ເຂດພູດອຍວູລິງເຊິ່ງແມ່ນເຂດຕໍ່ແດນລະຫວ່າງແຂວງຫູນານ,ແຂວງຫູໄປ,ແຂວງ ເຊສວນແລະແຂວງກຸ້ຍໂຈວຂອງຈີນມີເຜົ່າຖຸເຈຍທີ່ເອີ້ນຕົນວ່າເຜົ່າປິຈືຄາແປວ່າ ຄົນທ້ອງຖິ່ນນັ້ນຕັ້ງພູມລຳເນົາຢູ່ຫັ້ນ.ເຜົ່າຖຸເຈຍມີປະຊາກອນ 5 ລ້ານ 7ແສນກວ່າ ຄົນ.
ເຜົ່າຖຸເຈຍມີປະຫວັດດົນນານ,ກ່ອນປະມານ 2 ພັນກວ່າປີກໍຕັ້ງພູມລຳເນົາຢູ່ເຂດບໍ ລິເວນພາກຕາເວັນຕົກຂອງແຂວງຫູນານແລະພາກຕາເວັນຕົກຂອງແຂວງຫູໄປ ຂອງຈີນ,ເຜົ່າຖຸເຈຍມີພາສາຂອງຕົນ,ແຕ່ບໍ່ມີໂຕໜັງສືຂອງຕົນ,ເປັນເວລາຍາວ ນານມານີ້ໃຊ້ແຕ່ໜັງສືຫ້ານ,ການເຊື່ອຖືສາສະໜາຂອງເຜົ່າຖຸເຈຍໂດຍຕົ້ນຕໍແມ່ນ ບູຊານັບຖືບັນພະບຸລຸດ,ການເຊື່ອຖືສາສະໜາເຕົ້າກໍແມ່ນມີຜົນສະທ້ອນອັນແນ່ ນອນໃນການເຊື່ອຖືຂອງເຜົ່າຖຸເຈຍ.
ຢູ່ບາງເຂດພູດອຍທີ່ອ່າວສອກຫຼີກນັ້ນ,ເຜົ່າຖຸເຈຍຍັງຮັກສາຮີດຄອງປະເພນີຂອງ ຕົນຈຳນວນໜຶ່ງ,ຕົວຢ່າງຄືແມ່ຍິງມັກເກົ້າຜົມ,ເອົາຜ້າຄຽນຫົວ,ນຸ່ງເສື້ອປ້າຍຊ້າຍທີ່ ມີສອງສາມລິງລາຍຢູ່ຂອບເສື້ອ,ແຂນເສື້ອສັ້ນທັງກວ້າງ,ມັກຖືເຄື່ອງເອ້ເງິນຄືປອກ ແຂນແລະປອກຂາ,ຜູ້ຊາຍມັກນຸ່ງເສື້ອແຂນສັ້ນສອງປ້າຍທີ່ມີກະດຸມຫຼາຍ.ເມື່ອ ຮ້ອດມື້ບຸນປີໃໝ່,ຊົນເຜົ່າຖຸເຈຍກໍຕ້ອງເຮັດເຂົ້າໜົມສືປ່າ,ເອົາເຂົ້າໜຽວມາລ້າງໃຫ້ ສະອາດກ່ອນ,ແລ້ວມ່າໄວ້ມື້ໜຶ້ງສອງມື້ແລ້ວ,ຈຶ່ງເອົາມາໜື້ງ,ໜື້ງສຸກແລ້ວເອົາຄ້ອນ ທຸມໃຫ້ມັນແຫຼກ,ປັ້ນເປັນຮູບກົມ,ແຊໄວ້ຢູ່ໃນໄຫ,ສິບມື້ຫຼືເຄີ່ງເດືອນປ່ຽນນ້ຳເທື່ອ ໜຶ່ງ,ໃນເວລາກິນນັ້ນເອົາໄປປິ້ນທັງສະດວກແລະໄວ,ໂຮຍນ້ຳຕານໝາກງາໃສ່ ແລ້ວກິນກັບສົ້ມຜັກແລະເຕົາຫູ້ເປັນຕົ້ນ,ລົດສົ້ມຫວານເຄັມເພັດນັ້ນກໍລ້ວນແລ້ວແຕ່ ຜູ້ມັກ.
1 2 3 4
|