ທ່ີນີ້ວິທະຍຸສາກົນແຫ່ງປະເທດຈີນ, ສະບາຍດີທ່ານຜູ່ຟັງທ່ີໂຄລົບ, ລາຍການນັດພົບໃນວັນອາທິດໄດ້ວຽນມາພົບກັບທ່ານອີກເທ່ືອໜ່ຶງ. ໃນລາຍການພາກນີ້ ຂ້າພະເຈົ້າຈະແນະນຳທ່ານວາງໂລປິນ "ລາຊາເພງພາກຕາເວັນຕົກ" ຂອງຈີນແລະເພງພື້ນເມືອງພາກຕາເວັນຕົກທ່ີທ່ານແຕ່ງຫຼືຮຽບຮຽງ.
ທ່ີທ່ານພວມຟັງຢູ່ນີ້ແມ່ນເພງ "ປ້ານເກີ້ແຢ້ລ້ຽງຜາຊ້າງຫຼາຍ" ແປວ່າ "ເດືອນເຄ່ີງຊີກໂພ່ຂຶ້ນຟ້າ" ເຊ່ິງແມ່ນທ່ານວາງໂລປິນຮຽບຮຽງຕາມເພງພື້ນເມືອງຊິນຈຽງ.
ທ່ານວາງໂລປິນເກີດຢູ່ນະຄອນປັກກ່ິງເມ່ືອປີ 1913, ຮຽນດົນຕີຝ່າຍຕາເວັນຕົກແຕ່ຍາມຍັງນ້ອຍ. ເມ່ືອປີ 1937, ທ່ານວາງໂລປິນໄດ້ໄປທ່ຽວພາກຕາເວັນຕົກຂອງຈີນ, ຢູ່ຕາມທາງໄດ້ຍິນເພງພື້ນເມືອງພາກຕາເວັນຕົກທ່ີຈັບອົກຈັບໃຈທ່ີສຸດ, ແຕ່ນັ້ນມາ ເພ່ິນຈ່ຶງຢູ່ເທິງດິນແດນແຫ່ງນີ້ບໍ່ໄດ້ຈາກໄປຈັກເທ່ືອ. ໃນເວລາກວ່າເຄ່ິງສະຕະວັດມານີ້, ທ່ານວາງໂລປິນໄດ້ເກັບໂຮມ ດັດແປງ ຮຽບຮຽງແລະແຕ່ງເພງພື້ນເມືອງເຜ່ົາຕ່າງໆຢູ່ພາກຕາເວັນຕົກຂອງຈີນ 700 ກວ່າເພງ, ໃນນັ້ນມີຫຼາຍເພງໄດ້ຮັບຄວາມນິຍົມຈົນຮອດດຽວນີ້.
ເພງ "ຕາປານເສີງເຕີ່ກູ່ໜຽງ" ແປວ່າຜູ່ສາວເມືອງຕາປານ" ແມ່ນເພງໜ່ຶງທ່ີມີຊ່ືສຽງກວ່າໝູ່, ຢູ່່ຈີນໃຜກໍຮ້ອງເປັນເກືອບໝົດຄູ່ຄົນ ເຊິ່ງເປັນເພງເຜ່ົາວີອູເອີເພງທຳອິດທ່ີທ່ານວາງໂລປິນແປແລະຮຽບຮຽງເປັນພາສາຈີນກາງ. ເນື້ອເພງຮ້ອງວ່າ: ແຕ່ບູຮານມາ ໃຜກໍວ່າເມືອງຕາປານເປັນເມືອງຈົບເມືອງງາມ, ເມືອງຕາປານມີທິວທັດງາມປານອິນແຕ້ມ, ມີງົວແກະທັງອ້ວນທັງໃຫຍ່ເປັນໝູ່ເປັນຝູງ. ສາວເມືອງຕາປານຜູ່ງາມ ອ້າວບ່າວກໍເຈົ້າຊູ້, ເຂົາເຈົ້າມັກອອກແຮງງານມີສີໄມ້ລາຍມືເກ່ັງທັງຊ່ືສັດແລະສຸພາບ!
ເມ່ືອປີ 1949, ທ່ານວາງໂລປິນໄດ້ໄປຮອດເຂດຊິນຈຽງ, ແຕ່ນັ້ນມາ ເພ່ິນກໍກ້າວເຂົ້າສູ່ດິນແດນເພງອັນກວ້າງໃຫຍ່ໄພສານ. ເພ່ິນໄດ້ເກັບໂຮມແລະຮຽບຮຽງເພງພື້ນເມືອງຊົນເຜ່ົາສ່ວນໜ້ອຍຢູ່ແຫ່ງດ່ັງກ່າວເປັນຈຳນວນຫຼວງຫຼາຍ, ແລະແປເພງເຜ່ົານີ້ເປັນພາສາຈີນກາງ, ເພງເຫຼ່ົານີ້ໄດ້ຮັບການນິຍົມຮ້ອງຢູ່ຕາມເຂດຊິນຈຽງ ແລ້ວແຜ່ຜາຍໄປທ່ົວປະເທດຈີນ. ຕໍ່ໄປເຊີນຟັງເພງ "ຈ້າຍຢິນເຊີ້ເຕີ່ແຢ້ກວ່າງເຊຍ" ແປວ່າ "ຢູ່ໃຕ້ແສງເດືອນສີເງິນ".
ເພງ "ອາລາມູຫານ" ແມ່ນເພງພື້ນເມືອງເຜ່ົາວີອູເອີເຂດຊິນຈຽງທ່ີນິຍາມກັນຫຼາຍ, ຮຽບຮຽງໂດຍທ່ານວາງໂລປິນເມ່ືອຊຸມປີ 40 ສະຕະວັດທ່ີແລ້ວ. ອາລາມູຫານແມ່ນຊ່ືຂອງນາງສາວຜູ່ໜ່ຶງ, ມາຊູ່ມື້ນີ້ກໍໄດ້ກາຍເປັນຄຳແທນຜູ່ສາວງາມຂອງເຂດຊິນຈຽງແລ້ວ. ເນື້ອເພງໄດ້ໃຊ້ຄຳເວົ້າໂຍກ ແລະທຳນອງໄວອັນມ່ວນຊ່ືນມາຍ້ອງຍໍນາງສາວທ່ີສວຍງາມປານດອກໄມ້ທ່ີຫາກໍເດັດມາຈາກກົກ.
ທ່ານວາງໂລປິນດຳລົງຊີວິດຢູ່ເຂດຊິນຈຽງເກືອບເຄ່ິງສະຕະວັດ, ທ່າທີຕໍ່ຊີວິດແບບສຸນິຍົມແລະການຟ້ອນລຳທຳເພງອັນມ່ວນຊ່ືນລ່ືນເລີງຂອງປະຊາຊົນບັນດາເຜ່ົາເຂດຊິນຈຽງລ້ວນແຕ່ເປັນຜົນສະທ້ອນຕໍ່ເພ່ິນຢ່າງເລິກເຊ່ິງ. ສະນັ້ນ ຢູ່ໃນເພງຂອງເພ່ິນຈ່ິງປ່ຽມລົ້ນໄປດ້ວຍບັນຍາກາດເບີກບານມ່ວນຊ່ືນ, ປ່ຽມລົ້ນໄປດ້ວຍຄວາມຈູບຈ້າວ, ແລະໄດ້ຮັບຄວາມນິຍົມຊົມຊອບຈາກສາມັນຊົນຈີນອັນໄພສານ.
ທ່ານຜູ່ຟັງທ່ີໂຄລົບ, ໃນຕອນມ້ວນທ້າຍຂອງລາຍການພາກນີ້ ເຊີນຟັງເພງ "ຊິງຊຸນອູສິ" ແປວ່າ "ເພງຟ້ອນໄວຄະນອງ" ຮຽບຮຽງໂດຍທ່ານວາງໂລປິນ.
ທ່ານຜູ່ຟັງທ່ີໂຄລົບ ລາຍການນັດພົບໃນວັນອາທິດພາກນີ້ ກໍຂໍສ້ຽງສຸດລົງພຽງທໍ່ນີ້, ຂອບໃຈທ່ີທ່ານຮັບຟັງ, ພົບກັນໃໝ່ໃນວັນອາທິດໜ້າ, ສະບາຍດີ.
|