ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-08 14:07:18    
ວິທີ​ປົວ​ພະຍາດ​ດ້ວຍ​ອາຫານ 8 ຢ່າງ​ໃຫຍ່​ທີ່​ເຜີຍ​ແຜ່​ກັນ​ຢູ່ໂລກ(ສຽງ)

cri

                      

ຢູ່​ຈີນ​ມີ​ສຸພາສິດ​ບູຮານ​ເວົ້າວ່າ:ພະຍາດ 7 ສ່ວນ,ການບຳລຸງຮັກສາ 3 ສ່ວນ​ຄືໝາຍ​ຄວາມ​ວ່າ,​ເມື່ອ​ຄົນ​ເຮົາ​ເຈັບ​ໄຂ້​ໄດ້​ພະຍາດ​,​ໂດຍ​ສະ​ເພາະ​ແມ່ນ​ເປັນ​ພະຍາດ​ຊຳ​ເຮື້ອ​ແລ້ວ,ບໍ່​ຕ້ອງ​ຢ້ານ,ນອກຈາກ​ໄປ​ຫາໝໍ​ປົວ​ໃຫ້ແລ້ວ,​ໃນ​ຊີວິດ​ປະຈຳ​ວັນ ກໍ​ຍັງຕ້ອງ​ເອົາ​ໃຈ​ໃສ່​ນຳຈິດ​ໃຈ​ຂອງ​ຕົນ​ແລະ​ຜົນ​ສະທ້ອນ​ຂອງ​ອາຫານ.

ນັກວິທະຍາສາດ​ຍີ່​ປຸ່ນ​​ເຄີຍໃຊ້​ນ້ຳຊາຊາ​ແດງ​ທີ່​ຈືດ​ກວ່າຊາ​ແດງທຳ​ມະ​ດາ​ຖອກ​ໃສ່ບ່ອນ​ມີ​ເຊື້ອ​ໂລກ​,​​ແຊ່​ໄວ້ 5 ວິນາທີ,​ເຊື້ອ​ໂລກ​ກໍ​ໝົດ​ລິດ​ຕິດ​ແປດ​ຂອງ​ມັນ. ດ້ວຍ​ເຫດ​ນີ້ ຜູ້​ຄົ້ນຄວ້າ​ສະ​ເໜີ​ອອກ​ມາ​ວ່າ,​ໃນ​ລະດູ​ການ​ທີ່​ໄຂ້ຫວັດ​ໃຫຍ່​ລະ​ບາດນັ້ນ,ຄັນ​ເຮົາ​ກິນາ​ແດງ​ເລື້ອຍໆຫຼື​ເອົານ້ຳຊາ​ແດງ​ມາ​ບ້ວນປາກ​ບ້ວນ​ຄໍ​ເລື້ອຍໆ ກໍ​ປ້ອງ​ກັນໄຂ້ຫວັດ​​ໄດ້​.

ຝຣັ່ງ,ອີ​ຕາ​ລີ​ແລະ​ຍີ່​ປຸ່ນລ້ວນ​ແຕ່​ເຄີຍ​ແຈ້ງ​ຂ່າວ​ວ່າ,ຜູ້​ເປັນ​ໂລກ​ເບົາຫວານ​ທີ່​ມັກ​ຂາດວິຕາມິນ​ເບ 6 ​ນັ້ນ ຖ້າກິນ​ວິຕາມິນ​ເບ 6 100 ມີ​ລີ​ກຼາມ​ຊູ່​ມື້,ຫຼັງຈາກ​ນັ້ນ 6 ອາທິດ,ອາການ​ຕ່າງໆ​ເຊັ່ນ​ແຂນ​ຂາ​ມືນ​ຊາແລະ​​ເຈັບປວດ​ເປັນຕົ້ນກໍ​ຈະ​ເບົາ​ລົງຫຼືຫາຍ​ໄປ. ​ໃນ​ຍາມທຳ​ມະ​ດາ ​ໃຫ້​ກິນ​ອາຫານທີ່​ມີ​ວີ​ຕາ​ມິນ​ເບ 6 ຫຼາຍ ຄື ເຂົ້າກ້ອງ,​ແປ້ງໝີ່,​ໄຂ່,ຜັກກາດ​ຂາວ​ແລະ​ອື່ນໆ ກໍ​ມີ​ຜົນ​ດີຕໍ່​ການ​ປ້ອງ​ກັນ​ປິ່ນປົວ​ໂລກ​ເບົາຫວານ​ເຊັ່ນ​ດຽວກັນ.

ຈາກ​ສະຖິຕິການ​ສຳຫຼວດ​ລາຍ​ໜຶ່ງ​ຫວ່າງ​ມໍ່ໆ​ນີ້​,ນັກປາດ​ອາ​ເມລິ​ກາ​​ໄດ້​ປະກົດ​ເຫັນ​ວ່າ,​ໃນໝູ່​ຄົນທີ່​ສູບຢາ​ແລະ​ເປັນຫຼອດລົມ​ອັກ​ເສບ​ຊຳ​ເຮື້ອນັ້ນ ມີ 31,7% ບໍ່​ກິນນ້ຳ​ນົມ​ຈັກ​ເທື່ອ,​ແຕ່​ໃນ​ຜູ້​ສູບຢາ​ທີ່​ກິນນ້ຳ​ນົມ​ຊູ່​ມື້ນັ້ນ ຜູ້​ເປັນຫຼອດລົມ​ອັກ​ເສ​ບ ພັດ ຕ່ຳ​ກວ່າ 20%. ​ນີ້​ແມ່ນ​ຍ້ອນ​ວ່າ​ໃນ​ນົມງົວ​ມີ​ວິຕາມິນອາ​ຫຼາຍ​,ກິນ​ນົມງົວ​ສາມາດ​ປ້ອງ​ກັນຫຼອດລົມບໍ່​ອັກ​ເສບ​ງ່າຍ.

​ເມື່ອນັກວິທະຍາສາດ​ອັງກິດ​ຄົ້ນຄວ້າ​ຜູ້​​ເປັນ​ພະຍາດ​ຄໍ່ອັກ​ເສບ 200 ຄົນ​ແລ້ວ​ໄດ້​ຂໍ້​ສະ​ຫຼຸບ​ໃໝ່ວ່າ:ຜູ້​ເປັນ​ຄໍ່​ອັ​ກ​ເສບ ຖ້າ​ກິນນ້ຳຍອດ​ປ້ອນ​ນາງ​ເຜິ້ງມື້​ລະ​ເທື່ອ, ຄວາມ​ເຈັບ​ປວດກໍ​ຈະ​ທຸ​ເລົາ​ລົງ​ເຄິ່ງໜຶ່ງ,ຄໍ່ກະດູກ​ກໍ​ຈະ​ມ່ອນຂຶ້ນ 17%.

ທ່ານ​ນາງ ມາລີ ​ໝໍ​ພະ​ດຸ​ງຄັນອາ​ເມ​ລິ​ກາຄົ້ນຄວ້າ​​ແລ້ວເຫັນ​ວ່າ,ຜູ່​ທີ່​ທໍ່​ປັດສາວະອັກ​ເສບ ຖ້າ​ກິນນ້ຳໝາກ​ກ້ຽງ​ມື້​ລະ 300 cc ຈະ​ຊ່ອຍ​ປ້ອງ​ກັນພະ​ຍາດ​ທໍ່​ປັດສາວະອັກ​ເສບ,​ດີກ​ວ່າ​ກິນນ້ຳລ້າໆ. ​ເພາະວ່າ,ນ້ຳໝາກກ້ຽງ​ບໍ່​ພຽງ​ແຕ່​ຊ່ອຍ​ລະບາຍ​ແມ່​ພະຍາດ​ອອກ​ຈາກ​ຮ່າງກາຍ​,ຫາກ​ຍັງ​ສາມາດ​ປ້ອງ​ກັນ​ບໍ່​ໃຫ້​ແມ່​ພະຍາດ​ຕິດ​ຢູ່​ຕາມ​ທໍ່​ປັດສາວະ.

ວິທະຍາ​ນິພົນ​ບົດ​ໜຶ່ງ​ທີ່​ນັກຄົ້ນຄວ້າ​ອາ​ເມ​ລິ​ກາ​ປະ​ກາດ​ໃນ​ຫວ່າງ​ມໍ່ໆ​ນີ້​ຊີ້​ອອກ​ວ່າ,ຖ້າກິນ​​ແກ່ນໝາກອຶ​ມື້​ລະກຳປະມານ 50 ກຼາມ ສາມາດ​ປິ່ນປົວ​ຕ່ອມໝາກ​ອັນ​ຖະບວມ,​ແລະ​ເຮັດ​ໃຫ້​ອາການ​ໄລຍະ​ທີ​ສອງດີ​ຄືນ​ມາ​ໄລຍະ​ຕົ້ນ,​ແລະ​ປົວ ອາການ​ໄລຍະ​ທີ​ສາມ​ໃຫ້​ດີ​ຂຶ້ນຢ່າງ​ເດັ່ນ​ຊັດ. ​ເພາະວ່າ​ທາດອິນ​ຊີ​ໃນ​ແກ່ນ​ໝາກອຶ​ສາມາດ​ແກ້​ຕ່ອມໝາກ​ອັນ​ຖະບວມ​ໃນ​ໄລຍະ​ຕົ້ນ,ພ້ອມ​ທັງ​ມີ​ບົດບາດ​ປ້ອງ​ກັນ​ມະ​ເຮັງ​ຕ່ອມໝາກ​ອັນ​ຖະ.

ການຄົ້ນຄວ້າ​ຂອງ​ມະຫາວິທະຍາ​ໄລ​ແຄມ​ບຼິດອັງກິດ​ສະ​ແດງ​​ໃຫ້​ເຫັນ​ວ່າ,ອັດຕາ​ເປັນ​ມະ​ເຮັງ​​ໄສ້​ໃຫຍ່​ຂອງ​ຊາວ​ອົສຕຼາລີ​ແມ່ນ 4 ​ເທົ່າ​ຂອງ​ຊາວ​ຈີນ,ມູນ​ເຫດຕົ້ນຕໍອັນໜຶ່ງ​ກໍແມ່ນຊາວ​ອົສຕຼາລີກິນ​ອາຫານ​ທາດແປ້ງໜ້ອຍ​(ຕ່ຳກວ່າ 100 ກຼາມຕໍ່​ມື້),ແຕ່ຊາວຈີນ​ກິນອາຫານ​ທາດ​ແປ້ງຫຼາຍ​(ຄືສູງກວ່າ 370 ກຼາມ​ຕໍ່ມື້). ບັນດາ​ຜູ້ຊ່ຽວຊານ​ເຫັນວ່າ,ທາດ​ບູຕີ​ເລດ​ອັນ​ອຸດົມສົມບູນ​ໃນອາຫານ​ທາດແປ້ງ ເຊັ່ນ​ໃນ​ໝາກກ້ວຍ,ມັນຝຣັ່ງ​ແລະ​ຖົ່ວ​ລັນ​ເຕົາ​ເປັນຕົ້ນ​ສາມາດ​ລະງັບ​​ແມ່​ພະຍາດ​ໃນ​​ໄສ້​ໃຫຍ່​ແຜ່​ເຊື້ອ,​ແລະ​ລະງັບ​ຈຸ​ລັງ​ມະ​ເຮັງ​ເຕີບ​ໂຕ.

ການ​ຄົ້ນຄວ້າ​ລາຍ​ໜຶ່ງ​ຂອງ​ມະຫາວິທະຍາໄລ​ຮາ​ເວິດ​ອາ​ເມ​ລິ​ກາ​ໃນ​ມໍ່ໆ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,​ແຕ່​ລະອາ​ທິດ​ກິນຜັກ​ຕີນ​ເປັດ 2 ​ເທື່ອຮອດ 4 ​ເທື່ອ ສາມາດ ຫຼຸດຜ່ອນ​ຄວາມ​ອັນຕະລາຍ​ທີ່​ເຍື່ອຮັບ​ພາບ​ໃນ​ແກ້ວຕາ​​ເສື່ອ​ມ​ໂຊມ​. ຕາມ​ເວົ້າວ່າ, ຜັກ​ຕີນ​ເປັດຮັກສາຕາ​ໄດ້​ແມ່ນຍ້ອນ​ວ່າ​ໃນ​ຜັກ​ຕີນ​ເປັດ​ມີ​ວັດຖຸ​ຄ້າຍ​ກາ​ໂລ​ຕິນ,ວັດຖຸ​ ​ຊະນິດ​ນີ້​ມີຢູ່​ໃນ​ຜັກ​ໃບ​ຂຽວ,ສາມາດ​ປ້ອງ​ກັນ​ບໍ່​ໃຫ້​ແສງ​ແດດ​ທຳລາຍ​ເຍື່ອຮັບ​ພາບ​ໃນ​ແກ້ວຕາ.