ເມື່ອທ້າຍທົດສະວັດທີ7ຂອງສະຕະວັດທີ່ແລ້ວ,ບັນດາຜູ່ຊົມຈີນໄດ້ເລີ່ມຊົມຮູບເງົາເລື່ອງແລະໂທລະພາບເລື່ອງຕ່າງປະເທດຢ່າງຫຼາກຫຼາຍ,ໃນຄາວນັ້ນ,ຄົນທັງຫຼາຍມີຄວາມ ຕ້ອງການຟ້າວຊອກຮູ້ໂລກເມືອງນອກເພື່ອຮັບເອົາຂໍ້ມູນຂ່າວສານທຸກປະເພດ,ບົດຮູບເງົາແລະໂທລະພາບທີ່ຜ່ານການແປແລະພາກເປັນພາສາຈີນເຫຼົ່ານີ້ຈຶ່ງກາຍເປັນປ່ອງຢ້ຽມໃຫ້ປະຊາຊົນຈີນຮູ້ຈັກຊີວິດການເປັນຢູ່ແລະສີສັນພິເສດດ້ານວັດທະນະທຳຂອງຕ່າງປະເທດ,ແລ້ວຈຶ່ງໄດ້ຮັບຄວາມນິຍົມຊົມຊອບຈາກຄົນທັງຫຼາຍ.ຢູ່ຫຼັງສາກຮູບເງົາຕ່າງປະເທດທີ່ແປເປັນພາສາຈີນນັ້ນ,ມີສິນລະປິນພາກໜັງງວດໜ່ຶງ,ໄດ້ໃຊ້ສິລະປະພາກໜັງອັນຍອດຢ້ຽມຂອງຕົນ,ເອົາວັດທະນະທຳຂອງບ້ານເພິ່ນເມືອງເຂົາອັນຄົບຖ້ວນມາປະດິດສ້າງຟີມຮູບເງົາພາສາຕ່າງປະເທດທີ່ພາກເປັນພາສາຈີນໃຫ້ຮຸ່ງເຮືອງເຫຼືອງເຫຼື້ອມຕື່ມ.ທ່ານຊຽວເຈິ່ນກໍ່ແມ່ນຜູ່ໜຶ່ງໃນຈຳນວນສິນລະປິນເຫຼົ່ານີ້.ໃນສາມສິບປີມານີ້,ທ່ານຊຽວເຈິ່ນເປັນນັກພາກຕົ້ນຕໍຫຼືຜູ່ກຳກັບການພາກໃນຮູບເງົາແລະໂທລະພາບເລື່ອງຕ່າງປະເທດເປັນພາສາຈີນ800ກວ່າເລື່ອງ,ໃນນັ້ນ,ມີສິບກວ່າເລື່ອງແມ່ນໄດ້ຮັບລາງວັນສຳຄັນຢູ່ຈີນ.
(ປ່ອຍອັດສຽງ)
ທີ່ທ່ານພວມຟັງຢູ່ນີ້ແມ່ນສຽງຕອນໜຶ່ງໃນຮູບເງົາແມັກຊິກເລື່ອງເຢເຊເນຍ,ການພາກຮູບເງົາເລື່ອງນີ້ຂອງທ່ານຊຽວເຈິ່ນໄດ້ກາຍເປັນຮູບເງົາທີ່ຄົນທັງຫຼາຍມັກຟັງຊ້ຳແລ້ວຊ້ຳອີກ. ຮູບເງົາຕ່າງປະເທດຫຼາຍເລື່ອງທີ່ເພິ່ນພາກເປັນພາສາຈີນນັ້ນກໍ່ມີຜູ່ຊົມຊື້ໄປເກັບໂຮມໄວ້ເປັນຂອງລ້ຳຄ່າ.
ທ່ານຊຽວເຈິ່ນເກີດເມື່ອປີ1942,ຫຼັງຈາກຮຽນຈົບຈາກສະຖາບັນມາດຕະສິນຊຽງໄຮ້ແລ້ວ,ປີ1975,ຍ້ອນມີໂອກາດບັງເອີນ,ທ່ານຊຽວເຈິ່ນເລີຍໄດ້ຮັບເຂົ້າໄປເຮັດວຽກຢູ່ໂຮງງານແປຮູບເງົາຊຽງໄຮ້,ເຊິ່ງເປັນອົງການສະເພາະກິດແຫ່ງດຽວຂອງຈີນໃນຄາວນັ້ນທີ່ສ້າງແລະແປຮູບເງົາຕ່າງປະເທດ.ມາຮອດປີ1984,ທ່ານຊຽວເຈິ່ນໄດ້ຂຶ້ນຮັບຕຳແໜ່ງເປັນຫົວໜ້າໂຮງງານສ້າງແລະແປຮູບເງົາຊຽງໄຮ້.
ສຽງຂອງທ່ານຊຽວເຈິ່ນເປັນສຽງທຸ້ມ,ໜັກແໜ້ນມີສະເໜ,ສະນັ້ນ,ໃນຮູບເງົາຫຼາຍເລື່ອງທ່ານຈຶ່ງພາກຕົວສະແດງເປັນຄົນເຈົ້າຊູ້ແລະຄົນຊື່,ໃນເວລາເພິ່ນພາກໃຫ້ຕົວສະແດງປະເພດນີ້,ສຽງຂອງເພິ່ນໄດ້ເຊື່ອມໂຍງກັບພາບພົດຂອງຕົວສະແດງຢ່າງເໝາະສົມທີ່ສຸດ.ແຕ່ເມື່ອພາກໃຫ້ຕົວສະແດງປະເພດອື່ນ,ທ່ານຊຽວເຈິ່ນກໍປ່ຽນສຽງເວົ້າໄປອີກແນວໜຶ່ງຈົນຜູ່ຟັງຮູ້ສຶກວ່າເປັນຄົນອື່ນ.
ເຮັດແນວໃດຈຶ່ງໃຊ້ສຽງມາປັ້ນແຕ່ງນິໄສໃຈຄໍຂອງຕົວສະແດງຫຼາຍປານນີ້ໄດ້?ທ່ານຊຽວເຈິ່ນເຫັນວ່າ,ໃນນາມເປັນນັກພາກຮູບເງົາ,ຄຸນນະທາດຂອງສຽງຍັງແມ່ນສິ່ງສຳຮອງຢູ່,ສິ່ງສຳຄັນກວ່າໝູ່ແມ່ນຕ້ອງຕັ້ງອົກຕັ້ງໃຈສຳນຶກຮູ້ຈິດໃຈຂອງຕົວສະແດງ.ທ່ານເວົ້າວ່າ: ໃນນາມເປັນນັກພາກຮູບເງົາຜູ່ໜ່ຶງ,ຕ້ອງໃຊ້ສຽງຂອງຕົນ,ໃຊ້ຄຳເວົ້າຂອງຕົນ,ຍິ່ງສຳຄັນກວ່າແມ່ນໃຊ້ຈິດວິນຍານຂອງຕົນມາປັ້ນແຕ່ງຕົວສະແດງຜູ່ໜ່ຶງທີ່ຜູ່ອື່ນປັ້ນແຕ່ງຂຶ້ນກ່ອນ ແລ້ວ.ພາຍໃນບໍ່ພໍທໍ່ໃດມື້,ພວກເຮົາກໍອາດປັ້ນແຕ່ງຂຶ້ນໄດ້ຫຼາຍຄົນທີ່ມີປະສົບການແຈບໃຈທີ່ສຸດໃນຊີວິດ,ນີ້ແມ່ນບາງເລື່ອງແຈບໃຈກວ່າໝູ່ໃນຊີວິດ.ສະນັ້ນ,ພວກຂ້າພະເຈົ້າຈ່ຶງ ມັກພາລະກິດນີ້ທີ່ສຸດ.
ທ່ານຊຽວເຈິ່ນຖືສິລະປະພາກຮູບເງົາເປັນສາຍຊີວິດຂອງຕົນ.ພາຍຫຼັງເພິ່ນເປັນມະເຮັງ ແລ້ວ,ກໍ່ແມ່ນຍ້ອນຄວາມສະແຫວງສິລະປະດ້ວຍນ້ຳໄສໃຈຈິງດັ່ງກ່າວນີ້ເອງ,ຊ່ອຍໃຫ້ເພ່ິນເອົາຊະນະພະຍາດຊຳ້ແລ້ວຊ້ຳອີກ.ທ່ານເວົ້າວ່າ,ການທີ່ຂ້າພະເຈົ້າຟື້ນຟູເປັນປົກກະຕິໄດ້ໂດຍໄວນັ້ນ,ທີ່ຈິງແລ້ວແມ່ນຍ້ອນມີຈິດໃຈແນວໜ່ຶງຄ້ຳຊູຂ້າພະເຈົ້າໄວ້.ເພາະວ່າ,ມີຜູ່ຊົມຢ່າງຫຼາກຫຼາຍພວມຄອງຄອຍສຽງພາກຂອງຂ້າພະເຈົ້າ,ແລະຍັງມີຄວາມຮັກຫອມຂອງຂ້າພະເຈົ້າຕໍ່ພາລະກິດດັ່ງກ່າວແມ່ນປັດໄຈອັນໜ່ຶງອີກ.
ໃນຍາມຖືກພະຍາດທໍລະມານຢູ່ນັ້ນ,ທ່ານຊຽວເຈິ່ນກໍຍັງຍຶດໝັ້ນດຳເນີນການປະດິດຄິດແຕ່ງສິລະປະໂດຍຕະຫຼອດ.ປີ1999ແລະປີ2001,ເພິ່ນໄດ້ເປັນມະເຮັງຄືນອີກສອງເທື່ອ,ແຕ່ກໍ່ແມ່ນໃນໄລຍະນີ້ເອງ,ເພິ່ນຍັງພາກຮູບເງົາເລື່ອງກຼາເດຍເຕີຂອງອາເມລິກາ.
(ປ່ອຍອັດສຽງ)
ທີ່ທ່ານພວມຟັງຢູ່ນີ້ແມ່ນສຽງຕອນໜ່ຶງໃນຮູບເງົາເລື່ອງກຼາເດຍເຕີ (ແປເປັນນັກສູ້)ຂອງອາເມລິກາທີ່ນຳອອກສາຍຢູ່ຈີນໃນປີ2000.ໃນຄາວນັ້ນ,ທ່ານຊຽວເຈິ່ນອາຍຸ58ປີ,ທ່ານໄດ້ພາກໃຫ້ພະເອກ.ໃນຮູບເງົາເລື່ອງນີ້,ສຽງທຸ້ນ ໜັກແໜ້ນແລະເສົ້າສະຫຼົກໃຈຂອງທ່ານຊຽວເຈິ່ນ,ໄດ້ເຊ່ືອມໂຍງເຂົ້າກັບຄວາມພິລະອາດຫານແລະໂຊກຊາຕະອັນໂສກເສົ້າຂອງພະເອກຢ່າງເປັນເອກະພົບດຽວແລະສອດຄ່ອງເໝາະສົມ,ອັນໄດ້ເຮັດໃຫ້ຜູ່ຊົມທຸກຄົນຕື້ນຕັນໃຈທີ່ສຸດ.
ໃນຊີວິດປະຈຳວັນ,ທ່ານຊຽວເຈິ່ນທີ່ຖືກພະຍາດທໍລະມານກໍ່ໃຊ້ຈິດໃຈຂອງນັກສູ້ມາປຸກ ລະດົມເຈົ້າຂອງຢ່າງບໍ່ຢຸດຢັ້ງ.ຍ້ອນທ່ານຊຽວເຈິ່ນມີຈິດໃຈກວ້າງຂວາງແລະມີທ່າທີເດັດ ດ່ຽວໜຽວແໜ້ນ,ຈຶ່ງມີເລື່ອງທີ່ໜ້າງຶດງໍ້ເກີດຂຶ້ນ,ຄືອາການເຈັບຂອງທ່ານຊຽວເຈິ່ນໄດ້ຮັບການຄວບຄຸມຄືນອີກ,ແລ້ວເພິ່ນກໍກັບຄືນສູ່ໂລກສິລະປະຂອງເພິ່ນຄືນອີກ.
ທ່ານຊຽວເຈິ່ນເວົ້າວ່າ,ຈະແມ່ນເສັ້ນທາງຊີວິດ,ຫຼືການປະດິດສ້າງສິລະປະ,ກໍລ້ວນແຕ່ຕ້ອງສະແຫວງຫາຄວາມເລິກອັນບໍ່ມີຂອບເຂດຈຳກັດ,ຈຶ່ງຈະໄດ້ຮັບຄວາມພໍໃຈແນວໜຶ່ງ.ສະນັ້ນ,ຈຶ່ງຕ້ອງສະແຫວງຫາຢ່າງບໍ່ຢຸດບໍ່ເຊົາ,ສະແຫວງຫາຕະຫຼອດໄປຈົນບໍ່ມີບ່ອນສຸດ.
|