພໍເວົ້າສຸດຄວາມ, ເດັກນ້ອຍຫລາຍຄົນກໍ່ຟ້າວປິນຕົ້ນໄມ້ຂຶ້ນເມືອເດັດເອົາຫມາກປຼິນ.ເດັກຜູ່ຫນຶ່ງຫລຽວເຫັນທ້າວວາງຢົງພັດຢືນຢູ່ບໍ່ຕີງ,ເລີຍເອີ້ນຂຶ້ນວ່າ:
"ວາງຢົງ ໂຕກໍ່ຟ້າວມາເດັດແມ້!"
ທ້າວວາງຢົງຢືນແກວງຫົວເວົ້າວ່າ: "ພວກໂຕຢ່າສູ້ເດັດເດີ,ຫມາກປຼິນຂົມໄດ,ກິນບໍ່ໄດ້ດອກ."
ເດັກນ້ອຍທັງຫລາຍບໍ່ເຊື່ອ, ຕ່າງຄົນຕ່າງເດັດເອົາຫມາກປຼິນຍັດເຕັມຖົງໃຜຖົງມັນແລ້ວຈິ່ງລົງມາ. ພວກເຂົາເຈົ້າໃຜກໍ່ໂມ່ມຫມາກປຼິນເຂົ້າປາກດ້ວຍຄວາມດີອົກດີໃຈ, ພໍຂົບບາດດຽວກໍ່ຮູ້ສຶກຂົມຈົນຫນ້າບິດຫນ້າບ້ຽວ,ແລ້ວກໍ່ຖົມອອກຈາກປາກ, ທັງຮ້ອງຂຶ້ນວ່າ:
"ໂອ້ຍ ຈ່ັງແມ່ນຂົມຈ່ັງແມ່ນຮືນ!ຖືກຕົ້ມຄັກແທ້ໆ!"
ທ້າວວາງຢົງກໍ່ຫົວຍິ້ມ, ແລ້ວເວົ້າຕໍ່ພວກເຂົາເຈົ້າວ່າ: "ຂ້ອຍເວົ້າແລ້ວວ່າຫມາກປຼິນນີ້ມັນຂົມໄດ! ແຕ່ພວກເຈົ້າບໍ່ຟັງ, ດຽວນີ້ເຊື່ອແລ້ວຕິ!"
ພໍດີມີຄົນຜູ່ຫນຶ່ງຍ່າງກາຍມາ,ພໍໄດ້ຍິນທ້າວວາງຢົງເວົ້າແນວນີ້,ກໍ່ເລີຍຖາມຂຶ້ນວ່າ: "ເປັນຫຍັງເຈົ້າຈິ່ງຮູ໊ວ່າຫມາກປຼິນເຫລົ່ານີ້ຂົມ?"
ທ້າວວາງຢົງຕອບວ່າ:"ຢູ່ຕາມທາງເສັ້ນນີ້ມີຄົນຍ່າງແລະມີລົດໄປໆມາໆ, ຄັນຫມາກປຼິນເຫລົ່ານີ້ຫວານ,ເຂົາເຈົ້ັາກໍ່ຈະເດັດໄປກິນຫມົດກ່ອນແລ້ວ, ສະນັ້ນຈິ່ງເວົ້າວ່າຫມາກປຼິນເຫລົ່ານີ້ກິນບໍ່ແຊບດອກ!"
"ເຈົ້າຈັ່ງແມ່ນຄົນສະຫລາດແທ້!"ຄົນກາຍທາງຜູ່ນັ້ນຍ້ອງທ້າວວາງຢົງ.ຫມູ່ຂອງທ້າວວາງຢົງກໍ່ເຊື່ອແທ້ເຊື່ອວ່າຈົນຕອດຫົວງ໊ອກໆ.
ຈາກນັ້ນມາ, ຄົນຈີນກໍ່ໃຊ້ຄຳທ່ີວ່າ"ຫມາກປຼິນຂົມແຄມທາງ"ມາອຸປະມາສິ່ງທ່ີໃຊ້ການບໍ່ໄດ້ຈະຕ້ອງປະຖິ້ມ,ຫລືສະແດງວ່າສິ່ງທ່ີບໍ່ເອົາຫົວໃສ່ໃຈຊາພັດຍັງຮັບປະກັນຄວາມປອດໄພໄດ້ດີກວ່າ.
ຈາກເລື່ອງທ້າວວາງຢົງ,ພວກເຮົາກໍ່ຈະປະກົດເຫັນໄດ້ງ່າຍວ່າ, ເປັນຄົນທ່ີສົນໃຈນຳຊີວິດ, ມັກສັງເກດ, ມັກນຳສຶກກຶກກອງ,ແນວໃດກໍ່ໄດ້ຮັບຫມາກຮັບຜົນ.
|