ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-15 11:42:55    
ຢ່າ​ກິນ​ຢາ​ຕ້ານ​ເຊື້ອ​ທ່ົວທີບ(ສຽງ)

cri

                       

ແຕ່​ວັນ​ທີ 1 ກໍລະກົດ​ປີ 2004 ​ເປັນ​ຕົ້ນ​ມາ,ການ​ຊື້​ຢາ​ຕ້ານ​ເຊື້ອ​ຕ້ອງ​ການ​​ໃບ​ສ່ັງ​ຢາ.ການ​​ກຳນົດ​ດ່ັງກ່າວ​ຕົ້ນຕໍ​ແມ່ນ​ເພ່ືອ​ປ້​ອງກັນການ​ໃຊ້​ຢາ​ຕ້ານ​ເຊື້ອ​ທ່ົວທີບ,ທັງຮັບປະກັນ​ຄວາມ​ປອດ​ໄພ​ໃນ​ເວລາ​ໃຊ້​ຢຸກຢາ.ສະ​ນັ້ນ,ຢາ​ຕ້ານ​ເຊື້ອ​ແມ່ນ​ຫຍັງ? ການ​ໃຊ້​ຢາຕ້ານ​ເຊື້ອ​ທ່ົວທີບ​ມີ​ຜົນ​ຮ້າຍຫຍັງ​ແດ່?​.


ຕາມ​ການ​ແນະນຳ,ຢາ​ຕ້ານ​ເຊື້ອ​ແມ່ນ​ຢຸກຢາ​ທ່ີ​ມີ​ລັກສະນະ​ຕ້ານ​ເຊື້ອ​ໂຣກຫຼືລະງັບ​ເຊື້ອ​ໂຣກ,​ເຊ່ິງລວມມີ​ຢາ​ອັງ​ຕີ​ບີ​ໂອ​ຕິກ​ຊະນິດ​ຕ່າງໆ.​ເວົ້າ​ທ່ົວ​ໄປ​ແລ້​ວ,ຄັນ​ໃຊ້ຢາ​ຕ້ານ​ເຊື້ອ​ທ່ົວ​ທີ​ບສາມາດ​​ເຮັດ​​ໃຫ້ຮ່າ​ງ​ກາຍຂອງຄົນລື້​ງກັບ​ຢາ​,​ເຮັດ​ໃຫ້​​ອາການບໍ່​ດີ​​ເພ່ິມຂຶ້ນເຊັ່ນ:ອາການ​ຖືກພິດແລະ​ອາການ​ແພ້ຢາ​ເປັນ​ຕົ້ນ,​​ແລ້ວ​ເຮັດ​ໃຫ້​ໂອກາດ​ຕິດ​ເຊື້ອ​ອີກ​ເພ່ີມ​ຂື້ນ,ຜົນ​ສຸດ​ທ້າຍ​ແມ່ນ​ເຮັດ​ໃຫ້​ຜູ່​​ເປັນ​ພະຍາດ​ເຄີກ​ເວລາປ່ິນປົວ​ຢ່າງ​ຖືກ​ຕ້ອງ​ແລະ​ທັນ​ການ


ປະຈຸ​ບັນ,ມີ​ຫຼາຍຄອບ​ຄົບ​ມີ​ຫີບ​ຢາ​ນ້ອຍ,​ແຕ່​ໃນ​ດ້ານ​ນຳ​ໃຊ້​ຢາ​ຕ້ານ​ເຊື້ອ​ພັດ​ມີ​ຄວາມ​ຜິດພາດ​ຫຼາຍຢ່າງ,ຕົວຢ່າງ​ຄື:ຄົນ​ສ່ວນ​ຫຼາຍ​ເຫັນ​ໂດຍ​ທ່ົວ​ໄປ​ວ່າຢາ​​ຍ່ິງ​ແພງ​ຍ່ິງ​ດີ,ທ່ີ​ຈິງ​ແລ້ວ​ ຢຸກຢາ​ບໍ່​ແມ່ນ​ສິນຄ້າ​ທຳ​ມະ​ດາ​ທ່ີລາຄາ​ຖືກ​ ສິນຄ້າ​ບໍ​່ດີ,ສິນຄ້າ​ດີລາຄາ​ແພງ​,ທະ​ແນມ​ແຕ່​ກິນ​ຢາ​ເຫມາະ​ສົມ,ຢຸກຢາ​ທ່ີ​​ມີ​ແຕ່ຫນ່ຶງຢວນກໍ​ສາມາດ​ປົວ​ພະຍາດ​ໄດ້.ປະກົດ​ການທ່ີ​ໃຊ້ຢາ​ຕ້ານ​ເຊື້ອ​ທ່ົວທີບ​ນັ້ນມີ​ຢູ່​ທ່ົວ​ໄປ,ມີ​ຫຼາຍຄົນໃຊ້​ຢາ​ຕ້ານ​ເຊື້ອມາ​ປົວ​ໄຂ້ຫວັດ,​ເຖິງ​ວ່າ​ຢາ​ຕ້ານ​ເຊື້ອ​ສາມາດ​ຕ້ານ​ເຊື້ອ​ໂຣກ​ແລະ​ຈຸນ​ລະ​ອິນ​ຊີ​ໄດ້,​ແຕ່ພັດ​ຕ້ານ​​ເຊື້ອ​ໄວ​ລັສບໍ່​ໄດ້,ສ່ວນ​​ໄຂ​້ຫວັດ​ນັ້ນສ່ວນ​ຫຼາຍ​ແມ່ນ​ຍ້ອນ​ຕິດ​ເຊື້ອ​ໂຣກ,ນຄັນ​ໃຊ້​ຢາ​ຕ້ານ​ເຊື້ອ​ທ່ົວທີບ ກໍ​ມີ​ຜົນ​ທາງ​ລົບ,ຄື​ເຮັດ​ໃຫ້​​ເຊື້ອ​ໂລກລື້​ງ​ຢາ,ຫຼັງ​ຈາກຄັນປ່ວຍ​ຫຼາຍໆ​ຄົນ​ເປັນ​ພະຍາດ​ແລ້ວ,​ໃນ​ເວລາ​ອາການ​ເຈັບ​ຂ້ອນ​ຂ້າງ​ຫນັກ,ຍັງ​ກິນ​ຢາ​ຕາມ​ເວລາ​ກຳນົດ​ໄດ້,​ແຕ່​ເມ່ືອອາການ​ເຈັບ​ໄຄ​​ແດ່ແລ້ວ,ກໍກິນ​ຢາ​ຕາມ​ລຳພັງ​ໃຈ.​​ຕ້ອງ​ຮູ້​ວ່າ,ຜົນຂອງຢາ​ຕ້ານ​ເຊື້ອ​ແມ່ນ​ອາ​ໄສ​ລະ​ດັບ​ຂຸ້ນ​ຂອງ​ຢາກິນ​ໃນ​ເລືອດ,ຖ້າບໍ່​ໄດ້​ເຖິງລະດັບ​ຂຸ້ນ​ຂອງ​ຢາ​ໃນເລືອດ​ຢ່າງ​ບັງ​ເກີດ​ຜົນ,ບໍ່​ພຽງ​ແຕ່​ບໍ່​ສາມາດ​ດັບ​ເຊື້ອ​ໂຣກ​ຢ່າງ​ເຖິງ​ຖອງ​​ເທ່ົາ​ນັ້ນ,ຊ້ຳ​​ເຮັດ​ໃຫ້​ເຊື້ອ​ໂຣກລື້​ງ ຢາ,ມີ​ຫຼາຍໆ​ຄົນຍັງ​ເຫັນ​ວ່າ,ທະແນ​ມແຕ່​ແມ່ນ​ຢາ​ຕ້ານ​​ເຊື້​ອ ກໍ​​ແກ້ອັບເສບ​ໄດ້,ຈົນ​ກະທັ້ງກິນຢາ​ຕ້ານ​ເຊື້ອ​ຫຼາຍ​ຊະນິດ​ໃນ​ເວລາ​​ດຽວ​ກັນ​ເພ່ືອເຮັດ​ໃຫ້​ພະຍາດ​ຫາຍ​​ໄວ,​ແຕ່​ຄົນ​ທັງຫຼາຍ​ອາ​ດຈະ​ບໍ່​ຮູ້​ວ່າ,ຜົນ​ຕ້ານ​ຢາ​ຂອງ​ຢາ​ຕ້ານ​ເຊື້ອ​​ແຕ່​​ລະ​ຊະນິດ​​ແມ່ນ​ຕ່າງ​ກັນ,ຖ້າ​ກິນ​ຢາ​ບໍ່​ຖືກຕ້ອງ,​​​ ​​ໃນ​ດ້ານ​ເບົາອາດ​ຈະບັນລຸ​ຜົນ​ການ​ປ່ິນປົວ​ຢ່າງສົມ​ຫວັງ​ບໍ່​ໄດ້ຫຼື​ເຮັດ​ໃຫ້​ຜົນຂອງ​ຢາ​ຫຼ​ຸດລົງ,​ໃນ​ດ້ານ​ຫນັກ​ອາດ​ຈະເພ່ີມຜົນ​ທາງ​ລົບ​ຂອງ​ຢຸກຢາ,ມີ​ຄວາມ​ອັນຕະລາຍ​ຕໍ່​ສຸຂະ​ພາບ.


 ການ​ກິນ​ຢາ​ຕ້ານ​ເຊື້ອ​ໃນ​​ເວລາ​ໃດຈ່ິງ​ແມ່ນ​​ວິທີ​ອັນ​ຖື​ກຕ້ອງ,ການ​ກິນ​ຢາ​ຢ່າງ​ເຫມາະ​ສົມ​​ຫຼື​ບໍ່​ນັ້ນໄດ້​ກ່ຽວ​ພັນ​ເຖິງ​ການ​ເສີມ​ຂະຫຍາຍຜົນຂອງຢາ​ໂດ​ຍ​ກົງ,​ເວົ້າ​ທ່ົວ​ໄປ​ແລ້​ວ,​ໃນ​ເວລາ​ກິນ​ຢາ​ຕ້ານ​ເຊື້ອ​ໂຣກ,ຄວນ​ກິນ​ກ່ອນ​ກິນ​ເຂົ້າ​ຫນ່ຶງ​ຊ່ົວ​ໂມງ​ຫຼື​ກິນ​ຢາ​ຫຼັງ​ກິນ​ເຂົ້າ 2 ຊ່ົວ​ໂມງ​,​ທຳ​ມະ​ດາ​ແລ້ວ​ວ່າ,ຢຸກຢາ​ເຊັ່ນ:ຢາ​ເຕຕຼາຊີ​ຄຼິນ​ແລະ​ຢາ​ເອຣິ​ໂຕຼມີ​ຊິນ​ເປັນ​ຕົ້ນ​ກໍ​ກິນກ່ອນ​ກິນ​ເຂົ້າ​ໄດ້​,ນອກ​ນີ້,ຢາ​ຕ້ານ​ເຊື້ອ​ບາງ​ຢ່າ​ງຍັງ​ເຮັດ​​ໃຫ້​ຜູ່​ກິນ​ຢາ ປະກົດມີ​ອາການ​ລຳ​ໄສ້​ບໍ່​ສະບາຍ​ເປັນ​ຕົ້ນ,​ເມ່ືອ​ມີ​ອາການຜິດ​ປົກ​ກະຕິ​ແລ້ວກໍ​​ເຊົາ​ກິນ​ຢາ​​ໂລດ