ຕາມເລົ່າລືກັນວ່າ,ຢູ່ລັດຊົ້ງໃນສະໄໝຍຸດທະຈັກມີຊາວນາຜູ່ໜ່ຶງ,ແຕ່ລະມື້ຕື່ນເຊົ້າມາອອກໄປເຮັດໄຮ່ໄຖ່ນາ,ຄຳ່ມາເມືອບ້ານພັກຜ່ອນ.ເມື່ອຖືກປີດິນຟ້າອາກາດອຳນວຍ ເກັບກ່ຽວໄດ້ຫຼາຍ,ກໍ່ຍັງພໍກິນອ່ິມນຸ່ງອຸ່ນ,ແຕ່ເມື່ອພົບພໍ້ປີທີ່ເກີດໄພທຳມະຊາດ,ກໍ່ອຶດຢາກປາກໝອງ.ເຂົາຢາກປົວແປງຊີວິດການເປັນຢູ່ໃຫ້ດີຂຶ້ນ,ແຕ່ພັດຂີ້ຄ້ານຫຼັງຍາວທັງຂີ້ຢ້ານຂີ້ໂຍ່ຍ,ເຮັດຫຍັງກໍ່ໍ່ສຳເລັດຜົນ,ພັດຄິດຢາກແຕ່ມີໂຊກມີລາບ,ຄຶດອັນໃດໄດ້ອັນນັ້ນ.
ໃນທີ່ສຸດ,ເລື່ອງອັດສະຈັນໄດ້ເກີດຂຶ້ນອີຫຼີ.ມີມື້ໜຶ່ງໃນລະດູໃບໄມ້ຫຼົ່ນ,ເຂົາພວມໄຖ່ນາຢູ່,ພໍດີມີຄົນພວມລ່າເນື້ອຢູ່ບ່ອນໃກ້ໆ,ພວກໝູ່ຄົນພວມຮ້ອງໄລ່ຈັບສັດນ້ອຍໂຕໜຶ່ງ,ສັດໂຕນັ້ນແລ່ນຢ່າງເອົາເປັນເອົາຕາຍ,ໃນທັນໃດນັ້ນ,ມີກະຕ່າຍໂຕໜຶ່ງ,ພໍດີແລ່ນມາຕຳຕົ້ນໄມ້ແຄມນາຈົນຕາຍອາກຫຼາກກັບບ່ອນ.
ໃນມື້ນັ້ນ,ເຂົາໄດ້ຄົວຊີ້ນກະຕ່າຍກິນຢ່າງແຊບຊ້ອຍ.
ແຕ່ນັ້ນມາ,ເຂົາກໍບໍ່ເຮັດນາອີກແລ້ວ,ເກີດເປັນມື້ມາກໍມີແຕ່ນັ່ງເຝົ້າຢູ່ຂ້າງຕົ້ນໄມ້ທີ່ອັດສະ ຈັນຕົ້ນນີ້,ລໍຖ້າເລ່ືອງອັດສະຈັນເກີດຂຶ້ນອີກ.ແຕ່ເລື່ອງກະຕ່າຍແລ່ນມາຕຳຕາຍຢູ່ຕໍ່ໜ້າບໍ່ເຄີຍເກີດຂຶ້ນອີກຈັກເທື່ອ.
ໃນຊູ່ມື້ນີ້,ຄົນເຮົາມັກໃຊ້ຄຳສຸພາສິດທີ່ວ່າ ໂສຈູ່ໄຕ້ທູ້ -- ນັ່ງເຝົ້າຕົ້ນໄມ້ລໍຖ້າກະຕ່າຍແລ່ນມາຕຳ,ມາປຽບທຽບຄົນຂີ້ຄ້ານແບບເສືອນອນກິນ,ຫຼືປຽບທຽບຄົນທີ່ຮູ້ເຮັດແຕ່ແບບເກົ່າ,ບໍ່ຮູ້ປ່ຽນແປງໄປຕາມສະພາບການ.
|