ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-22 15:09:42    
ຈີນ​ຊຸກ​ຍູ້​ການ​ຊົມ​ໃຊ້​ເງື່ອນ​ໄຂ​ພື້ນຖານ​ຂອງ​ການຄົ້ນຄວ້າ​ວິທະຍາສາດ,ສ້າງ​ເງື່ອນໄຂ​ຄົ້ນ​ຄວ້າ​ວິທະຍາສາດ​ຍິ່ງ​ດີ​ກວ່າ​ເກົ່າ

cri
ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ: ຫວ່າງ​ມໍ່ໆ​ນີ້ ພາກສ່ວນ​ຕ່າງໆ​ເຊັ່ນ​ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີຈີນ​ເປັນຕົ້​ນໄດ້​ຈັດ​ວາງ​ໂຄງ​ຮ່າງ​ກໍ່ສ້າງ​ເງື່ອນ​ໄຂ​ພື້ນຖານ​ວິທະຍາສາດ​ເຕກນິກ​ແຫ່ງຊາດ​​ແຕ່​ປີ 2004 ຮອດ​ປີ 2010. ວັນ​ທີ 22 ກໍລະກົດ ​ໃນ​ເວລາ​ທ່ານ​ລິວ​ຢ້ຽນຮວາ ຮອງ​ລັດຖະມົນຕີ​ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີຈີນ​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ພວກ​ເຮົາ​ນັ້ນ ທ່ານ​ຊີ້​ອອກ​ວ່າ,ຈີນ​ຈະ​ຜ່ານ​ການ​ກໍ່ສ້າງ​ເງື່ອນ​ໄຂ​ພື້ນຖານ​ວິທະຍາສາດ​ເຕັກນິກ ສ້າງ​ເງື່ອນ​ໄຂ​ເຮັດ​ວຽກ​ຍິ່ງ​ດີງາມ​ກວ່າ​ເກົ່າ​ໃຫ້​ແກ່​ພະນັກງານ​ວິທະຍາສາດ​ເຕັກນິກ,​ໃຫ້​ພວກ​ເຂົາ​ເຈົ້າປະດິດ​ສ້າງ​ໝາກຜົນ​ຄົ້ນຄວ້າ​ວິທະຍາສາດ​ຍິ່ງຫຼາຍ​ແລະ​ຍິ່ງ​ດີ.

ເມື່ອ​ໄດ້​ພະຍາຍາມ​ແລະ​ສະ​ສົມ​ມາຫຼາຍປີ,ຈີນ​ໄດ້​ມີ​ເງື່ອນ​ໄຂ​ພື້ນຖານ​ຂອງ​ການຄົ້ນຄວ້າ​ວິທະຍາສາດ​ຈຳນວນ​ໜຶ່ງ. ​ເງື່ອນ​ໄຂ​ເຫຼົ່ານີ້​ລວມທັງ:​ໄດ້​ສ້າງ​ພື້ນຖານ​ໂຄງ​ລ່າງ​ດ້ານ​ວິທະຍາສາດ​ເຕັກນິກ​ງວດ​ໜຶ່ງ,​ໄດ້​ສ້າງ​ຕາໜ່າງສັງ​ເກດ​ຢັ່ງແທກ​ແລະ​ຕິດຕາມຢັ່ງ​ແທກ​ຢູ່​ບາງ​ພາກ​ພື້ນ,​ແລະ​ໄດ້​ເກັບ​ໂຮມ​ແລະ​ຊຳລະ​ຕົວ​ເລກ​ວິທະຍາສາດ,​ເອກະສານ​ແລະ​ຕົວຢ່າງ​ຈຳນວນ​ໜຶ່ງ​ໃນ​ບາງ​ຂົ​ງ​ເຂດ​ຈຸດ​ໜັກ​ເປັນຕົ້ນ.

​ແຕ່​ເມື່ອທຽບ​ກັບປະ​ເທດ​ພັດທະນາ​ແລ້ວ,​ເງື່ອນ​ໄຂຄົ້ນຄວ້າ​ວິທະຍາສາດ​ຂອງ​ຈີນ​ຍັງ​ບໍ່​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຕົວ​ຈິງ​ໃນ​ການ​ພັດທະນາ​ວິທະຍາສາດ​ເຕັກນິກ. ​ເພື່ອ​ປ່ຽນ​ແປງ​ສະພາບ​ດັ່ງກ່າວ,ຫວ່າງ​ມໍ່ໆ​ນີ້ ກະຊວງ​ວິທະຍາສາດ​​ເຕັກ​ໂນ​​ໂລ​ຢີຈີນ​ໄດ້​ຈັດ​ວາງ​ໂຄງ​ຮ່າງ​ກໍ່ສ້າງ​ເງື່ອນ​ໄຂ​ພື້ນຖານ​ວິທະຍາສາດ​ເຕັກນິກ​ແຫ່ງ​ຊາດ,ສະ​ເໜີ​ວ່າ ຜ່ານ​ຈາກ​ການ​ເພີ່ມການ​ລົງທຶນ,ດັດ​ແປງ​ຮູບ​ການ​ຄຸ້ມ​ຄອງ​ທີ່​ກ່ຽວຂ້ອງ​ແລະ​ມາດ​ຕະການ​ອື່ນໆ,​ເພີ່ມ​ທະວີ​ການ​ກໍ່ສ້າງ​ເງື່ອນ​ໄຂ​ພື້ນຖານ​ວິທະຍາສາດ​ເຕັກນິກ,ພະຍາຍາມ​ປົວ​ແປງ​ເງື່ອນ​ໄຂຄົ້ນຄວ້າ​ວິທະຍາສາດ​ໃຫ້​ດີ​ຂຶ້ນ.ທ່ານລິວ​ຢ້ຽນຮວາ ຮອງ​ລັດຖະມົນຕີ​ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີຈີນ​ເວົ້າວ່າ,

"ພວກ​ເຮົາ​ຫວັງ​ຜ່ານ​ຈາກ​ການ​ກໍ່ສ້າງ​ເງື່ອນ​ໄຂ​ວິທະຍາສາດ ຍົກ​ລະດັບ​ພື້ນຖານ​ແລະ​ຄວາມ​ສາມາດ​ໃນ​ການຄົ້ນຄວ້າ​ວິທະຍາສາດ​​ໃຫ້​ສູງ​ຂຶ້ນ​ເລື້ອຍໆ,ສ້າງ​ສະພາບ​ແວດ​ລ້ອມ​ແລະ​ເງື່ອນ​ໄຂ​ອັນ​ດີງາມ​ໃຫ້​ແກ່​ການ​ປະດິດ​ສ້າງ​ວິທະຍາສາດ​ເຕັກນິກ​ຂອງ​ຈີນ."

ທ່ານ​ລິວ​ຢ້ຽນຮວາຊີ້​ອອກ​ວ່າ,ຈຸດ​ໜັກ​ຂອງ​ການ​ກໍ່ສ້າງ​ເງື່ອນ​ໄຂ​ພື້ນຖານ​ວິທະຍາສາດ​ເຕັກນິກ​ແມ່ນ​ຊຸກ​ຍູ້​ກົນ​ໄກ​ຊົມ​ໃຊ້​ນຳ​ກັນ. ​ໃນຫຼາຍສິບ​ປີ​ກ່ອນ,ລັດຖະ ບານ​ໄດ້​ລົງທຶນສ້າງ​ເງື່ອນ​ໄຂ​ພື້ນຖານ​ວິທະຍາສາດ​ເຕັກນິກ​ຈຳນວນ​ໜຶ່ງ,ປະຈຸ​ບັນ ສ່ວນ​ໃຫຍ່​ແມ່ນ​ອົງການ​ຄົ້ນຄວ້າ​​ເຫຼົ່ານີ້​ຊົມໃຊ້​ເອງ,ບໍ່​ສາມາດ​ເສີມ​ຂະຫຍາຍ​ບົດບາດ​ຢ່າງ​ເຕັມທີ່. ການ​ກໍ່ສ້າງ​ເງື່ອນ​ໄຂ​ພື້ນຖານ​ວິທະຍາ​ສາດ​ເທື່ອ​ນີ້​ກໍ​ແມ່ນ​ຈະ​ທັບ​ມ້າງ​ການ​ຜູກ​ມັດຊະ​ນິດ​ນີ້,ບັນລຸ​ການ​ຊົມ​ໃຊ້​ເງື່ອນ​ໄຂ​ພື້ນຖານ​ວິທະຍາສາດ​ນຳ​ກັນ,​ໃຫ້​ຄົນ​ຍິ່ງຫຼາຍ​ໃນ​ທົ່ວ​ສັງຄົມ​ນຳ​ໃຊ້​ແລະ​ໄດ້ຜົນ​ປະ​ໂຫຍ​ດນຳ​ກັນ. ພາກສ່ວນ​ຕ່າງໆ​ເຊັ່ນ​ກະຊວງ​ວິທະຍາສາດ​​ເຕັກ​ໂນ​ໂລ​ຢີຈີນ​ເປັນ​ຕົ້ນຈະ​ຜ່ານ​ຈາກ​​ເພີ່ມການ​ລົງທຶນ,ປັບປຸງ​ຊັບພະຍາກອນ,ຊຸກ​ຍູ້​ການ​ຊົມ​ໃຊ້​ນຳ​ກັນ,​ແລ້ວ​ຂ້ຽວ​ເລັ່ງການ​ກໍ່ສ້າງ​ເງື່ອນ​ໄຂ​ພື້ນຖານ​ທາງ​ວິທະຍາສາດ​ເຕັກນິກ.

ທ່ານ​ນາງ​ລິວ​ສວງ​ ນັກຄົ້ນຄວ້າ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ຟິຊິກ​ໜ່ວຍ​ໂລກ​ຂອງ​ສະພາ​ບັນດິດ​ວິທະຍາສາດ​ຈີນ​ເຄີຍ​ຮ່ຳຮຽນ​ແລະ​ເຮັດ​ວຽກ​ຢູ່​ອາ​ເມ​ລິ​ກາຫຼາຍປິ,​ໃນ​ເວລາ​ເຮັດ​ວຽກ​ຄົ້ນຄວ້າ​ຢູ່​ຈີນ,ນາງ​ໄດ້​ປະກົດ​ເຫັນ​ວ່າ ຖ້າ​ຢາກ​ໄດ້​ຂໍ້​ມູນ​ເອກະສານ​ທີ່​ກ່ຽວ​ກັບ​ວຽກ​ງານ​ຂອງ​ຕົນ​ນັ້ນ​ແມ່ນ​ຍາກຫຼາຍ,​ເພາະວ່າ ຕົວ​ເລກຢ່າງຫຼວງຫຼາຍ​ແມ່ນ​ຂຶ້ນກັບ​ຫົວ​ໜ່ວຍ​ຄົ້ນຄວ້າ​ອື່ນໆ. ທ່ານ​ນາງ​ລິວ​ສວງ​ເຫັນ​ວ່າ,ການ​ກະທຳ​ຂອງ​ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີຈີນ​ທີ່​ເພີ່ມ​ທະວີ​ການ​ກໍ່ສ້າງ​ເງື່ອນ​ໄຂ​ພື້ນຖານ​ວິທະຍາສາດ​ແລະ​ຊຸກ​ຍູ້​ການ​ຊົມ​ໃຊ້​ນຳ​ກັນນັ້ນ ​ແມ່ນ​ເລື່ອງ​​ດີ​ສຳລັບການຄົ້ນ ຄວ້າວິທະຍາສາດ.

"ການ​ຊົມ​ໃຊ້​ນຳ​ກັນ​ເຮັດ​ໃຫ້ການ​ຄົ້ນຄວ້າ​ວິທະຍາສາດ​ມີ​ລັກສະນະ​ສືບ​ທອດ, ຈະ​ບໍ່​ເຮັດ​ວຽກ​ລະດັບ​ຕ່ຳ​ຄືນ​ອີກ,​ເຮັດ​ໃຫ້ການ​ຄົ້ນຄວ້າ​ວິທະຍາສາດ​ມີ​ການ​ຄືບ​ໜ້າ​ບົນ​ພື້ນຖານ​ຂອງ​ຄົນ​ຮຸ່ນ​ກ່ອນ,​ແລະ​ກໍ​ໄດ້​ເຮັດ​ໃຫ້​ເວລາ​ຮັບ​ຂໍ້​ມູນ​ຂ່າວສານ​ສັ້ນ​ເຂົ້າ,​ເຮັດ​ໃຫ້​ນັກວິທະຍາສາດ​ມີ​ເວລາ​ຍິ່ງຫຼາຍ​ເຮັດ​ວຽກ​ປະດິດ​ສ້າງ. ພ້ອມ​ກັນນັ້ນ ກໍ​ໄດ້​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ທ່ຽງ​ທຳ​ໃຫ້​ທົ່ວ​ວົງ​ການ​ວິທະຍາສາດ​ເຕັກນິກ,​​ເຮັດ​ໃຫ້ພະນັກງານ​ຄົ້ນຄວ້າ​ວິທະຍາສາດ​ທີ່​ຍັງ​ບໍ່​ທັນ​ຂຶ້ນຊື່​ລື​ນາມມີ​ໂອກາດ​ທ່ຽງ​ທຳ,​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ໄດ້​ຮັບ​ໝາກຜົນ​ງ່າຍ​ກວ່າ​ເກົ່າ."