ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-06 13:13:15    
ຈີນ​ເອົາ​ໃຈ​ໃສ່​ນຳ​ວຽກ​ງານ​ອະ​ນຸ​ລັກ​ມໍ​ລະ​ດົກ​ໂລກ​(ພາບ) (ສຽງ)

cri

                        

ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ​ໂລກ​ຄັ້ງ​ທີ​28​ຂອງ​ອົງ​ການ​ຢູ​ເນັສ​ໂກ​ຈັດ​ຂຶ້ນຢູ່​ເມືອງ​ຊູ່​ໂຈ່​ວ ​ຕົວ​ເມືອງ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ​ແຕ່​ວັນ​ທີ​28​ມິຖຸ​ນາ​ຮອດ​ວັນ​ທີ7​ກໍ​ລະ​ກົດ.​ນີ້​ແມ່ນ​ຈີນ​ຈັດ​ກອງ​ປະ​ຊຸມ​ສາ​ກົນ​ທີ່​ກ່ຽວ​ກັບ​ມໍ​ລະ​ດົກ​ໂລກ​ເປັນຄັ້ງ​ທຳ​ອິດ.​ບຸກ​ຄົນ​ທີ່​ກ່ຽວ​ຂ້ອງ​ເຫັນ​ວ່າ,​ທັງ​ນີ້​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ຮັບ​ຮອງ​ຂອງ​ປະຊາ​ຄົມ​ໂລກ​ທີ່​ມີ​ຕໍ່​ວຽກ​ງານ​ອະ​ນຸ​ລັກ​ມໍ​ລະ​ດົກ​ໂລກ​ຂອງ​ຈີນ.

                  
          (ຕົວໜັງສືຈີນທີ່ແກະສະຫຼັກໃສ່ຜາຂອງພູທ້າຍຊ່ານ)
ປີ1972,​ອົງການ​ຢູ​ເນັສ​ໂກ​ໄດ້​ຜ່ານ​ຮັບຮອງ​《ສົນ​ທິ​ສັນຍາ​ມໍ​ລະ​ດົກ​ໂລກ》.​ຈີນ​​ເຂົ້າ​ຮ່ວມ ສົນ​ທິ​ສັນ​ຍາ​ສະ​ບັບ​ນີ້​​ເມື່ອ​ປີ​1985.​ປະຈຸ​ບັນ​ນີ້,ຈີນ​ໄດ້​ມີ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ແລະ​ທຳ​ມະ​ຊາດ29​ລາຍ​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​​ໂລກ,​ຈຳ​ນວນ​ດັ່ງ​ກ່າວ​ເປັນ​ທີ​ສາມ​ໃນ​ໂລກ.​ໃນ​ນັ້ນ,ບ່ອນ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​4​ແຫ່ງ​ເຊັ່ນ​ພູ​ທ້າຍ​ຊ່ານ ພູ​ຮວງ​ຊ່ານ ພະ​ພຸດ​ທະ​ຮູບ​ໃຫຍ່​​ເລີ້​ຊ່ານ​ຂອງ​ພູ​ເອີ​ເມ​ຊ່ານ​ແລະ​ພູ​ອູ​ອີ​ຊ່ານ​ຖືກ​ຈັດ​ເປັນມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທັງ​ເປັນມໍ​ລະ​ດົກ​ທຳ​ມະ​ຊາດ​ຂອງ​ໂລກ.​ນອກ​ນີ້,​ຈີນ​ຍັງ​ມີ​ຮ້ອຍ​ກວ່າ​ໂຄງ​ການ​ພວມ​ຮ້ອງ​ຂໍ​ຈັດ​ເປັນມໍ​ລະ​ດົກ​ໂລກ,​ແມ່ນ​ໜ່ຶງ​ໃນ​ບັນດາ​ປະ​ເທດ​ທີ່ມີຈຳ​ນວນ​ໂຄງ​ການ​ທີ່​ຮ້ອງ​ຂໍ​ຈັດ​ເປັນ​ມໍລະ​ດົກ​ໂລກ​ຫຼາຍ​ກວ່າ​ໝູ່.ທ່ານ​ຈ່າງ​ຊິ່ນ​ເຊີ້ງ ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ທົ່ວ​ປະ​ເທດ​ອົງການ​ຢູ​ເນັສ​ໂກ​ຂອງ​ຈີນ​ເຫັນ​ວ່າ,​ມູນ​ເຫດ​ທີ່​ຈີນ​ສາ​ມາດ​ຮັບ​ຜົນ​ສຳ​ເລັດ​ຫຼາຍ​ປານ​ນີ້​ໃນ​ເວລາ​ຂ້ອນ​ຂ້າງ​ສັ້ນ​ນັ້ນ,​ດ້ານ​ໜຶ່ງ​ແມ່ນ​ຍ້ອນ​ຈີນ​ມີ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ແລະ​ວັດ​ທະ​ນະທຳ​ອັນ​ອຸ​ດົມ​ສົມ​ບູນ,​ພ້ອມ​ກັນ​ນັ້ນ,​ກໍ່​ແມ່ນ​ຍ້ອນ​ລັດ​ຖະ​ບານ​ຈີນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ແລະ​ໄດ້​ໃຊ້​ມາດ​ຕະການ​ຢ່າງ​ແຂງ​ແຮງ. ທ່ານ​ເວົ້າວ່າ: "ກ່ຽວ​ກັບ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ,​ພວກ​ຂ້າ​ພະ​ເຈົ້າ​ໄດ້​ກຳ​ນົດ​ຫຼັກ​ການ​ທີ່​ຖື​ການ​ອະ​ນຸ​ລັກ​ເປັນ​ຫຼັກ,​ແລະ​ເອົາ​ການ​ກອບ​ກູ້​ໄວ້​ຢູ່​ລຳ​ດັບ​ທີ​ໜ່ຶງ,​ຕ້ອງ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ,​ແລະ​ນຳ​ໃຊ້​ຢ່າງ​ສົມ​ເຫດ​ສົມ​ຜົນ.​ກ່ຽວ​ກັບ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ,​ພວກ​ຂ້າ​ພະ​ເຈົ້າ​ກໍ່​ໄດ້​ກຳ​ນົດ​ຫຼັກ​ການ​ທີ່​ອະ​ນຸ​ລັກ​ຢ່າງ​ເຄ່ັງ​ຄັດ​ແລະ​ຄຸ້ມ​ຄອງ​ຢ່າງ​ເປັນ​ເອກະ​ພາບ,​ຕ້ອງ​ໃຊ້​ທິດ​ທາງ​ທີ່​ນຳ​ໃຊ້​ຢ່າງ​ສືບ​ເນື່ອງ​ໄດ້.ພ້ອມ​ກັນ​ນັ້ນ,​ຍັງ​ໄດ້​ເພີ່ມ​ທະວີ​ການ​ສ້າງ​ກົດ​ໝາຍ​ແລະ​ກົດ​ບັນ​ຍັດ,​ອົງ​ການ​ປົກ​ຄອງ​ທ້ອງ​ຖ່ິນ​ແຫ່ງ​ຕ່າງໆ​ກໍ່​ໄດ້​ສ້າງ​ກົດ​ໝາຍ​ກົດ​ບັນຍັດ​ທີ່​ປະ​ກອບ​ເປັນ​ຊຸດ."
      
                 (ຕົ້ນສົນຮັບແຂກຂອງພູຮວງຊ່ານ)       


                           (ວັງກູ້ກົ່ງ)
ທ່ານ​ຈ່າງ​ຊິ່ນ​​ເຊິ້ງ​ເວົ້າວ່າ,​ໃນເກືອບ​ສິບ​ກວ່າ​ປີ​ມາ​ນີ້,​ຈີນ​ມີ​ຄວາມ​ພາດ​ພັ້ງ​ບາງ​ຢ່າງ​ໃນ​ດ້ານ​ອະ​ນຸ​ລັກ​ມໍ​ລະ​ດົກ​ໂລກ,​ມີ​ມໍລະດົກ​ໂລກ​ຈຳ​ນວນ​ໜ້ອຍ​ທີ່​ສຸດ​ມີ​ບັນ​ຫາ​ທີ່​ພັດ​ທະ​ນາ​ເກີນ​ໄປ​ແລະ​ຖື​ກຄົນ​ທຳ​ລາຍ.​ກ່ຽວ​ກັບ​ບັນ​ຫາ​ເຫຼົ່າ​ນີ້,​ລັດ​ຖະ​ບານ​ຈີນ​ເອົາ​ໃຈ​​ໃສ່​ໃນ​ລະ​ດັບ​ສູງ,​ແລະ ພວມ​ໃຊ້​ມາດ​ຕະ​ການ​ຕ່າງໆ​ເຊັ່ນ​ເພີ່ມ​ຄວາມ​ແຮງ​ທີ່​ສ້າງ​ກົດ​ໝາຍ​ແລະ​ເພີ່ມ​ການ​ລົງ​ທຶນ​ເປັນ​ຕົ້ນ​ມາ​ແກ້​ໄຂ​ໃຫ້​ຕົກ.​ຂໍ​ຍົກ​ເອົາ​ວັງ​ກູ້​ກົ່ງມາ​ເປັນ​ຕົວ​ຢ່າງ,​ພະ​ລາດ​ຊະ​ວັງ​ທີ່​ມີ​ປະ​ຫວັດ​ເກືອບ​600​ປີ​ແຫ່ງ​ນີ້,​ສິ່ງ​ກໍ່​ສ້າງ​ສ່ວນ​ຫຼາຍ​ໄດ້​ເປ່​ເພ​ແລ້ວ,​ຫຼາຍປີ​ມາ​ນີ້,ຜູ່​ທ່ອງ​ທ່ຽວ​ທີ່​ມາ ທ່ຽວ​ຊົມ​ວັງ​ກູ້​ກົ່ງ​ເພີ່ມ​ຂຶ້ນ​ເປັນ​ເທົ່າໆ,​ປະ​ລິ​ມານ​ຜູ່​ທ່ອງ​ທ່ຽວ​ຕໍ່​ປີ​ມີ​ເກືອບ10​ລ້ານ​ເທື່ອ​ຄົນ.​ເພື່ອ​ອະ​ນຸ​ລັກ​ວັງ​ກູ້​ກົ່ງ​ຍິ່ງ​ດີກ​ວ່າ​ເກົ່າ,​​ເລີ່ມ​ແຕ່​ປີ​2003​,​ລັດ​ຖະ​ບານ​ຈີນ​ໄດ້​ປະ​ຕິ​ສັງ​ຂອນ​ວັງ​ກູ້​ກົ່ງ​ຢ່າງ​ຮອບ​ດ້ານ​ເທື່ອ​ລະ​ກ້າວ,​ກິດ​ຈະ​ການ​ລາຍ​ນີ້​ຈະ​ຍືດ​ເຍືອ​20​ປີ.

       
                    (ຮູບແຕ້ມຝາຜະໜັງຕຸ່ນຮວງ)
ນອກ​ຈາກ​ລົງ​ທຶນ​ຫຼາຍ​ກວ່າ​ເກົ່າ​ແລະ​ເພີ່ມ​ທະວີ​ການ​ສ້າງ​ກົດ​ໝາຍ,​ພາ​ຫະ​ນະ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ອັນ​ໃໝ່​ກໍ່​ຖືກ​ນຳ​ໃຊ້​ເຂົ້າ​ໃນ​ການ​ອະ​ນຸ​ລັກ​ແລະ​ສ້ອມ​ແປງ​ມ​​ໍ​ລະ​ດົກ​ໂລກ​ຍິ່ງ​ຫຼາຍ​ກວ່າ​ເກົ່າ.​ພະ​ພຸດ​ທະ​ຮູບ​ເລີ້​ຊ່ານ​ທີ່​ຕັ້ງ​ຢູ່​ແຂວງ​ເຊ​ສວນ,​ສູງ​71​ແມັດ,​ຖືກ​ເອີ້ນ​ເປັນ​ພະ​ພຸດ​ທະ​ຮູບ​ໃຫຍ່​ທີ່​ໜ່ຶງ​ຂອງ​ໂລກ.​ເນື່ອງ​ຈາກ​ຕາກ​ແດດ​ຕາມ​ຝົນ​ມາ​ເປັນ​ເວ​ລາ​ຫຼາຍຮ້ອຍ​ປີ,​ເຖິງ​ວ່າ​ມໍ​ລະ​ດົກ​ໂລກ​ອັນ​ລ້ຳຄ່າ​ແຫ່ງ​ນີ້​ໄດ້​ຮັບ​ການ​ສ້ອມ​ແປງ​ຫຼາຍ​ເທື່ອ​ກໍ່ຕາມ, ​ແຕ່ບໍ່​ໄດ້​ຮັບ​ຜົນ​ສັກ​ສິດ​ອັນ​ດີ.​ຈົນ​ຮອດ​ຊຸມ​ປີ​90​ສະ​ຕະ​ວັດ​ແລ້ວ​ນີ້,​ບັນ​ດາ​ຜູ່​ຊ່ຽວ​ຊານ​ນຳ​ໃຊ້​ພາ​ຫະ​ນະ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຊະ​ນິດ​ຕ່າງໆ ​ເຊັ່ນ​ໃຊ້​ອຸນ​ຕຼາ​ໂຊ​ນິກ​ເປັນ​ຕົ້ນ​ມາ​ກວດ​ກາ​ພະ​ພຸດ​ທະ​ຮູບ,​ໄດ້​ສະ​ໜອງ​ຫຼັກ​ອ້າງ​ອີງ​​ໃຫ້​ແກ່​ການ​ສ້ອມ​ແປງ​​ຟື້ນ​ຟູ​ພະ​ພຸດ​ທະ​ຮູບ​ຢ່າງ​ເຖິງ​ຖອງ;ຮູບ​​ແຕ້ມ​ຝາ​ຜະ​ໜັງ​ຕຸ່ນ​ຮວງ​ທີ່​ມີ​ຊື່​ສຽງ​ໃນ​ໂລກ​ກໍ່​ໄດ້​ນຳ​ໃຊ້​ເຕັກ​ນິກ​ຮູບ​ພາບ​ຂອງ​ຄອມ​ພິວ​ເຕີ​ທີ່​ກ້າວ​ໜ້າ​ກວ່າ​ໝູ່,​ໃຊ້​ເຕັກ​ນິກ​ດັ່ງ​ກ່າວ,​ຄົນ​ທັງ​ຫຼາຍ​ສາມາດ​ກວດ​ເບິ່ງ​ຮູບສາມ​ມິ​ຕິ​ຂອງ​ຄູ​ຫາ​ຈາກ​ທຸກ​ທິດ,​ແລ້ວ​ບັນ​ລຸ​ຈຸດ​ປະ​ສົງ​ທີ່​ທັງ​ຄົ້ນ​ຄວ້າ​ແລະ​ທັງ​ອະ​ນຸ​ລັກ;​ໃນ​ການ​ອະ​ນຸ​ລັກ​ຮູບ​ປັ້ນ​ທະ​ຫານ​ມ້າ​ເຈົ້າ​ຊີ​ວິດ​ຊິນ​ສື​ອອງ ​ເຊິ່ງ​ເປັນ​ມໍ​ລະ​ດົກ​ຂອງ​ໂລກ,​ຜູ່​ຊ່ຽວ​ຊານ​ໄດ້​ວາງ​ແຜນ​ການ​ອະ​ນຸ​ລັກ​ທີ່​ສົມ​ຄູ່​ກັນ​ໂດຍ​ຜ່ານ​ການ​ວິ​ໄຈ​ທາດ​ຍ້ອມ​ສີ​ຂອງ​ຮູບ​ປັ້ນ,​ໄດ້​ຮັບ​ຜົນ​ສັກ​ສິດ​ອັນ​ດີງາມ.

      
                  (ພະພຸດທະຮູບໃຫຍ່ເລີ້ຊ່ານ)
ຕາມ​ຊາບ​ວ່າ,​ໃນ​ກອງ​ປະຊຸມ​ມໍ​ລະ​ດົກ​ໂລກ​ຄັ້ງ​ນີ້,​ຕົ້ນຕໍ​​ໄດ້​ຫາ​ລື​ຍຸດ​ທະ​ສາດ​ທົ່ວ​ໂລກ​ກ່ຽວ​ກັບ​ມໍ​ລະ​ດົກ​ໂລກ,​ປະ​ເມີນ​ການ​ອະ​ນຸ​ລັກ​ແລະ​ການ​ຄຸ້ມ​ຄອງ​ມໍ​ລະ​ດົກ​ໂລກ​ຂອງ​ປະ​ເທດ​ຕ່າງໆ.​ໃນ​ໄລຍະ​ປະ​ຊຸມ,​ຍັງ​ຈະ​ຈັດ​ງານ​ວາງ​ສະ​ແດງ​ມໍ​ລະ​ດົກ​ໂລກ​ຢ່າງ​ຂະ​ໜາດ​ໃຫຍ່,​ວາງ​ສະ​ແດງ​ຜົນ​ສຳ​ເລັດ​ທີ່​ຈີນ​ໄດ້​ຮັບ​ໃນ​ຂົງ​ເຂດ​ອະ​ນຸ​ລັກ​ມໍ​ລະ​ດົກ​​ໂລກ,​ພ້ອມ​ດ້ວຍ​ສະ​ພາບ​ມໍ​ລະ​ດົກ​​ໃນ​ທົ່ວ​ໂລກ.