ໃນສະໄໝຍຸດທະຈັກຊຸ່ນຊ່ິວ,ທ່ານຈື້ໂປ ຂຸນນາງລັດຈ້ີນໄດ້ດັບສູນເຊື້ອຕະກຸນຟ້ານ.ມີຄົນຢາກສວຍໂອກາດວຸ້ນວາຍໄປລັກເຄ່ືອງຂອງຢູ່ເຮືອນເຊື້ອຕະກຸນຟ້ານ.ເຂົາໄດ້ເຫັນມີລະຄັງໃຫຍ່ໜ່ວຍໜ່ຶງແຂວນຢູ່ກາງເດ່ີນບ້ານ,ລະຄັງໜ່ວຍນັ້ນແມ່ນຫຼໍ່ດ້ວຍທອງສຳລິດ,ມີຮູບຫຼໍ່ແລະລວດລາຍງາມວິຈິດບັນຈົງທ່ີສຸດ.ຂະໂມຍຜູ່ນັ້ນຮູ້ສຶກດີໃຈຫຼາຍ,ຢາກແບກລະຄັງທ່ີງາມອັນວິຈິດບັນຈົງໜ່ວຍນີ້ເມືອເຮືອນຂອງຕົນ.ແຕ່ລະຄັງໜ່ວຍນີ້ທັງໃຫຍ່ທັງໜັກ,ເຮັດແນວໃດກໍ່ຍ້າຍເອົາບໍ່ໄດ້.ລາວຄຶດໄປຄຶດມາ,ໃນທ່ີສຸດໄດ້ຄຶດອອກວິທີໜ່ຶງ ຄືທັບມ້າງລະຄັງໃຫ້ແຕກເປັນປ່ຽງໆ,ແລ້ວເອົາເມ່ືອເຮືອນຂອງຕົນເປັນແຕ່ລະປ່ຽງ.
ຂະໂມຍຜູ່ນັ້ນເອົາຄ້ອນເຫຼັກໃຫຍ່ອອກແຮງສຸດຂີດໂມ່ງໃສ່ລະຄັງໃຫຍ່,ສຽງລະຄັງດັງຂຶ້ນຢ່າງແຮງເຮັດໃຫ້ເຂົາຮູ້ສຶກຕ່ືນຕົກໃຈຫຼາຍ.ຂະໂມຍຄຶດໃນໃຈວ່າສຽງດັງຂອງລະຄັງນີ້ທໍ່ກັບບອກໃຫ້ຜູ່ອື່ນຮູ້ວ່າຂ້ອຍພວມລັກລະຄັງຢູ່ນີ້.ເຂົາໃຈຮ້ອນຫຼາຍຈ່ຶງຮີບໝູບລົງບັງລະຄັງໃນທັນທີ,ວາສອງແຂນອອກຢາກຮັກສາບໍ່ໃຫ້ສຽງຂອງລະຄັງດັງຂຶ້ນ,ແຕ່ສຽງລະຄັງຈະຮັກສາໄວ້ແນວໃດໄດ້,ສຽງລະຄັງຍັງຄົງດັງກ້ອງໄປທ່ົວສາລະທິດ.
ເຂົາຢ້ານກົວທ່ີສຸດ,ຈ່ຶງເອົາມືທັງສອງບັງຫູຕົນເອງໄວ້."ປະໂທ້,ສຽງລະຄັງອ່ອນລົງຈົນບໍ່ໄດ້ຍິນແລ້ວ!" ຂະໂມຍຮູ້ສຶກດີໃຈຫຼາຍ, "ດີຫຼາຍ,ບັງຫູທັງສອງໄວ້ກໍ່ຈະບໍ່ໄດ້ຍິນສຽງລະຄັງ! "ເຂົາເລີຍຊອກເອົາຜ້າເສດສອງຕ່ອນມາຍັດໃສ່ຫູ້ທັງສອງ,ແລະຄຶດວ່າບັດນີ້ຜູ່ໃດກໍ່ຈະບໍ່ໄດ້ຍິນສຽງລະຄັງແລ້ວ.ສະນັ້ນ,ລາວໃຊ້ຄ້ອນເຫຼັກທຸບຕີລະຄັງໃຫຍ່ຊ້ຳກັນຫຼາຍບາດ,ສຽງລະຄັງດັງກ້ອງສະນ່ັນໄປທ່ົວສາລະທິດ,ຄົນທັງຫຼາຍໄດ້ຍິນສຽງລະຄັງເລີຍປຸ້ມກັນມາເບ່ິງແລະຈັບເອົາຂະໂມຍຜູ່ນັ້ນໄວ້.
ຊູ່ມື້ນີ້,ພວກເຮົາມັກໃຊ້ຄຳສຸພາສິດ "ບັງຫູລັກລະຄັງ" ນີ້ມາສົມມຸດການກະທຳປົກປິດອັນໂງ່ຈ້າທ່ີຕົວະຕົນເອງ.
|