ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-21 10:55:19    
​ເມືອງ​ລໍ້​ຢາງ​ເຈ້ຍ​ແພງ(ສຽງ)

cri Author: zs

                          

ທ່ານ​ຈໍ​ຊີ່​ແມ່ນນັກ​ວັນນະຄະດີ​ທີ່​ມີ​ຊື່​ສຽງ​ໃນ​ສະ​ໄໝລາດ​ຊະ​ວົງ​ຈີ້​ນຂອງ​ຈີນ.​ໃນ​ຍາມ​ຍັງ​ນ້ອຍ,​ທ້າວ​ຈໍ​ຊ່ີ​ເປັນ​ເດັກ​ທີ່​ຂີ້​ດື້​ຫຼາຍ,ບໍ່​ມັກ​ຮຽນ​ໜັງ​ສື,​ຈົນ​ຖືກ​ພໍ່​ຮ້າຍ​ເລື​່ອຍໆ,​ແຕ່​ຈໍ​ຊີ່​ກໍ​ຍັງ​ຂີ້​ດື້​ຢູ່​ພໍ​ປານ​ນັ້ນ,ບໍ່​ຕັ້ງ​ໃຈ​ຮຽນ​ຈັກ​ເມັດ.

ມີ​ມື້​ໜ່ຶງ,ພໍ່​ຂອງ​ທ້າວ​ຈໍ​ຊີ່ລົມ​ກັນກັບໝູ່​ເພື່ອນ,​ໝູ່​ຂອງ​ເພິ່ນ​ໃຜ​ກໍອອນ​ຊອນ​ນຳ​ເພິ່ນ​ທີ່​ມີ​ລູກ​ຊາຍ​ທີ່​ສະ​ຫຼາດ​​ໜ້າ​ຮັກ.​ແຕ່​ພໍ່​ຂອງ​ທ້າວ​ຈໍ​ຊີ່​ພັດ​ຖອດ​ຫຸ່ຍ​ແລະ​ເວົ້າວ່າ: "​ເຊົາ,​ເຊົາ,​ຢ່າ​ເວົ້າ​​ເຖິງ​ລູກ​ຂ້າ​ພະ​ເຈົ້າ​ເລີຍ.ລູກ​ຈໍ​ຊີ່​ຮຽນ​ໜັງ​ສື​ຍັງ​ບໍ່​ທໍ່​ຂ້າ​ພະ​ເຈົ້າ​ໃນ​ຍາມ​ນ້ອຍ​ຊ້ຳ,​ເບິ່ງ​ຊົງ​ຄົງ​ຈະ​ບໍ່​ມີ​ອະ​ນາ​ຄົດ​ໄປ​ໄກ​ພໍ​ປານ​ໃດ."​​ເວົ້າ​ແລ້ວ​ກໍ​ຍັງ​ມີ​ສີ​ໜ້າ​ທີ່​ຜິດ​ຫວັງ​ນຳ​ດ້ວຍ.ທ້າວ​ຈໍ​ຊ່ີ​ໄດ້​ຍິນ​ຄຳ​ເວົ້າ​ທັງ​ໝົດ​ຂອງ​ພໍ່,​ກໍ​ຮູ້​ສຶກ​ເສຍ​ໃຈ​ຫຼາຍ,​ເຫັນ​ວ່າ,​ແລະ​ຮູ້​ສຶກ​ວ່າ​,​ໂຕ​ເອງ​ບໍ່​ຕັ້ງ​ໃຈ ຮຽນ​ໜັງ​ສື​ຈະບໍ່​ມີ​ອະ​ນາ​ຄົດ​ແທ້.​ສະ​ນັ້ນ,​ທ້າວ​ຈໍ​ຊີ່​ຈຶ່ງ​ຄຶດ​ຢູ່​ໃນ​ໃຈ​ວ່າ,​ແນວ​ໃດ​ຕົນ​ກໍຕ້ອງ​ຮຳ່ ຮຽນ​ຢ່າງ​ດຸ​ໝັ່ນ​ຂະ​ຫຍັນ​ພຽນ.

​ເວລາ​ຜ່ານ​ໄປ​ຫຼາຍປີ,ທ້າວ​ຈໍ​ຊີ່​ກໍຄ່ອຍໆ​ເຕີບ​​​ໂຕ,ຍ້ອນ​ໄດ້​ຮຳ່ຮຽນ​ຢ່າງ​ຂະຫຍັນ​ໝັ່ນ​ພຽນ, ຈຶ່ງ​ໄດ້​ກາຍ​ເປັນ​ຄົນ​ທີ່ມີ​ປັນຍາ​ເຕັມ​ປູມ,​ແລະ​ຂຽນ​ບົດ​ແຕ່ງ​ກອນ​ໄດ້​ດີ​ທີ່​ສຸດ.​ທ່ານ​ໃຊ້​ເວ​ລາ​ພຽງ​ແຕ່​ປີ​ດຽວ​ກໍ​ແຕ່ງ《​ກອນ​ທານີ​ເມືອງ​ຊີ​》ສຳ​ເລັດ,​ສະ​ແດງ​ໃຫ້​ເຫັນ​ພອນ​ສະ​ຫວັນ​ໃນ​ດ້ານ​ວັນ​ນະ​ຄະ​ດີ​ຂອງ​ທ່ານ,​ໄດ​້​ສ້າງ​ພື້ນ​ຖານ​ໃຫ້​ທ່ານ​ກາຍ​ເປັນ​ນັກ​ວັນ​ນະ​ຄະ​ດີ​ຜູ່​ດີ​ເດັ່ນ​ໃນ​ພາຍ​ຫຼັງ.​ຕໍ່​ຈາກ​ນັ້ນ,​ທ່ານ​ໄດ້​ວາງ​ແຜນ​ແຕ່ງ​ກອນ​ສາມ​ທານີ​ທີ່​ມີ​ເນື້ອ​ໃນ​ບັນ​ຍາຍ​ຮີດ​ຄອງ​ປະ​ເພນີ ວົງ​ສຳ​ພັນ​ແລະ​ຊັບ​ໃນ​ດິນ​ສິນ​ໃນ​ນ້ຳ​ຂອງ​ລາ​ຊະ​ທາ​ນີ​ເມືອງ​ເວີ້ຍ​ເມືອງ​ສູ​ແລະ​​ເມືອງ​ວູ​.​ເພື່ອ​ໃຫ້​ກອນ​ນີ້​ມີ​ລະ​ດັບ​ດີ​ເດັ່ນ​ໃນ​ດ້ານ​ເນື້ອ​ໃນ ການ​ປະ​ກອບ​ເລື່ອງ​ແລະ​ສຳ​ນວນ​ຄວາມ​ເວົ້າ​ເປັນ​ຕົ້ນ,​ທ່ານ​ໄດ້ຕັ້ງອົກ​ຕັ້ງ​ໃຈ​ຄົ້ນ​ຄວ້າ,​ຈົນ​ລືມ​ກິນ​ລືມ​ນອນ,​ໃຊ້​ເວລາ​ສິບ​ປີ​ເຕັມໆ​ແຕ່ງ《​ກອນ​ສາມ​ທານີ》ສຳ​ເລັດ, ​ເຊິ່ງ​ເປັນ​ບົດ​ປະ​ພັນ​ວັນ​ນະ​ຄະ​ດີ​ອັນ​ຍິ່ງ​ໃຫຍ່​ເຫຼັ້ມ​ໜຶ່ງ.

《ກອນ​ສາມ​ທານີ》​ໄດ້​ຮັບ​ຄວາມ​ຍ້ອງ​ຍໍ​ສັນລະ​ເສີນຈາກ​ຜູ່​ອ່ານ​ທັງ​ຫຼາຍ,​ຈົນ​ພາ​ກັນ​ທຽບ ​ເທ່ົາ​ກັບ《​ກອນ​ສອງ​ທາ​ນີ》 ​ເຊິ່ງ​ເປັນ​ບົດ​ປະ​ພັນ​ວັນ​ນະ​ຄະ​ດີ​ອັນ​ຍອດ​ຍິ່ງ​ໃນ​ສະ​ໄໝ​ລາດ​ຊະ​ວົງ​ຮ້ານ.​ຍ້ອນ​ວ່າ,​ໃນ​ສະ​ໄໝ​ນັ້ນ​ຍັງ​ບໍ່​ໄດ້​ປະ​ດິດ​ສ້າງ​ວ​ິ​ທີ​ພິມ​ຕົວ​ໜັງ​ສື​ເທື່ອ,​ຄົນ​ທີ່​ມັກ​ອ່ານ​《ກອນ​ສາມ​ທານີ》​ຈຶ່ງ​ຈຳ​ເປັນ​ຕ້ອງ​​ໄປ​ຊື້​ເຈ້ຍ​ມາ​ກ່າຍ​ເອົາ.​ຍ້ອນ​ວ່າ​ຄົນ​ທີ່​ກ່າຍ​​ເອົາ​ກອນ​ບົດ​ນີ້​ຫຼາຍ​ໂພດ,ເຈ້ຍ​​ໃນ​ເມືອງ​ລໍ້​ຢາງ​ຈຶ່ງ​ຜະ​ລິດ​ອອກ​ຂາຍ​ບໍ່​ທັນ,​ສະ​ນັ້ນ​ຈຶ່ງ​ເຮັດ​ໃຫ້​ລາ​ຄາ​ເຈ້ຍ​ເມືອງ​ລໍ້​ຢາງ​ຖີບ​ສູງ​ຂຶ້ນ​ຢ່າງ​ໃຫຍ່.

​ໃນ​ຊູ່​ມື້​ນີ້,ຄົນ​ຈີນ​ມັກ​ໃຊ້​ສຸພາສິດ​ຄຳ​ທີ່​ວ່າ​​ເມືອງ​ລໍ້​ຢາງ​ເຈ້ຍ​ແພງ​ເປັນ​ຄວາມ​ຍ້ອງ​ຍໍ​ບົດ​ປະ​ພັນ​ອັນ​ດີ​ເລີດ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບທີ່​ສຸດ​ຈາກ​ຄົນ​ທັງ​ຫຼາຍ.