|
|
(GMT+08:00)
2004-07-16 09:28:58
|
|
ເຜົ່າຄາຊັກຂອງຈີນ
cri
ເຜົ່າຄາຊັກມີປະຊາກອນ 1 ລ້ານ 1 ແສນ 1 ໜື່ນກວ່າຄົນ,ຕົ້ນຕໍແມ່ນຕັ້ງພູມລຳເນົາຢູ່ເຂດຍ່ອຍອີລີເຜົ່າຄາຊັກປົກຄອງຕົນເອງແລະເມືອງເຜົ່າຄາຊັກປົກຄອງຕົນເອງເປັນຕົ້ນຢູ່ເຂດຊິງກຽງເຜົ່າອີເວີເອີປົກຄອງຕົນເອງ.
ໃນສະໄໝຊີຫ້ານທີ່ຫ່າງຈາກດຽວນີ້ 2 ພັນ 200 ກວ່າປີ,ຢູ່ພາກເໜືອຂອງພູທຽນຊານກໍມີບັນທະບຸລຸດຂອງເຜົ່າຄາຊັກມາແລ້ວ,ໃນໜັງສືພົງສາວະດານຈີນກໍເອີ້ນວ່າ"ອູຊຸນ",ຄຳວ່າ "ຄາຊັກ"ແມ່ນຄຳທີ່ເຂົາເຈົ້າເອີ້ນຊື່ເຜົ່າຕົນເອງ,ເຊິ່ງມີຄວາມໝາຍວ່າ"ທ່ຽວລ້ຽງສັດບໍ່ຢູ່ຄົງທີ່",ແຕ່ຄວາມໝາຍທີ່ຍິ່ງເໝາະສົມກວ່າແມ່ນຜູ້ອົງອາດກ້າຫານ.
ເຜົ່າຄາຊັກມີພາສາແລະໜັງສືຂອງເຜົ່າຂອງເຂົາເຈົ້າເອງ,ພາສາເຜົ່າຄາຊັກແມ່ນຂຶ້ນກັບພາສາຕວຽກໃນເຄືອພາສາອານໄຕ,ໜັງສືຄາຊັກແມ່ນໂຕໜັງສືທີ່ມີພະຍັນຊະນະແລະສະຫຼະໂດຍເອົາອັກສອນອາລັບເປັນພື້ນຖານ,ເຜົ່າຄາຊັກເຊື່ອຖືສາສະໜາອິສລາມ.
ທ່ານອາຈະຮູ້ແລ້ວວ່ານິທານເຈົ້າຍິງອຸນເຊິງຂອງລາຊະວົງຖັງໄປເອົາຊົງຈານການປູເຜົ່າຕິເບດເປັນສາມີເຊິ່ງທີ່ຈິງແລ້ວ,ວິທີຜ່ານການສົມລົດເພື່ອເພີ່ມທະວີຄວາມສາມັກຄີລະຫວ່າງຊົນເຜົ່າດັ່ງກ່າວນີ້ຢູ່ປະເທດຈີນກໍເຄີຍມີມາກ່ອນຄິດຕະສັກກະຫຼາດແລ້ວ.ຕັ້ງແຕ່ 2 ພັນກວ່າປິກ່ອນພຸ້ນຄືໃນສະໃໝລາຊະວົງຫ້ານປົກຄອງປະເທດຈີນກໍມີສອງເຈົ້າຍິງຕ່າງເອົາຫົວໜ້າຊາວເຜົ່າຄາຊັກສອງທ່ານເປັນລຳດັບ,ອັນໄດ້ບັນທຶກເປັນເລື່ອງຈົບເລື່ອງງາມທີ່ເລົ່າກັນມາໃນປະຫວັດການພົວພັນລະຫວ່າງຊົນເຜົ່າຈີນ.ຕັ້ງແຕ່ເຈົ້າຍິງຂອງລາຊະວົງຫ້ານສົມລົດກັບເຈົ້າຊີວິດອູຊຸນເປັນຕົນມາ,ຊົນເຜົ່າຄາຊັກກັບຊົນເຜົ່າຫ້ານຢູ່ເຂດໃນກໍມີການໄປມາຫາສູ່ກັນຢ່າງສະໜິດແໜ້ນໂດຍຕະຫຼອດ,ອັນເປັນການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການເພີ່ມທະວີຄວາມສາມັກຄີລະຫວ່າງຊົນເຜົ່າ,ພັດທະນາແລະປ້ອງກັນເຂດຊາຍແດນ.
ປະຊາຊົນເຜົ່າຄາຊັກມັກຟ້ອນລຳທຳເພງ,ຄັນຮອດຍາມບຸນສິນກິນທານ,ຊົນເຜົ່າຄາຊັກບໍວ່າຍິງຊາຍນ້ອຍໃຫຍ່ກໍມັກຟ້ອນເຢາະຟ້ອນຢ່ອງຕາມສຽງເສບກະຈັບປີ່ຕົມໂບລາແລະຮ້ອງເພງຢ່າງເຕັມອົກເຕັມໃຈ.
ກ່ຽວກັບການຮ້ອງເພງ,ຕາມພື້ນເມືອງຂອງຊົນເຜົ່າຄາຊັກມີຄຳສຸພາສິດເວົ້າວ່າ:"ສຽງເພງພາເຈົ້າຂຶ້ນນອນຢູ່ອູ່,ສຽງເພງສົ່ງເຈົ້າອຳລາຈາກເມືອງຄົນ".ອີງຕາມປະເພນີທ້ອງຖິ່ນ,ເມື່ອລູກອອກຈາກທ້ອງແມ່ແລ້ວ, ຜູ້ບ່າວຜູ້ສາວຕ້ອງມາໂຮມຢູ່ນຳກັນ,ປ່ຽນກັນຮ້ອງເພງຊອດແຈ້ງສາມຄືນເພື່ອສະແດງຄວາມອວຍພອນ,ຈະແມ່ນດີໃຈຫຼືອຸກໃຈໃນຊີວິດຊົນເຜົ່າຄາຊັກແມ່ນລ້ວນແຕ່ໃຊ້ສຽງເພງມາສະແດງອອກທັງນັ້ນ.
ຢູ່ຕາມພື້ນເມືອງເຜົ່າຄາຊັກແມ່ນມີໝໍລຳຫຼາຍບໍ່ຢອກ,ຄົນທັງຫຼາຍຮຽກເຂົາເຈົ້າວ່າ:"ອາເຄີງ",ພວກ"ອາເຄີງ"ເຫຼົ່ານີ້ບໍ່ພຽງແຕ່ຊ່າງຮ້ອງເພງພື້ນເມືອງທໍ່ນັ້ນ,ຫາກຍັງດີດກະຈັບປີ່ຕົມໂບລາໄດ້ຢ່າງຊຳນານນຳອີກ.ງານດີດກະຈັບປີ່ຮ້ອງເພງຂອງພວກອາເຄີງກໍແມ່ນບຸນມະໂຫລານສິນລະປະພື້ນເມືອງຊົນເຜົ່າຄາຊັກ.ເຂົາເຈົ້າຈັດຂຶ້ນໃນລະດູຮ້ອນແລະລະດູໃບໄມ້ຫຼົ່ນທຸກປີທີ່ອາກາດອົບອຸ່ນແລະຫຍ້າຂຽວເຕັມເດີ່ນຢ່າງຄຶກຄື້ນ.ບັນດາຊາວລ້ຽງສັດຕັ້ງຕູບຜ້າພົມທີ່ສວຍງາມໄວ້ຫຼາຍຫຼັງ,ເພື່ອໃຫ້ແຂກຄົນມານອນພັກ.ຜູ້ມາຮ່ວມລ້ວນແຕ່ແມ່ນອາເຄີງຜູ້ມີຊື່ສຽງທີ່ແຫ່ງຕ່າງໆແຕ່ງມາ,ໃນນັ້ນມີຫຼາຍຄົນແມ່ນສິນລະປິນອາວຸໂສ, ແລະກໍມີຈຳນວນໜຶ່ງແມ່ນນັກຮ້ອງໜຸ່ມ,ງານດັ່ງກ່າວຢ່າງສັ້ນກໍ 7-8 ມື້,ລາງເທື່ອກໍຕ້ອງກິນເວລາແຕ່ 10 ມື້ຫາເຄີ່ງເດືອນ.ຜູ້ເຂົ້າຮ່ວມງານຕັ້ງຮ້ອຍຫຼືຕັ້ງພັນຄົນກໍມີ.ຊາວລ້ຽງສັດບາງຄົນກໍຂ້າມພູປີນຜາມາແຕ່ທາງໄກຕ້ັງ 50-60 ກີໂລແມັດ.
ເຜົ່າຄາຊັກຕົ້ນຕໍແມ່ນປະກອບອາຊີບລ້ຽງສັດ,ຈົນມີຊື່ວ່າ"ເຜົ່າຢູ່ເທິງຫຼັງມ້າ". ໃນຍາມ ບຸນຫຼືງານໂຮມຊຸມນຸມ,ປະຊາຊົນເຜົ່າຄາຊັກມັກຈັດໃຫ້ມີການເຄື່ອນໄຫວມ່ວນ ຊື່ນເລື້ອຍໆ ເຊັ່ນ"ຜູ້ສາວໄລ່"ເປັນຕົ້ນ.ແບບວິທີຜູ້ສາວໄລ່ນັ້ນຄື:ໃຫ້ຄົນທັງຫຼາຍໄປເຕົ້າໂຮມກັນຢູ່ຈຸດໝາຍປາຍທາງກ່ອນ,ທຳອິດໃຫ້ພວກຜູ້ບ່າວຈັດເອົາຜູ້ສາວທີ່ເຂົາເຈົ້າຈະໄລ່ນັ້ນກ່ອນ,ແລ້ວຂີ່ມ້າເປັນຄູ່ເປັນຄູ່ໄປຫາຈຸດເລີ່ມຕົົ້ນທີ່ຢູ່ໄກໆພຸ້ນ,ໃນເວລາຂີ້ມ້າໄປນັ້ນ,ຜູ້ບ່າວສະແດງຄວາມຮັກໄຄ່ຕໍ່ຜູ້ສາວກໍໄດ້,ຕະຫຼອດຮອດສວຍໂອ ກາດຈູບຜູ້ສາວຈັກບາດກໍໄດ້,ຕາມຮີດຄອງ, ໃນເວລານັ້ນຜູ້ສາວຈະຄຽດຊັງແລະຕ້ານຄືນບໍ່ໄດ້,ແຕ່ວ່າເມື່ອໄປຮອດຈຸດເລີ່ມຕົ້ນແລ້ວ,ຜູ້ບ່າວຈະລ້ຽວຫົວມ້າແລ່ນກັບຄືນຈົນສຸດຢຽດ, ສ່ວນຜູ້ສາວກໍເອົາໄມ້ແສ້ຕີມ້າແລ່ນຕາມກົ້ນມ້າຜູ້ບ່າວຢູ່ໃຈ້ໆ,ເພາະວ່າເວລານັ້ນຜູ້ສາວແມ່ນມີສິດແກ້ແຄ້ນ,ຖ້າຜູ້ສາວຫາກໄລ່ທັນຜູ້ບ່າວ,ກໍຈະເອົາໄມ້ແສ້ຕີຫົວຜູ້ບ່າວແຮງໆ,ໂດຍຖືເປັນການແກ້ແຄ້ນຜູ້ບ່າວ,ແຕ່ກໍມີຜູ້ສາວບາງຄົນແມ່ນມີແຕ່ເງືອດໄມ້ແສ້ຂຶ້ນຊື່ໆ ແລະ ກວັດແກວ່ງໄມ້ແສ້ຢູ່ເທິງຫົວຜູ້ບ່າວຈັກ ສອງສາມບາດເຊິ່ງພິສູດໃຫ້ເຫັນວ່າຜູ້ສາວມັກອ້າຍບ່າວຜູ້ນີ້ແລ້ວ,ຕະຫຼອດໄລຍະຖືກຜູ້ສາວເອົາໄມ້ແສ້ຂ້ຽນນັ້ນ,ເຖິງແມ່ນວ່າຫຼັງຂອງຜູ້ບ່າວຈະຖືກຂ້ຽນຈົນບາດເຈັບແລ້ວກໍຕາມ,ແຕ່ກໍບໍ່ເອົາຫົວຊານຳ.ມີຜູ້ບ່າວຜູ້ສາວຈຳນວນຫຼາຍບໍ່ຢອກແມ່ນໄດ້ສ້າງຄວາມຮັກກັນແລ້ວເປັນຄູ່ຄຽງຮຽງໜອນຕະຫຼອດຊີວິດຍ້ອນການຂີ່ມ້າໄລ່ກັນຢ່າງໜ້າເບິ່ງໜ້າຊົມດັ່ງກ່າວ. ໃນປະຫວັດສາດ,ຊາວເຜົ່າຄາຊັກສ່ວນຫຼາຍແມ່ນດຳລົງຊີວິດທ່ຽວລ້ຽງສັດຢູ່ຕາມແຄມນ້ຳທີ່ມີຫຍ້າ,ເພາະສະນັ້ນ,ເຜົ່າຄາຊັກຈຶ່ງໄດ້ປະດິດສ້າງເຮືອນຕູບທີ່ເໝາະກັບການທ່ຽງລ້ຽງສັດແລະຍົກຍ້າຍງ່າຍ,ໂດຍທົ່ວໄປແລ້ວຕູບຜ້າເຕັນຂອງຊົນເຜົ່າຄາຊັກແມ່ນປະກອບດ້ວຍ 5 ພາກສ່ວນຄືຝາອ້ອມ,ເສົາເຮືອນ,ຫຼັງຄາປົກພົມປູພິ້ືນແລະປະຕູ,ຈະມ້າງຫຼືກໍ່ກໍງ່າຍ,ຫັຼງຄາມົນມົນແມ່ນຫຼັງຄາເຮືອນ,ທັງເປັນປ່ອງຢ້ຽມນຳອີກ,ຢູ່ກາງຫຼັງຄາມີປ່ອງຢ້ຽມ,ໃນຍາມກາງເວັນແມ່ນໄຂປ່ອງຢ້ຽມເພື່ອໃຫ້ລົມລ່ວງແລະຮັບແສງແດດ,ຍາມກາງຄືນທີ່ມີຝົນຕົກຫຼືຫິມະຕົກກໍອັດໄວ້ເພື່ອກັນລົມກັນໜາວ.ຫ້ອງພົມຂອງຊາວຄາຊັກຕົ້ນຕໍແມ່ນແບ່ງອອກເປັນສອງພາກສ່ວນ ຄື ພາກສ່ວນໃຫ້ຄົນຢູ່ແລະພາກສ່ວນມ້ຽນເຄື່ອງ.ພາກສ່ວນທາງໜ້າແມ່ນໄວ້ເຄື່ອງຂອງແລະເຄື່ອງໃຊ້,ພາກສ່ວນທາງຫັຼງແມ່ນໃຫ້ຄົນຢູ່ແລະຮັບແຂກ.
ແຕ່ກ່ອນຊີວິດການເປັນຢູ່ຂອງຊົນເຜົ່າຄາຊັກແມ່ນອ່າວທຸກຈົນ,ແບບວິທີການຜະລິດກໍມີແຕ່ແນວດຽວແລະຫຼ້າຫຼັງ,ດຳລົງຊີວິດແບບທ່ຽວລ້ຽງສັດບ່ໍຄົງທີ່,ພາຍຫຼັງທີ່ສ້າງຕັ້ງປະເທດຈີນໃໝ່ແລ້ວ,ລັດໄດ້ລົງທຶນເປັນຈຳນວນຫຼວງຫຼາຍຊ່ອຍເຫຼືອຊາວລ້ຽງສັດໃຫ້ຕັ້ງບ້ານເຮືອນຄົງທີ່.ຈາກນັ້ນຈຶ່ງມີຊາວລ້ຽງສັດເປັນງວດໆອຳລາຊີວິດທ່ຽວລ້ຽງສັດ,ເຜົ່າຄາຊັກທີ່ຂີ່ແຕ່ມ້າໃນເມື່ອກ່ອນ,ດຽວນີ້ກໍໄດ້ເປັນກຳມະກອນອຸດສາຫະກຳກັບເຕັກນິກທັນສະໄໝຢູ່ບໍ່ນ້ຳມັນຄາລາມາອີທີ່ນີຊື່ສຽງ,ຫຼືຢູ່ໂຮງງານຕ່ຳແຜ່ນແລະວິສາຫະກິດຫຼັງໃໝ່ຢ່າງຫຼວງຫຼາຍເປັນລຳດັບ,ໂດຍສະເພາະແມ່ນຫຼັງຈາກການປະຕິຮູບແລະໄຂປະຕູຕໍ່ພາຍນອກແລ້ວ,ຊາວລ້ຽງສັດເຜົ່າຄາຊັກໄດ້ບຸກທະລຸທັດສະນະຄະຕິຕັ້ງເດີມທີ່ບໍ່ຄ້າຂາຍ,ແລ້ວເລີ່ມເຮັດທຸລະກິດການຜະລິດແບບໄຂປະຕູຫຼາຍຊະນິດ. ແຜ່ນແພຖັກແສ່ວທີ່ເຜົ່າຄາຊັກເຮັດເພື່ອໃຊ້ໃນເວລາແຕ່ງດອງແລະປະດັບຕູບຜ້າເຕັນໃນເມື່ອກ່ອນນັ້ນມາດຽວນີ້ກໍເລີ່ມຜະລິດອອກເປັນງວດແລະສົ່ງອອກຂາຍຢູ່ສິບກວ່າປະເທດແລະເຂດແຄວ້ນເຊັ່ນຍີ່ປຸ່ນແລະຕວກກີເປັນຕົ້ນ.ເຂດຍ່ອຍອີລີເຜົ່າຄາຊັກປົກຄອງຕົນເອງບໍ່ພຽງແຕ່ແມ່ນແຫ່ງຕົ້ນຕໍທີ່ລ້ຽງມ້າແລ່ນໄວແລະຜະລິດຂົນແກະທໍ່ນັ້ນ,ຫາກຍັງໄດ້ສ້າງໃຫ້ເປັນອຸດສາຫະກຳພະລັງໄຟຟ້າ,ວັດສະດູກໍ່ສ້າງ,ຕ່ຳຜ້າສັດ,ເຄື່ອງຫຍິບປັກຖັກແສ່ວ,ນວດໜັງ,ເຄື່ອງຈັກກະເສດ,ເຮັດເຈ້ຍ,ແລະຊີມັງເປັນຕົ້ນຂອງປະເທດຈີນສຳເລັດແລ້ວ.ອີລີເທດສະບານເມືອງເຂດຍ່ອຍອີລີກໍແມ່ນເມືອງດ່ານທາງນ້ຳ, ທາງບົກແລະທາງອາກາດແຫ່ງດຽວຢູ່ພາກຕາເວັນຕົກຂອງປະເທດຈີນ.
|
|
|