ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-28 15:58:26    
ກອງ​ປະ​ຊຸມ​ການ​ເມືອງ​ແຫ່ງ​ຊາດ​ອີ​ຣັກ​ຄັ້ງ​ປະ​ຖົມ​ມະ​ເລີກ​ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້

cri

CRIລາຍ​ງານ​ວ່າ:ວັນ​ທີ27​ກໍ​ລະ​ກົດ,ຢູ່​ແບກ​ແດດ,ທ່ານ​ມາ​ຊຸມ ປະທານ​ຄະນະ​ກຳມະການ​ກະ​ກຽມ​ກອງ​ປະຊຸມ​ການ​ເມືອງ​ແຫ່ງ​ຊາດ​ອີຣັກປະກາດ​ວ່າ,ກອງ​ປະຊຸມ​ການ​ເມືອງ​ແຫ່ງ​ຊາດ​ຄັ້ງປະຖົມມະ​ເລີກ​ຈະ​ຈັດ​ຂຶ້ນໃນ​ວັນ​ທີ31ກໍລະກົດ,ຜູ່​ແທນ​ພັນ​ກວ່າ​ຄົນ​ທີ່​ຮ່ວມ​ປະຊຸມ​ຈະ​ເລ​ືອກຕັ້ງສະພາ​ແຫ່ງ​ຊາດ​ຊົ່ວຄາວ​ທີ່​ປະ​ກອບ​ດ້ວຍ​ຮ້ອຍ​ຄົນ.ກອງປະຊຸມ​ຄັ້ງນີ້​ຖືກ​ຖື​​ໂດຍ​ທົ່​ວ​ໄປ​ວ່າເປັນ​ກາ​ນທົດ​ລອງປະຊາທິປະໄຕຢູ່​ອີຣັກ​ຄັ້ງທຳອິດໃນຫຼາຍສິບປີມາ​ນີ້,ກໍ ແມ່ນການສະແດງລ່ວງໜ້າກ່ອນຈັດການເລືອກຕັ້ງສະພາ​ແຫ່ງ​ຊາດ​ອີ​ຣັກ​ຢ່າງ​ເປັນ​ທາງ​ການ​ໃນຕົ້ນປີ2005.ບຸກຄົນວິເຄາະເຫັນວ່າ,ກອງປະຊຸມຄັ້ງນີ້ຈະເກີດມີ​ຜົນ​ສະ​ທ້ອນ​ອັນ​ໃຫຍ່ຫຼວງຕໍ່​ຂະ​ບວນ​ການ​ສ້າງ​ສາ​ການ​ເມືອງ​ອີ​ຣັກຄືນໃໝ່,ກອງປະຊຸມຈະສຳ​ເລັດ​ຜົນ​ຫຼື​ບໍ່​ຈະ​ເປັນການທົດສອບອັນຂ້ຽວຂາດເທື່ອ​ໜຶ່ງ​ຕໍ່​ລັດ​ຖະ​ບານ​ຊົ່ວ​ຄາວ​ອີ​ຣັກ.

ລັດຖະທຳມະນູນຊົ່ວຄາວອີຣັກກຳນົດວ່າ,ກຳລັງການເມືອງຝ່າຍຕ່າງໆ​ຂອງ​ອີ​ຣັກ​ຄວນ​ຈັດ​ກອງ​ປະ​ຊຸມ​ການເມືອງແຫ່ງຊາດພາຍໃນເດືອນກໍລະກົດ,ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຊົ່ວ​ຄາວ.​ສະ​ພາ​ແຫ່ງຊາດ​ຊົ່ວ​ຄາວ​ຈະ​ໝູນເດີນຈົນຮອດສະພາແຫ່ງຊາດທາງການ​ຮັບ​ການ​ເລືອກ​ຕັ້ງ​ໃນ​ຕົ້ນອປີ​ໜ້າ.​ສະ​ພາ​ແຫ່ງ​ຊາດ​ຊົ່ວ​ຄາວ​ມີ​ອຳ​ນາດ​ທີ່​ຕິດ​ຕາມ​ກວດ​ກາ​ການ​ປົກ​ຄອງຂອງ​ລັດ​ຖະ​ບານ,ໃນ​ນັ້ນ​ລວມ​ທັງ​ສຳ​ຫຼວດ​ພິ​ຈາ​ລະ​ນາ​ແລະ​ຜ່ານ​ຮັບ​ຮອງ​ງົບ​ປະ​ມານ​ການ​ເງິນ​ປີ​2005, ຢັບ​ຢັ້ງ​ການ​ຕົກ​ລົງຂອງ​ລັດ​ຖະ​ບານ ​ທວງຖາມ​ລັດຖະມົນ​ຕີ​ລັດ​ຖະ​ບານ​ແລະ​ຮັບ​ຜິດ​ຊອບ​ສະ​ເໜີ​ປະ​ທາ​ນາ​ທິ​ບໍ​ດີ​ຜູ່​ໃໝ່​ຫຼື​ຮອງ​ປະທານາທິບໍດີ​ຜູ່​ໃໝ່​ໃນ​ກໍລະນີ​ທີ່​ປະ​ທານາ​ທິ​ບໍ​ດີ​ຫຼື​ຮອງ​ປະທານາ​ທິ​ບໍ​ດີ​ເສຍ​ສະ​ຫຼະ​ໃນ​​ໄລ​ຍະ​ດຳ​ລົງ​ຕຳ​ແໜ່ງ.

ຜູ່​ແທນ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ການ​ເມືອງ​ແຫ່ງ​ຊາດ​ຕ້ອງ​ມີ​ເງື່ອນ​ໄຂ​ພື້ນຖານ​ສາມ​ຂ້ໍ ​ເຊັ່ນ ມີ​ຊື່​ສຽງສ່ວນ​ຕົວ​ດີງາມ ບໍ່​ແມ່ນ​ສະມາຊິກ​ຂອງ​ອົງການ​ຄວາມ​ປອດ​ໄພ​ຂອງ​ອະດີດ​ອຳນາດ ການ​ປົກຄອງ​ຊັດ​ດາມ​ແລະ​ບໍ່​ແມ່ນ​ສະມາຊິກ​ພັກ​ບາອາສ.ອີງ​ຕາມ​ມາດຖານ​ແບ່ງປັນ​ບ່ອນ​ນັ່ງ​ທີ່​ກຳນົດໂດຍຄະນະ​ກຳມະການ​ກະກຽມ,ຜູ່ແທນພັນຄົນກຳເນີດຈາກ​ແຂວງ​ຕ່າງໆ ​​ພັກ​ຝ່າຍ​ການ​ເມືອງຕ່າງໆ ​ເຊັ່ນພັກ​ການ​ເມືອງ ​ກົກ​ເຫຼົ່າ ປັນຍາ​ຊົນ​ ຜູ່​ຊົງຄຸນວຸດທິ​ສັງຄົມ​ແລະ​ອົງການມະຫາຊົນ.

ບຸກຄົນ​ວິ​ເຄາະ​ເຫັນ​ວ່າ,ລັດຖະບາ​ນຊົ່ວຄາວ​ອີຣັກຫວັງ​ຜ່ານ​ກອງ​ປະຊຸມ​ການ​ເມືອງ​ແຫ່ງ​ຊາດ​ຄັ້ງນີ້,ປັບປຸງ​ຖານະ​ຂອງ​ລັດຖະບານ​ຊົ່ວ​ຄາວອີຣັກໃຫ້ໝັ້ນຄົງຕື່ມ​ອີກ,​ເຮັດໃຫ້ບັນດາ​ອິດ​ທິກຳລັງ​ຕໍ່ຕ້ານແຕກສະຫຼາຍ,ບັນລຸ​ການ​ປອງ​ດອງ​ຊາດ,ຟື້ນ​ຟູ​ສະຖຽນ​ລະ​ພາບ​ຂອງ​ສັງຄົມ.​ແຕ່​ປະຈຸ​ບັນ​ນີ້, ການ​ຮຽກ​ໄຂ​ຂອງ​ກອງ​ປະ​ຊຸມ​ການ​ເມືອງ​ແຫ່ງ​ຊາດ​ອີຣັກຍັງ​ປະ​ເຊີນ​ກັບ​ຫຼາຍບັນຫາ​.

ກ່ອນ​ອື່ນ,ວຽກ​ງານ​ກະກຽມ​ກອງ​ປະຊຸມ​ຄັ້ງນີ້​ບໍ່​ເຕັມສ່ວນ,ການ​​ໂຄສະນາ​ບໍ່​​ແຮງ​ປານ​ໃດ, ມວນຊົນເຂົ້າ​ຮ່ວມ​ຂ້ອນ​ຂ້າງໜ້ອຍ,​ທ້ອງ​ຖ່ິນ​ຈຳນວນ​ຫຼວງຫຼາຍ​ໄດ້​ເກີດ​ສະ​ພາບ​ການ​ວຸ້ນ​ວາຍ​ຍ້ອນ​ການ​ເລືອກ​ຕັ້ງ​ຜູ່​ແທນ​ທີ່​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ.

ສອງ,ນັບ​ມາ​ຮອດ​ປະຈຸ​ບັນ​ນີ້,ຄະນະ​ກຳມະການ​ກະກຽມ​ຍັງ​ບໍ່​ທັນໄດ້​ຕົກລົງ​ສະພາ​ແຫ່ງ​ຊາດ​ຮ້ອຍ​ຄົນ​ຈະ​ກຳ​ເນີ​ດດ້ວຍ​ວິທີ​ໃດ,ອັນ​ໄດ້​ເຮັດ​ໃຫ້​ຄົນ​ທັງຫຼາຍ​ເປັນ​ຫ່ວງ​ວ່າ​ກອງ​ປະຊຸມ​ຄັ້ງນີ້​ອາດ​ຈະ​ບໍ່​ໄດ້​ຜົນ​ຫຍັງ​ຍ້ອນ​ບັນດາ​ຝ່າຍ​ທີ່​ຮ່ວມ​ປະຊຸມ​ມີ​ຄວາມ​ເຫັນ​ຂັດ​ກັນອັນ​ໜັກໜ່ວງ.

ສາມ,ບາງອິດ​ທິກຳລັງ​ການ​ເມືອງ​ທີ່​ມີ​ຜົນ​ສະທ້ອນຫຼາຍ​ອາດ​ຈະ​ບໍ່​ເຂົ້າຮ່ວມ​ກອງ​ປະຊຸມ, ທັງ​ນີ້​ຈະປ່ັນ​ທອນ​ພື້ນຖານ​ມວນ​ຊົນ​ແລະ​ລັກສະນະ​ຕົວ​ແທນ​ຂອງ​ກອງ​ປະຊຸມ​ຄັ້ງນີ້.ທ່ານ​ຊາດ ຜູ່​ນຳ​ໜຸ່ມນິກາຍ​ຊີ​ອິດ​ຂອງ​ອີຣັກທີ່​ຕ້ານ​ອາ​ເມ​ລິ​ກາ​ແລະບາງ​ອົງການຈັດຕັ້ງທີ່​ເຄີຍ​ເຫັນ​ອົກ​ເຫັນ​ໃຈ​ຫຼື​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ຕໍ່ຕ້ານ​ອາ​ເມ​ລິ​ກາ​ນັ້ນກ່າວ​ວ່າ​ຈະ​ຂວຳ້​ບາດ​ກອງ​ປະຊຸມ​ຄັ້ງນີ້.ປະຈຸ​ບັນ​ນີ້,ລັດຖະບານ​ຊົ່ວຄາວ​ອີຣັກ​ແລະ​ຝ່າຍ​ອາ​ເມ​ລິ​ກາ​ພວມ​ຕັ້ງໜ້າ​ຊັກ​ຊວນ,ອົງ​ການ​ຕໍ່​ຕ້ານ​ທີ່​ເຄີຍ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕໍ່​ຕ້ານ​ແຕ່​ບໍ່​ໄດ້​ຕິດ​ໜີ້​ເລືອດ​ຈົ່ງ​ປ່ຽນ​ແປງ​ຫຼັກ​ໝັ້ນ​ທີ່​ຂວ້ຳ​ບາດ​ກອງ​ປະ​ຊຸມ,​ແລ້ວ​ບັນ​ລຸ​ຈຸດ​ປະ​ສົງ​ທີ່​ເຮັດ​ໃຫ້​ຄ້າຍ​ຕໍ່​ຕ້ານ​ແຕກ​ສະ​ຫຼາຍ​ໃນ​ລະ​ດັບ​ໃຫຍ່​ເທົ່າ​ທີ່ຈະໃຫຍ່ໄດ້.

​ສຸດທ້າຍ,ປະຈຸ​ບັນ​ນີ້,ສະຖານະ​ການ​ຄວາ​ມປອດ​ໄພ​ຂອງ​ອີຣັກຍັງຄົງ​ເຄັ່ງ​ຕຶງ​ທີ່​ສຸດ,​ເຫດ​ການ​ກຳລັງ​ຮຸນ​ແຮງ​​ຕ່າງໆ​ເກ​ີດຂຶ້ນຢ່າງ​ເນື່ອງນິດ,ລັດຖະບານ​ຊົ່ວ​ຄາວ​ແລະ​ຝ່າຍ​ທະຫານ​ອາ​ເມ​ລິ​ກາ​ກໍ​ຂາດ​ພາຫະນະ​ອັນ​ບັງ​ເກີດ​ຜົນ​ທີ່​ສະກັດ​ກັ້ນການ​ເຄື່ອນ​ໄຫວ​ດ້ວຍ​ກຳລັງ​ຮຸນ​ແຮງ.ມີ​ຄົນ​ເປັນ​ຫ່ວງ​ວ່າ,ກອງ​ປະຊຸມ​ພັນ​ຄົນ​ອາດ​ຈະ​​ເປັນ​ເປົ້າໝາຍ​ຫຼອນ​ໂຈມ​ຕີ​ຂອງ​ພວກ​ຫົວ​ຮຸນ​ແຮງ.ກໍຍ້ອນມູນເຫດນີ້,​ໃນ​ເວລາ​ປະກາດກອງ​ປະຊຸມ​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້,ທ່ານ​ມາຊຸມ​ຈົນບໍ່​ໄດ້​ເປີດເຜີຍ​ສະຖານທີ່​ກອງ​ປະຊຸມ.