ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-28 17:03:12    
ວັດທະນະທຳ​ຕົ່ງ​ປ່າ​ຂອງ​ເຜ​່ົາ​ນ້າ​ຊີ່​ແຂວງ​ຢຸນ​ນານ​​ໄດ້​ຮັບ​ການ​ກອບ​ກູ້​ແລະ​ປົກ​ປັກ​ຮັກ​ສາ​ຢ່າງ​ບັງ​ເກີດ​ຜົນ(ສຽງ)

cri

                       

ວັດທະນະທຳຕົ່ງປ່າຂອງເຜ່ົານ້າຊີ່ເມືອງລີ້ຈ່ຽງແຂວງຢຸນນານຂອງຈີນແມ່ນວັດທະນະ ທຳເກົ່າແກ່ທີ່ສຸດຊະນິດໜຶ່ງ.ຫຼາຍປີມານີ້,ຄຽງຄູ່ກັບສັງຄົມວິວັດ​ພັດທະນາຢ່າງບໍ່ຢຸດຢັ້ງ ແລະວັດທະນະທຳພາຍນອກຄ່ອຍໆ​ແຊກຊຶມເຂົ້າ,ວັດທະນະທຳຊົນເຜ່ົາອັນເກົ່າແກ່ບູ ຮານຊະນິດນີ້ຈຶ່ງພວມປະເຊີນກັບການສູນຫາຍໄປ.ການກອບກູ້ ສັບ​ຊ້ອນແລະຄົ້ນຄວ້າ ຢ່າງວິທະຍາສາດຕໍ່ວັດທະນະທຳເກົ່າແກ່ບູຮານຊະນິດນີ້ໄດ້ເປັນເລື່ອງທີ່ຮີບດ່ວນທີ່ສຸດ​ແລ້ວ.ຫວ່າງມໍ່ໆນີ້,ນັກຂ່າວໄດ້​ໄປສຳພາດທ່ານຈ້າວຊື້້ຮົງ ນັກປາດຜູ່ຄົ້ນຄວ້າວັດທະນະ ທຳຕົ່ງປ່າ ຫົວໜ້າສະຖາບັນຄົ້ນຄວ້າວັດທະນະທຳຕົ່ງປ່າເມືອງລີ້ຈ່ຽງແຂວງຢຸນນານ ຂອງຈີນ​ໂດຍ​ສະ​ເພາະກ່ຽວກັບການກອບກູ້ແລະປົກປັກຮັກສາວັດທະນະທຳຕົ່ງປ່າເຜ່ົາ ນ້າຊີ່.

ເມື່ອເວົ້າເຖິງຄວາມຮີບດ່ວນແຫ່ງວຽກງານກອບກູ້ວັດທະນະທຳຕົ່ງປ່າ,ທ່ານຫົວ​ໜ້າ​ຈ້າວ​ຊື້້​ຮົງ​ບອກພວກເຮົາວ່າ: "ເປັນຫຍັງຈຶ່ງ​ຕ້ອງເວົ້າເຖິງການກອບກູ້?ເພາະ​ວ່າ,​ວັດ​ທະ​ນະ​ທຳ​ຊະນິດນີ້ແມ່ນວັດທະນະທຳເກົ່າແກ່ທີ່ສຸດຊະນິດໜຶ່ງ,ຕົວຢ່າງຄື,ຄຳ​ພີຕົ່ງປ່າ​ເຜົ່າ​ນ້າ​ຊີ່​ທີ່​ຂຽນ​ເປັນ​ຕົວໜັງສືພາບຕົ່ງປ່າ,ມີແຕ່ຜູ່​ເຖົ້າຊາວຕົ່ງປ່າຈຳນວນໜ້ອຍທີ່ສຸດຈຶ່ງອ່ານໄດ້, ສະນັ້ນ,ພວກເຮົາຕ້ອງຂ້ຽວ​ເລັ່ງກອບ​ກູ້​ເອົາວັດທະນະທຳຊະນິດນີ້​ໄວ້​ໃນ​ເວລາ​ຜູ່​ເຖົ້າ​ຊາວ​ຕົ່ງ​ປ່າ​ຮຸ່ນ​ສຸດ​ທ້າຍ​ຍັງ​ຢູ່.​ສະນັ້ນ,​ພວກ​ເຮົາ​ໄດ້​ໃຊ້​ເວ​ລາ​20​ປີ​ມາ​ກອບ​ກູ້​ວ​ັດ​ທະ​ນະ​ທຳ​ຕົ່ງ​ປ່າ​ຂອງ​ເຜ່ົາ​ນ້າ​ຊີ່."

​ໂດຍ​ຖືເປັນຊັບພະຍາກອນວັດທະນະທຳທີ່ມີທ່າແຮງຂອງທ້ອງ​ຖ່ິນ,ຫຼາຍປີມານີ້ອົງການ​ປົກຄອງ​ເມືອງ​ລີ້​ຈ່ຽງ​ໄດ້​ເພີ່ມ​ທະວີ​ວຽກ​ງານ​ຄົ້ນຄວ້າ​ພັດທະນາ​ວັດທະນະທຳ​ຕົ່ງ​ປ່າ,​ແລະ​ໄດ້​ຮັບ​ໝາກຜົນ​ອັນອຸດົມສົມບູນໃນ​ດ້ານກອບ​ກູ້​ສັບ​ຊ້ອນທະນະ​ທຳ​ຂອງ​ພື້ນ​ເມືອງ​ຊົນ​​ເຜ່ົາ​ແລະ​ໃນການຄົ້ນຄວ້າ​ຫົວ​ຂໍ້ ການ​ແລກປ່ຽນ​ວັດທະນະທຳ​ກັບ​ຕ່າງປະ​ເທດ​ແລະ​ການ​ສືບ​ທອດ​ວັດທະນະທຳ​ຊົນ​ເຜ່ົາ​ເປັນຕົ້ນ.ທ່ານຈ້າວ​ຊື້້​ຮົງ​ ຫົວໜ້າ​ສະ​ຖາ​ບັນສະ​ເໜີ​ຕໍ່​ພວກ​ເຮົາ​ວ່າ: "ຜົນສຳ​ເລັດ​ໃນວຽກ​ງານ​ກອບ​ກູ້​ຕົ້ນຕໍ​ມີ​ຢູ່ໃນຫຼາຍ​ດ້ານ​ດັ່ງ​ລຸ່ມ​ນີ້,ໜ່ຶງ,ພວກ​ເຮົາ​ໄດ້​​ເອົາ​ຄຳ​ພີ​ຕົ່ງ​ປ່າ1300​ກວ່າ​ເຫຼັ້ມແບ່ງ​ເປັນຫຼາຍປະ​ເພດ,ຮຽບຮຽງເປັນ《​ປື້​ມ​ຊຸມນຸມໝາຍ​ເຫດ​ແປ​ປື້​ມບູຮານ​ຕົ່ງ​ປ່າ​ນ້າ​ຊີ່》​,ບັດ​ນັ້ນຜູ່​ອ່ານ​ຄຳ​ພີ​ຕົ່ງ​ປ່າ​ບໍ່​​ເປັນ​ຖ້າອ່ານປື້ມຂອງພວກ​ເຮົາຊຸດນີ້ກໍຈະເຂົ້າໃຈໂລດ;ສອງ,ພວກ​ເຮົາ​ໄດ້​ຮຽບ​ຮຽງ《ສາລະບານ​ປື້​ມບູຮານ​ຊົນ​ເຜ່ົາ​ສ່ວນ​ໜ້ອຍ​ຂອງ​ຈີນ.ສາຂາ​ເຜ່ົາ​ນ້າ​ຊີ່》,​ໃນ​ປື້​ມເຫຼັ້ມນີ້​ພວກ​ເຮົາ​ໄດ້​ລວບລວມເອົາ​ປື້​ມບູ ຮານ​ເຜົ່າ​ນ້າ​ຊີ່ທັງ​ໝົດ​ທີ່​ຮັກສາ​ໄວ້​ຢູ່​ຈີນ​ລວມ1800​ກວ່າ​ຊະນິດ8000​ກວ່າ​ເຫຼັ້ມບັນທຶກ ເຂົ້າໃນສາລະບານທັງໝົດ,ພວກເຮົາຍັງໄດ້ຖ່າຍທຳວີດີໂອພິທີສາສະໜາຕົ່ງປາ8ມ້ວນ ແລະອັດສຽງເທດຕົ່ງປ່າ45ມ້ວນ;ໝາກຜົນລາຍທີສາມແມ່ນ,ພວກເຮົາໄດ້ນຳເອົາປື້ມບູ ຮານເຜ່ົານ້າຊີ່ຮ້ອງຂໍຕໍ່ອົງການຢູເນັສໂກສະຫະປະຊາຊາດ,ວັນທີ30ສິງຫາປີ2003,ຄະ ນະກຳມະການກວດກາປະເມີນໂຄງການຈື່ຈຳຂອງໂລກໄດ້ຈັດເອົາປື້ມບູຮານເຜ່ົານ້າຊີ່ ຊຸດນີ້ເຂົ້າ《ບັນຊີລາຍຊື່ມໍລະດົກຈື່ຈຳຂອງໂລກ》."

ຄຽງ​ຄູ່​ກັບ​ອົງການ​ຢູ​ເນັສ​ໂກ​ຈັດເອົາ​ປື້​ມບູຮານ​ຕົ່ງ​ປ່າ​ເຜ່ົາ​ນ້າ​ຊີ່​ຂອງ​ຈີນ​ເຂົ້າບັນໃນຊີ​ລາຍ​ຊື່​ມໍລະດົກ​ຈື່​ຈຳ​ຂອງ​ໂລກ,ວັດທະ​ນະ​ທຳ​ຕົ່ງ​ປ່າທີ່​ເປັນ​ມໍລະດົກ​ຮ່ວມ​ຂອງ​ມວນ​ມະນຸດ,​ໄດ້​ຮັບ​ຄວາມ​​ເອົາ​ໃຈ​ໃສ່​ນັບ​ມື້​ນັບ​ຫຼາຍ​ໃນ​ທົ່ວ​ໂລກ.ທ່ານ​​ຈ້າວ​ຊື້້​ຮົງ​ບອກ​ນັກ​ຂ່າວ​ວ່າ: "ທີ່​ຈິງ​ແລ້ວ,​ວັດ​ທະນະທຳ​ຕ່ົງ​ປ່າ​ໄດ້​ກາຍ​ເປັນ​ວິຊາ​ຄົ້ນຄວ້າ​ທີ່​ເຫີ່​ກັນ​ໃນໂລກ.​ກ່ອນ​ນີ້​ຮ້ອຍ​ປີ,​ນັກ​ປາດ​ຂອງ​ຕ່າງ​ປະ​ເທດ​ກໍ​ໄດ້​ດຳ​ເນີນ​ການຄົ້ນຄວ້າ​ແລະ​ສ​ະ​ເໜີ​ຕໍ່​ວັດທະນະທຳ​ຕົ່ງ​ປ່າ.ມີ​ທຳ​ມະຄຳພີ​ຕົ່ງ​ປ່າ​ໝື່ນ​ກວ່າ​ເຫຼັ້ມຈາກຢາຍ​ຢູ່​ແຫ່ງ​ຕ່າງໆ​ໃນ​ໂລກ,​ເຊິ່ງລວມທັງ​ອາ​ເມ​ລິ​ກາ ​ເຢຍລະ​ມັນ ອີ​ຕາ​ລີ ຊູ​ແອັດ​ເປັນຕົ້ນ,ວັດທະນະທຳ​ຕົ່ງ​ປ່າ​ມີ​ຜົນ​ສະທ້ອນ​ອັນ​ກວ້າງ​ຂວາງ​ທີ່​ສຸດ​ໃນ​​ໂລກ.ສະນັ້ນ,ພວກ​ເຮົາ​ໄດ້​ຖື​ການ​ແລກປ່ຽນ​ວັດທະນະທຳ​ລະ​ຫວ່າງ​ຊາດ​ເປັນ​ວຽກ​ງານ​ສ່ວນ​ໜ່ຶງຂອງ​ຕົນ.​ແຕ່​ປີ2003​ເປັນຕົ້ນມາ,ພວກ​ເຮົາ​ໄດ້​ໄປ​ດຳ​ເນີນການ​ແລກປ່ຽນ​ວັດທະນະທຳ​ວິຊາ​ການ​ຢູ່​ຫຼາຍປະ​ເທດ ​ເຊັ່ນ​ສິງກະ​ໂປ ​ໄທ ກຳປູ​ເຈຍ​ແລະ​ຟິລິບ​ປິນ​ເປັນຕົ້ນ,ນັກ​ສຶກສາ​ຂອງ​ປະ​ເທດ​ເຫຼົ່ານີ້​ກໍ​ມາ​ຮຳ່ຮຽນ ຄົ້ນຄວ້າ​ວັດທະນະທຳ​ຕົ່ງ​ປ່າ​​ໃນ​ສະ​ຖາ​ບັນ​ຄົ້ນຄວ້າຂອງ​ພວກ​ເຮົາ.

​ໃນ​ທີ່​ສຸດ,​ໃນ​ເວລາ​ກ່າວ​ເຖິງ​ຄວາມ​ໝາຍ​ແຫ່ງ​​ງານ​ກອບ​ກູ້​ວັດທະນະທຳ​ຕົ່ງ​ປ່ານັ້ນ,ທ່ານ​ຫົວໜ້າ​ຈ້າວ​ຊື້​ຮົງ​ທີ່​ເຮັດ​ວຽກ​ທີ່​ກ່ຽວຂອງ​ກັບ​ວັດທະນະທຳ​ຕົ່ງ​ປ່າ​ຫຼາຍປີ​ເວົ້າວ່າ: "ພວກ​ເຮົາ​ເຮັດ​ວຽກ​ເຫຼົ່ານີ້​ໄດ້​ສະໜອງ​ຂໍ້​ມູນ​ເອກະສານ​ອັນ​ຄົ້ບຖ້ວນ​ແລະ​ວິທະຍາ​ສາດສະບັບ​ໜຶ່ງ​ໃຫ້ແກ່ການ​ຄົ້ນຄວ້າ​ຫຼາຍວິຊາ​ການ ​ເຊັ່ນ ມະນຸດ​ສາດ ວິຊາ​ຊົນ​ເຜ່ົາ​ແລະ​ວິຊາພາ ສາສາດ​ອັກສອນສາດ​ເປັນຕົ້ນ,ພ້ອມ​ທັງ​ໃຫ້ແກ່ການ​ຂຸດ​ຄົ້ນ ນຳ​ໃຊ້​ຊັບພະຍາກອນ​ວັດທະ ນະທຳ​ຊົນ​ເຜ່ົາ​ນຳກັນ."

ຕາມ​ຊາບ​ວ່າ,​ເພື່ອ​ກອບ​ກູ້​ແລະ​ປົກ​ປັກ​ຮັກສາ​ວັດທະນະທຳ​ຕົ່ງ​ປ່າໃຫ້​ດີ​ກວ່າ​ເກົ່າ,ສະ​ຖາ​ບັນ​ຄົ້ນຄວ້າ​ວັດທະນະທຳ​ຕົ່ງ​ປ່າ​ເມືອງ​ລີ້​ຈ່ຽງກັບສະ​ຖາ​ບັນ​ຄົ້ນຄວ້າ​ເອກະສານ​ປະຫວັດສາດ​ຂອງ​ມະຫາວິທະຍາ​ໄລ​ສ້າງ​ຄູ​ຊີ່​ນານ​ໄດ້​ຮ່ວມ​ກັນ​ສ້າງຕັ້ງບ່ອນມອບ​ປະລິຍາ​ໂທ​ວັນນະ​ຄະ​ດີ​ພາ​ສາ​ຊົນ​ເຜ່ົາ​ສ່ວນ​ໜ້ອຍ​ຂອງ​ຈີນ,​ເລີ່​ມ​ຮັບ​ສະໝັກແລະ​ບຳລຸງ​ສ້າງ​ຜູ່​ມີ​ຄວາມ​ຮູ້​ວິ​ຊາ​ສະ​ເພາະດ້ານ​ການສັບ​ຊ້ອນ​ແລະ​ຄົ້ນຄວ້າປື້​ມບູຮານ​ຕົ່ງ​ປ່າ.​ເຊື່ອວ່າ,​​ເມື່ອທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ຂອງ​ນັກວິຊາ​ການ​ຈຳນວນ​ຫຼວງຫຼາຍ​ແລະ​ພາກສ່ວນ​ທີ່​ກ່ຽວຂ້ອງ,​ວັດ​ທະ​ນະທຳ​ຕົ່ງ​ປ່າ​ເຜ່ົາ​ນ້າ​ຊີ່​ ເຊິ່ງ​ເປັນ​​ສິ່ງ​ປະ​ເສີດ​ວັດທະນະທຳ​ຊົນຊາດ​ອັນ​ສະຫງ່າ​ລາ​ສີ​ນີ້ຍ່ອມ​ຈະ​ໄດ້​ຮັບ​ການ​ສືບທອດແລະ​ຂະຫຍາຍຕົວ​ແນ່ນອນ.