ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-22 17:09:04    
ມະນຸດເຮົາຂຶ້ນສູ່ດວງຈັນ(ສຽງ)

cri

ວັນ​ທີ 20 ກໍລະກົດ​ປີ 2004 ​ແມ່ນ​ມື້ມະນຸດ​ເຮົາ​ຂຶ້ນ​ດວງພະຈັນຄົບຮອບ 35 ປີ,​ວັນ​ທີ 20 ກໍລະກົດ​ປີ 1969 ,​ຍານ​ອະວະກາດອາໂປ​ໂລ​ອາ​ເມ​ລິ​ກາ​ໄດ້​ຂຶ້ນ​ດວງ​ຈັນ​ເປັນຄັ້ງທຳ​ອິດ,ນີ້​ເຮ​ັດ​ໃຫ້ຊາວ​ໂລກ​ຮູ້ສຶກກະ​ຕຸ້ນ​ໃຈ​ແລະ​ດີ​ໃຈ​ທ່ີ​ສຸດ,​ເພາະວ່າ​ພວກ​ເຮົາ​ໄດ້​ຂຶ້ນ​ດາວ​ທີ​ສອງ​ນອກຈາກ​ຫນ່ວຍ​ໂລກ​ທ່ີ​ມະນຸດ​ເຮົາ​ຢູ່​ອາ​ໄສ.


ມະນຸດ​ສຳ​ຫຼວດຢ່ັງ​ແທກ​​ແລະ​ຄົ້ນຄວ້າດວງ​ພະຈັນ​​ໃນ​ດ້ານ​ວິທະຍາສາດ​ນັ້ນ​ໄດ້​ເລ່ີ​ມ​ແຕ່​ຊຸມ​ປີ 50 ສະຕະວັດທີ 20,ຫຼັງ​ຈາກອະດີດສະຫະພາບໂຊ​ຫວຽດ​ໄດ້​ຍິງ​ສ່ົງດາວ​ທຽມ​ຫນ່ວຍ​ທຳ​ອິດ​​ເມ່ືອ​ປີ 1957 ​​​ແລ້ວ,ມະນຸດ​ກໍ​ເລ່ີ​ມ​ເຂົ້າ​ສູ່​ອະວະກາດ​ແລະ​ລົງມື​ສຳ​ຫຼວດຢ່ັງ​ແທກ​ດວງຈັນ.


ອາ​ເມ​ລິ​ກາ​ແລະອະດີດ​ສະຫະພາບ​ໂຊ​ຫວຽດ​ໄດ້​ດຳ​ເນີນ​ການ​ແຂ່ງຂັນ​ວິທະຍາສາດ​ເຕັກນິກ​​ອະວະກາດ​ທ່ີ​ຖື​ການ​ສຳ​ຫຼວດຢ່ັງ​ແທກ​ດວງ​ພະຈັນ​ເປັນ​ໃຈ​ກາງ,​​ເລ່ີ​ມ​ແຕ່​ທ້າຍຊຸມ​ປີ 50 ຮອດ​ຕົ້ນ​ຊຸມ​ປີ 70 ສະຕະວັດທີ 20,ອະດີດສະຫະພາບ​ໂຊ​ຫວຽດລວມທັງຫມົດ​ໄດ້​ຍິງສ່ົງ​ເຄ່ືອງ​ຢ່ັງ​ຊອກ 32 ​ເຄ່ືອງໄປສູ່​ດວງ​ຈັນ,​ເຄ່ືອງຢ່ັງ​ຊອກ​ເຫຼົ່າ​ນີ້​ມີ​ບາງ​​ເຄ່ືອງ​​ໄດ້​ມໍ່​ຫຼື​ຂຶ້ນ​ດວງຈັນ,​ໄດ້​ຮັບ​ຫມາກຜົນອຸດົມສົມ​ບຸນ,ສ່ວນອາ​ເມ​ລິ​ກາ​ກໍ​​ໄດ້ຍິງ​ສ່ົງ​ເຄ່ືອງ​ຢ່ັງ​ຊອກ21 ​ເຄ່ືອງໄປ​ສູ່​ດວງ​ຈັນ,​ເມ່ືອ​ເດ​ືອນກໍລະກົດ​ປີ 1969,ຍານອາ​ໂປ​ໂລ​ເລກ 11ຂອງອາ​ເມ​ລິກາ​ໄດ້​ບັນລຸ​ຄວາມ​​ຝັນຂອງມະນຸດ​ທ່ີຂຶ້ນ​ດວງ​ຈັນ,​ໄດ້​ຮັບ​ຫມາກຜົນ​ອັນ​ສະຫງ່າ​ລາສີ​ທ່ີ​ສຸດ​ໃນ​ການ​ສຳ​ຫຼວດຢ່ັງ​ແທກ​ດວງ​ຈັນ.ປີ​ນັ້ນ​ມີ​ນັກ​ບິນ​ອະວະກາດ 12  ຄົນ​ໄດ້​ຂຶ້ນ​ດວງ​ຈັນ​ຕາມໆ​ກັນ,​ແລະ​​ໄດ້ເອົາ​​ຫີນ​ດວງ​ຈັນທ່ີ​ເປັນ​ຕົວຢ່າງ​ຫນັກ 440 ກິ​ໂລຈາກ​ຜີວດວງຈັນລົງ​ມາ​ສູ່​ຫນ່ວຍ​ໂລກ.ເມ່ືອປີ 1972 ,ຫຼັງ​ຈາກ​ແຜນການ​ອາ​ໂປ​ໂລ​ອາ​ເມ​ລິ​ກາ​ສິ້ນ​ສຸດ​ລົງ​ແລ້ວ,ການ​ສຳ​ຫຼວດຢ່ັງ​ແທກ​ດວງ​ຈັນ​ໄດ້​ຂ້ອນ​ຂ້າງ​ຫນ້ອຍລົງ​ໃນ​ຊ່ົວ​ໄລຍະ​ຫນ່ຶງ​,​ເພາະວ່າ​ການ​ເຄ່ືອນ​ໄຫວ​ສຳ​ຫຼວດຢ່ັງ​ແທກ​ໄດ້​ເສຍ​ເງິນ​ເປັນ​ຈຳນວນ​ຫຼວງ​ຫຼາຍ,​ແຕ່​ວ່າ,ມະນຸດ​ຍັງ​ຄົງ​ຖືກ​ດວງ​ຈັນ​ດູດ​ດຶງຍ້ອນ​ສ່ິງ​ແວດ​ລ້ອມ​ທຳມະ​ຊາດ​ແລະ​ຊັບພະຍາກອນ​ທ່ີ​ມີ​ເອກະລັກ​ພິ​ເສດ​​ໃນ​ດວງ​ຈັນ,ບວກ​ກັບ​ການພັ​ດທະນາ​ເຕັກນິກ​ອະວະກາດ​ທັນ​ສະ​ໄຫມ​​ໄດ້ສະຫນອງ​ຄວາມ​ອາດ​ເປັນ​ໄປ​ໄດ້​​​ແກ່​ມະນຸດທ່ີ​ສຳ​ຫຼວດຢ່ັງ​ແທກ​ດວງ​ຈັນ​ຕ່ືມ​ອີກໃຫ້​ແກ່​ມະນຸດ,ທ້າຍ​ຊຸມ​ປີ 90 ສະຕະວັດທີ20,ຄົນ​ທັງຫຼາຍ​ຍັງ​ໄດ້ສຸມ​ສາຍຕາ​​ໃສ່​ດວງຈັນອີກ.
​ເມ່ືອ​ປີ 1986,ອາ​ເມ​ລິ​ກາ​ໄດ້​ສະ​ເຫ​ນີຄວາມຄາດ​ຄຶດທ່ີ​ກັບ​ຄືນສູ່ດວງຈັນ​ຄືນ​ໃຫມ່ແລະ​ສ້າງທ່ີ​ຫມັ້ນ​ດວງ​ຈັນ,​ແລະ​ຕ່າງ​ໄດ້​ຍິງ​ສ່ົງ​ເຄ່ືອງ​ຢ່ັງ​ຊອກ​ໃນ​ປີ 1994 ​ແລະ​ປີ1998,​ພ້ອມ​ກັນ​ນັ້ນ,ລັດ​ເຊຍ​​ກໍ​ໄດ້​ວາງ​ແຜນການ​ສຳ​ຫຼວດຢ່ັງ​ແທກດວງ​ຈັນ​ໃນ3 ​ໄລຍະ.

ນອກ​ນີ້,​ເອີ​ລົບ ຍ່ີ​ປຸ່ນ ອິນ​ເດຍ​ແລະຈີນ​ໄດ້​ວາງ​​ແຜນການ​ສຳ​ຫຼວດຢ່ັງ​ແທກ​ດວງ​ຈັນ​ຢ່າງ​ຕໍ​່​ເນ່ືອງ​ກັນ,ກິດຈະການ​ສຳ​ຫຼວດຢ່ັງ​ແທກ​ຫມູນ​ເດີນ​ດວງ​ຈັນ​ຂອງ​ຈີນ​ເລ່ີ​ມຕົ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຫວ່າງ​ມໍ໋ນີ້.ຕາມ​ແຜນການ,ກິດຈະການ​ສຳ​ຫຼວດຢ່ັງ​ແທກ​ດວງ​ຈັນ​ຂອງຈີນແບ່ງ​ເປັນ 3 ​ໄລຍະ​ພັດທະນາ​ເຊັ່ນ:ຫມູນອ້ອມ​ດາງ​ຈັນ ລົງ​ຈອດ​ຢູ່​ດວງ​ຈັນແລະ​ກັບ​ຄືນສູ່​ຫນ່ວຍ​ໂລກ.ທັງ​ຫມົດລ້ວນ​ແຕ່​ຂຶ້ນ​ກັບ​ການ​ເຄ່ືອນ​ໄຫວ​ສຳ​ຫຼວດຢ່ັງ​ແທກທ່ີ​ບໍ່​ບັນທຸກ​ຄົນ.​ເປົ້າ​ຫມາຍ​ກິດຈະການ​ໄລຍະ​ທີ​ຫນ່ຶງ​ທ່ີ​ປະຕິບັດ​ໃນ​ຫວ່າງ​ມໍ່ໆ​ນີ້​ແມ່ນຍິງ​ສ່ົງ​ດາວ​ທຽມ​ທ່ີ​ຫມູນ​ອ້ອມ​ດວງ​ຈັນ​ຫນ່ວຍ​ຫນ່ຶງ​ກ່ອນ 2007,ລົງທຶນ​ທັງ​ຫມົດ​ເກືອບ 1 ຕື້ 400 ລ້ານ​ຢວນ.


ເພ່ືອ​ຂຶ້ນ​ສູ່ດວງ​ອ່ືນໆນອກຈາກ​ຫນ່ວຍ​ໂລກ,ມະນຸດ​​ເຮົາ​ໄດ້​ເສຍ​ກຳລັງຊັບ​ສິນ​ແລະ​ກຳລັງວັດຖຸ​ຢ່າງ​​ຫຼວ​ງຫຼາຍ,​ເຖິງ​ວ່າ​ພວກ​ເຮົາ​ໄດ້​ຂຶ້ນສູ່​ດວງ​ຈັນ​ແລ້ວ,​ແຕ່​ຫຼາຍບັນ ຫາ​ເລິກ​ລັບ​ໃນ​ດວງ​ຈັນຍັງ​ບໍ່​ທັນ​ເຜີຍ​​ໃຫ້​ຮູ້​ເທ່ືອ.


1 ຄວາມ​ເລິກ​ລັບກ່ຽວ​ກັບການ​ກຳ​ເນີ​ດ​ເກີດ​ຂຶ້ນຂອງ​ດວງ​ຈັນ.​ກ່ຽວ​ກັບການ​ກຳ​
ເນີ​ດ​ເກີດ​ຂຶ້ນ​ຂອງ​ດວງ​ຈັນ,ນັກວິ​ທະຍາ​ສາດ​ບາງ​ຄົນ​ເຫັນ​ວ່າ,ດວງ​ຈັນ​ແລະ​ຫນ່ວຍ​​ໂລກ​ແມ່ນກຳ​ເນີ​ດຈາກຂີ້​ຝຸ່ນ​ໃນ​ຈັກກະວານພ້ອມ​ກັນກ່ອນ 4 ຕື້ 600 ລ້ານ​ປີ, ທິດ​ສະ​ດິ​ແບບຫນ່ຶງ​​ອີກເຫັນ​ວ່າ ​ດວງຈັນ​​ເປັນ​ລູກຂອງ​ຫນ່ວຍ​ໂລກ,ອາດ​ຈະ​ແມ່ນ​ແບ​່ງອອກຈາກ​ພາກ​ພື້ນ​ມະຫາ​ສະຫມຸດ​ປາຊີ​ຟິກ,​ແຕ່​ວ່າ​ຜົນ​ສຳ​ຫຼວດຢ່່ັງ​ແທກ​ຂອງອາ​ໂປ​ໂລ​ທ່ີຂຶ້ນ​ດວງ​ຈັນ​ນັ້ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ,ອົງ​ປະກອບ​ຂອງ​ຫນ່ວຍ​ໂລກ​ແລະ​ດວງ​ຈັນມີ​ຄາວ​ມ​ແຕກ​ຕ່າງ​ກັນ​ຢ່າງ​ໃຫຍ່​ຫຼວງ


2ຄວາມ​ເລິກ​ລັບກ່ຽວ​ກັບ​ອາຍຸ​ຂອງ​ດວງ​ຈັນ,ສ່ິງທ່ີ​ເຮັດ​ໃຫ້​ຄົນ​ຮູ້ສຶກປະຫຼາດ​ໃຈ​ນັ້ນແມ່ນ,ຈາກ​ຫີນ​​ຕົວຢ່າງທ່ີ​​ເອົາ​ມາ​ຈາກ​ດວງ​ຈັນ,​ເມ່ືອ​ດຳ​ເນີນ​ການ​ວິ​ເຄາະ​ແລ້ວ​ເຫັນ​ວ່າ​ອາຍຸ​ຫີນດວງ​ຈັນ 99%​ຍັງ​ຍືນ​ກວ່າ​ອາຍຸ​ຫນ່ວຍ​ໂລກ90%,ຫີນ​ບູຮານ​ເຫຼົ່າ​ນີ້​ລ້ວນ​ແຕ່​​ເອົາ​ມາ​ຈາກ​ເຂດທ່ີ​ນັກວິທະຍາສາດ​ເຫັນ​ວ່າ​ແມ່ນ​ເຂດ​ຫນຸ່ມ​ກວ່າ​ຫມູ່​ໃນ​ດວງ​ຈັນ,ຕາມ​ຫຼັກ​ຖານ​ພິຍານ​ເຫຼົ່າ​ນີ້,ນັກວິທະຍາສາດ​ບາງ​ຄົນ​ຊີ້ອອກ​ວ່າ,ດວງ​ຈັນ​ໄດ້ຈໍ່​ຕົວ​ຂຶ້ນ​ດົນແລ້ວ​​ໃນ​ຈັກກະວານກ່ອນຫນ່ວຍ​ໂລກ​ຈໍ່​ຕົວ​ຂຶ້ນ


3 ຄວາມ​ເລິກ​ລັບ​ກ່ຽວ​ກັບດວງ​ຈັນ​ອອກສຽງ​ປານ​ບານ​ໂຄ່ງ​ໃນ​ເວລາ​ຖືກ​ຂອງ​ຫນັກ​ຕຳ.​ໃນ​ຂະ​ບວນການ​ຜະຈົນ​ໄພຂອງ​ອາ​ໂປ​ໂລ,​ໃນ​ເວລາເຄ່ືອງຊຸກດັນ​ຕອນ​ທີ​ສາມ​ຂອງ​ລູກ​ສອນ​ໄຟ​ນຳ​ວິຖີ​ທ່ີ​ໃຊ້​ການ​ບໍ່​ໄດ້​ຕົກລົງ​ຜີ​ວດວງ​ຈັນ,​ໄດ້​ຍິນ​ສຽງ​ດັງ​ແຮງ​ຄື​ວ່າ​ດວງ​ຈັນ​ແມ່ນ​ບານ​ໂຄ່ງ​ໃນ
4 ຄວາມ​ເລິກ​ລັບກ່ຽວ​ກັບເຫຼັກບໍ່​ເຂັ້າຫມ້ຽງ:ຕົວຢ່າ​ງຫີນ​ຢູ່​ຜີວ​ດວງ​ຈັນ​ຍັງ​ມີ​ທາດເຫຼັກລ້ວນໆ,ນັກວິທະຍາສາດ​ເຫັນ​ວ່າ ພວກ​ມັນ​ບໍ່​​ແມ່ນມາ​ຈາກ​ດາວ​ສະ​ເດັດທ່ີ​ຕົກລົງ​ດວງ​ຈັນ,ນັກວິທະຍາສາດອະດີດສະຫະພາບ​ໂຊ​ຫວຽດ​ແລະອາ​ເມ​ລິ​ກາ​ຍັງ​ໄດ້​ປະກົດ​​ເຫັນ​ປະກົດ​ການ​ທ່ີ​ຍ່ິງປະຫຼາດຄື​ເອົາ​ທາດ​ລ້ວນໆ​ເຫຼ່ົາ​ນີ້​​ໄວ້ຢູ່​​ຫນ່ວຍ​ໂລກ​ເປັນ​ເວລາ 7 ປີ​ຍັງ​ບໍ່​ເຂົ້າ​ຫມ້ຽງ,​ໃນ​ວົງ​ການ​ວິ​ທະ​ຍາ​ສາດ,​ເຫຼັກ​​ທ່ີ​ບໍ່​ເຂົ້າ​ຫມ້ຽງນັ້ນ​ແມ່ນ​ບໍ່​ໄດ້​ຍິນຈັກ​ເທ​່ືອພວກ​ເຮົາ​ເຊ່ືອ​ວ່າ,​ໃນ​ອະນາຄົດບໍ່​ດົນ, ມະນຸດ​ຈະ​ຂຶ້ນສູ່​ດາວຫຼາຍ​ຫນ່ວຍ​ຄື​ດາວ​ອັງຄານ​ແລະ​ດາວ​ສຸ​ກ​ເປັນ​ຕົ້ນນອກຈາກຫນ່ວຍ​ໂລກ​,,​ໃນ​ເວລາ​ນັ້ນ,ພວກ​ເຮົາ​ບໍ່​ພຽງ​ແຕ່​ຈະ​ໄປ​ທ່ຽວ​ຢູ່​​ດວງ​ຈັນ​ທໍ່​ນັ້ນ,ຫາກ​ຍັງ​ຈະ​ໄປ​ຫຼິ້ນ​ໃນ​ດາວ​ອ່ືນ​ໆ​ໄດ້,ນີ້​ແມ່ນ​ເລ່ືອງ​ຝັນ ​ໃນ​ເມ່ືອ​ກ່ອນ,​ແຕ່ຈົນ​ຮອດ​ປະຈຸ​ບັນຈະ​ກາຍ​ເປັນ​​ເລ່ືອງຈິງ​ໄດ້,​ເພາະວ່າ​ຄຽງ​ຄູ່​ກັບ​ມະນຸດ​ເຮົາ​ພັດະ​ທນາ​ແລະ​ກ້າວ​ຫນ້າ​​ໄປຢ່າງ​ບໍ່​ຢຸດ​ຢັ້ງ,ພວກ​ເຮົາ​ມີ​ຄວາມ​ສາມາດ​​ເຮັດ​ໃຫ້ຄວາມ​​ໃຝ່ຝັນ​ຂອງ​ພວກ​ເຮົາບັນລຸ​ຜັນ​ເປັນ​ຈິງ​ໄດ້