ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-22 16:35:03    
ອີ​ຣັກ​ແລະ​ປະ​ເທດ​ອ້ອມ​ຂ້າງ​ໄດ້​ຢ່ວງ​ບາດ​ກ້າວ​ອັນ​ສຳ​ຄັນ​ໃນ​ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ

cri

CRIລາຍ​ງານ​ວ່າ:ວັນ​ທີ21​ກໍລະກົດ,ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​ອ້ອມ​ຂ້າງ​ອີ​ຣັກ​ຄັ້ງ​ທີ​6​ໄດ​້​ຈັດ​ຂຶ້ນ​ຢູ່​ເລີ​ແກ​ເປັນ​ເວ​ລາ​ໜ່ຶງ​ມື້.​ນີ້​ແມ່ນ​ກອງ​ປະ​ຊຸມ​ແບບ​ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ຈັດ​ຂຶ້ນ​ພາຍ​ຫຼັງ​ທະ​ຫານ​ປະ​ສ​ົມ​ອາ​ເມ​ລິ​ກາ​ອັງ​ກິດ​ປະ​ຈຳ​ອີ​ຣັກ​ມອບ​ອຳ ນາດ​ໃຫ້​ລັດ​ຖະ​ບານ​ຊົ່ວ​ຄາວ​ອ​ີ​ຣັກ​ແລ້ວ.​ບັນ​ດາ​ຝ່າຍ​ທ່ີ​ຮ່ວມ​ປະ​ຊຸມ​ໄດ້​ເຈາະ​ຈົງ​ດຳ​ເນີນ​ການ​ຄົ້ນ​ຄວ້າ​ຫາ​ລື​ກ່ຽວ​ກັບ​ຊ່ອງ​ທາງ​ຟື້ນ​ຟູ​ຄວາມ​ປອດ​ໄພ​ແລະ​ສະ​ຖຽນ​ລະ​ພາບ​ພາຍ​ໃນ​ປະ​ເທດ​ອີ​ຣັກ.​ບຸກ​ຄົນ​ວິ​ເຄາະ​ເຫັນ​ວ່າ,ທັງ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,​ອີ​ຣັກ​ກັບ​ປະ​ເທດ​ອ້ອມ​ຂ້າງ​ຂອງ​ເຂົາ​ໄດ້​ຢ່ວງ​ບາດ​ກ້າວ​ອັນ​ສຳ​ຄັນ​ໃນ​ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ.

​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ8​ປະ​ເທດ ​ເຊັ່ນ ​ເອຢິບ ​ທີ່​ເປັນປະ​ເທດ​ເຈົ້າ​ພາບ​ພ້ອມ​ດ້ວຍ​ອີ​ຣັກ ອາ​ລາ​ບີ​ຊາ​ອູ​ດິດ ​ໂກ​ແວັດ ອີ​ຣານ ຕວກ​ກີ ຊີ​ເລຍ​ແລະ​ຊອກ​ດາ​ນີ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ນີ້.​ທ່ານ​ບຼາຮີ​ມີ ທູດ​ພິ​ເສດ​ກ່ຽວ​ກັບ​ບັນ​ຫາ​ອີ​ຣັກ​ຂອງ​ເລ​ຂາ​ທິ​ການ​ໃຫຍ່​ສະຫະ​ປະ​ຊາ​ຊາດ​ແລະ​ທ່ານ​ໂຊ​ລາ​ນາ ຜູ່​ແທນ​ຊັ້ນ​ສູງ​ທີ່​ຮັບ​ຜິດ​ຊອບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ແລະ​ຄວາມ​ປອດ​ໄພ​ຂອງ​ສະ​ຫະ​ພາບ​ເອີ​ລົບ​ກໍ່​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຕາມ​ຄຳ​ເຊີນ.

​ໃນ​ຖະ​ແຫຼງການ​ທີ່​ປະກາດ​ຫຼັງກອງປະຊຸມ,ບັນດາ​ຝ່າຍ​ທີ່​ຮ່ວມ​ປະ​ຊຸມ​ກ່າວ​ວ່າ,​ຊົມ​ເຊີຍ​ທະ ຫານ​ປະສົມ​ອີຣັກ​ມອບ​ອຳນາດ​ໃຫ້​ລັດ​ຖະ​ບານ​ຊົ່ວ​ຄາວ​ອີ​ຣັກ,​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ຊົ່ວ​ຄາວ​ອີ​ຣັກ​ຫາບ​ແບກ​ໜ້າ​ທີ່​ການ​ເມືອງ​ແລະ​ຄວາມ​ປອດ​ໄພ​ຂອງ​ອີ​ຣັກ.​ກ່າວ​ລື້ມ​ວ່າ,​ຕ້ອງ​ໂຄ​ລົບ​ຫຼັກ​ການ​ຕ່າງ​ບໍ່​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ,​ແລະ​ໂຄ​ລົບ​ອະ​ທິ​ປະ​ໄຕ​ ​ເອ​ກະ​ລາດ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ອີ​ຣັກ.

​ໃນ​ໄລ​ຍະ​ໄຂ​ປະ​ຊຸມ,​ທ່ານ​ເຈ​ບາ​ລີ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອີ​ຣັກ​ກ່າວ​ຫຼາຍ​ເທື່ອ​ວ່າ,​ປະ​ຈຸ​ບັນ​ນີ້,​ສະ​ຖາ​ນະ​ການ​ຄວາມ​ປອດ​ໄພ​ຂອງ​ອີ​ຣັກ​ເຄັ່ງ​ຕຶງ​ທີ່​ສຸດ,​ມື້​ໃດ​ກໍ​ມີ​ຜູ່​ບໍ່​ມີ​ໂທດ​ຫຍັງ​ ຕາຍ​ຍ້ອນ​ເຫດ​ການ​ກຳ​ລັງ​ຮຸນ​ແຮງ​ປະ​ເພດ​ຕ່າງໆ.​ຍ້ອນ​ວ່າ​ຜູ່​ປະ​ກອບ​ອາ​ວຸດ​ໃນ​ແດນ​ອີ​ຣັກ ມີ​ການ​ພົວ​ພັນ​ຢ່າງ​ໃກ້​ສິດ​ກັບ​ລັດ​ທິ​ກໍ່​ການ​ຮ້າຍ​ສາ​ກົນ,​ລັດ​ຖະ​ບານ​ຊົ່ວ​ຄາວ​ອີ​ຣັກ​ຈຶ່ງ​ຕ້ອງ ການ​ການ​ຊ່ອຍ​ເຫຼືອ​ແລະ​ການ​ສະ​ໜັບ​ສະ​ໜູນ​ຂອງ​ປະ​ເທດ​ອ້ອມ​ຂ້າງ​ໂດຍ​ດ່ວນ.

​ກ່ອນ​ໜ້າ​ນີ້,​ອາ​ເມ​ລິ​ກາ​ແລະ​ອີຣັກ​ເຄີຍ​ຕິຕຽນ​ຢ່າງ​ເປີດ​ເຜີຍ​ຫຼາຍ​ເທື່ອ​ວ່າ ອີ​ຣານ​ແລະ​ຊີ​ເລຍ​ໄດ້​ປ່ອຍ​ປະ​ໃຫ້​ພວກ​ຫົວ​ຮຸນ​ແຮງ​ເລັດ​ລອດ​ເຂົ້າ​ແດນ​ອີ​ຣັກ​ກໍ່​ເຫດ​ການ​ກຳ​ລັງ​ຮຸນ​ແຮງ​ປະ​ເພດ​ຕ່າງໆ,​ແຕ່​ອີຣານ​ແລະ​ຊີ​ເລຍ​ລ້ວນ​ແຕ່​ບໍ່​ຮັບ​ຮອງ.​ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່​ສື່​ມວນ​ຊົນ​ໃນຫວ່າງ​ມໍ່​ໆ​ນີ້,ທ່ານ​ຮູ​ຈາ​ອີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ຖະ​ບານ​ຊົ່ວ​ຄາວ​ອີ​ຣັກຈົນ​ກະ​ທັ້ງ​ຂູ່​ວ່າ​ຈະ​ຊັກ​ນຳ​ການ​ເຄື່ອນ​ໄຫວ​ກຳລັງ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ເລື່ອຍໆ​ພາຍ​ໃນ​ແດນ​ອີ​ຣັກ​ນັ້ນ​ໄປ​ສູ່​ປະ​ເທດ​ອ້ອມ​ຂ້າງ​ຂອງ​ອີ​ຣັກ​ທີ່​ສະ​ໜັບ​ສະ​ໜູນ​ພວກ​ກໍ່​ການ​ຮ້າຍ,​ເພື່ອ​ແກ້​ແຄ້ນ​ອີ​ຣານ​ແລະ​ຊີ​ເລຍ.​ເພື່ອ​ລະ​ງັບ​ຄວາມ​ສົງ​ໄສ​ແລະ​ການ​ກ່າວ​ໂຈມ​ຕີ​ກັນ​ລະ​ຫວ່າງ​ອີ​ຣັກກັບ​ປະ​ເທດ​ອ້ອມ​ຂ້າງ,​ໃນ​ໄລ​ຍະ​ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຄັ້ງ​ນີ້,​ທ່ານ​ເຈ​ບາ​ລີ​ໄດ້​ຊີ້​ອອກ​ຢ່າງ​ອ່ອນ​ໂຍນ​ວ່າ,​ຝ່າຍ​ອີ​ຣັກ​ບໍ່​ເຫັນ​ວ່າ​ບາງ​ປະ​ເທດ​ປະ​ຕິ​ບັດ​ນະ​ໂຍບາຍ​ທີ່​ປ່ອຍ​ປະ​ໃຫ້​ພວກ​ຫົວ​ຮຸນ​ແຮງ​ເລັດ​ລອດ​ເຂົ້າ​ແດນ​ອີ​ຣັກ,​ແຕ່​ເຫັນ​ວ່າ​ປະ​ເທດ​ເຫຼົ່າ​ນີ້​ບໍ່​ເອົາ​ໃຈ​ໃສ່​ນຳ​ສະຖານະການ​​ອີຣັກ.

ບຸກຄົນ​ວິ​ເຄາະ​ເຫັນ​ວ່າ,ສະຖານະ​ການ​ຄວາມ​ປອດ​​ໄພ​ຂອງ​ອີຣັກ​ມີ​ການ​ພົວ​ພັນ​ຢ່າງ​ໃກ້​ຊິດ ກັບ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ອ້ອມ​ຂ້າງ,​ສະ​ຖາ​ນະ​ການ​ຄວາມ​ປອດ​ໄພ​ຂອງ​ອີ​ຣັກ​ຊຸດ​ຮ້າຍ​ລົງ​ຍ່ອມ​ຈະ​ມີ​ຜົນ​ກະ​ທົບ​ບໍ່​ດີ​ຕໍ່​ປະ​ເທດ​ອ້ອມ​ຂ້າງ.​ສະ​ນັ້ນ,​ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ ​ໄພ​ລະ​ຫວ່າງ​ສອງ​ຝ່າຍ​ມີ​ພື້ນ​ຖານ​ອັນ​ແນ່​ນອນ.

​ແຕ່​ວ່າ,ບຸກຄົນວິ​ເຄາະ​ກໍ​ຊີ້​ອອກ​ວ່າ,ຍ້ອນ​ປັດ​ໄຈ​​ໃນຫຼາຍດ້ານ ​ເຊັ່ນ ປະ​ຫວັດ​ສາດ ສາ​ສະ ໜາ​ແລະ​ເຊື້ອ​ຊາດ​ເປັນ​ຕົ້ນ,​ການ​ພົວ​ພັນ​ລະ​ຫວ່າງ​ອີ​ຣັກ​ກັບ​ປະ​ເທດ​ອ້ອມ​ຂ້າງ​ສະ​ດຸ້ງ​ໄວ​ທີ່​ສຸດ,​ອີ​ຣັກ​ເປັນ​ຫ່ວງ​ວ່າ​ອິດ​ທິ​ກຳ​ລັງ​ຂອງ​ປະ​ເທດ​ອ້ອມ​ຂ້າງ​ຊຶມ​ເຂົ້າ​ອີ​ຣັກ​ຫຼາຍ​ເກີນ​ໄປ​ອາດ​ຈະ​ທັບ​ມ້າງ​ຄວາມ​ສະ​ໝຳ່​ສະ​ເໝີ​ທີ່​ມີ​ຢູ່​ໃນ​ປະ​ຈຸ​ບັນ​ລະ​ຫວ່າງ​ກຳ​ລັງ​ບັນ​ດາ​ຝ່າຍ​ໃນ​ແດນ​ອີ ຣັກ,​ສ່ວນ​ປະ​ເທດ​ອ້ອມ​ຂ້າງ​ພັດ​ມີ​ຄວາມ​ລະ​ມັດ​ລະ​ວັງ​ຕໍ່​ອີ​ຣ​ັກ​ອາດ​ຈະ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອ້ອມ​ຂ້າງ​ໃນ​ອະ​ນາ​ຄົດ.​ສະ​ນັ້ນ,​ເຖິງ​ວ່າ​ປະ​ຈຸ​ບັນ​ນີ້,ສອງ​ຝ່າຍ​ມີ​ທ່ວງ​ທ່າ​ການ​ຮ່ວມ​ມື​ໃນ​ບັນຫາ​ຄວາມ​ປອດ​ໄພ​ກໍ່​ຕາມ,​ແຕ່​ການ​ຮ່ວມ​ມື​ແບບ​ນີ້​ຍັງ​ມີ​ການ​ຈຳ​ກັດ​ໃນ​ໄລ​ຍະ​ຂ້າງ​ໜ້າ​ທີ່​ຄາດ​ຄະ​ເນ​ໄດ້.

ນອກ​ນີ້,ມູນ​ເຫດ​ທີ່​ພາ​ໃຫ້​ສະຖານະ​ການ​ອີຣັກວຸ້ນວາຍ​ໃນ​ສະ​ເພາະ​ໜ້າ​ນີ້​ມີ​ຫຼາຍ​ດ້ານ,​ພວກ ຫົວ​ຮຸນ​ແຮງ​ຂ້າມ​ຊາຍ​ແດນປະ​ເທດ​ອ້ອມ​ຂ້າງ​ເລັດ​ລອດ​ເຂົ້າ​ແດນ​ອີ​ຣັກ​ນັ້ນ​ພຽງ​ແຕ່​ແມ່ນ​ປັດ​ໄຈ​ອັນ​ໜຶ່ງ​ທໍ່​ນັ້ນ.​ນອກ​ນີ້,​ກອງ​ທະ​ຫານ​ຕ່າງ​ປະ​ເທດ​ຍຶດ​ຄອງ​ອີ​ຣັກ​ແລະ​ອິດ​ທິ​ກຳ​ລັງ​ບັນ ດາ​ຝ່າຍ​ພາຍ​ໃນ​ອີຣັກ​ຍາດ​ຊີງ​ສິດ​ແລະ​ຜົນ​ປະ​ໂຫຍດ​​ເປັນ​ຕົ້ນ​ລ້ວນ​ແຕ່​ແມ່ນ​ມູນ​ເຫດ​ອັນ​ສຳຄັນ​ທີ່​ພາ​ໃຫ້​ສະ​ຖາ​ນະ​ການ​ຄວາມ​ປອດ​ໄພ​ອີ​ຣັກ​ເຄ່ັງ​ຕຶງ​ຂຶ້ນ.​ສະ​ນັ້ນ,​ບຸກ​ຄົນ​ວິ​ເຄາະ​ຊີ້​ອອກ​ວ່າ,​ກອງ​ທະ​ຫານ​ຕ່າງ​ປະ​ເທດ​ຖອນ​ອອກ​ຈາກ​ອີ​ຣັກ​ຢ່າງ​ສິ້ນ​ເຊີງ​ໂດຍ​ໄວ,​ແລະ​ສ້າງ​ຕັ້ງ​ລັດຖະ​ບານ​ອີ​ຣັກ​ທີ່​ຊອບ​ກົດ​ໝາຍ​ແລະ​ມີ​ພື້ນ​ຖານ​ອັນ​ກວ້າງ​ຂວາງ,​ກໍ່​ແມ່ນ​ບາດ​ກ້າວ​ອັນ​ຈຳ​ເປັນ​ທີ່​ເຮ​ັດ​ໃຫ້​ອີ​ຣັກ​ຟື້ນ​ຟູ​ຄວາມ​ປອດ​ໄພ​ແລະ​ສະ​ຖຽນ​ລະ​ພາບ.