ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-15 10:04:31    
ຍາມ​ຮ້ອນຢ່າ​ອາບ​ນ້ຳ​ເຢັນ​ແລະ​ຢ່າ​​ໃສ່ເກີບ​ກິລາ​ແຕ່​ບໍ່​ໃສ່​ຖົງຕີນ​ບໍ່​ດີ(ສຽງ)

cri

                           

ດຽວ​ນີ້ອາກາດ​ຂອງ​ປັກ​ກິ່ງ​ນັບ​ມື້​ນັບ​ຮ້ອນ​​ແລ້ວ,ວຽງ​ຈັນ​ໃນ​ຍາມ​ນີ້ພໍດີ​ແມ່ນ​ລະດູຝົນ,​ເຖິງ​ວ່າ​ອາກາດ​ອາດຈະ​ເຢັນ​ກວ່າ,​ແຕ່​ອຸນຫະພູມ​ກໍ​ສູງ​ສົມ​ຄອນ. ​ໃນ​ຍາມ​ຮ້ອນ,ຄົນ​ທັງຫຼາຍອາດ​ຈະ​ອາບນ້ຳ​ມື້​ລະ​ຫຼາຍ​ເທື່​ອ.ຫຼາຍຄົນ​​ມັກ​ອາບນ້ຳ​ເຢັນ​​ໃນ​ເວລາ​ເຫື່ອ​ໄຫຼ​ໄຄ​ຍ້ອຍ,ຮູ້ສຶກ​ເຢັນ​ສະບາຍ,​​ມີ​​ແຮງ​ດີ,ແຕ່​ຜູ່​ຊ່ຽວຊານ​ຜິວ​ໜັງ​ກ່າວ​ວ່າ,ທີ່​ຈິງ​ແລ້ວ,ອາບນ້ຳຮ້ອນ​ຈຶ່ງ​​ແກ້​ຮ້ອນ​​ແກ້​ອິດ​ເໝື່ອຍ​ໄດ້,​ເຖິງ​ວ່າ​ໃນ​ຍາມ​ຮ້ອນກໍ​ຄວນ​ອາບນ້ຳຮ້ອນ,ແຕ່​​ເວົ້າ​ແທ້​ແລ້ວ​ແມ່ນ​ອາບ​ນ້ຳ​ອຸ່ນ,ທຳ​ມະ​ດາ​,​ອຸນຫະ​ພູມ ປະມານ 30 ອົງສາ​ເຊ​ແມ່ນ​ພໍດີ.


​ໃນ​​ເວລາເຫື່ອ​ອອກ​ ຖ້າ​ຖືກ​ນ້ຳ​ເຢັນ​ມັກ​ຈະ​​ພາ​ໃຫ້ເປັນ​ພະຍາດ​ງ່າຍ. ​ໃນລະດູ​ຮ້ອນ,ຖ້າ​ເຄື່ອນ​ໄຫວ​ເລັກ​ໜ້ອຍ ກໍ​ອາດ​ຈະ​ເຫື່ອ​ຫຼາຍ​​ໄຄ​ຍ້ອຍ,​ເວລາ​ນີ້ ຖ້າ​ອາບນ້ຳ​ເຢັນ​ຫົດ​ໃສ່​ແຕ່,ອາດຈະ​ຮູ້ສຶກ​​ເຢັນ​ສະບາຍ​ຊົ່ວ​ຄາວ​,​ແຕ່​ຫຼັງຈາກ​ນັ້ນບໍ່​ດົນ​ກໍ​ອາດ​ຈະ​ຮູ້ສຶກ​ຮ່າງກາຍ​ອ່ອນ​ເພຍ,ບາງ​ຄົນ​ຈົນກະທັ້ງປວດ​ຫົວ. ນີ້​ແມ່ນ​ຍ້ອນ​ວ່າ​ໃນ​ເວລາ​​ເຫື່ອ​ອອກ​ຫຼາຍໆນັ້ນ,​ສາຍ​ເລືອດຝອຍ​ຈະ​ຍະ​ອອກ,ຖ້າ​ອາບນ້ຳ​ເຢັນຫົດ​ໃສ່,ສາຍ​ເລືອດກໍ​ຈະ​ຫຸບ​ເຂົ້າ​ກະທັນຫັນ,ຄວາມຮ້ອນ​ໃນ​ຮ່າງກາຍ​ຖືກ​ລະງັບ,ບໍ່​ສາ​ມາດລະ ບາຍ​ອອກ​ໄດ້​ໃນ​ທັນ​ທີ,ສ່ວນສາຍ​ເລືອດ​ແດງ​ໃນ​ສະໝອງ​ມີ​ຫຼາຍ​ທີ່​ສຸດ,​ແລະ​ສະ​ດຸ້ງ​ໄວຫຼາຍຕໍ່​ການ​ກະຕຸກ​ຂອງ​ພາຍ​ນອກ,ອາດ​ຈະ​ພາ​ໃຫ້​ສັບພະ​ຄຸນ​ຂອງ​ສາຍ​ເລືອດ​ແດງ​ໃນ​ສະໝອງ​ຜິດ​ປົກກະຕິ,ພາ​ໃຫ້​ວິນ​ຫົວ,ປວດ​ຫົວ,ຕາມືດ,ຈົນກະທັ້ງປວດ​ຮາກ. ສະນັ້ນ ​​ການ​ອາບນ້ຳ​ເຢັນ​​ໃຫ້ຫາ​ຍ​ຮ້ອນ​​ຈຶ່ງແມ່ນ​ວິທີ​ທີ່ອັນຕະລາຍ​ທີ່​ສຸດ,​ໂດຍ​ສະ​ເພາະ​ແມ່ນ​ຜູ່​ທີ່​ບໍ່ລື້​ງ​ອາບນ້ຳ​ເຢັນ,ຍິ່ງ​ຈະພາ​ໃຫ້​ຮ່າງກາຍ​ບໍ່​ສະບາຍ,ມັກ​ຈະ້​ງທີ່ງບກະທັນຫັນ່ນ​ອາບ​ນ້ຳ​ອຸ່ນ​ເປັນ​ພະຍາດ​ງ່າຍ.


ສ່ວນ​ອາບນ້ຳຮ້ອນ​ສາມາດ​ເຮັດ​ໃຫ້ສາຍ​ເລືອດ​ໃນ​ຜິວ​ໜັງແລະ​ກ້າມ​ເນື້ອ​   ໝູ່​ນວຽນໄວ​,​ເຮັດ​ໃຫ້​ສາຍເລື​ອດຝອຍ​ຍະອອກ,ຈຶ່ງລະບາຍ​ຄວາມ​ຮ້ອນ​ໄດ້​ດີ,ຊຸກ​ຍູ້​ການ​ຂັບ​ຖ່າຍ,​ເຮັດ​ໃຫ້​ສ່ວນ​ຕ່າງໆ​ຂອງ​ຜິວ​ໜັງ​ໄດ້​ຮັບ​ທາດ​ບຳລຸງ,​ແລະ​ຂັບ​ຖ່າຍສິ່ງ​ເສດ​​ເຫຼືອອອກ​ຈາກ​ຮ່າງກາຍ​​ໄດ້ໄວ​.ນອກ​ນີ້,ອາບນ້ຳອຸ່ນ​ທີ່​ມີ​ອຸນຫະພູມ​​ເໝາະ​ສົມ​ຍັງ​ສາມາດ​ລະງັບ​ເສັ້ນປະສາດ,​​ກ້າມ​ເນື້ອ​ໝົດ​ຄີງ​ຜ່ອນ​ຍານ,ຈົນ​ຍັງ​ມີ​ບົດບາດ​ລະ ງັບ​ປະສາດ,​ແກ້​ຄັນ,​ແກ້​ປວດ​ແລະ​ແກ້​ການ​ແພ້​​​​ສິ່ງ​ຕ່າງໆເປັນຕົ້ນ​. ​ເຖິງ​ວ່າ​ໃນ​ຍາມ​ຮ້ອນ​ອາບ​ນ້ຳ​ອຸ່ນ​ອາດ​ຈະ​ເຫື່ອ​ອອກ​ແລະ​ອາບ​​ແລ້ວ​ຍັງ​ຮູ້ສຶກ​​ຮ້ອນຢູ່​ກໍ​ຕາມ,​ແຕ່​ຖ້າ​ພັກຜ່ອນບຶດໜຶ່ງ ກໍ​ຈະ​ຮູ້ສຶກ​ເຢັນ​ສະບາຍ.


ຕໍ່​ໄປ ຂ້າພ​ະ​ເຈົ້າຂໍ​ແນະນຳ​ບາງ​ບັນຫາ​ກ່ຽວກັບ​ການ​ໃສ່​ເກີບ​ໃນ​ຍາມ​ຮ້ອນ.


ໜຶ່ງ,ຖ້າ​ໃສ່​ເກີບ​ທີ່​ອາກາ​ດບໍ່​ລ່ວງ​ເປັນ​ເວລາ​ດົນ​ຈະ​ພາ​ໃຫ້​ເປັນພະຍາດ​ຜິ​ວ ໜັງ.​ໃນ​ຍາມ​ຮ້ອນ,ຖ້າ​​ໃສ່​ເກີບ​ກິລາ​ທີ່​ອາກາດ​ບບໍ່​ລ່ວງ​ເປັນ​ເວລາ​ຍາວ​ນານ,ຈະ​ກະທົບກະ​ເທືອ​ນຢ່າງ​ຮ້າຍ​ແຮງ​ຕໍ່ສັບພະ​ຄຸນ​ລະບາຍ​ຄວາມ​ຮ້ອນ​ແລະ​ລະບາຍ​ເຫື່ອ​ຂອງ​ຜິວ​ໜັງ​ສ່ວນ​ໜຶ່ງ​ຂອງ​ຕີນ​.ຕີນ​ທັງ​ສອງ​​ໃສ່​ເກີ​ບທີ່​ອາກາດ​ບໍ່​ລ່ວງ,ຕີນບໍ່​ສາ​ມາດ​ກະທົບ​ກັບ​ອາກາດ​ລຸ​ລ່ວງ​ຢ່າງ​ເປັນ​ປົກກະຕິ,​ເຫື່ອຂ​ອງຕີນ​ຈຶ່ງ​ລະ​ເຫີຍອອກຢ່າງ​ທັນ​ການ​ບໍ່​ໄດ້,​ເມື່ອ​ເປັນ​ແນວ​ນັ້ນຕີນ​ທັງ​ສອງ​ກໍ​ຢູ່​ໃນ​ສະພາບ​ປຽກ​ຊຸ່ມ​​ໂດຍຕະ ຫຼອດ,ດົນ​ຕາມ​ດົນຈະ​ພາ​ໃຫ້​ເປັນ​ດຸ່ມຍ້ອນເຫື່ອ​​ແລະ​​ປຽກ​ຊຸ່ມ,ຖ້າ​ເຫື່ອ​ບໍ່​ສາມາດ​ລະ​ເຫີ​ຍອອກ​ຢ່າງ​ທັນ​ການ,ກໍ​ດິດຢູ່​ຜິວ​ພັນ,​ເຮັດ​ໃຫ້​ສັບພະ​ຄຸນ​ປ້ອງ​ກັນ​ຂອງ​ຜິວຕ່ຳລົງ,​ເຮັດ​ໃຫ້​ຄົນ​ອາດ​ຈະ​ເປັນ​ພະຍາດ​ຕິດ​ແປດຜິວໜັງ,​ເຊັ່ນຂີ້ກາກ​ງ່າມຕີນ​ເປັນຕົ້ນ,ຖ້າ​ປິ່ນປົວ​ບໍ່​ທັນ​,​ແມ່​ພະຍາດ​​ກໍ​ຈະ​ແຜ່​ລາມ​ອອ​ກຢູ່​ຜິວ​ຂອງ​ຕີນ,ຍັງ​ຈະ​ພາ​ໃຫ້​​ເປັນ​ພະຍາດ​ຜິວ​ທີ່​ມີ​​ເຊື່ອໄວ​ລັສ ຕື່ມ​ອີກ.


ສອງ,​ໃສ່​ເກີບ​ກິລາ​ແຕ່​ບໍ່​ໃສ່​ຖົງຕີນ​ບໍ່​ດີ. ບາງ​ຄົນ​ຮູ້ສຶກ​ວ່າ,ຖ້າ​ໃສ່​ຖົງຕີນ​ແລະ​​ໃສ່ເກີບ​ກິລາ,ອີກ​ຕີນ​ກໍ​ບໍ່​ສະບາຍ,​ເລີຍບໍ່​ໃສ່​ຖົງຕີນ​​ໃນ​ເວລາໃສ່​​ເກີບ. ​ແຕ່​ວ່າ,ຖ້າ​ບໍ່​ໃສ່​ຖົງຕີນ​ກໍ​​ໃສ່​ເກີບ​ກິລາ​ເລີ​ຍ,ຍັງ​ບໍ່​ທໍ່ໃສ່​ເກີບ​ຊັງ​ດານ​​ດີກ​ວ່າ,ຖ້າ​ຈຳ​ເປັນ​ຕ້ອງ​ໃສ່​ເກີບ​ກິລາ,ກໍ​​ໃສ່​ຖົງຕີນ​​ຈະ​ດີກ​ວ່າ.​ເພາະ​ວ່າຖົງຕີນ​ມີ​ບົດບາດ​ດູດ​ເອົາ​ເຫື່ອແລະ​ປ້ອງ​ກັນ​ການ​ຮຸກ​ຖູ​ຕີນ, ຖ້າ​ບໍ່​ໃສ່ຖົງຕີນກໍ​ຈະ​ເຮັດ​ໃຫ້ພາຍ​ໃນ​ເກີບ​ກິລາ​ຍິ່ງ​ປຽກ​ຊຸ່ມ,​ແລະ​ຍັງ​ອາດ​ຈະ​ທຳລາຍ​ຜິວຕີນ​ອີກ,ມີ​ບາງຄົນ​ຍ້ອນ​ວ່າ​ບໍ່​ໃສ່​ຖົງຕີນ​ໄປ​ໃສ່​​ເກີບ​ກິລາ​ເລີຍ,​ແລ້​ວພາ​ໃຫ້​ຕີນ​ເປັນ​ພອງ​ເລືອດ,ຖ້າ​ພອງ​ເລືອດ​ແຕກ,ຍັງ​ອາດ​ຈະ​ເຮັດ​ໃຫ້​ບ່ອນ​ນັ້ນ ຕິດ​ເຊື້ອ​ໂຣກງ່າຍ,ນັ້ນຍິ່ງ​ຈະ​ລຳ​ຄານ.ນອກ​ນີ້,ບາງ​ຄົນ​ທີ່​ຜິວໜັງ​ແພ້​ປຼາສຕິກ​ຫຼື​ຢາງ​ຍິ່ງ​ບໍ່​ຄວນໃສ່​ຖົງຕີນ​ໄປ​ໃສ່​ເກີບ​ກິລາ​​ເລີຍ.


ສາມ,​ໃນ​ຍາມ​ທຳ​ມະ​ດາ,ຕ້ອງ​ຮັກສາ​ຕີນ​ໃຫ້​ດີ. ​ໃນ​ຍາມ​ຮ້ອນ,ດີ​ທີ່​ສຸດ​ແມ່ນ​ເລືອກ​ໃສ່​ເກີບ​ທີ່ທັງ​ເບົາ,ທັງ​ອ່ອນແລະ​ອາກາດລຸ​ລ່ວງ​ດີ,​​ໃສ່ເກີບ​ຊັງ​ດານ​ກໍ​ໄດ້. ຖ້າ​ຍ້ອນ​ສາຍ​ເຫດ​ວຽກ​ງານ​ ຕ້ອງ​ໃສ່​ເກີບທີ່​ອາກາດບໍ່​ລຸ​ລ່ວງ​​ເຊັ່ນ​ເກີບ​ກິລາ​ຫຼື​ເກີບ​ໜັງ​ເປັນຕົ້ນ,ຍິ່ງ​ຄວນ​ໃຫ້​ຕີນ​​ກະທົບ​ອາກາດ​ໃນ​ເວລາ​ສະດວກ. ກ່ອນ​ນອນ​ໃນ​ຕອນ​ຄ່ຳ​ແຕ່​ລະ​ມື້,ຕ້ອງ​ລ້າງ​ຕີນ,ຖົງຕີນ​ຕ້ອງ​ຊັກ​ແລະ​ປ່ຽນ​ເລື້ອຍໆ,ດີ​ທີ່​ສຸດ​ກຽມ​ເກີບຫຼາຍ ຄູ່​ເພື່ອ​ປ່ຽນ​ກັນ​ໃສ່,ຜູ່​ທີ່​ຕີນ​ອອກ​ເຫື່ອຫຼາຍຈະ​ທາ​ແປ້ງກັນ​ຝົດ​ຢູ່​ຕີ​ນກ່ອນ​ໃສ່​ເກີບກໍ​ໄດ້.