ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-07 14:44:45    
ການທ່ອງທ່ຽວ​ຂອງ​ແຂວງ​ຢຸນ​ນານ​ທີ່​ພວມ​ຂະ​ຫຍາຍ​ໄປ​ໜ້າ

cri

"ມີ​ບ່ອນ​ໜ່ືງທີ່​ສວຍງາມ​,ປະຊາຊົນ​ເຜົ່າ​ໄທ​ລື້​ດຳ​ລົງ​ຊີວິ​ດຢູ່​​ແຫ່ງ​ນັ້ນ,ໝູ່​ບ້ານ​ຕິດ​ກັນ​ຢ່າງ​ໜາ​ແໜ້ນ,​​​ແມ່​ນ້ຳ​ທີ່​ຄົດ​ລ້ຽວກ້ຽວ​ກອດ,​ເປັນ​ຟອງ​ກະທົບ​ກັນ"​ນີ້ແມ່ນ​ເພງ​ສະຫຼັບ​​ຮູບ​ເງົາ​ເລື່ອງ​ໜື່ງ​ຊື່ວ່າ​​ເມິງ​ລົງ​ຊາຂອງ​ຈີນ​ໃນ​ຊຸມ​ປີ​50,​60​ສະຕະວັດ​ແລ້​ວນີ້.ບ່ອນ​ໜື່ງທີ່​ສວຍ​ງາມ​ຢູ່​​​ໃສ​ແດ່?​ນັ້ນ​ກໍ​ຄື​ແຂວງ​ຢູນນານ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ.

          ທິວທັດແຂວງຢຸນນານ: ແມ່ນ້ຳນູຈ່ຽງ

ແຂວງ​ຢຸນນານ​ຕັ້ງ​ຢູ່​ເຂດ​ຊາຍ​ແດນ​ພາກ​ຕ​າ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,ມີ​ເສັ້ນ​ຊາຍ​ແດນ​ຍາວ4000​ກວ່າ​ກິ​ໂລ​ແມັດ,ຕ່າງ​ຕໍ່​ແດນກັບ​ລາວ,ຫວຽດນາມ​ແລະ​ມຽນມາ.ທ່າ​ແຮ​ງທຳ​ມະ​ຊາດ​ພູມ​ສາດ​ທີ່​ມີ​ເອກະລັກພິ​ເສດ,ຊັບ​ພະ​ຍາ​ກອນ​ວັດ​ທະ​ນະ​ທຳ ,ບວກ​ກັບ​ເງື່ອນ​ໄຂ​ດິນ​ຟ້າ​ອາ​ກາດ​ສາມ​ມິ​ຕິ,​ໄດ້​ກາຍ​ເປັນ​ຊັບພະ​ຍາກອນ​ທ່ອງ​ທ່ຽວ​ທີ່​ອຸດົມ​ສົມບູນ​ຂອງ​ແຂວງ​ຢຸນນານ.

         ເຂດທັດສະນີຍະພາບຢຸນນານ:ພູຊາງຊານໜອງແສ

ແມ່​ນ​ແທ້,ບ່ອນ​ທີ່​ສວຍ​ງາມ​ສາມ​າດ​ເຫັນ​ໄດຢູ່​ແຫ່ງ​ຕ່າງໆ​ໃນ​ແຂວງ​ຢຸນນານ.​ແຫ່ງ​ນີ້​ມີ​ທ້ອງຟ້າ​ສີ​ຄາມ​ອັນ​​ປອດ​ໂປ່​ງ,ມີ​ທົ່ງ​ນາມັ່ງມູນ,ມີ​ພູ​ຂຽວອຸ່ມ​ທຸ່ມ,ມີ​​​ແມ່ນຳ້​​ໄສປານ​ແວ່ນ.​ແຫ່ງ​ນີ້​ມີ52​ຊົນ​ເຜົ່າ​ຕັ້ງ​ພູ​ລຳ​ເນົາ​ຢູ່,​ເປັນບ່ອນ​ທີ່​ມີ​ຊົນ​ເຜົ່າ​ຫຼາຍ​ກວ່າ​ໝູ່ໃນ​ທົ່ວ​ປະ​ເທດ​ຈີນ.​ເຂດ​ທັດສະນີ​ຍະ​ພາບ​ຊື່​ດັງຫຼາຍ​ແຫ່ງ​ແລະ​ຮີດຄອງ​ປະ​ເພນີ​ອັນ​ບໍລິສຸດໄດ້​ດຶງ​ດູດ​ສາຍຕາ​ຂອງ​ຄົນ​ພາຍ​ນອກ​​ເປັນ​ຈຳນວນ​ຫຼວງ​ຫຼາຍ.

    

              ເຂດທັດສະນີຍະພາບຢຸນນານ: ໜອງແສ

ການ​ພັດທະນາການທ່ອງທ່ຽວ​ຂອງ​ແຂວງ​ຢຸນນານ​​ແມ່ນ​ເລີ່​ມຕົ້ນ​ແຕ່​ທ້າຍ​ຊຸ່ມ​ປີ70​ສະຕະ​ວັດ​ແລ້ວ​ນີ້.ຕາມ​ເພິ່ນ​ເວົ້າ​ວ່າ,​ໃນ​​ເບື້ອງ​ຕົ້ນ​ໄດ້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ພົ້ນ​ທະ​ເລ1300​ຄົນ.ທ່ານ​ໂລ​ມິ​ງອີ ຫົວໜ້າ​ກົມ​ທ່ອງ​ທ່ຽວ​ແຂວງ​ຢຸນ​ນານທີ່​ເຄີຍ​ເປັນ​ອາຈານ​ສອນ​ນັກ​ສຶກ​ສາປະ​ລິນຍາ​ເອກ​ເປັນ​ຜູ່​ຢືນຢັນ​ການພັດ​ທະນາ​ການທ່ອງ​ທ່ຽວ​ແຂວງ​ຢູນນານ.ທ່ານ​ບອກ​ນັກ​ຂ່າວ​ວ່າ,​​ໃນ​ເວລາ​ຫາ​ກໍ່​ພັດທະ​ນາການ​ທ່ອງ​ທ່ຽວ,ແຂວງ​ຢູນນານ​ກໍສຸດ​ທິຖະ​ໜອມ​ຮັກ​​ແພງ​ບ່ອນ​ທີ່​ສວຍ​ງານ​ແຫ່ງ​ນີ້.ທ່ານ​ກ່າວ​ວ່າ:"

ໃນ​ຫົວ​ທີ່,​ແຂວງ​ຢຸນນານ​ພວກ​ເຮົາ​ກໍ່ຊອກ​ຄົ້ນໄດ້ກົນ​ໄກ​ທີ່​ຂ້ອນ​ຂ້າງ​ດີ,ຄື,ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຕ້ອງ​ຖື​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ເປັນ​ເງື່ອນ​ໄຂ​ບູລິ​ມະ​ສິດ.ພວກ​ເຮົາ​ມີ​ລະ​ບອບ​ຢັບຢັ້ງ​ດ້ວຍ​ບັດ​ດຽວ,ຄື,ຖ້າວ່າໂຄງການ​ພັດທະນາ​ກໍ່ສ້າງ​ການ​ທ່ອງທ່ຽວ​​ໃດໆ,​ຫາກບໍ່​ມີ​ຜົນ​ດີ​ຕໍ່ສິ່ງ​ແວດ​ລ້ອມ,​ເມື່ອ​ມີ​ການລົງ​ຄະ​ແນນ​ສຽງ​ຄັດ​ຄ້ານ,ພຽງ​ບັດ​ດຽວດ້ານ​ສິ່ງ​ແວດ​ລ້ອມ​ກໍ​ປະ​ຕິ​ເສດ​ໂຄງ​ການ​ນັ້ນ​ໂລດ.ສອງ,​ເພື່ອ​ຮັກສາ​ບໍ່​ໃຫ້​ສິ່ງ​ແວດ​ລ້ອມ​ຊີວະ​ພາບ​ຖືກ​ທຳລາຍ,ຢູ່​ບ່ອນ​ທີ່​ມີ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ​ອ່ອນ​​ແອ,ພວກ​ເຮົາ​ໄດ້​ຈຳກັດຈຳນວນ​ແຂກ​ທ່ອງ​ທ່ຽວ,ກຳນົດ​​ແຂກ​ທ່ອງ​ທ່ຽວ​ທີ່​ເໝາະ​ກັບສິ່ງ​ແວດ​ລ້ອມ​.ພວກ​ເຮົາ​ສະ​ເໜີ​ວ່າການ​ພັດ​ທະນາ​ແລະ​ການ​ກໍ່ສ້າງ​ການທ່ອງທ່ຽວ​ຕ້ອງ​ດຳ​ເນີນ​ໄປ​ໂດຍ​ປະສານ​ສົມທົບ​ກັບ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ.ການ​ພັດທະນາ​ການທ່ອງທ່ຽວ​ຕ້ອງ​ມີ​ບົດບາດ​ຕໍ່​ການ​ປູ​ກຕົ້ນ​​ໄມ້​ຕົ້ນ​ຫຍ້າ​​ໃສ່ພູ​ເຮື້ອ,​ແລະ​ດິນ​ໂນນ​​,​ເຮັດ​ໃຫ້​ແຫ່ງ​ເຫຼົ່າ​ນີ້​ສວຍ​ງາມ​ຂຶ້ນ.

   

          ເຂດທັດສະນີຍະພາບຢຸນນານ:  ໜອງລູກູ

1  2  3